ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ປະ​ຊາ​ຊົນ​ລາວ ຜູ້​ຍາກ​ຈົນ ບໍ່​ມີ​ໂອ​ກາດ​ເຂົ້າ​ເຖິງ ​ຂະ​ບວນ​ການ​ຍຸ​ຕິ​ທຳ ໄດ້​ຢ່າງ​ແທ້​ຈິງ


ສານ​ປະ​ຊາ​ຊົນສູງ​ສຸດ
ສານ​ປະ​ຊາ​ຊົນສູງ​ສຸດ

ປະ​ຊາ​ຊົນ​ລາວ ທີ່​ຍາກ​ຈົນ​ຍັງ​ບໍ່​ມີ​ໂອ​ກາດ​ເຂົ້າ​ເຖິງ ຂະ​ບວນ​ການຍຸ​ຕິ​ທຳ​ຢ່າງ​ແທ້​ຈິງ
ເພາະ​ມີ​ຄ່າ​ໃຊ້​ຈ່າຍ​ສູງ​ເກີນ​ຄວາມ​ສາ​ມາດ​ຂອງ​ພວກ​ເຂົາ​ເຈົ້າ ທັງ​ຍັງ​ບໍ່​ໄດ້​ຮັບ​ການ
​ຊ່ອຍ​ເຫຼືອ​ໃດໆ ຈາກ​ລັດ​ຖະ​ບານ​ລາວ ຊົງຣິດ ​ໂພນ​ເງິນ ມີ​ລາຍ​ງານ​ຈາກ​ບາງກອກ.

ເຈົ້າ​ໜ້າ​ທີ່ຂັ້ນ​ສູງ​ໃນ​ສະ​ພາ​ແຫ່ງ​ຊາດ​ລາວ ເປີດ​ເຜີຍ​ວ່າ ບັນ​ຫາ​ນຶ່ງ​ທີ່​ປະ​ຊາ​ຊົນ​ລ​າວ
​ຈຳ​ນວນ​ຫຼາຍ​ໄດ້​ໂທ​ລະ​ສັບ​ສາຍ​ຕົງ​ເຖິງ​ສະ​ພາແຫ່ງ​ຊາດ​ລາວ ເພື່ອ​ຂໍ​ໃຫ້​ດຳ​ເນີນ
ມາດ​ຕະ​ການ​ແກ້ໄຂ​ຢ່າງ​ຮີບ​ດ່ວນ ກໍ​ຄື ຄວາມ​ສະ​ເໝີ​ພາບ​ຂອງ​ປະ​ຊາ​ຊົນ ໃນ​ການ
​ເຂົ້າ​ເຖິງ​ຂະ​ບວນການ​ຍຸ​ຕິ​ທຳ ຢ່າງ​ແທ້​ຈິງ ​ເພາະ​ວ່າການ​ຈັດ​ຕັ້ງ​ປະ​ຕິ​ບັດ​ຕົວ​ຈິງ ຍັງ​ມີ
​ລັກ​ສະ​ນະ​ທີ່​ບໍ່​ສະ​ເໝີ​ພາບ​ກັນ ລະຫວ່າງຄົນ​ທຸກ​ກັບ​ຄົນ​ຮັ່ງ ໂດຍ​ສະ​ເພາະ​ແມ່ນ​
ໃນ​ຄະ​ດີ​ຄວາມ​ທີ່​ຂັບ​ແຍ້ງ​ລະ​ວ່າງຄົນ​ທຸກ​ ກັບ​ຄົນ​ຮັ່ງນັ້ນ ກໍ​ຈະ​ສິ້ນ​ສຸດ​ລົງ ​ດ້ວຍ​ຄົນ​ຮັ່ງ
ທີ່​ເປັນ​ຝ່າຍ​ທີ່​ຊະ​ນະ​ຄະ​ດີ​ຄວາມ​ເປັນ​ສ່ວນ​ໃຫຍ່ ເນື່ອງ​ຈາກວ່າ ປະ​ຊາ​ຊົນ​ທີ່​ທຸກ​ຍາກ​ນັ້ນ
ຍ່ອມ​ບໍ່​ມີ​ທຶນ​ຊັບ ສຳ​ລັບ​ນຳ​ໃຊ້ ໃນ​ການ​ດຳ​ເນີນ​ຄະ​ດີ ໃນ​ຊັ້ນສານ​ນັ້ນ​ເອງ ດັ່ງ​ທີ່​ເຈົ້າ​ໜ້າ
​ທີ່ ຂັ້ນ​ສູງ​ໃນ​ສະ​ພາ​ແຫ່ງ​ຊາດ​ລາວ ຢືນ​ຢັນ​ວ່າ“ປະ​ຊາ​ຊົນຜູ້​ຢູ່​ຫ່າງ​ໄກ​ສອກ​ຫຼີກ
ຢາ​ກ​ເຂົ້າ​ເຖິງ​ຂະ​ບວນ​ການ​ຍຸ​ຕິ​ທຳ​ນີ້ແຕ່​ວ່າ ເຂົ້າ​ບໍ່​ເຖິງ​ຍ້ອນ​ມີ​ກຳ​ແພງ​ເລື້ອງ​ຄ່າ​ໃຊ້​
ຈ່າຍ ຄ່າ​ວາງ​ສານ ຄ່າ​ດຳ​ເນີນ​ຄະ​ດີ ຄ່າ​ອາ​ກອນ​ຂອງ​ລັດ ຄ່າ​ຈ້າງ​ທະ​ນາຍ ຄ່າ​ຈ້າງ
​ທີ່​ປຶກ​ສາ ປະ​ຊາ​ຊົນ​ຂາຍ​ໄກ່​ໂຕ​ນຶ່ງ​ກິ​ໂລກ​ນຶ່ງ ຈະ​ໄດ້​ປະ​ມານ​ສີ່​ສິບ​ພັນ​ກີບ ແຕ່​ຫຼາຍ
ກວ່າ​ນັ້ນ ເອົາ​ມາ​ແຕ່​ໃສ ບໍ່​ສາ​ມາດ​ເຂົ້າ​ເຖິງ ຈັ່ງ​ຊັ້ນ​ພວກ​ເຂົາ​ເຈົ້າ ໄດ້​ຮັບ​ຄວາມ
​ອັບ​ປະ
ໂຫຍດ ແລະ​ບໍ່​ໄດ້​ຮັບ​ຄວາມ​ເປັນ​ທຳ.”

