ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ເຈົ້າໜ້າທີ່ລາວວ່າ ການລັກລອບປູກຝິ່ນ ຢູ່ໃນລາວ ເພີ້ມຂຶ້ນ ຫລາຍກວ່າ 170%


ສວນຝິ່ນ ທີ່ປະຊາຊົນພາກັນປູກຄືນໃໝ່
ສວນຝິ່ນ ທີ່ປະຊາຊົນພາກັນປູກຄືນໃໝ່

ປະທານ​ຄະນະ​ກໍາມະການ ຄວບ​ຄຸມ​ຢາ​ເສບ​ຕິດແຫ່ງຊາດລາວຍອມຮັບວ່າ ການ​ລັກລອບປູກ​ ຝິ່ນ​ຢູ່ໃນລາວ ເພີ້ມຂຶ້ນຫລາຍກວ່າ 170%.

ທ່ານ ​ສຸບັນ ສະ​ລິດ​ທິລາດ, ປະ
ທານ​ຄະນະ​ກໍາມະການຄວບ​ຄຸມ
​ຢາ​ເສບ​ຕິດແຫ່ງຊາດລາວ ໄດ້ຖະ
ແຫລງຍອມຮັບຕໍ່ກອງປະຊຸມສະ
ໄໝທີ 55 ຂອງຄະນະກໍາມາທິ
ການວ່າດ້ວຍຢາເສບຕິດ ແຫ່ງ
ອົງການສະຫະປະຊາຊາດ ຊຶ່ງ
ໄດ້ຈັດຂຶ້ນຢ່າງເປັນທາງການຢູ່
ກຸງວຽນນາ ປະເທດອັອສເຕຣຍ
ໃນທ້າຍເດືອນມີນາທີ່ຜ່ານມາວ່າ
ການ​ລັກລອບປູກ​ຢາຝິ່ນ​ຢູ່ໃນລາວ ຍັງມີທ່າອ່ຽງທີ່ເພີ້ມຂຶ້ນຢ່າງຕໍ່ເນື່ອງ ຊຶ່ງຈະເຫັນໄດ້ຈາກ
ເນື້ອທີ່ລັກລອບ​ປູກ​ຢາຝິ່ນທີ່​ເພີ້ມຂຶ້ນຈາກ 1,500 ເຮັກຕາໃນປີ 2007 ມາເປັນ 4,100 ກວ່າ
ເຮັກຕາ ໃນປີ 2011 ທີ່ຜ່ານມາ ຫລືເປັນສັດສ່ວນທີ່ເພີ້ມຂຶ້ນເຖິງ 173%.

ສາເຫດສໍາຄັນ ທີ່ເຮັດໃຫ້ມີການ​ລັກລອບ​ປູກ​ຢາຝິ່ນ​ເພີ້ມຂຶ້ນດັ່ງກ່າວ ທ່ານ ​ສຸບັນ ສະ​ລິດ​ທິ
ລາດ, ​ກໍໄດ້​ໃຫ້ການ​ຢືນຢັນ​ວ່າ ເປັນຍ້ອນ​ບັນຫາ​ຄວາມທຸກ​ຈົນ ຂອງປະຊາຊົນບັນດາເຜົ່າ
ທີ່​ໄດ້​ຮັບ​ການ​ຊ່ວຍ​ເຫລືອຈາກຕ່າງປະ​ເທດຕໍ່າກວ່າ​ຄວາມ​ຕ້ອງການ ທີ່ເປັນຈິງ ​ໃນ​ຂະນະ
ດຽວກັນ ລາຄາຢາຝິ່ນກໍໄດ້ເພີ້ມ​ສູງຂຶ້ນຢ່າງ​ຕໍ່​ເນື່ອງ ຈຶ່ງໄດ້ເຮັດໃຫ້ປະຊາຊົນບັນດາເຜົ່າ
ທີ່​ໄດ້ພາກັນປະລະຈາກການປູກຝິ່ນແລ້ວນັ້ນ ກັບຄືນມາປູກຝິ່ນອີກເທື່ອໃໝ່, ດັ່ງ​ທີ່​ທ່ານ
ສຸບັນ ໄດ້​ໃຫ້ການ​ຊີ້​ແຈງ​ວ່າ:

