ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

ລັດ​ຖະ​ບານ​ລາວ ຈັດ​ຕັ້ງ​ປະ​ຕິ​ບັດ ​ລົບ​ລ້າງ ​ບ້ານ​ຍາກ​ຈົນ ໃນ​ທົ່ວ​ປະ​ເທດ


ຄວາມ​ຍາກ​ຈົນ​ຂອງ​ພວກ​ເດັກ​ນ້ອຍ​ໃນ​ລາວ
ຄວາມ​ຍາກ​ຈົນ​ຂອງ​ພວກ​ເດັກ​ນ້ອຍ​ໃນ​ລາວ

ລັດ​ຖະ​ບານ​ລາວລົບ​ລ້າງ​ບັນ​ຫາ​ຍາກ​ຈົນ​ໄດ້ 11,725 ຄອບ​ຄົວ ໃນ​ຊ່ວງ​ປີ 2016-2018 ຫາກ​ແຕ່​ຍັງ​ເຫຼືອ​ອີກ 64,993 ຄອບ​ຄົວ​ ທີ່ລັດ​ຖະ​ບານ​ລາວຈະ​ຕ້ອງລົບ​ລ້າງບັນ​ຫາ​ຍາກ​ຈົນ​ໃຫ້​ໄດ້​ຢ່າງ​ສິ້ນ​ເຊີງ ໃນ​ປີ 2020 ຊົງຣິດ ​ໂພນ​ເງິນ ​ມີ​ລາຍ​ງານ​ຈາກ​ບາງກອກ.

ເຈົ້າ​ໜ້າ​ທີ່​ຂັ້ນ​ສູງຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ເພື່ອ​ການ​ພັດ​ທະ​ນາ (UNDP) ປະ​ຈຳ​ລາວ ເປີດ​ເຜີຍ​ວ່າ​ໃນ​ໄລ​ຍະ 3 ປີ ຜ່ານ​ມາ ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ເພື່ອ​ລົບ​ລ້າ​ງ​ບັນ​ຫາ​ທຸກ​ຍາກ​ຂອງ​ປະ​ຊາ​ຊົນ​ລາວ​ຍັງ​ດຳ​ເນີນ​ໄປ​ຢ່າງ​ຊັກ​ຊ້າ ກໍ​ຄື​ສາ​ມາດ​ເຮັດ​ໃຫ້​ຄອບ​ຄົວ​ຍາກ​ຈົນ ຫຼຸດ​ລົງ​ບໍ່​ເຖິງ 12,000 ຄອບ​ຄົວຈຶ່ງ​ຍັງ​ເຫຼືອຄອບ​ຄົວ​ທຸກ​ຍາກ​ອີກ 65,000 ຄອບ​ຄົວ ​ຫຼື 5.34 ເປີ​ເຊັນ ຂອງ​ຈຳ​ນວນ​ຄອບ​ຄົວ​ທັງ​ໝົດ​ຂອງ​ລາວ​ ທີ່​ຈະ​ຕ້ອງລົບ​ລ້າງ​ບັນ​ຫາ​ຍາກ​ຈົນ​ໃຫ້​ໄດ້​ຕາມ​ເປົ້າ​ໝາຍ​ທີ່ລັດ​ຖະ​ບານ​ລາວ ວາງ​ໄວ້ ໃນ​ປີ 2020 ສ່ວນ​ບ້ານທຸກ​ຍາກ ກໍ​ຫຼຸດ​ລົງ ພຽງ 200 ບ້ານ​ເທົ່າ​ນັ້ນ ໃນ​ໄລ​ຍະ​ດຽວ​ກັນ ເຮັດ​ໃຫ້​ບ້ານ​ຍາກ​ຈົນ ຍັງ​ເຫຼືອ 1,536 ບ້ານເທົ່າ​ກັບ 18.73 ເປີ​ເຊັນ ຂອງ​ຈຳ​ນວນ​ບ້ານ​ທັງ​ໝົດ ໃນ​ປັດ​ຈະ​ບັນ.