ສ່ວນ​ທ່ານ​ຈະ​ເລີນ ເຍີຍ​ປາວ​ເຮີ ໂຄ​ສົກ​ລັດ​ຖະ​ບານ ຢືນ​ຢັນ​ວ່າ ທ່ານ​ທອງ​ລຸນ ສີ​ສຸ​ລິດ
ນາ​ຍົກ​ລັດ​ຖະ​ມົນ​ຕີ​ ໄດ້​ມີ​ຄຳ​ສັ່ງ​ເຖິງ​ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງເພື່ອ​ໃຫ້​ເລັ່ງການ​ບັງ​ຄັບ​
ຄະ​ດີ​ຕາມ​ການ​ຕັດ​ສິນ​ຂອງ​ສານ​ປະ​ຊາ​ຊົນ ເພື່ອ​ເຮັດ​ໃຫ້​ປະ​ຊາ​ຊົນ​ມີ​ສັດ​ທາ ຕໍ່​ຂະ​ບວນ​
ການ​ຍຸ​ຕິ​ທຳ​ຂອງ​ລາວ ເນື່ອງ​ຈາກ​ປາ​ກົດ​ວ່າ ມີ​ຫຼາຍກວ່າ 29,000 ຄະ​ດີ ​ທີ່​ສານ​ໄດ້
ຕັດ​ສິນໄປ​ແລ້ວ ຫາກ​ແຕ່​ຍັງ​ບໍ່​ມີ​ການ​ບັງ​ຄັບ​ຄະ​ດີ​ໃຫ້​ເປັນ​ໄປ​ຕາມ​ການ​ຕັດ​ສິນ​ຂອງ​ສານ
ແຕ່ຢ່າງ​ໃດ ຊຶ່ງ​ຖ້າ​ຫາກວ່າ ມີ​ການ​ແກ່​ຍາວ ໂດຍ​ບໍ່​ໄດ້​ມີ​ການ​ບັງ​ຄັບຄະ​ດີເກີດ​ຂຶ້ນ​ຈິງ
ກໍ​ຍ່ອມ​ທີ່ຈະສົ່ງ​ຜົນ​ກະ​ທົບ​ເຮັດ​ໃຫ້​ປະ​ຊາ​ຊົນ​ເສື່ອມ​ສັດ​ທາ ຕໍ່​ລະ​ບົບ​ສານ​ຍຸ​ຕິ​ທຳ​ຂອງ
​ລາວ ໄດ້​ເຊັ່ນ​ກັນ ດັ່ງ​ທີ່ ທ່ານ​ຈະ​ເລີນ ໄດ້​ຖະ​ແຫຼງ​ຢືນ​ຢັນ​ວ່າ “ທ່ານ​ນາ​ຍົກ ລັດ​ຖະ​ມົນ​ຕີ
ກະ​ໄດ້​ເນັ້ນໜັກ​ໃຫ້​ຊອກ​ຫາ​ວິ​ທີ​ການ ມາດ​ຕະ​ການ ຈັດ​ຕັ້ງ​ປະ​ຕິ​ບັດ​ຄຳ​ຕັດ​ສິນ​ຂອງ​
ສານ​ທີ່​ມີ​ຜົນສັກ​ສິດ​ທາງ​ດ້ານ​ກົດ​ໝາຍ​ແລ້ວ​ນັ້ນ ໃຫ້​ເຂັ້ມ​ງວດ​ແລະ​ມີ​ຜົນ​ສັກ​ສິດ
ມີ​ປະ​ສິດ​ທິ​ຜົນ ໃນຂໍ້​ນີ້ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເພິ່ນ​ກະ​ໄດ້​ເນັ້ນ​ໜັກ​ວ່າ​ປັດ​ຈຸ​ບັນ​ນີ້
ມີ​ຄະ​ດີ​ທີ່​ສານ​ປະ​ຊາ​ຊົນ​ຕັດ​ສິນ​ທີ່​ມີ​ຜົນ​ສັກ​ສິດ​ທາງ​ດ້ານ​ກົດ​ໝາຍ​ນັ້ນ​ເຖິງ 29,000
ກວ່າ​ເລື້ອງ​ທີ່​ຍັງ​ຄ້າງ​ປະ​ຕິ​ບັດ ແລະ​ປະ​ຕິ​ບັດ​ໄດ້​ຍາກ.”