“ໃນຊຸມປີໝໍ່ໆມານີ້ ເນື້ອທີ່ປູກຝິ່ນໄດ້ມີການເພີ້ມຂຶ້ນຈາກຫຼາຍສາເຫດເຊັ່ນໂຄງ
ການໃຫ້ການຊ່ວຍເຫຼືອເພື່ອແກ້​ໄຂຄວາມທຸກຍາກຂອງປະຊາຊົນລາວ ພາຍຫຼັງ
ການລົບລ້າງການປູກຝິ່ນນັ້ນ ກະບໍ່ໄດ້ຕາມຄາດໝາຍ, ສະນັ້ນ ຈຶ່ງມີການລັກ
ລອບປູກຝິ່ນຄືນໃໝ່. ສ່ວນຈຳນວນຜູ້ຕິດຢາຝິ່ນນັ້ນ ເຂົາເຈົ້າກໍຍັງຕ້ອງການຢາ
ຝິ່ນເພື່ອບໍລິໂພກປະຈຳວັນຢູ່ ແລະລາຄາຝິ່ນ ກໍເພີ້ມຂຶ້ນຢ່າງຫຼວງຫຼາຍ.”

ທ່ານ Yury Fedotov ຜູ້​ອໍາ​ນວຍ​ການບໍລິຫານ ​ອົງການ​ຄວບ​ຄຸມ​ຢາ​ເສບ​ຕິດ​ແລະອາຊະ​ຍາ​ກໍາ​ແຫ່ງ​ສະຫະ​ປະຊາຊາດ, UNODC (AP Photo/Ronald Zak)
ທ່ານ Yury Fedotov ຜູ້​ອໍາ​ນວຍ​ການບໍລິຫານ ​ອົງການ​ຄວບ​ຄຸມ​ຢາ​ເສບ​ຕິດ​ແລະອາຊະ​ຍາ​ກໍາ​ແຫ່ງ​ສະຫະ​ປະຊາຊາດ, UNODC (AP Photo/Ronald Zak)

ກ່ອນໜ້ານີ້ ທ່ານ Yury
Fedotov ຜູ້​ອໍາ​ນວຍ​ການບໍ
ລິຫານ​ອົງການ​ຄວບ​ຄຸມ​ຢາ
​ເສບ​ຕິດ ​ແລະອາຊະ​ຍາ​ກໍາ
​ແຫ່ງ​ສະຫະ​ປະຊາຊາດ​ ໄດ້
​ຖະ​ແຫລງຜົນ​ການ​ສໍາ​ຫລວດ
​ສະຖານະການ​ກ່ຽວກັບ​ການ​
ລັກລອບ​ປູກ​ຢາຝິ່ນ​ໃນ​ເອ​ເຊຍ
​ຕະ​ເວັນ​ອອກສຽງ​ໃຕ້​ປະ​ຈໍາປີ
2010 ນີ້ວ່າ ສະຫະພາບ​ມຽນ
ມາ ​ຫລື​ພະມ້າ ຍັງ​ຄົງ​ເປັນ​ປະ
​ເທດ​ທີ່​ມີ​ການ​ລັກລອບ​ປູກ​ຝິ່ນ
ຫລາຍ​ທີ່​ສຸດ ຫາກ​ແຕ່​ລາວ​ກໍ
​ນັບ​ເປັນ​ປະ​ເທດ​ທີ່​ມີ​ການ​ລັກ
ລອບ​ປູກ​ຝິ່ນ​ເພີ້ມຂຶ້ນໃນ​ອັດຕາ
​ທີ່​ສູງ​ທີ່​ສຸດ ​ເມື່ອ​ປຽບທຽບກັບ​ມຽນມາ ​ແລະ​ໄທ.

