ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

ລາວ ຈະລາຍງານ ຄວາມຄືບໜ້າ ຂອງ ການພັດທະນາ ແບບຍືນຍົງ ໃນເວທີ ການເມືອງ ລະດັບສູງ ຂອງ ສປຊ


ຜູ້ຍິງຈໍານວນນຶ່ງພາກັນຮຽນຈັກສານຕິບເຂົ້າ ເພື່ອເຮັດເປັນອາຊີບ
ຜູ້ຍິງຈໍານວນນຶ່ງພາກັນຮຽນຈັກສານຕິບເຂົ້າ ເພື່ອເຮັດເປັນອາຊີບ

ລັດຖະມົນຕີກະຊວງການຕ່າງປະເທດຈະຕາງໜ້າລັດຖະບານລາວ ໃນການລາຍງານ
ຕໍ່ເວທີການເມືອງລະດັບສູງຂອງສະຫະປະຊາຊາດ ກ່ຽວກັບຄວາມຄືບໜ້າໃນການ
ຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ.

ທ່ານສະເຫລີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດຢືນຢັນວ່າ ທ່ານຈະ
ເປັນຜູ້ຕາງໜ້າຂອງລັດຖະບານ ລາວ ໃນການລາຍງານຕໍ່ເວທີການເມືອງ ລະດັບສູງ ຫລື
High Level Political Forum (HLPF) ຂອງສະຫະປະຊາຊາດ ທີ່ກໍາໜົດຈະມີຂຶ້ນ
ໃນວັນທີ 16-18 ກໍລະກົດ, 2018 ນີ້ ຊຶ່ງເປັນການຖະແຫລງລາຍງານໂດຍສະໝັກໃຈ
ຂອງທາງການລາວ ກ່ຽວກັບຄວາມຄືບໜ້າໃນການຈັດຕັ້ງປະຕິບັດເປົ້າໝາຍການພັດ
ທະນາຢ່າງຍືນຍົງໃນລາວ ນັບຕັ້ງແຕ່ປີ 2015 ເປັນຕົ້ນມາ ດັ່ງທີ່ທ່ານ ສະເຫລີມໄຊ ໃຫ້
ການຢືນຢັນວ່າ

ທ່ານ ສະເຫລີມໄຊ ກົມມະສິດ ກ່າວຄໍາປາໄສທີ່ກອປະຊຸມໃຫຍ່ສະຫະປະຊາຊາດໃນປີ 2017
ທ່ານ ສະເຫລີມໄຊ ກົມມະສິດ ກ່າວຄໍາປາໄສທີ່ກອປະຊຸມໃຫຍ່ສະຫະປະຊາຊາດໃນປີ 2017

“ເພາະວ່າລາວເຮົາກໍເປັນນຶ່ງໃນບັນດາປະເທດຢູ່ໃນໂລກ ທີ່ຖືກເລືອກໃຫ້ລາຍງານ
ໂດຍສະໝັກໃຈຕໍ່ກອງປະຊຸມ ສະຫະປະຊາຊາດໃນເດືອນກໍລະກົດທີ່ຈະມາເຖິງນີ້.
ການລາຍງານນີ້ ແມ່ນຖືວ່າເປັນການລາຍງານການຈັດຕັ້ງປະຕິບັດເປົ້າໝາຍການ
ພັດທະນາຢ່າງຍືນຍົງຕະຫຼອດ 2 ປີກວ່າ. ເພາະສະນັ້ນ ເປົ້າໝາຍການພັດທະນາ
ແບບຍືນຍົງ ໄດ້ຖືກຮັບຮອງເອົາໃນປີ 2015 ແລະມາຮອດປັດຈຸບັນ ກະຖືວ່າເປັນ
ປີທີ 3 ຂອງການຈັດຕັ້ງປະຕິບັດ.”