ທາງດ້ານ​ສານ​ປະ​ຊາ​ຊົນ​ສູງ​ສຸດ ລາຍ​ງານ​ວ່າ ສະ​ເພາະ​ຢູ່​ຊັ້ນ​ສານ​ປະ​ຊາ​ຊົນ​ສູງ​ສຸດ​
ໄດ້​ມີ​ຄຳ​ຕັດ​ສິນຄະ​ດີ​ຢ່າງ​ເດັດ​ຂາດ​ແລ້ວ 24,430 ຄະ​ດີ ໃນ​ປີ 2017 ຫາ 2018 ຜ່ານ​ມາ
ຊຶ່ງ​ໃນ​ນີ້ ແບ່ງ​ເປັນ​ຄະ​ດີ​ອາ​ຍາ 19,617 ຄະ​ດີ ແລະ​ຄະ​ດີ​ແພ່ງ 4,813 ຄະ​ດີ ໂດຍ​ຄະ​ດີ​
ທັງ​ໝົດ ຍັງ​ຢູ່​ໃນ​ຂັ້ນ​ບັງ​ຄັບ​ຄະ​ດີ ທີ່​ເປັນ​ຄວາມ​ຮັບ​ຜິດ​ຊອ​ບ​ຂອງ​ໄອ​ຍະ​ການ​ປະ​ຊາ​ຊົນ​
ລາວ ໃນ​ທົ່ວ​ປະ​ເທດ.