ທາງ​ດ້ານ​ທ່ານ​ລຽນ ທິ​ແ​ກ້ວ ລັດ​ຖະ​ມົນ​ຕີ​ວ່າການ​ກະ​ຊວງ​ກະ​ສິ​ກຳ ແລະ​ປ່າ​ໄມ້ ຢືນ​ຢັນ ວ່າ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ໃນ​ຊ່ວງ​ປີ 2016-2018 ທີ່​ຜ່ານ​ມາ ລັດ​ຖະ​ບານ​ລາວ ສາ​ມາດ​ແກ້​ບັນ​ຫາຍາກ​ຈົນ​ຂອງ​ປະ​ຊາ​ຊົນ​ລາວ ​ໄດ້​ຈຳ​ນວນ 11,725 ຄອບ​ຄົວ ແລະ​ລົບ​ລ້າງ​ບັນ​ຫາ​ຍາກ​ຈົນ ໄດ້​ຢ່າງ​ສິ້ນ​ເຊີງ ໃນ 200 ບ້ານ.

ແຕ່​ຢ່າງ​ໃດ ກໍ​ຕາມ ຍັງ​ມີ​ຄອບ​ຄົວຍາກ​ຈົນ​ເຫຼືອ​ຢູ່ເຖິງ 64,993 ຄອບ​ຄົວ ແລະ​ບ້ານ​ທຸກ​ຍາກ​ອີກ​ຈຳ​ນວນ 1,536 ບ້ານ​ທີ່ລັດ​ຖະ​ບານ​ລາວ ຈະ​ຕ້ອງ​ດຳ​ເນີນ​ມາດ​ຕະ​ການ​ເພື່ອ​ລົບ​ລ້າງ​ບັນຫາ​ທຸກ​ຍາກ ໃຫ້​ໄດ້​ຢ່າງ​ສິ້ນ​ເຊີງ ຕາມ​ເປົ້າ​ໝາຍ​ທີ່​ວາງ​ໄວ້ ພາຍ​ໃນ​ປີ 2020 ຊຶ່ງ​ກໍ​ໝາຍ​ຄວາມ​ວ່າ ຍັງ​ມີ ເວ​ລາ​ເຫຼືອ​ຢູ່ ພຽງບໍ່​ເຖິງ 2 ປີ ເທົ່​ານັ້ນທີ່​ລັດ​ຖະ​ບານ​ລາວ ຈະ​ຕ້ອງ​ດຳ​ເນີນ​ມາດ​ຕະ​ການ​ຕ່າງໆ ເພື່ອ​ບັນ​ລຸ​ເປົ້າ​ໝາຍດັ່ງ​ກ່າວ ທ່ານ​ລຽນ ໄດ້​ຖະ​ແຫຼງ​ຢືນ​ຢັນ​ວ່າ “ສັງລວມ​ແລ້ວ ໄລ​ຍະ ​ແ​ຕ່​ປີ 2016-2018 ພວກ​ເຮົາ ໄດ້​ມີ​ຜົນ​ສຳ​ເລັດ​ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດຢູ່​ບັນ​ດາ​ຈຸດ​ສຸມ​ຕ່າງໆ ເຮັດ​ໃຫ້​ລະ​ບົບ​ການ​ເມືອງ​ຂັ້ນ​ຮາກ​ຖານ ທ້ອງ​ຖິ່ນ​ຕ່າງໆ ໄດ້​ຮັບ​ການ​ປັບ​ປຸງ​ເຂັ້ມ​ແຂງ​ຂຶ້ນ ພື້ນ​ຖານໂຄງ​ລ່າງ ໄດ້​ຮັບ​ການ​ປັບ​ປຸງ​ຍົກ​ລະ​ດັບມີ 11,725 ຄອບ​ຄົວ ໄດ້​ຫຼຸດ​ພົ້ນ​ອອກ​ຈາກຄອບ​ຄົວ​ທຸກ​ຍາກ​ຕື່ມ​ອີກ ຍັງ​ເຫຼືອ 64,993 ຄອບ​ຄົວ​ທຸກ​ຍາກ ກວມ​ເອົາ 5.34 ເປີ​ເຊັນ.”