ກ່ອນໜ້ານີ້ ອົງການສະຫະປະຊາຊາດເພື່ອການພັດທະນາ (UNDP) ປະເມີນວ່າ
ການ​ຈັດ​ຕັ້ງ​ປະຕິບັດ​ແຜນການ​ພັດທະນາ​ເສດຖະກິດ​ສັງຄົມ​ໃນ​ໄລຍະ​ທີ່​ຜ່ານ​ມາ ລັດ
ຖະບານ​ລາວ​ບໍ່​ສາມາດ​ບັນລຸ​ເປົ້າ​ໝາຍ​ການ​ພັດທະນາ​ໃນ 6 ດ້ານ ກໍ​ຄື​ເດັກ​ອາຍຸ​ຕໍ່າ
ກວ່າ 5 ປີ​ ຍັງ​ມີ​ສ່ວນສູງ​ຕໍ່າ​ກວ່າ​ເກນ​ເຖິງ 38 ​ເປີ​ເຊັນ​ ສ່ວນ​ເດັກ​ທີ່​ມີ​ນໍ້າໜັກ​ຕໍ່າ​ກວ່າ​
ເກນກໍ​ຍັງ​ມີ​ອັດຕາ​ສະ​ເລ່ຍ​ເຖິງ 27 ​ເປີ​ເຊັນ ​ໃນ​ຂະນະ​ທີ່​ອັດຕາການ​ເຂົ້າ​ຮຽນ ​ແລະ​ຮຽນ​
ຈົບ​ຊັ້ນ​ປະຖົມ​ປີ​ທີ 5 ກໍ​ເພີ້​ມຂຶ້ນ​ຢ່າງ​ຊັກ​ຊ້າ. ສ່ວນ​ອັດຕາ​ການ​ຕາຍ​ຂອງ​ເດັກ​ອາຍຸ​ຕໍ່າ
​ກວ່າ 1 ປີ​ກໍຍັງສູງ​ເຖິງ 45 ຕໍ່ 1,000 ຄົນ ໃນຂະນະ​ທີ່​ອັດຕາ​ການ​ຕາຍຂອງ​ແມ່ຍິງ​ທີ່​ຖື
ພາ​ກໍ​ສູງ​ເຖິງ 197 ຕໍ່ 1 ​ແສນ​ຄົນ ສ່ວນ​ແມ່​ທີ່​ເກີດ​ລູກ​ໂດຍ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອຈາກ
​ແພດ ຫລື ພະຍາບານ ​ກໍ​ມີ​ພຽງ 53.9 ​ເປີ​ເຊັນ​ເທົ່າ​ນັ້ນໃນປີ 2015 ທີ່ຜ່ານມາ.

ທາງດ້ານຄະນະກຳມະການ ວ່າດ້ວຍນະໂຍບາຍ ເພື່ອການພັດທະນາ ຊຶ່ງເປັນ
ໜ່ວຍງານສະເພາະກິດ ໃນສະພາເສດຖະກິດ ແລະສັງຄົມຂອງອົງການສະຫະ
ປະຊາຊາດຖະແຫລງການວ່າ ລັດຖະບານລາວ ສາມາດຈັດຕັ້ງປະຕິບັດໄດ້ແລ້ວ
2 ໃນ 3 ເງື່ອນໄຂທີ່ເປັນເກນມາດຕະຖານຂອງສະຫະປະຊາຊາດ ໃນການຫລຸດ
ພົ້ນອອກຈາກສະຖານະພາບຂອງການເປັນປະເທດດ້ອຍພັດທະນາ ຊຶ່ງເມື່ອປະ
ເມີນຈາກການຈັດຕັ້ງປະຕິບັດຂອງລັດຖະບານລາວ ໃນໄລຍະຜ່ານມາຈົນເຖິງ
ປັດຈຸບັນກໍເຮັດໃຫ້ສາມາດຄາດໝາຍໄດ້ວ່າ ສປປ ລາວ ຈະຫລຸດພົ້ນອອກຈາກ
ການເປັນປະເທດດ້ອຍພັດທະນາໄດ້ ໃນປີ 2024 ເປັນຢ່າງຊ້າ.

