ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ເຈົ້າ​ໜ້າ​ທີ່​​ລາວ ​ເວົ້າ​ວ່າ ຈະ​ບໍ່​ມີ​ການຮັບ ​ສິນ​ບົນ​ ໃນ​ການ​ອອກ​ ເອ​ກະ​ສານ​ສິດທິ ເລື້ອງ​ທີ່​ດິນ​ ໃນ​​ນະ​ຄອນ​ ວຽງ​ຈັນ ອີກ​.


ພິ​ທີ​ມອບ​ໃບ​ຕາ​ດິນ​ໃຫ້​ແກ່​ປະ​ຊາ​ຊົນ​ຢູ່​ບ້ານ​ນຶ່ງ ໃນລາວ
ພິ​ທີ​ມອບ​ໃບ​ຕາ​ດິນ​ໃຫ້​ແກ່​ປະ​ຊາ​ຊົນ​ຢູ່​ບ້ານ​ນຶ່ງ ໃນລາວ

ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຂອງ​ລາວ​ຢືນ​ຢັນ​ວ່າ ຈະ​ບໍ່​ມີ​ການ​ຮັບ​ສິນ​ບົນ​ໃນ​ການ​ອອກ​ເອ​ກະ
​ສານ​ສິດ​ທິ​ຕ່າງໆ ກ່ຽວ​ກັບ​ທີ່​ດິນ​ໃນ​ເຂດ​ນະ​ຄອນ​ວຽງ​ຈັນອີກ​ຕໍ່​ໄປ ດ້ວຍລະ​ບົບ
​ໃຫ້​ບໍ​ລິ​ການ​ດ້ວຍ​ປະ​ຕູ​ດຽວ ທີ່​ໂປ່ງ​ໃສ.

ທ່ານ​ບຸນ​ທຳ ພຸດ​ທະ​ວົງ​ສາ ຫົວ​ໜ້າ​ພະ​ແນກ​ຊັບ​ພະ​ຍາ​ກອນທຳ​ມະ​ຊາດ ແລະ​ສິ່ງແວດ​
ລ້ອມ​ຂອງ​ເຂດ​ນະ​ຄອນ​ວຽງ​ຈັນໃຫ້​ການ​ຢືນ​ຢັນ​ວ່າ ຫ້ອງວ່າ​ການ​ກະ​ຊວງ​ຊັບ​ພະ​ຍາ​ກອນ
​ທຳ​ມະ​ຊາດ ແລະ​ສິ່ງ​ແວດ​ລ້ອມ ໄດ້​ມີ​ຄຳ​ສັ່ງ​ເຖິງ​ບັນ​ດາ​ຫົວ​ໜ້າ​ຫ້ອງ​ການ ແລະ​ພະ​ແນກ
​ຊັບ​ພະ​ຍາ​ກອນ ແລະ​ສິ່ງ​ແວດ​ລ້ອມ​ທົ່ວ​ປະ​ເທດ ເພື່ອ​ໃຫ້​ປັບ​ປຸງ​ລະ​ບົບ​ໃຫ້​ການ​ບໍ​ລິ​ການ
ກ່ຽວ​ກັບ​ການ​ອະ​ນຸ​ຍາດ ຫລື​ການ​ອອກ​ເອກະ​ສານສິ​ດ​ທິ​ຕ່າງໆ ທີ່​ກ່ຽວ​ຂ້ອງ​ກັບ​ດິນໃຫ້​ມີ
​ຄວາມ​ໂປ່ງ​ໃສຢ່າງ​ແທ້​ຈິງ ເພາະ​ວ່າ ໃນ​ໄລ​ຍະ​ຜ່ານ​ມາ ໄດ້​ມີ​ຫາງ​ສຽງ​ຈາກ​ສັງ​ຄົມຢ່າງ​
ກ​ວ້າງ​ຂວາງ ວ່າ​ໄດ້​ມີ​ການ​ຮຽກ​ ແລະ​ຮັບ​ເອົາ​ສິນ​ບົນ​ຈາກ​ປະ​ຊາ​ຊົນ ແລະ​ບໍ​ລິ​ສັດ​ເອ​ກະ​
ຊົນຕ່າງໆ ທີ່​ມາ​ຕິດ​ຕໍ່​ພົວ​ພັນ​ກັບ​ຫ້ອງ​ການ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ ແລະ​ສິ່ງ​ແວດ​
ລ້ອມ ທັງ​ໃນ​ລະ​ດັບ​ສູນ​ກາງ ແລະ​ທ້ອງ​ຖິ່ນນັ້ນ ຊຶ່ງ​ຕໍ່​ບັນ​ຫາ​ດັ່ງ​ກ່າວນີ້ ສຳ​ລັບ​ໃນ​ເຂດ
​ນະ​ຄອນ​ຫລວງວຽງ​ຈັນ ກໍ​ໄດ້​ມີ​ການ​ປັບ​ປຸງແກ້​ໄຂ​ແລ້ວ ໂດຍ​ຈະ​ບໍ່ການ​ຮຽກ ແລະຮັບ
​ເອົາ​ສິນ​ບົນ​ອີກ​ຕໍ່​ໄປ ດັ່ງ​ທີ່ ທ່ານ ບຸນ​ທຳ ຢືນ​ຢັນ​ວ່າ