ທາງດ້ານ ທ່ານ​ບຸນ​ປອນ ສີ​ສຸ​ລາດ ປະ​ທານ​ຄະ​ນະ​ກຳ​ມາ​ທິ​ການ​ເສດ​ຖະ​ກິດ ເທັກ​ໂນ​ໂລ​ຈີ ແລະ​ສິ່ງ​ແວດ​ລ້ອມ ສະ​ພາ​ແຫ່ງ​ຊາດ​ລາວ ຊຸດ​ທີ 8 ຢືນ​ຢັນ ວ່າ​ການກວດ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ແຜນ​ການ​ພັດ​ທະ​ນາເພື່ອ​ລົບ​ລ້າງ ບັນ​ຫາ​ຍາກ​ຈົນ​ຂອງ​ປະ​ຊາ​ຊົນ​ລາວ ບັນ​ດາ​ເຜົ່າ​ໃນ​ຊົນ​ນະ​ບົດ ໃນ​ໄລ​ຍະ​ທີ່​ຜ່ານ​ມາພົບ​ວ່າ ການ​ຈັດ​ຕັ້ງ​ປະ​ຕິ​ບັດ ຂອງ​ລັດ​ຖະ​ບານ​ລາວ ຍັງ​ມີ​ປະ​ສິດ​ຕິ​ພາບ​ຕ່ຳ ໃນ​ທຸກ​ດ້ານ ໂດຍ​ສະ​ເພາະ​ແມ່ນ​ບັນ​ຫາ​ດ້ອຍ​ປະ​ສິດ​ທິ​ພາບ​ຂອງ​ໜ່ວຍ​ງານ​ແລະ​ພະ​ນັກ​ງານ​ລັດ​ນັ້ນ ໄດ້​ເຮັດ​ໃຫ້​ການ​ຫຼຸດຜ່ອນ​ຄວາມ​ຍາກ​ຈົນຂອງ​ປະ​ຊາ​ຊົນ​ລາວ ດຳ​ເນີນ​ໄປ​ໄດ້​ຢ່າງ​ຊັກ​ຊ້າ​ທີ່​ສຸດ ທັງ​ຍັງ​ຂາດ​ເອ​ກກະ​ພາບ​ອີກ​ດ້ວຍ ດັ່ງ​ຈະ​ເຫັນ​ໄດ້​ຈາກ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ຂອງ​ລັດ​ຖະ​ບານ​ລາວ ໃນ​ປີ 2018 ບໍ່​ສາ​ມາດ​ບັນ​ລຸ​ຄາດ​ໝາຍ​ທີ່​ວາງ​ໄວ້ ໃນ​ເກືອບ​ທຸກ​ດ້ານ ເຊັ່ນ​ການ​ເຂົ້າ​ເຖິງ​ຫຼັກ​ປະ​ກັນ​ດ້ານ​ສຸ​ຂ​ພາບ​ຂອງ​ປະ​ຊາ​ຊົນ​ລາວ​ ສາ​ມາດ​ຈັດ​ຕັ້ງ​ປະ​ຕິ​ບັດ ໄດ້​ພຽງ 34.7 ເປີ​ເຊັນ ໃນ​ຂະ​ນະ​ທີ່​ເປົ້າ​ໝາຍ​ໄດ້​ວາງ​ເອົາ​ໄວ້​ເຖິງ 51 ເປີ​ເຊັນ ຂອງ​ຈຳ​ນວນ​ປະ​ຊາ​ກອນ​ລາວ​ທັງ​ປະ​ເທດ.

