ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວ​ຕຽມ ​ສະ​ເຫຼີມ​ສະ​ຫຼອງ​ໃຫຍ່ ​ເພື່ອ​ຮັບ​ຮອງ​ ໃຫ້ທົ່ງ​ໄຫ​ຫີນ ​ເປັນມໍ​ລະ​ດົກ​ໂລກ​


ທົ່ງ​ໄຫ​ຫີນ​ ​ແຂວງ​ຊຽງ​ຂວາງ
ທົ່ງ​ໄຫ​ຫີນ​ ​ແຂວງ​ຊຽງ​ຂວາງ

ທາງ​ການ​ລາວ​ຕຽມ​ການ​ສະ​ເຫຼີມ​ສະ​ຫຼອງ​ໃຫຍ່ ໃຫ້​ກັບ​ທົ່ງ​ໄຫ​ຫີນ ໂດຍ​ເຊື່ອ​ໝັ້ນວ່າ
ອົງ​ການ UNESCO ຈະ​ມີ​ມະ​ຕິ​ເພື່ອ​ຮັບ​ຮອງ​ໃຫ້​ເປັນມໍ​ລະ​ດົກ​ໂລກ​ແຫ່ງ​ທີ 3 ໃນ​ລາວ
ຢ່າງ​ເປັນ​ທາງ​ການ ໃນ​ກາງ​ປີ 2019 ນີ້ ​ຊົງຣິດ ​ໂພນ​ເງິນ ມີ​ລາຍ​ງານ​ຈາກ​ບາງກອກ.

ທ່ານ​ນາງ​ນວນ​ສີ ສິດ​ທະ​ວົງ ຮອງ​ຫົວ​ໜ້າ​ພະແນກ​ຖະ​ແຫຼງ​ຂ່າວ-ວັດ​ທະ​ນະ​ທຳ​ແລະ​
ທ່ອງ​ທ່ຽວ​ແຂວງ​ຊຽງ​ຂວາງ ຖະ​ແຫຼງ​ຢືນ​ຢັນ​ວ່າ​ "ເອກ​ກະ​ສານ​ສຳຄັນຕ່າງໆ ທີ່​ໃຊ້​
ປະ​ກອບ​ການ​ນຳ​ສະ​ເໜີເພື່ອ​ຂໍ​ສະ​ຖານ​ະ​ຂອງ​ການ​ເປັນ ມໍ​ລະ​ດົກ​ໂລກ​ໃຫ້​ແກ່
ທົ່ງ​ໄຫ​ຫີນ​ໃນ​ລາວ ໄດ້​ຍື່ນ​ຕໍ່​ອົງ​ການ UNESCO ຢ່າງ​ຄົບ​ຖ້ວນແລ້ວ ແລະ​ເຊື່ອ​ໝັ້ນ
​ວ່າ ຈະ​ໄດ້​ຮັບ​ການ​ຮັບ​ຮອງໃຫ້​ເປັນ​ມໍ​ລະ​ດົກ​ໂລກ​ທາງ​ປະ​ຫວັດ​ສາດ ໃນ​ໄວໆ​ນີ້
ໂດຍ​ພາກ​ສ່ວນ​ຮັບ​ຜິດ​ຊອບກໍ​ຈະ​ຈັດ​ການ​ສະ​ເຫຼີມ​ສະ​ຫຼອງ​ຢ່າງ​ຍິ່ງ​ໃຫຍ່ ເມື່ອ
UNESCO ໃຫ້ການ​ຢືນ​ຢັນຢ່າງ​ເປັນ​ທາງ​ການວ່າ ໄດ້​ມີ​ມະ​ຕິ​ຮັບ​ຮອງ​ໃຫ້​ທົ່ງ​ໄຫ​ຫີນ​
ເປັນມໍ​ລະ​ດົກ​ໂລກແລ້ວ​ນັ້ນ ດັ່ງ​ທີ່​ທ່ານ​ນາງ​ນວນ​ສີ ​ໄດ້​ໃຫ້​ການ​ຢືນ​ຢັນ​ວ່າ: “ຄວາ​ມ
ເຊື່ອໝັ້ນກ່ຽວ​ກັບ​ການ​ຮັບ​ຮອງ​ນີ້ພວກ​ເຮົາ​ກະ​ແມ່ນ​ຫຼາຍ​ສົມ​ຄວນ ເມື່ອໃດ​ເພິ່ນ​ຕອບ​
ມາ​ວ່າຮອບ​ຮອງ ແຂວງ​ພວກ​ເຮົາກໍ​ຈະ​ກະ​ກຽມ​ວ່າ ຈະ​ເຮັດ​ຊ່ຳ​ໃດ ສະ​ຫຼອງ​ແນວ​ໃດ
ປັບ​ປຸງ​ດ້ານ​ບຸກ​ຄະ​ລາ​ກອນ​ຂອງ​ໜ່ວຍ​ງານ​ມໍ​ລະ​ດົກ​ຂັ້ນ​ບ້ານ ​ຂັ້ນ​ເມືອງ ເພື່ອ​ວ່າ​ກຽມ​
ພ້ອມ​ຕົວ​ນີ້ ປັບ​ປຸງ​ສະ​ຖານ​ທີ່ການ​ປົກ​ປັກ​ຮັກ​ສາ ອະ​ນາ​ໄມ​ຕ່າງໆນັ້ນ ພວກ​ເຮົາ​ໄດ້​
ກຽມ​ໄວ້​ໝົດ​ແລ້ວ.​”