ເພາະ​ຈາກ​ການ​ສໍາ​ຫລວດ​ໄດ້​ພົບວ່າ ພື້ນທີ່ລັກລອບ​ປູກ​ຝິ່ນ​ຢູ່​ໃນ​ລາວ​ນັ້ນ ​ໄດ້​ເພີ້ມຈາກ
1,900 ​ເຮັກຕາ​ໃນ​ປີ 2009 ຂຶ້ນມາ​ເປັນ 3,000 ​ເຮັກຕາ​ໃນ​ປີ 2010 ນີ້ ຫລື​ຄິດ​ເປັນ​ອັດ
ຕາ​ສະ​ເລ່ຍທີ່​ເພີ້ມຂຶ້ນເຖິງ 58%. ຍິ່ງ​ໄປ​ກວ່າ​ນັ້ນ ຖ້າ​ຫາ​ກ ປຽບທຽບ​ໃສ່​ກັບ​ປີ 2007 ທີ່
​ມີ​ການ​ລັກລອບ​ປູກ​ຝິ່ນ​ໃນ​ລາວ ຄິດ​ເປັນ​ພື້ນທີ່​ລວມ 1,500 ​ເຮັກຕາ​ນັ້ນ ກໍ​ຈະ​ໄດ້​ເຫັນ​ວ່າ​
ໃນ​ໄລຍະ 3 ປີ​ມານີ້ ການ​ລັກລອບ​ປູກ​ຝິ່ນ​ໃນ​ລາວ ​ໄດ້​ເພີ້ມຂຶ້ນ​ເຖິງ 100%.

ທັງ​ນີ້ ທ່ານ Yury Fedotov ​ໄດ້​ລະບຸ​ວ່າ ສາ​ເຫດ​ສໍາຄັນ​ ທີ່​ເຮັດ​ໃຫ້​ມີ​ການ​ລັກລອບ​ປູກ
​ຝິ່ນ​ເພີ້ມຂຶ້ນ​ໃນ​ລາວນັ້ນ ກໍ​ເປັນ​ຍ້ອນ​ບັນຫາ​ຄວາມທຸກ​ຈົນຂອງ​ປະຊາຊົນ​ລາວ ​ຊຶ່ງ​ກໍ​ນັບ​ວ່າ
ສອດຄ່ອງກັນ​ກັບ​ຄວາມ​ເຫັນ​ຂອງທ່ານ ​ສຸບັນ ສະ​ລິດ​ທິລາດ, ນອກຈາກນັ້ນ ​ທ່ານ Yury
Fedotov ກໍ​ຍັງ​ໄດ້ລະບຸວ່າ ອີກສາ​ເຫດ​ນຶ່ງທີ່ເຮັດໃຫ້ລາວລັກລອບປູກຝິ່ນໃນລາວເພີ້ມຂຶ້ນ ກໍຄືຜົນກະທົບຈາກວິກິດການທາງເສດຖະກິດ ແລະການເງິນໂລກ.

ເອກອັກຄະລັດຖະທູດສະຫະລັດຄົນກ່ອນ ທ່ານ ຣາວິກ ຮູໂຊ ກັບທ່ານ ສຸບັນ ສະລິດທິລາດ ຫົວໜ້າຄະນະກໍາມະການປາບປາມຢາເສບຕິດ ລາວ ຈັບມືກັນຫລັງຈາກເຊັນເອກະສານຂໍ້ຕົກລົງ ໃນປີ 2010 (ຮູບຈາກ ສະຖານທູດສະຫະລັດ)
ເອກອັກຄະລັດຖະທູດສະຫະລັດຄົນກ່ອນ ທ່ານ ຣາວິກ ຮູໂຊ ກັບທ່ານ ສຸບັນ ສະລິດທິລາດ ຫົວໜ້າຄະນະກໍາມະການປາບປາມຢາເສບຕິດ ລາວ ຈັບມືກັນຫລັງຈາກເຊັນເອກະສານຂໍ້ຕົກລົງ ໃນປີ 2010 (ຮູບຈາກ ສະຖານທູດສະຫະລັດ)

