ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ກວ່າ 80 ​ເປີ​ເຊັນ​ ຂອງ​ລາຍ​ຮັບ ​ລັດຖະບານ​ລາວ ຈັດ​ເກັບ​ໄດ້ ຈາກ 5 ​ແຂວງ​ໃຫຍ່


ພິທີເຊັນສັນຍາການລົງທຶນໃນເຂດເສດຖະກິດສະເພາະໃນແຂວງຄໍາມ່ວນ
ພິທີເຊັນສັນຍາການລົງທຶນໃນເຂດເສດຖະກິດສະເພາະໃນແຂວງຄໍາມ່ວນ

ເກີນ​ກວ່າ 80 ​ເປີ​ເຊັນ​ຂອງ​ລາຍ​ຮັບ​ລັດຖະບານ​ລາວ ຈັດ​ເກັບ​ໄດ້ຈາກ 5 ​ແຂວງ​ໃຫຍ່ ຈຶ່ງ
​ເຮັດ​ໃຫ້​ຕ້ອງມີ​ການ​ສ້າງ​ສະພາບທີ່​ເອື້ອອໍານວຍ​ໃຫ້​ແກ່​ການ​ຜະ​ລິດ​ສິນຄ້າ ​ໃນ 5 ​ແຂວງ​
ດັ່ງກ່າວ ​ໃຫ້​ຫລາຍ​ຂຶ້ນ.

ທ່ານ​ນາງ​ປານີ ຢາ​ທໍ​ຕູ້ ປະທານ​ສະພາ​ແຫ່ງ​ຊາດ ໃຫ້​ທັດສະນະ​ວ່າ ​ລາຍ​ຮັບ​ສ່ວນໃຫຍ່
​ຂອງ​ລາຍ​ຮັບ​ລັດຖະບານ​ລາວ​ໄດ້​ຈາກ​ການຈັດ​ເກັບພາສີ ​ແລະ​ອາກອນ​ຕ່າງໆ ​ໃນ
5 ​ເຂດ ຊຶ່ງ​ລວມມີ ນະຄອນຫລວງ​ວຽງຈັນ, ບໍລິ​ຄໍາ​ໄຊ, ຄໍາ​ມ່ວນ, ສະຫວັນ​ນະ​ເຂດ ​ແລະ
​ຈໍາປາ​ສັກ​ນັ້ນ ​ເຮັດ​ໃຫ້​ມີ​ຄວາມ​ຈໍາ​ເປັນ​ຢ່າງ​ຍິ່ງ ທີ່​ລັດຖະບານ​ລາວ​ຈະ​ຕ້ອງຮັກສາ​ແຫ​ລ່ງ
ລາຍ​ຮັບ​ດັ່ງກ່າວ​ນີ້​ໃຫ້ໝັ້ນທ່ຽງຕໍ່​ໄປ ດ້ວຍ​ການ​ເສີມ​ສ້າງ​ສະພາບ​ແວດ​ລ້ອມ ​ແລະ​ເງື່ອນ​
ໄຂ​ຕ່າງໆ ທີ່​ເອື້ອອໍານວຍ​ໃຫ້​ແກ່​ການ​ຜະ​ລິດ​ສິນຄ້າ ​ເພື່ອ​ສ້າງ​ຖານ​ລາຍ​ຮັບ​ໃໝ່ໃຫ້​ໄດ້​
ຫລາຍ​ຂຶ້ນ ທັງ​ນີ້ກໍ​ເພື່ອ​ເຮັດ​ໃຫ້​ສາມາດ​ດຸ່ນດ່ຽງງົບປະມານ​ໃຫ້​ກັບ​ແຂວງ​ອື່ນໆ ທີ່​ຈັດ​ເກັບ
​ລາຍ​ຮັບ​ໄດ້​ຕໍ່າກວ່າ​ແຜນການ ​ແລະ​ເປົ້າໝາຍທີ່​ວາງ​ໄວ້​ອີກ​ດ້ວຍ ດັ່ງ​ທີ່​ທ່ານ​ນາງ​ໄດ້​ໃຫ້
ການ​ເນັ້ນຢໍ້າວ່າ:

“ສະ​ເໜີ​ໃຫ້​ລັດຖະບານ​ສືບຕໍ່ສູ້​ຊົນ​ຈັດຕັ້ງປະຕິບັດ​ສ້າງ​ສະພາບ​ແວດ​ລ້ອມ​ທີ່​ເອື້ອອໍາ
ນວຍ​ໃຫ້​ແກ່​ການ​ຊຸກຍູ້ ການ​ຜະລິດ​ສິນຄ້າ ສ້າງ​ຖານ​ລາຍ​ຮັບ​ໃໝ່​ໃຫ້​ໄດ້​ຫລາຍ​ຂຶ້ນ ​
ໂດຍ​ສະ​ເພາະ​ແມ່ນ​ສຸມ​ໃສ່ 5 ​ແຂວງ​ທີ່​ມີ​ທ່າ​ແຮງ ທາງ​ດ້ານ​ແຫ​ລ່ງລາຍ​ຮັບ ທີ່​ກວາ​ມ​
ເອົາ 80 ​ເປີ​ເຊັນ​ຂອງ​ລາຍ​ຮັບ​ທັງໝົດ​ໃນ​ທົ່ວ​ປະ​ເທດນັ້ນ ​ແມ່ນນະຄອນຫລວງ​ວຽງຈັນ,
ບໍລິ​ຄໍາ​ໄຊ, ສະຫວັນ​ນະ​ເຂດ, ຄໍາ​ມ່ວນ ​ແລະ​ຈໍາປາ​ສັກດ້ວຍ​ການ​ສຸມ​ພະນັກງານ​ວິຊາ
​ການ ການ​ນໍາ​ໃຊ້​ເຄື່ອງມື​ທັນ​ສະ​ໄໝ​ໄປ​ຄວບ​ຄູ່​ກັນ ສະນັ້ນຂໍ​ໃຫ້ 5 ​ແຂວງ​ດັ່ງກ່າວ
ຕ້ອງ​ໄດ້​ສູ້​ຊົນ ຢູ່​ໃນ​ນີ້ກໍ​ມີ​ບາງ​ແຂວງ​ບໍ່ທັນ​ສາມາດ​ປະຕິບັດ​ໄດ້​ຕາມ​ຄາດໝາຍ.”

ທາງ​ດ້ານທ່ານ ສົມດີ ດວງດີ ກໍຍອມຮັບວ່າການຈັດເກັບລາຍຮັບຂອງລັດຖະບານລາວ
ໃນຊ່ວງ 3 ເດືອນທຳອິດຂອງແຜນການປີ 2017 ນີ້ ສາມາດປະຕິບັດໄດ້ຕໍ່າກວ່າຄາດ
ໝາຍ ຄືຈັດເກັບລາຍຮັບໄດ້ພຽງ 4,621.58 ຕື້ກີບ ຊຶ່ງຄິດເປັນ 19.3 ເປີເຊັນຂອງແຜນ
ການຕະຫຼອດປີ 2017 ເທົ່ານັ້ນ ໂດຍໃນນີ້ ກໍແບ່ງເປັນລາຍຮັບພາຍໃນ 4,183.37 ຕື້ກີບ ແລະ ການຊ່ວຍເຫຼືອລ້າຈາກຕ່າງປະເທດ 438.2 ຕື້ກີບ.

ໂດຍການຊ່ວຍເຫຼືອລ້າຈາກຕ່າງປະເທດດັ່ງກ່າວກໍຍັງຖືເປັນການຊ່ວຍເຫຼືອທີ່ຫຼຸດລົງ
ຈາກໄລຍະດຽວກັນໃນປີ 2016 ຄິດເປັນອັດຕາເກີນກວ່າ 57 ເປີເຊັນອີກດ້ວຍ. ຫາ​ກ
​ແຕ່ຍັງ​ບໍ່ຮູ້​ຊັດ​ເຈນ​ວ່າ​ເປັນຫຍັງ​ຈຶ່ງ​ເຮັດ​ໃຫ້​ຕ່າງປະ​ເທດ​ໃຫ້ການ​ຊ່ວຍ​ເຫລືອ​ແກ່​ລາວ
​ຫລຸດ​ລົງ. ສ່ວນສາເຫດທີ່ເຮັດໃຫ້ການຈັດເກັບລາຍຮັບພາຍໃນໄດ້ຫຼຸດລົງນັ້ນ ກໍຍ້ອນວ່າ ລະບົບການ ຈັດເກັບລາຍຮັບຍັງບໍ່ໂປ່ງໃສ ​ແລະ​ມີ​ຫລາຍ​ຂັ້ນຕອນ​ເກີນ​ໄປ ຈຶ່ງ​ເຮັດ​ໃຫ້
​ມີ​ການ​ປັບປຸງ​ໃໝ່ ທັງໝົດລະບົບ.