ສ່ວນ​ອົງ​ການ Human Right Watch ລາຍ​ງານ​ວ່າ ການ​ບັງ​ຄັບ​ໃຊ້​ກົດ​ໝາຍໃນ
​ໜ່ວຍງ​ານ​ຕ່າງໆ​ຂອງ​ລັດ​ຖະ​ບານ​ລາວ ທັງ​ໃນ​ຂັ້ນ​ສູນ​ກາງ​ແລະ​ໃນ​ທ້ອງຖິ່ນ ຍັງ​ເກີດ​
ບັນ​ຫາຊັກ​ຊ້າ ແລະ​ບໍ່​ມີ​ປະ​ສິດ​ທິ​ພາບ​ໃນ​ທົ່ວ​ປະ​ເທດ ທັງ​ຍັງ​ປາ​ກົດ​ວ່າ ໄດ້​ມີ​ການ
​ບັງ​ຄັບ​ໃຊ້​ກົດ​ໝາຍ​ເກົ່າ ທີ່​ຖືກ​ແທນ​ທີ່​ໂດຍ​ກົດ​ໝາຍ​ໃໝ່ແລ້ວ​ ພາຍ​ໃຕ້​ສະ​ພາບ​ການ​
ດັ່ງ​ກ່າວ ຍັງເຮັດ​ໃຫ້​ມີ​ການ​ເລືອກ​ປະ​ຕິ​ບັດ​ກົດ​ໝາຍ​ຕໍ່​ປະ​ຊາ​ຊົນ​ທີ່​ຂັດ​ແຍ້ງ​ກັບ​ພະ​ນັກ
​ງານ​ລັດ ​ກ່ຽວ​ກັບ​ຜົນ​ປະ​ໂຫຍດ​ໃນ​ທີ່ດິນ​ທີ່​ຖືກ​ບັງ​ຄັບ​ເວນ​ຄືນ​ຢ່າງ​ບໍ່​ຍຸ​ຕິ​ທຳ​ອີກ​ດ້ວຍ.

ທາງດ້ານ​ອົງ​ການ USAID ຂອງ​ສະ​ຫະ​ລັດ​ອາ​ເມ​ຣິ​ກາ ກໍ​ໄດ້​ໃຫ້​ການ​ຊ່ອຍ​ເຫຼືອ​ລັດ​ຖະ
​ບານ​ລາວ​ເພື່ອ​ພັດ​ທະ​ນາ​ໂຄງ​ຂ່າຍການ​ເຜີຍ​ແຜ່​ລະ​ບຽບ​ກົດ​ໝາຍ​ຕ່າງໆ​ດ້ວຍ Appli-
cation ໃນ​ລະ​ບົບໂທ​ລະ​ສັບ​ມື​ຖື​ທີ່​ທັນ​ສະ​ໄໝ ເພື່ອ​ເຮັດ​ໃຫ້​ປະ​ຊາ​ຊົນ​ລາວ​ສາ​ມາດ​
ເຂົ້າ​ເຖິງ ແລະ​ໄດ້​ຮັບ​ຂ່າວ​ສານ​ດ້ານລະ​ບຽບ​ກົດ​ໝາຍ​ຕ່າງໆ ຂອງ​ລັດ​ຖະ​ບານ​ໄດ້​ຢ່າງ​
ເທົ່າ​ທັນ ກັບ​ສະ​ພາບ​ການ ທັງ​ຍັງ​ໄດ້​ພັດ​ທະ​ນາ​ລະ​ບົບ​ທີ່​ສາ​ມາດ​ເຊື່ອມ​ໂຍງ​ເຂົ້າ​ກັບ​
ຕະ​ຫຼາດ​ໂລກ ຢ່າງ​ມີ​ປະ​ສິດ​ທິ​ພາບ ເພື່ອ​ເຮັດ​ໃຫ້​ນັກ​ທຸ​ລະ​ກິດ​ລາວ​ແລະ​ຕ່າງ​ຊາດ​ສາ​ມາດ
​ເຂົ້າ​ເຖິງ​ນິ​ຕິ​ກຳ​ຕ່າງໆ ໃນ​ລາວ​ຢ່າງ​ສະ​ດວກວ່ອງ​ໄວ ແລະ​ສາ​ມາດ​ປະ​ກອບ​ຄວາມ​ເຫັນ
ຕໍ່​ນິ​ຕິ​ກຳ​ຕ່າງໆ ໄດ້​ດ້ວຍ.

XS
SM
MD
LG