ນອກຈາກນີ້ ອົງການຄວບຄຸມ
ຢາເສບຕິດ ແລະອາຊະຍາກໍາ
ຂອງສະຫະປະຊາຊາດຍັງໄດ້ລະ
ບຸອີກດ້ວຍວ່າ ລາວເປັນປະເທດ
ນຶ່ງທີ່ມີສະຖານະເປັນທັ້ງເຂດຜະ
ລິດ, ເຂດທາງຜ່ານ ແລະເຂດ
ຮອງຮັບຢາເສບຕິດອີກດ້ວຍຊຶ່ງ
ກໍຄື ໃນຂະນະທີ່ຍັງຄົງມີການລັກ
ລອບປູກ​ຝິ່ນ​ຢູ່​ໃນ​ເຂດ​ແຂວງ
ພາກເໜືອ​ນັ້ນ ການ​ລັກ​ລອບ
ປູກ​ຝິ່ນກໍຍັງເຮັດ​ໃຫ້​ ຍັງມີ​ຄົນ
ເສບ​ຢາຝິ່ນຢູ່​ເລື້ອຍມາແລະ​ລາວ
ກໍໄດ້ຕົກໄປເປັນ​ເຂດ​ທາງ​ຜ່ານ​
ຂອງການ​ລັກ​ລອບ​ຂົນ​ສົ່ງຢາ
​ເສບ​ຕິດ​ຈາກ​ເຂດ​ສາມຫລ່ຽມຄຳ ເພື່ອ​ສົ່ງ​ຕໍ່​ໄປ​ຍັງ​ຕ່າງປະເທດ ຫຼາຍຂຶ້ນ​ນັບ​ມື້​ອີກດ້ວຍ.

ຢ່າງ​ໃດ​ກໍຕາມ ກອ່ນໜ້າ​ນີ້ ​ທາງການ​ສະ​ຫະ​ລັດ ກໍໄດ້​ໃຫ້ການ​ຊ່ວຍ​ເຫຼືອ​ແກ່​ທາງ​ການ​ລາວ​ ຄິດ​ເປັນ​ມູນ​ຄ່າລວມ 650,000 ​ໂດ​ລາ ສໍາລັບ​ນຳ​ໃຊ້​ເຂົ້າ​ໃນ​ການ​ແກ້​ໄຂບັນຫາ​ຢາ​ເສບ​ຕິດ​ຢູ່​ໃນ​ລາວ ​ປະຈຳ​ປີ 2010 ​ໂດຍ​ໄດ້​ແບ່ງ​ການ​ຊ່ວຍ​ເຫຼືອອອກ​ເປັນ ​3 ສ່ວນ​ດ້ວຍ​ກັນ ​ຄື 200,000 ໂດ​ລາ ສໍາ​ລັບ​ສົ່ງ​ເສີມ​ການ​ປູກ​ພື​ດ​ຊະນິດ​ອື່ນໆ ​ເພື່ອ​ທົດ​ແທນ​ການ​ປູກ​ຝິ່ນ ​ແລະ 200,000 ໂດ​ລາ ສໍາລັບ​ການ​ບັງຄັບ​ໃຊ້​ກົດໝາຍ​ຕໍ່​ຜູ້​ກະທຳ​ຄວາມ​ຜິດ​ກ່ຽວ​ກັບ​ຢາເສບ​ຕິດ. ສ່ວນ​ອີກ 250,000 ໂດ​ລາ ທີ່​ເຫຼືອນັ້ນ ແມ່ນນຳ​ໃຊ້​ເພື່ອ​ການຫລຸດຜ່ອນ​ການ​ຊົມ​ໃຊ້​ຢາ​ເສບ​ຕິດ ​ໃນ​ກຸ່ມ​ປະຊາຊົນ​ລາວ.

XS
SM
MD
LG