ລັດຖະບານລາວຈະນຳໃຊ້ລະບົບການຈັດເກັບລາຍຮັບສ່ວຍສາອາກອນ ແບບປະຕູດຽວ
(One Stop Service) ໃຫ້ຄົບຖ້ວນໃນທຸກພາກສ່ວນທີ່ກ່ຽວຂ້ອງກັບການຈັດເກັບລາຍ
ຮັບເຂົ້າງົບປະມານຂອງລັດຖະບານໃນທົ່ວປະເທດໃຫ້ໄວທີ່ສຸດ ໂດຍສະເພາະແມ່ນ ພາກສ່ວນທີ່ກ່ຽວຂ້ອງກັບການຄ້າຂາອອກ ແລະຂາເຂົ້າ ອັນລວມເຖິງພາກສ່ວນ ທີ່ຮັບ
ຜິດຊອບ ການນຳເຂົ້າຍານພາຫະນະ ຈາກຕ່າງປະເທດອີກດ້ວຍ.

ທັງນີ້ ກະຊວງການເງິນ ໄດ້ເລີ່ມການຈັດຕັ້ງປະຕິບັດໂຄງການລະບົບຂໍ້ມູນ-ຂ່າວສານ
ແລະຄຸ້ມຄອງລາຍຮັບສ່ວຍສາອາກອນ ເມື່ອບໍ່ນານມານີ້ ໂດຍໄດ້ຮັບເງິນກູ້ຈາກກອງ
ທຶນເພື່ອການຮ່ວມມື ແລະການພັດທະນາ ເສດຖະກິດຂອງລັດຖະບານເກົາຫຼີໃຕ້ ໃນ
ມູນຄ່າ 28.5 ລ້ານໂດລາ ແລະ ລັດຖະບານລາວ ໄດ້ສົມທົບໃນມູນຄ່າ 4 ລ້ານໂດລາ
ໂດຍກຸ່ມບໍລິສັດ LG Consortium ຈາກເກົາຫຼີໃຕ້ ເປັນຜູ້ທີ່ຮັບຜິດຊອບ ການພັດ
ທະນາ ໂຄງການໃຫ້ແລ້ວເສັດ ແລະນຳໃຊ້ພາກຕົວຈິງໃຫ້ໄດ້ ໃນຕົ້ນປີ 2019 ເປັນ
ຢ່າງຊ້າ.

ໂດຍການນຳໃຊ້ລະບົບດັ່ງກ່າວນີ້ ຈະເຮັດໃຫ້ການຈັດເກັບລາຍຮັບສ່ວຍສາອາກອນ
ມີປະສິດທິພາບເພີ່ມຂຶ້ນ ເພາະເປັນລະບົບຂໍ້ມູນ-ຂ່າວສານ ຄຸ້ມຄອງລາຍຮັບສ່ວຍສາ
ອາກອນ ທີ່ທັນສະໄໝ ແລະໄດ້ລະດັບມາດຕະຖານສາກົນ ທັງໃນການສ້າງລະບົບ
ຂໍ້ມູນ-ຂ່າວສານ ຄຸ້ມຄອງລາຍຮັບສ່ວຍສາອາກອນຢ່າງຄົບຊຸດ ການພັດທະນາຊຸດ
ຄຳສັ່ງການແຈ້ງມອບລາຍຮັບ ການກວດສອບຫລັງການແຈ້ງ ການປະເມີນຄາດຄະເນ
ແຫລ່ງລາຍຮັບ ການກຳນົດເລກປະຈຳຕົວຜູ້ເສຍອາກອນ ການເຊື່ອມຕໍ່ລະບົບຕ່າງໆ
ຂອງກະຊວງການເງິນ ກັບຂະແໜງການຕ່າງໆ ທີ່ກ່ຽວຂ້ອງຜ່ານທາງ ອີເລັກໂທຣນິກ
ແລະ ການສ້າງສູນຂໍ້ມູນ-ຂ່າວສານ ແລະສູນສຳຮອງຂໍ້ມູນ-ຂ່າວສານຢູ່ເທິງອາຄານ
6 ຊັ້ນທີ່ສ້າງຂຶ້ນໃໝ່ທັງໝົດ.

ລັດຖບານລາວໄດ້ວາງເປົ້າໝາຍທີ່ຈະຈັດເກັບລາຍຮັບໃນແຜນການພັດທະນາ
ເສດຖະກິດ ແລະ ສັງຄົມ ໃນຊ່ວງປີ 2016 ຫາ 2020 ໃຫ້ໄດ້ເຖິງ
149,600 ຕື້ກີບ ຊຶ່ງຄິດເປັນ 19 ຫາ 20 ເປີເຊັນ ຂອງຜະລິດຕະພັນລວມພາຍໃນ
(GDP).

XS
SM
MD
LG