“ດຽວນີ້​ພວກ​ເຮົາໄດ້​ດຳ​ເນີນ​ການ​ບໍ​ລິ​ການ​ຜ່ານ​ປະ​ຕູ​ດຽວ​ແລ້ວ ຈະ​ເປັນ​ປະ​ຊາ​ຊົນ
ຈະ​ເປັນ​ທະ​ຫານ ຕຳ​ຫລວດ ເປັນພະ​ນັກ​ງານ​ຢູ່​ໃສ​ກໍ​ແລ້ວ​ແຕ່ ມາ​ພົວ​ພັນ​ພະ​ແນກ
​ຊັບ​ພະ​ຍາ​ກອນ ຕ້ອງ​ຕາມ​ລຳ​ດັ​ບຄີວ ບໍ່​ມີ​ເຊັນ​ລັດ​ຄີວ, ແຊງ​ຄີວ, ບໍ່​ວ່າ ຈະ​ມີ​ເອື້ອ​
ສິນ​ນ້ຳ​ໃຈ​ມາ​ແລ້ວ​ເຊັນ​ກ່ອນ ຜູ້ບໍ່​ມີ​ສິນ​ນ້ຳ​ໃຈບໍ່​ເຊັນ ບໍ່​ມີ​ແລ້ວ ຈະ​ເປັນ​ການ​ຂຶ້ນ​ທະ​
ບຽນ​ທີ່​ດິນ​ໃໝ່ ຕອນ​ດິນ​ໃໝ່ ຫລື​ໂອນ​ສິດ​ທິ ຊື້-ຂາຍ ຫລື​ວ່າແບ່ງ​ແຍກ ໂອນ​ຈຳ​
ນອງ ຈຳ​ນຳ ຫລື​ ອີ່​ຫຍັງ​ກໍ​ແລ້ວ​ແຕ່ ໃ​ຫ້​ກຳ​ນົດ​ວ່າ ມັນ​ມີ​ຈັກ​ຂອດ​ບໍ​ລິ​ການ ເຈົ້າ​ຈະ
​ໃຊ້​ເວ​ລາ​ຈັກ​ມື້ ແລ້ວ​ພວກ​ເຮົາ​ຈະ​ເຜີຍ​ແຜ່​ອອກ​ໂທ​ລະ​ພາບ ແລ້ວ​ກະ​ຈະ​ໂຊ​ຢູ່​ຕໍ່
​ໜ້າບ່ອນ​ບໍ​ລິ​ການ.”

ທາງ​ດ້ານ​ທ່ານ​ລິນ​ຄຳ ດວງ​ສະ​ຫວັນ ຮອງ​ຫົວ​ໜ້າ​ພະ​ແນກ​ກະ​ສິ​ກຳ ແລະ​ປ່າ​ໄມ້ນະ​ຄອນ​ວຽງ​ຈັນ ຢືນ​ຢັນ​ວ່າ ພື້ນ​ທີ່​ກະ​ສິ​ກຳ​ໃນ​ເຂດ​ນະ​ຄອນ​ວຽງ​ຈັນໄດ້​ຫລຸດ​ລົງ ຢ່າງ​ຕໍ່​ເນື່ອງ​ໃນ​ໄລ​ຍະ 10 ປີ ມານີ້ ໂດຍ​ມີ​ສາ​ເຫດມາຈາກ​ການ​ຫັນປ່ຽນທີ່​ດິນ​ໄປ​ນຳ​ໃຊ້ໃນ​ພາກ​ການ​ຜະ​ລິດ​ອື່ນ​ຫລາຍ​ຂຶ້ນ ເຊັ່ນ​ເຂດ​ເສດ​ຖະ​ກິດ ພິ​ເສດ ແລະ​ເຂດ​ເສດ​ຖະ​ກິດ​ສະ​ເພາະ ລວມ​ເຖິງ​ກາ​ນ​ຂະ​ຫຍາຍ​ຕົວ​ເມືອງ​ເພື່ອ​ພັດ​ທະ​ນາໃຫ້​ເປັນ​ເຂດ​ທີ່​ຢູ່​ອາ​ໄສ ສຳ​ລັບ​ຮັບ​ຮອງ​ຈຳ​ນວນ​ປະ​ຊາ​ກອນ​ທີ່​ເພີ້ມ​ຂຶ້ນ​ນັບ​ມື້​ອີກ​ດ້ວຍ.

ໂດຍ​ທີ່​ເຫັນ​ໄດ້​ຢ່າງ​ຊັດ​ເຈນ​ກໍ​ຄື​ພື້ນ​ທີ່​ປູກ​ເຂົ້າ​ໃນເຂດ​ນະຄອນ​ວຽງ​ຈັນ​ໄດ້ ຫ​ລຸດ​ລົງ​ຈາກ
72,160 ​ເຮັກຕາ​ໃນ​ປີ 2016 ​ເປັນ 71,990 ​ເຮັກຕາ​ໃນ​ປີ 2017 ​ແລະ​ຍັງ​ຈະຫລຸດລົງອີກ
​ຢ່າງ​ຕໍ່​ເນື່ອງ ຫາ​ກ​ແຕ່​ທາງ​ການ​ລາວ ​ກໍ​ໝັ້ນ​ໃຈ​ວ່າ ຈະ​ບໍ່​ສົ່ງ​ຜົນ​ກະທົບ​ຕໍ່​ຜົນ​ຜະລິດ​ເຂົ້າ
​ເພື່ອການ​ບໍລິ​ໂພ​ກຢ່າງ​ພຽງພໍ​ ໃນ​ເຂດ​ນະຄອນວຽງ​ຈັນ ຢ່າງ​ແນ່ນອນ ເນື່ອງ​ຈາກ​ຜົນ​ຜະ
ລິດ​ເຂົ້າ​ໃນ​ປັດຈຸບັນ​ຍັງ​ເກີນ​ລະດັບ​ການ​ບໍລິ​ໂພ​ກ ຄິດ​ເປັນ​ປະລິມານລວມ​ຖິງ 91,700
​ໂຕນ​ ທີ່​ໄດ້​ສົ່ງ​ໄປ​ຂາຍ​ໃນ​ຕ່າງ​ແຂວງ ​ແລະ​ທີ່​ສຳຄັນ​ກໍ​ຄື ​ທາງ​ການ​ລາວ​ຍັງ​ໄດ້​ແນ​ໃສ່​ໃຫ້
ການ​ສົ່ງ​ເສີມ​ການ​ຜະລິດ​ກະ​ສິກຳ​ປອດ​ສານ​ພິດ ຫຼືກະ​ສິກຳ​ສະອາດ​ອີກ​ດ້ວຍ.