ກ່ອນ​ໜ້າ​ນີ້ ຄະ​ນະ​ຊ່ຽວ​ຊານ​ຂອງອົງ​ການ UNESCO ໄດ້​ເດີນ​ທາງ​ມາ​ເກັບ​ຂໍ້​ມູນ
ແລະ​ກວດ​ກາ​ຄວາມ​ພ້ອມ​ໃນ​ດ້ານ​ຕ່າງໆ​ຂອງທົ່ງ​ໄຫ​ຫີນເມື່ອ​ເດືອນ​ຕຸ​ລາ 2018
ຊຶ່ງ​ຖ້າ​ບໍ່​ມີ​ຂໍ້ຂັດ​ຂ້ອງ ກໍ​ເຊື່ອ​ວ່າອົງ​ການ UNESCO ​ຈະ​ຮັບ​ຮອງ ໃຫ້​ທົ່ງ​ໄຫ​ຫີນ
ໃຫ້​ເປັນ​ມໍ​ລະ​ດົກ​ໂລກ ທາງ​ປະ​ຫວັດ​ສາດ ໃນ​ກາງ​ປີ 2019 ນີ້.

ການ​ສະ​ເໜີ​ໃຫ້ອົງ​ການ UNESCO ພິ​ຈາ​ລະ​ນາເພື່ອ​ຮັບ​ຮອງ​ເອົາ​ທົ່ງ​ໄຫ​ຫີນ
ໃຫ້​ເປັນ​ມໍ​ລະ​ດົກ​ໂລກ ໄດ້​ເລື່ອນ​ມາ​ແລ້ວ​ຫຼາຍ​ຄັ້ງ ເພາະ​ວ່າ​ທາງ​ການ​ລາວ​ຍັງ​ຂາດ​
ການ​ສຶກ​ສາ ໃນ​ລາຍ​ລະ​ອຽດ​ແລະ​ກຳ​ນົດ​ແຜນ​ການ​ຄຸ້ມ​ຄອງ​ແລະ​ອະ​ນຸ​ລັກ​ເຂດ​
ທົ່ງ​ໄຫ​ຫີນ ທີ່​ຜ່ານ​ມາ​ກໍ​ຍັງ​ຈັດ​ຕັ້ງ​ປະ​ຕິ​ບັດບໍ່​ໄດ້​ຕາມ​ເງື່ອນ​ໄຂ ທີ່ອົງ​ການ UNESCO
ກຳນົດ​ໄວ້​ໃນ​ຫຼາຍ​ດ້ານ ​ເຊັ່ນ​ການ​ທີ່ໄຫ​ຫີນ ຈຳ​ນວນ​ຫຼາຍກວ່າ 2,000 ໜ່ວຍ ທີ່​ບໍ່​ໄດ້
​ຕັ້ງ​ຢູ່​ໃນ​ບໍ​ລິ​ເວນ​ດຽວ​ກັນ ເຮັດ​ໃຫ້​ຕ້ອງ​ໃຊ້​ເວລາ ໃນ​ການ​ເກັບ​ກູ້​ຂໍ້​ມູນ​ແລະ​ຂຶ້ນ​ທະ​ບຽນ
​ໄຫ​ຫີນທຸກ​ໜ່ວຍ​ ຢ່າງ​ຍາວ​ນານ ທັງ​ກໍ​ຍັງ​ຍາກ​ຕໍ່​ການ​ອະ​ນຸ​ລັກ​ແລະ​ປົກ​ປັກ​ຮັກ​ສາ
ໄດ້​ຢ່າງ​ທົ່ວ​ເຖິງ​ອີກ​ດ້ວຍ.

