ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໒ ພະຈິກ ໒໐໒໔

ຄວາມສາມາດໃນການຊື້ສິນຄ້າຂອງປະຊາຊົນລາວ ຍັງສືບຕໍ່ຫຼຸດລົງ ຍ້ອນວ່າການຜະລິດສິນຄ້າ ໃນປະເທດ ຍັງບໍ່ສາມາດຕອບສະໜອງໄດ້ຢ່າງພຽງພໍ


ຮ້ານຂາຍອາຫານແຄມຖະໜົນ ໃນນະຄອນຫຼວງວຽງຈັນ.
ຮ້ານຂາຍອາຫານແຄມຖະໜົນ ໃນນະຄອນຫຼວງວຽງຈັນ.

ຄວາມສາມາດໃນການຊື້ສິນຄ້າຂອງປະຊາຊົນລາວ ຍັງສືບຕໍ່ຫຼຸດລົງເກີນກວ່າ 200 ເປີເຊັນ ຍ້ອນວ່າການຜະລິດສິນຄ້າໃນປະເທດ ຍັງບໍ່ສາມາດຕອບສະໜອງໄດ້ຢ່າງພຽງພໍ ແລະ ຄ່າເງິນກີບຍັງສືບຕໍ່ປັ່ນ​ປ່ວນ.​ ຊົງຣິດ ໂພນເງິນ ມີລາຍງານເລື້ອງນີ້ຈາກບາງກອກ.

ນັກທຸລະກິດໄທໃນລາວ ໃຫ້ທັດສະນະວ່າ ການທີ່ອັດຕາເງິນເຟີ້ໃນລາວໄດ້ປັບຕົວລົງຢ່າງຕໍ່ເນື່ອງທີ່ລະດັບສູງສຸດ 41.26 ເປີເຊັນ ເມື່ອເດືອນກຸມພາ 2023 ລົງມາຢູ່ທີ່ລະດັບ 24.37 ເປີເຊັນ ເມື່ອເດືອນທັນວາ 2023 ນັ້ນ ບໍ່ໄດ້ເຮັດໃຫ້ລະດັບຄ່າຄອງຊີບຂອງປະຊາຊົນລາວຫຼຸດລົງແຕ່ຢ່າງໃດເລີຍ ໂດຍດັດຊະນີລາຄາການຊົມໃຊ້ ຍັງປັບຕົວສູງຂຶ້ນ ເກີນກວ່າ 200 ເປີເຊັນ ເປັນສ່ວນໃຫຍ່ ໂດຍສະເພາະແມ່ນໃນດ້ານການຄົມມະນາຄົມຂົນສົ່ງ ປັບຕົວສູງຂຶ້ນເຖິງ 232.48 ເປີເຊັນ ຕິດຕາມດ້ວຍໝວດອາຫານ ແລະເຄື່ອງດື່ມ ໝວດຮັກສາສຸຂະພາບ ແລະຢາ ໝວດເຄື່ອງນຸ່ງຫົ່ມ ໂຮງແຮມ-ຮ້ານອາຫານ ແລະ ບໍລິການອື່ນໆ ລ້ວນແຕ່ປັບຕົວສູງ ເກີນກວ່າ 200 ເປີເຊັນ ໂດຍລັດຖະບານລາວບໍ່ສາມາດຄວບຄຸມໄດ້ເລີຍ ເພາະວ່າເປັນສິນຄ້າ ທີ່ລາວຜະລິດໄດ້ບໍ່ພຽງພໍ ຈຶ່ງຕ້ອງນໍາເຂົ້າຈາກຕ່າງປະເທດເປັນດ້ານຫຼັກ.