​ໂດຍ​ເປົ້າ​ໝາຍ​ທີ່ສຳຄັນ​ຂອງ​ການຈັດ​ຕັ້ງ​ປະ​ຕິ​ບັດນັບ​ຈາກ​ປັດຈຸບັນ​ໄປ​ເຖິງ​ປີ 2020
ກໍ​ຄື​ການນຳ​ໃຊ້​ເຄື່ອງກົນ​ຈັກທີ່​ທັນ​ສະ​ໄໝເພີ້​ມ​ເຂົ້າ​ໃນ​ການ​ຜະລິດ​ກະ​ສິ​ກຳ​ເພີ້ມ​ຂຶ້ນ​
ເ​ພື່ອ​ຫລຸດຈຳ​ນວນແຮງ​ງານ​ໃນພາກ​ກະ​ສິ​ກຳ​ໃຫ້​ໄດ້​ປີ​ລະ 10 ​ເປີ​ເຊັນ ຊຶ່ງ​ກໍ​ຈະ​ເປັນ​
ຜົນ​ເຮັດໃຫ້ກຳລັງ​ແຮງ​ງານ​ໃນ​ພາກ​ກະ​ສິ​ກໍາ ໃນ​ນະຄອນ​ວຽງຈັນຫລຸດ​ລົງ​ລະຫວ່າງ
40 ຫາ 50 ເປີ​ເຊັນ ຂອງ​ກຳລັງ​ແຮງ​ງານ​ທັງ​ໝົ​ດ​ພາຍໃນ​ປີ 2020 ດັ່ງກ່າວ.

ແຕ່​ຢ່າງ​ໃດ​ກໍ​ຕາມ ​ກຸ່ມ​ແລກ​ປ່ຽນ​ຂໍ້​ມູນ​ດ້ານ​ທີ່​ດິນ ຫຼື Land Information Working
Group ຊຶ່ງ​ເປັນ​ອົງ​ການ​ທີ່​ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ​ໃນ​ລາວ ລາຍງ​ານ​ວ່າການກຳ​ນົດ​ອັດ​
ຕາ​ຄ່າຊົດ​ເຊີຍ​ທີ່​ດິນ ແລະ​ສິ່ງ​ປຸກ​ສ້າງ​ໃຫ້​ກັບ​ປະ​ຊາ​ຊົນ​ທີ່​ຖືກ​ກະ​ທົບ​ຈາກ​ໂຄງ​ການ
​ທາງ​ລົດ​ໄຟ​ລາວ-ຈີນ​ນັ້ນ​ເປັນການ​ປະ​ເມີນ​ລາ​ຄາ​ທີ່​ຕ່ຳ​ກວ່າ​ຄວາມ​ເປັນ​ຈິງ ເຊັ່ນ​ທີ່​ດິນ​
ຢູ່​ເຂດ​ເມືອງ​ນາ​ຊາຍ​ທອງມີ​ລາ​ຄາ​ສະ​ເລ່ຍ​ສູງ​ເຖິງ 1.3 ລ້ານ​ກີບ​ຕໍ່ຕາແມັດ ຊຶ່ງ​ສູງກວ່າ
​ອັດ​ຕາ​ຄ່າ​ຊົດ​ເຊີຍ​ໃນ​ໂຄງ​ການ​ທາງ​ລົດ​ໄຟ​ລາວ-ຈີນ ເຖິງ 10 ເທົ່າ​ໂຕ ກໍ​ຄື​ການ​ຊົດ​ເຊີຍ
ສຳ​ລັບ​ດິນ​ນາ​ໃນ​ຕົວ​ເມືອງ ທີ່​ຕິດ​ຖະ​ໜົນ​ສາຍ​ເອກ ຕິດ​ທາງ​ຊອບ ແລະ​ດິນບໍ່​ມີ​ເສັ້ນ​ທາງ
ໄວ້​ທີ່​ອັດ​ຕາ​ສະ​ເລ່ຍ 50,000 – 137,000 ກີບ​ຕໍ່​ຕາ​ແມັດ​ເທົ່າ​ນັ້ນ.

XS
SM
MD
LG