ໂດຍທັງ 2 ເງື່ອນໄຂທີ່ລັດຖະບານລາວ ສາມາດຈັດຕັ້ງປະຕິບັດໄດ້ແລ້ວນັ້ນ ກໍຄືເກນ
ມາດຕະຖານຂັ້ນຕໍ່າຂອງຍອດລາຍຮັບແຫ່ງຊາດຕໍ່ຫົວຄົນ (GNI) ທີ່ເກນມາດຕະຖານ
ຂັ້ນຕໍ່າຂອງສະຫະປະຊາຊາດກຳນົດໄວ້ ທີ່ລະດັບ 1,242 ໂດລາຕໍ່ຄົນ ແຕ່ລັດຖະບານ
ລາວ ກໍສາມາດຈັດຕັ້ງປະຕິບັດໄດ້ແລ້ວທີ່ລະດັບ 1,996 ໂດລາຕໍ່ຄົນ ໃນປີ 2015 ແລະ
ດັດຊະນີຊັບສິນມະນຸດ (HAI) ຊຶ່ງເກນມາດຕະຖານຂອງສະຫະປະຊາຊາດ ໄດ້ກຳນົດ
ໄວ້ ທີ່ອັດຕາສະເລ່ຍ 66 ເປີເຊັນ ລັດຖະບານລາວ ກໍສາມາດຈັດຕັ້ງປະຕິບັດໄດ້ແລ້ວ
ທີ່ອັດຕາສະເລ່ຍ 72.8 ເປີເຊັນ ໃນປີ 2015 ຈຶ່ງເຫຼືອພຽງດັດຊະນີຄວາມອ່ອນໄຫວທາງ
ເສດຖະກິດ (EVI) ເທົ່ານັ້ນ ທີ່ມາດຕະຖານຂອງສະຫະປະຊາຊາດກຳນົດໄວ້ ທີ່ລະດັບ
36.2 ເປີເຊັນ ແຕ່ວ່າລັດຖະບານລາວຍັງສາມາດຈັດຕັ້ງປະຕິບັດໄດ້ພຽງ 33.7 ເປີເຊັນ
ເທົ່ານັ້ນ.

ກະຊວງແຜນການ ແລະການລົງທຶນ ກໍຍອມຮັບວ່າ ການຈັດຕັ້ງປະຕິບັດແຜນການຫລຸດ
ຜ່ອນບັນຫາຄວາມຍາກຈົນຂອງປະຊາຊົນລາວ ໃນປີ 2017 ຍັງເຮັດໃຫ້ສະພາບຊີວິດ
ການເປັນຢູ່ຂອງປະຊາຊົນລາວ ຢູ່ໃນຕົວເມືອງກັບເຂດຊົນນະບົດມີການແຕກໂຕນກັນ
ຫຼາຍຂຶ້ນ ໂດຍຈະເຫັນໄດ້ຈາກອັດຕາຄວາມຍາກຈົນຂອງປະຊາຊົນໃນເຂດນະຄອນ
ວຽງຈັນຍັງເຫຼືອພຽງ 1 ເປີເຊັນ ເທົ່ານັ້ນ ໃນຂະນະທີ່ຄວາມທຸກຈົນຢູ່ທີ່ແຂວງສາລະວັນ
ຍັງສູງເຖິງ 49.8 ເປີເຊັນ.

ແຕ່ຢ່າງໃດກໍຕາມ ທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ກໍໄດ້ຢືນຢັນວ່າ ເປົ້າໝາຍ
ຂອງລັດຖະບານລາວ ທີ່ຈະລົບລ້າງຄວາມຍາກຈົນໃຫ້ໄດ້ຢ່າງສິ້ນເຊີງ ເພື່ອທີ່ຈະເຮັດໃຫ້
ລາວ ຫລຸດພົ້ນຈາກສະພາບດ້ອຍພັດທະນາໃຫ້ໄດ້ ຢ່າງແທ້ຈິງ ໃນປີ 2020 ນັ້ນ ບໍ່ໄດ້
ໝາຍຄວາມວ່າ ຈະບໍ່ມີຄົນຍາກຈົນເຫຼືອຢູ່ໃນລາວເລີຍແຕ່ຢ່າງໃດ ຫາກແຕ່ແນໃສ່ເຮັດ
ໃຫ້ປະຊາຊົນມີຢູ່ ມີກິນ ໄດ້ຮັບການຮັກສາປິ່ນປົວເມື່ອເຈັບປ່ວຍ ລູກຫລານໄດ້ເຂົ້າໂຮງ
ຮຽນ ແລະສ້າງເງື່ອນໄຂໃຫ້ມີການຜະລິດສິນຄ້າ ແລະສະບຽງອາຫານທີ່ກຸ້ມຕົນເອງໄດ້
ຢ່າງແທ້ຈິງ.

XS
SM
MD
LG