ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໐໔ ພຶດສະພາ ໒໐໒໔

ສປຊ: ລາວ​​ມີ​ການ​ລັກລອບ​ ປູກ​ຝິ່ນເພີ້ມຂຶ້ນໃນ​ອັດຕາ​​ສູງ ​ທີ່​ສຸດໃນເອເຊຍຕາເວັນອອກ ສຽງໃຕ້


ສວນຝິ່ນແຫ່ງນຶ່ງ ທີ່ປະຊາຊົນພາກັນປູກຄືນໃໝ່ ທີ່ລາວ
ສວນຝິ່ນແຫ່ງນຶ່ງ ທີ່ປະຊາຊົນພາກັນປູກຄືນໃໝ່ ທີ່ລາວ

ອົງການຄວບຄຸມຢາເສບຕິດ ແລະອາດສະຍາກໍາຂອງສະຫະປະຊາຊາດລາຍງານວ່າ ລາວ ເປັນປະເທດທີ່ມີການລັກລອບປູກຢາຝິ່ນເພີ້ມຂຶ້ນຫລາຍທີ່ສຸດ ໃນເອເຊຍຕາເວັນອອກສຽງໃຕ້ ໃນປີ 2010 ນີ້.

ທ່ານ Yury Fedotov ຜູ້​ອໍາ​ນວຍ​ການບໍລິຫານ​ອົງການ​ຄວບ​ຄຸມ​ຢາ​ເສບ​ຕິດ ​ແລະອາດສະ​ຍາ​ກໍາ​ແຫ່ງ​ສະຫະ​ປະຊາຊາດ​ ໄດ້​ຖະ​ແຫລງຜົນ​ການ​ສໍາ​ຫລວດ​ສະຖານະ​ການ​ກ່ຽວກັບ​ການ​ລັກລອບ​ປູກ​ຢາຝິ່ນ​ໃນ​ເອ​ເຊຍ​ຕະ​ເວັນ​ອອກສຽງ​ໃຕ້​ປະ​ຈໍາປີ 2010 ນີ້ວ່າ ສະຫະພາບ​ມຽນມາ​ຫລື​ພະມ້າ ຍັງ​ຄົງ​ເປັນ​ປະ​ເທດ​ທີ່​ມີ​ການ​ລັກລອບ​ປູກ​ຝິ່ນຫລາຍ​ທີ່​ສຸດ ຫາກ​ແຕ່​ລາວ​ກໍ​ນັບ​ເປັນ​ປະ​ເທດ​ທີ່​ມີ​ການ​ລັກລອບ​ປູກ​ຝິ່ນ​ເພີ້ມຂຶ້ນ ​ໃນ​ອັດຕາ​ທີ່​ສູງ​ທີ່​ສຸດ ​ເມື່ອ​ປຽບທຽບກັບ​ມຽນມາ ​ແລະ​ໄທ.

ເພາະ​ຈາກ​ການ​ສໍາ​ຫລວດ​ໄດ້​ພົບວ່າ ພື້ນທີ່ລັກລອບ​ປູກ​ຝິ່ນ​ຢູ່​ໃນ​ລາວ​ນັ້ນ ​ໄດ້​ເພີ້ມຈາກ 1,900 ​ເຮັກຕາ​ໃນ​ປີ 2009 ຂຶ້ນມາ​ເປັນ 3,000 ​ເຮັກຕາ​ໃນ​ປີ 2010 ນີ້ ຫລື​ຄິດ​ເປັນ​ອັດ ຕາ​ສະ​ເລ່ຍທີ່​ເພີ້ມຂຶ້ນເຖິງ 58%. ຍິ່ງ​ໄປ​ກວ່າ​ນັ້ນ ຖ້າ​ຫາ​ກ ປຽບທຽບ​ໃສ່​ກັບ​ປີ 2007 ທີ່​ມີ​ການ​ລັກລອບ​ປູກ​ຝິ່ນ​ໃນ​ລາວ ຄິດ​ເປັນ​ພື້ນທີ່​ລວມ 1,500 ​ເຮັກຕາ​ນັ້ນ ກໍ​ຈະ​ໄດ້​ເຫັນ​ວ່າ​ໃນ​ໄລຍະ 3 ປີ​ມານີ້ ການ​ລັກລອບ​ປູກ​ຝິ່ນ​ໃນ​ລາວ ​ໄດ້​ເພີ້ມຂຶ້ນ​ເຖິງ 100%.

ຄົນປູກຝິ່ນຂູດດອກຝິ່ນ ເອົາຢາງໄປເຮັດຢາຝິ່ນ
ຄົນປູກຝິ່ນຂູດດອກຝິ່ນ ເອົາຢາງໄປເຮັດຢາຝິ່ນ

ທັງ​ນີ້ ທ່ານ Yury Fedotov ​ໄດ້​ລະບຸ​ວ່າ ສາ​ເຫດ​ສໍາຄັນ​ ທີ່​ເຮັດ​ໃຫ້​ມີ​ການ​ລັກລອບ​ປູກ​ຝິ່ນ​ເພີ້ມຂຶ້ນ​ໃນ​ລາວນັ້ນ ກໍ​ເປັນ​ຍ້ອນ​ບັນຫາ​ຄວາມທຸກ​ຈົນຂອງ​ປະຊາຊົນ​ລາວ ​ທີ່​ຖືກ​ສົມທົບ
ໃສ່​ກັບວິ​ກິດ​ການ​ທາງ​ເສດຖະກິດ-ການ​ເງິນ​ໂລກ ຊຶ່ງ​ກໍ​ນັບ​ວ່າ
ສອດຄ່ອງກັນ​ກັບ​ຄວາມ​ເຫັນ​ຂອງທ່ານ ​ສຸບັນ ສະ​ລິດ​ທິລາດ,
ປະທານ​ຄະນະ​ກໍາມະການຄວບ​ຄຸມ​ຢາ​ເສບ​ຕິດແຫ່ງຊາດລາວ
ທີ່​ເຄີຍໃຫ້ການ​ຢືນຢັນ​ວ່ານອກຈາກ​ບັນຫາ​ຄວາມທຸກ​ຈົນແລ້ວ​
ກໍ​ຍັງ​ມີ​ສາ​ເຫດ​ຈາກ​ການ​ທີ່​ລາວ​ໄດ້​ຮັບ​ການ​ຊ່ວຍ​ເຫລືອຈາກ
ຕ່າງປະ​ເທດ ຕໍ່າກວ່າ​ຄວາມ​ຕ້ອງການ ​ໃນ​ຂະນະ​ທີ່ລາຄາຢາ
ຝິ່ນ​ກັບ​ສູງຂຶ້ນຢ່າງ​ຕໍ່​ເນື່ອງ, ດັ່ງ​ທີ່​ທ່ານໄດ້​ໃຫ້ການ​ຊີ້​ແຈງ​ວ່າ:

“ໃນຊຸມປີໝໍ່ໆມານີ້ ເນື້ອທີ່ປູກຝິ່ນໄດ້ມີການເພີ້ມຂຶ້ນຈາກຫຼາຍສາເຫດ ເຊັ່ນໂຄງ
ການໃຫ້ການຊ່ວຍເຫຼືອເພື່ອແກ້​ໄຂຄວາມທຸກຍາກຂອງປະຊາຊົນລາວ ພາຍຫຼັງ
ການລົບລ້າງການປູກຝິ່ນນັ້ນ ກະບໍ່ໄດ້ຕາມຄາດໝາຍ, ສະນັ້ນ ຈຶ່ງມີການລັກ
ລອບປູກຝິ່ນຄືນໃໝ່. ສ່ວນຈຳນວນຜູ້ຕິດຢາຝິ່ນນັ້ນ ເຂົາເຈົ້າກໍຍັງຕ້ອງການຢາ
ຝິ່ນເພື່ອບໍລິໂພກປະຈຳວັນຢູ່ ແລະລາຄາຝິ່ນ ກໍເພີ້ມຂຶ້ນຢ່າງຫຼວງຫຼາຍ.”


ທາງການລາວໄດ້ປະເມີນສະຖານະການວ່າ ໃນປັດຈຸບັນນີ້ ມີປະຊາຊົນລາວທີ່ຍັງພາກັນສູບ
ຢາຝິ່ນຢູ່ ຫຼາຍກວ່າ 15,000 ຄົນ ແລະໃນຂະນະດຽວກັນ ກໍມີ​ເຍົາວະຊົນລາວຫຼາຍກວ່າ
5 ໝື່ນຄົນ ທີ່ພາກັນເສບຢາບ້າ. ສ່ວນການລັກລອບປູກຝິ່ນນັ້ນ ກໍຍັງຄົງມີຢູ່ເລື້ອຍມາ ເຖິງ
ແມ່ນວ່າ ລັດຖະບານຈະໄດ້ປະກາດໃຫ້ລາວເປັນປະເທດທີ່ປອດຈາກການປູກຝິ່ນຢ່າງສີ້ນເຊີງ
ນັບແຕ່ປີ 2006 ເປັນຕົ້ນມາແລ້ວກໍຕາມ ຫາກແຕ່ກໍຍັງຄົງບໍ່ສາມາດປະຕິບັດໄດ້ຢ່າງແທ້ຈິງ.