ແຕ່​ຢ່າງ​ໃດ​ກໍ​ຕາມ ເພື່ອ​ເຮັດ​ໃຫ້​ສະ​ດວກ ຕໍ່​ການ​ຄຸ້ມ​ຄອງ​ເຂດທົ່ງ​ໄຫ​ຫີນ​ດັ່ງ​ກ່າວ
ທາງ​ການ​ລາວ ກໍ​ໄດ້​ເລືອກ​ເອົາ ສະ​ເພາະ 11 ຈຸດ​ເທົ່າ​ນັ້ນ ທີ່​ໄດ້​ສະ​ເໜີຕໍ່ອົງ​ການ
UNESCO ເພື່ອ​ຮັບ​ຮອງໃຫ້​ເປັນ​ມໍ​ລະ​ດົກ​ໂລກ ໃນ​ໂອ​ກາດ​ທີ່​ຄະ​ນະ​ຊ່ຽວ​ຊານ
ຂອງອົງ​ການ UNESCO ເດີນ​ທາງ​ມາ​ກວດ​ກາທົ່ງ​ໄຫ​ຫີນ ໃນ​ເດືອນ​ຕຸ​ລາ 2018
ທີ່​ຜ່ານ​ມາ ໂດຍ​ໄຫ​ຫີນ ທັງ 11 ຈຸດ ດັ່ງ​ກ່າວ ຕັ້ງຢູ່​ໃນ​ເຂດ​ເມືອງ​ຄຳ ເມືອງ​ແປກ
ເມືອງ​ຜາ​ໄຊ ແລະ​ເມືອງ​ພູ​ກູດ ຊຶ່ງ​ມີ​ໄຫ​ຫີນ​ທີ່​ໄດ້​ຂຶ້ນ​ທະ​ບຽນ​ໄວ້​ແລ້ວ ຈຳ​ນວນ
999 ໜ່ວຍ.

ພ້ອມ​ກັນ​ນັ້ນ ທາງ​ການ​ລາວ​ຍັງ​ສະ​ເໜີ​ໃຫ້ ອົງ​ການ UNESCO ຮັບ​ຮອງເຂດ
​ປ່າ​ສະ​ຫງວນແຫ່ງ​ຊາດ ພູ​ຫີນ​ໜາມ​ໜໍ່​ໃນ​ແຂວງ​ຄຳ​ມ່ວນ ​ເປັນ​ມໍ​ລະ​ດົກ​ໂລກທາງ
​ທຳ​ມະ​ຊາດ​ອີກ​ດ້ວຍໂດຍ​ລັດ​ຖະ​ບານ​ຫວຽດ​ນາມໄດ້​ຈັດ​ສົ່ງ​ຄະ​ນະ​ຊ່ຽວ​ຊານ​ທີ່​ປະ​ສົບ​
ຄວາມ​ສຳ​ເລັດ ໃນ​ການສະ​ເໜີ​ໃຫ້ ອົງ​ການ UNESCO ຮັບຮອງ​ເອົາອຸດ​ທະ​ຍານ
​ແຫ່ງ​ຊາດ Phong Nha – Ke Bang ໃນ​ແຂວງກວາງ​ບິງ ເປັນ​ມໍ​ລະ​ດົກທາງ​ທຳ​ມະ
​ຊາດ ຢ່າງ​ເປັນ​ທາງ​ການ​ມາ​ແລ້ວເມື່ອ​ປີ 2003 ຈຶ່ງ​ເປັນ​ໂອ​ກາດ​ດີ​ສຳ​ລັບ ຄະ​ນະ​ຮັບ
​ຜິດ​ຊອບ​ຂອງ​ທາງ​ການ​ລາວ ຈະ​ໄດ້ຮັບ​ຖ່າຍ​ທອດ​ປະ​ສົບ​ການ​ຈາກ​ຄະ​ນະ​ຊ່ຽວ​ຊານ
ຂອງ​ຫວຽດ​ນາມ​ໂດຍ​ຕົງ ເພື່ອ​ນຳ​ສະ​ເໜີ​ເອກ​ກະສານ​ສຳ​ຄັນ​ຕ່າງ​ໆ ເຖິງ ອົງ​ການ
UNESCO ໃຫ້ໄດ້​ຢ່າງ​ຄົບ​ຖ້ວນ ໃນ​ຕົ້ນ​ປີ 2019 ນີ້ ເຊັ່ນ​ດຽວ​ກັບ​ການ​ນະ​ສະ​ເໜີ​ໃຫ້
ອົງ​ການ UNESCO ຮັບຮອງ​ເອົາລຳ​ວົງ​ລາວແລະຜ້າສິ້ນລາຍ​ນາກ​ຂອງລາວ ​
ເປັນ​ມໍ​ລະ​ດົກ​ທາງ​ນາມ​ມະ​ທຳ ຂອງ​ໂລກ​ອີກດ້ວຍ.

ສ່ວນອົງ​ການປົກ​ປັກ​ຮັກ​ສາ​ລະ​ບົບ​ນິ​ເວດ ປ່າ​ໄມ້ ແລະ​ຊີ​ວະ​ນາໆ​ພັນຂອງ​ລັດ​ຖະ​ບານ
ເຢຍ​ຣະ​ມັນ (GIZ) ລາຍ​ງານ​ວ່າ​ການ​ຊ່ອຍ​ເຫຼືອ​ລັດ​ຖະ​ບານ​ລາວ ໃນ​ການ​ກຽມ​ຄວາມ​
ພ້ອມໃນ​ການ​ນະ​ສະ​ເໜີ​ອົງ​ການ UNESCO ເພື່ອ​ໃຫ້ຮັບຮອງ​ເອົາເຂດພູ​ຫີນ​ໜາມ​ໜໍ່​
ໃຫ້ເປັນ​ມໍ​ລະ​ດົກ​ໂລກທາງ​ທຳ​ມະ​ຊາດ​ ໄດ້​ດຳ​ເນີນ​ການ ໃນ 3 ດ້ານ ເພື່ອ​ໃຫ້​ໄດ້​ມາດ​
ຕະ​ຖານ​ທີ່ ອົງ​ການ UNESCO ກຳນົດຄື​ແຜນ​ງານ​ດ້ານ​ການ​ຄຸ້ມ​ຄອງ ແຜນ​ງານ​ດ້ານ
​ເ​ທັກ​ນິກ ແລະ​ການ​ບໍ​ລິ​ຫານ​ງານ​ພາຍ​ໃນ ກົມມໍ​ລະ​ດົກຂອງ​ລາວ ໂດຍ​ການ​ດຳ​ເນີນ​ງານ
ໄດ້​ແລ້ວເສັດ ໃນທ້າຍ​ປີ 2018.

ປັດ​ຈຸ​ບັນ ລາວ​ມີ​ມໍ​ລະ​ດົກໂລກ 2 ແຫ່ງ ກໍ​ຄື ເມືອງ​ຫຼວງ​ພະ​ບາງ ແລະ​ຜາ​ສາດ​ວັດ​ພູ
ແຂວງ​ຈຳ​ປາ​ສັກ ສ່ວນ​ສຽງແຄນ​ລາວ ກໍ​ຖືກ​ຮັບ​ຮອງ ເປັນ​ມໍ​ລະ​ດົກ ທີ່​ຈັບ​ຕ້ອງ​ບໍ່​ໄດ້
ດ້ານ​ສຽງ​ເພງ​ຂອງ​ມະ​ນຸດຊາດ ແລະ​ມອບ​ໃບປະ​ກາດ​ໃຫ້​ທາງ​ການ​ລາວ ເມື່ອ​ເດືອນ​ມີ​ນາ
2018 ທີ່​ນະ​ຄອນ​ປາ​ຣີ ສ່ວນ​ລຳ​ວົງ​ລາວ ແລະ​ລາຍ​ນາກຂອງ​ສິ້ນໄໝ​ລາວ​ນັ້ນ ກໍ​ຄາດ
​ວ່າ​ອົງ​ການ UNESCO ຈະ​ຮັບ​ຮອງໃ​ຫ້​ເປັນ​ມໍ​ລະ​ດົກໂລ​ກ ໃນ​ປີ 2019 ດ້ວຍ​ເຊັ່ນ​ກັນ.

XS
SM
MD
LG