ສ່ວນຄະ​ນະ​ກຳ​ມະ​ການ​ນະ​ໂຍ​ບາຍການ​ພັດ​ທະ​ນາ​ຂອງ​ສະ​ພາ​ເສດ​ຖະ​ກິດ​ແລະ​ສັງ​ຄົມ
​ແຫ່ງ​ສະ​ຫະ​ປະ​ຊາ​ຊາດ ໄດ້​ຖະ​ແຫຼງ​ການ​ວ່າ ລັດ​ຖະ​ບານ​ລາວ​ສາ​ມາດ​ຈັດ​ຕັ້ງ​ປະ​ຕິ​ບັດ ໄດ້​ແລ້ວ 2 ໃນ 3 ເງື່ອນ​ໄຂ​ອັນ​ເປັນ​ເກນ​ມາດ​ຕະ​ຖານ​ຂອງ​ການ​ຫຼຸດ​ພົ້ນ​ອອກ​ຈາກ​ສະ​ຖາ​ນະ​ພາບ​ດ້ອຍພັດ​ທະ​ນາ ໂດຍ​ເມື່ອ​ປະ​ເມີນ​ຈາກ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ດັ່ງ​ກ່າວ ກໍ​ເຮັດ​ໃຫ້​ຄາດ​ໝາຍ​ໄດ້​ວ່າ ສ​ປ​ປ ລາວ ຈະ​ສາ​ມາດ​ຫຼຸດ​ພົ້ນ​ຈາ​ກສະພາບດ້ອຍ​ພັດ​ທະ​ນາ​ໄດ້​ໃນ​ປີ 2024.​

ໂດຍ​ ທັງ 2 ເງື່ອນ​ໄຂ​ທີ່​ລັດ​ຖະ​ບານ​ລາວ​ສາ​ມາດ​ຈັດ​ຕັ້ງ​ປະ​ຕິ​ບັດ ໄດ້​ແລ້ວ​ນັ້ນ ຄື​ເກນມາດ​ຕະ​ຖານຂັ້ນ​ຕ່ຳ ຂອງຍອດ​ລາຍ​ຮັບ​ແຫ່ງ​ຊາດ​ຕໍ່​ຫົວ​ຄົນ (GNI) ທີ່​ເກນ​ມາດ​ຕະ​ຖານ​ຂັ້ນ​ຕ່ຳ​ຂອງ​ສະ​ຫະ​ປະ​ຊາ​ຊາດກຳ​ນົດ ໄວ້​ທີ່​ລະ​ດັບ 1,242 ໂດ​ລາ ຕໍ່​ຄົນ ແຕ່​ລັດ​ຖະ​ບານ​ລາວ ກໍ​ສາ​ມາດ​ຈັດ​ຕັ້ງ​ປະ​ຕິ​ບັດ​ໄດ້​ແລ້ວທີ່​ລະ​ດັບ 1,996 ໂດ​ລາ ຕໍ່​ຄົນ ໃນ​ປີ 2015 ແລະ​ດັດ​ຊະ​ນີ​ຊັບ​ສິນ​ມະ​ນຸດ (HAI)ຊຶ່ງເກນ​ມາດ​ຕະ​ຖານ​ຂອງ​ສະ​ຫະ​ປະ​ຊາ​ຊາດ ໄດ້​ກຳ​ນົດ ໄວ້ທີ່​ອັດ​ຕາ​ສະ​ເລ່ຍ 66 ເປີ​ເຊັນ ລັດ​ຖະ​ບານ​ລາວ ກໍ​ສາ​ມາດ​ຈັດ​ຕັ້ງ​ປະ​ຈິ​ບັດໄດ້​ແລ້ວ ທີ່​ອັດ​ຕາ​ສະ​ເລ່ຍ 72.8 ເປີ​ເຊັນ ໃນ​ປີ 2015 ຈຶງ​ເຫຼືອ​ພຽງ​ດັດ​ຊະ​ນີ ຄວາມ​ອ່ອນ​ໄຫວ ທາງ​ເສດ​ຖະ​ກິດ (EVI) ເທົ່າ​ນັ້ນ ທີ່​ມາດ​ຕະ​ຖານ​ສະ​ຫະ​ປະ​ຊາ​ຊາດ​ກຳ​ນົດ ໄວ້​ທີ່​ລະ​ດັບ​ຕ່ຳ​ກວ່າ 32 ເປີ​ເຊັນ ແຕ່​ລັດ​ຖະ​ບານ​ລາວ ​ຍັງ​ສາ​ມາດ​ຈັດ​ຕັ້ງ​ປະ​ຕິ​ບັດ ໄດ້​ພຽງ 33.7 ເປີ​ເຊັນ ເທົ່າ​ນັ້ນ.

XS
SM
MD
LG