ທ່ານນາງ Karen Stewart ເອກອັກຄະລັດຖະທູດ ສະຫະລັດ ຈັບມືກັບທ່ານສຸບັນ ສະລິດທິລາດ ໃນ ພິທີເຊັນສັນຍາມອບການຊ່ວຍເຫລືອໃນການຕ້ານ ຢາເສບຕິດຂອງສະຫະລັດ ໃຫ້ແກ່ລາວ ໃນທ້າຍປີ 2010.
ທ່ານນາງ Karen Stewart ເອກອັກຄະລັດຖະທູດ ສະຫະລັດ ຈັບມືກັບທ່ານສຸບັນ ສະລິດທິລາດ ໃນ ພິທີເຊັນສັນຍາມອບການຊ່ວຍເຫລືອໃນການຕ້ານ ຢາເສບຕິດຂອງສະຫະລັດ ໃຫ້ແກ່ລາວ ໃນທ້າຍປີ 2010.

ນອກຈາກນີ້ ອົງການຄວບຄຸມຢາ
ເສບຕິດ ແລະອາດສະຍາກໍາ
ຂອງສະຫະປະຊາຊາດຍັງໄດ້ລະ
ບຸອີກດ້ວຍວ່າ ລາວເປັນປະເທດ
ນຶ່ງທີ່ມີສະຖານະເປັນທັ້ງເຂດຜະ
ລິດ, ເຂດທາງຜ່ານ ແລະເຂດ
ຮອງຮັບຢາເສບຕິດອີກດ້ວຍ ຊຶ່ງ
ກໍຄື ໃນຂະນະທີ່ຍັງຄົງມີການລັກ
ລອບປູກ​ຝິ່ນ​ຢູ່​ໃນ​ເຂດ​ແຂວງພາກ
ເໜືອ​ນັ້ນ ການ​ລັກ​ລອບປູກ​ຝິ່ນ
ກໍເຮັດ​ໃຫ້​ ຍັງ​ຄົງ​ມີ​ຄົນເສບ​ຢາ​
ຝິ່ນຢູ່​ເລື້ອຍມາ ​ແລະ​ລາວກໍໄດ້​
ຕົກໄປເປັນ​ເຂດ​ທາງ​ຜ່ານ​ຂອງ​
ການ​ລັກ​ລອບ​ຂົນ​ສົ່ງຢາ​ເສບ​ຕິດ​ ຈາກ​ເຂດ​ສາມຫລ່ຽມທອງຄຳ ເພື່ອ​ສົ່ງ​ຕໍ່​ໄປ​ຍັງ​ຕ່າງປະເທດ ຫຼາຍຂຶ້ນ​ນັບ​ມື້​ອີກດ້ວຍ.

ຢ່າງ​ໃດ​ກໍຕາມ ກອ່ນໜ້າ​ນີ້ ​ທາງການ​ສະ​ຫະ​ລັດ ກໍໄດ້​ໃຫ້ການ​ຊ່ວຍ​ເຫຼືອ​ແກ່​ທາງ​ການ​ລາວ​ ຄິດ​ເປັນ​ມູນ​ຄ່າລວມ 650,000 ​ໂດ​ລາ ສໍາລັບ​ນຳ​ໃຊ້​ເຂົ້າ​ໃນ​ການ​ແກ້​ໄຂບັນຫາ​ຢາ​ເສບ​ຕິດ​ຢູ່​ໃນ​ລາວ ​ປະຈຳ​ປີ 2010 ​ໂດຍ​ໄດ້​ແບ່ງ​ການ​ຊ່ວຍ​ເຫຼືອອອກ​ເປັນ ​3 ສ່ວນ​ດ້ວຍ​ກັນ ​ຄື 200,000 ໂດ​ລາ ສໍາ​ລັບ​ສົ່ງ​ເສີມ​ການ​ປູກ​ພື​ດ​ຊະນິດ​ອື່ນໆ ​ເພື່ອ​ທົດ​ແທນ​ການ​ປູກ​ຝິ່ນ ​ແລະ 200,000 ໂດ​ລາ ສໍາລັບ​ການ​ບັງຄັບ​ໃຊ້​ກົດໝາຍ​ຕໍ່​ຜູ້​ກະທຳ​ຄວາມ​ຜິດ​ກ່ຽວ​ກັບ​ຢາເສບ​ຕິດ. ສ່ວນ​ອີກ 250,000 ໂດ​ລາ ທີ່​ເຫຼືອນັ້ນ ແມ່ນນຳ​ໃຊ້​ເພື່ອ​ການຫລຸດຜ່ອນ​ການ​ຊົມ​ໃຊ້​ຢາ​ເສບ​ຕິດ ​ໃນ​ກຸ່ມ​ປະຊາຊົນ​ລາວ.


XS
SM
MD
LG