ພາຍໃຕ້ສະພາບການດັ່ງກ່າວ ກໍຍັງໄດ້ສົ່ງຜົນ ເຮັດໃຫ້ຄ່າເງິນກີບຍັງສືບຕໍ່ປັ່ນ​ປ່ວນອີກດ້ວຍ ເພາະວ່າສິນຄ້າທີ່ນຳເຂົ້າຈະຕ້ອງຊຳລະລາຄາດ້ວຍເງິນຕາຕ່າງປະເທດ ໂດຍສະເພາະແມ່ນເງິນບາດ ແລະ ໂດລາສະຫະລັດ ນັັ້ນ ກໍ່ຄືເງິນຕາຕ່າງປະເທດ ທີ່ພາກທຸລະກິດການຄ້າໃນລາວຕ້ອງການຫຼາຍທີ່ສຸດ ເມື່ອສົມທົບກັບການທີ່ລາວຂາດດຸນການຄ້າຕ່າງປະເທດດ້ວຍແລ້ວຍັງເຮັດໃຫ້ເງິນກີບອ່ອນຄ່າລົງ ເຖິງ 20.8 ເປີເຊັນ ແລະ 22.7 ເປີເຊັນ ທຽບໃສ່ໂດລາສະ ຫະລັດ ແລະ ເງິນບາດອີກດ້ວຍ ຊຶ່ງຜົນທີ່ຕາມມາ ຄືຄວາມສາມາດໃນການຊື້ສິນຄ້າຂອງປະຊາຊົນລາວຍັງສືບຕໍ່ຫຼຸດລົງ ໂດຍເຫັນໄດ້ຢ່າງຊັດເຈນຈາກສະພາບການຄ້າລະດັບທ້ອງຖິ່ນຢູ່ທີ່ຊາຍແດນລະຫວ່າງລາວ-ໄທ ໃນປັດຈຸບັນ ທີ່ເຖິງແມ່ນວ່າອຳນາດການຊື້ສິນຄ້າຂອງລາວຈະຫຼຸດລົງ ແຕ່ໄທກໍຍັງຄົງເປັນຝ່າຍໄດ້ປຽບດຸນການຄ້າຕໍ່ລາວເລື້ອຍມາ ດັ່ງທີ່ນັກທຸລະກິດໄທໃນລາວ ໃຫ້ການຢືນຢັນວ່າ:

ການຄ້າຊາຍແດນໄທ-ລາວ ນີ້ ມັນມີ 2 ຮູບແບບ ຄືການຄ້າໃນລະບົບ ກັບການຄ້າໂດຍປະເພນີພີ່ໆນ້ອງໆ ຄ້າຂາຍກັນເອງຊາຍແດນ ອັນການຄ້າທີ່ເປັນການຄ້າໃນລະບົບນີ້ ປາກົດວ່າມູນຄ່າການຄ້າເພີ້ມສູງຂຶ້ນ ຊຶ່ງໄທເຮົາໄດ້ດຸນການຄ້າມາໂດຍຕະຫຼອດ ແຕ່ການຄ້າທີ່ກະ ທົບແທ້ໆ ແລ້ວກະທົບຕໍ່ຄວາມເປັນຢູ່ ຂອງພີ່ນ້ອງ 2 ຝັ່ງຊາຍແດນ ຕາມດ່ານປະເພນີແນ່ ອີ່ຫຍັງແນ່ ອັນນີ້ ກະທົບແນ່ນອນ ເພາະວ່າ ຄວາມສາມາດໃນການໃຊ້ຈ່າຍຫຼຸດລົງ ຈາກເດີມທີ່ຊື້ສິນຄ້າເທື່ອນຶ່ງເປັນລັອດໃຫຍ່ໆ ກາຍເປັນຊື້ຫຼຸດລົງ”

ທັງນີິ້ ໂດຍສິນຄ້າທີ່ລາວ ນຳເຂົ້າ ແລະ ຕ້ອງຊໍາລະລາຄາດ້ວຍເງິນຕາຕ່າງປະເທດຄິດເປັນມູນຄ່າສູງສຸດປະກອບມີ 10 ລາຍການສິນຄ້າດ້ວຍກັນ ໂດຍສະເພາະແມ່ນນໍ້າມັນເຊື້ອໄຟນັ້ນ ຄິດເປັນສັດສ່ວນເຖິງ 20 ເປີເຊັນ ຂອງມູນຄ່າການນຳເຂົ້າສິນຄ້າທັງໝົດ ຕິດຕາມດ້ວຍເຄື່ອງຈັກ ຍານພາຫະນະ ແລະ ເຫຼັກກ້າ ເປັນຕົ້ນ ດັ່ງທີ່ ທ່ານມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຖະແຫຼງຢືນຢັນວ່າ:

ສິບລາຍການຕົ້ນໆ ທີ່ດຶງເງິນຕາອອກຫຼາຍນີ້ ກະສິມີນໍ້າມັນກະຊວນເນາະ ອຸປະກອນກົນຈັກ ພາຫະນະທາງບົກ ເຍື່ອໄມ້ ແລະເສດເຈັ້ຍ ແກ້ວປະເສີດ ເຄື່ອງດື່ມ ນໍ້າມັນແອັດຊັງ ເຫຼັກ ເຄື່ອງທີ່ເຮັດດ້ວຍເຫຼັກ ນໍ້າຕານ ເຄື່ອງໃຊ້ທີ່ເຮັດດ້ວຍພລາສຕິກ ຄັນສິເວົ້າແລ້ວນີ້ ລວມໝົດເບື້ອງສະບຽງອາຫານນີ້ ຖ້າທຽບໃສ່ສິນຄ້າເຫຼົ່ານີ້ ຖືວ່ານ້ອຍຫຼາຍ ສະເພາະນໍ້າມັນນີ້ ປະມານ 17 ເປີເຊັນ ຫາ 20 ເປີເຊັນ ສະເພາະນໍ້າມັນ ທັງກະຊວນ ທັງແອັດຊັງ ບວກເຂົ້າກັນແຫລະ ປະມານນັ້ນຂອງເງິນທີ່ໄຫຼອອກໄດ໋.”

ໂດຍໃນໄລຍະຜ່ານມາ ລັດຖະບານລາວໄດ້ແກ້ໄຂບັນຫາເງິນເຟີ້ ດ້ວຍການອອກພັນທະບັດເປັນສະກຸນເງິນກີບ ເຖິງ 5 ຄັ້ງໃນ 9 ເດືອນຕົ້ນປີ 2023 ທີ່ເຮັດໃຫ້ທະນາຄານແຫ່ງຊາດລາວ ສາມາດຄວບຄຸມປະລິມານເງິນກີບ ໃນຕະຫຼາດໄດ້ຫຼາຍຂຶ້ນ ຫາກແຕ່ການທີ່ລາວຍັງຕ້ອງນໍ້າເຂົ້າສິນຄ້າອຸປະໂພກບໍລິໂພກ ຈາກຕ່າງປະເທດ ທີ່ຕ້ອງຊໍາລະລາຄາດ້ວຍເງິນຕາຕ່າງປະເທດ ເຊັ່ນ ເງິນບາດ ແລະ ໂດລາສະຫະລັດ ຈຶ່ງເຮັດໃຫ້ການອອກພັນທະບັດດັ່ງ ກ່າວ ບໍ່ໄດ້ສົ່ງຜົນເຮັດໃຫ້ລາຄາສິນຄ້າຫຼຸດລົງແຕ່ຢ່າງໃດ ເພາະສະພາບການທີ່ເປັນຈິງກໍ່ຄືລັດຖະບານລາວ ບໍ່ສາມາດຄວບຄຸມລາຄາສິນຄ້າທີ່ນໍາເຂົ້າຈາກຕ່າງປະເທດໄດ້ເລີຍ ເຊິ່ງກໍເຊັ່ນດຽວກັນກັບການທີ່ບໍ່ສາມາດຄວບຄຸມອັດຕາແລກປ່ຽນເງິນຕາໄດ້ຢ່າງແທ້ຈິງ ອັນເຮັດໃຫ້ຄ່າເງິນກີບຕົກຕໍ່າລົງເລື້ອຍມາ ທັງຍັງມີອັດຕາທີ່ແຕກໂຕນກັນຫຼາຍຂຶ້ນອີກດ້ວຍ ຄືໃນຂະນະທີ່ອັດຕາແລກປ່ຽນທາງການຢູ່ທີ່ອັດຕາສະເລ່ຍ 606 ກີບຕໍ່ 1 ບາດ ແລະ 20,677 ກີບ ຕໍ່ 1 ໂດລາ ແຕ່ວ່າອັດຕາແລກປ່ຽນໃນຕະຫຼາດ ກັບສູງເຖິງ 670 ກີບຕໍ່ 1 ບາດ ແລະ 22,750 ກີບຕໍ່ 1 ໂດລາ ນັ້ນ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG