ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສ​ະພາແຫ່ງ​ຊາດ​ລາວ ​ຮັບ​ຜ່ານ​ກົດ​ໝາຍ ​ວ່າ​ດ້ວຍ​ທາງ​ລົດ​ໄຟ ເປັນ​ຄັ້ງ​ທຳ​ອິດ


ພາກ​ສ່ວນ​ນຶ່ງ​ຂອງການກໍ່​ສ້າງ​ທາງ​ລົດ​ໄຟ​ລາວ-ຈີນ​ທີ່​ກຳ​ລັງ​ດໍ​ເນີນ​ໄປໃນ​ລາວ
ພາກ​ສ່ວນ​ນຶ່ງ​ຂອງການກໍ່​ສ້າງ​ທາງ​ລົດ​ໄຟ​ລາວ-ຈີນ​ທີ່​ກຳ​ລັງ​ດໍ​ເນີນ​ໄປໃນ​ລາວ

ສ​ະພາແຫ່ງ​ຊາດ​ລາວ ໄດ້​ລົງ​ມະ​ຕິ​ຮັບ​ຮອງ​ເອົາ​ກົດ​ໝາຍ​ວ່າ​ດ້ວຍ​ທາງ​ລົດ​ໄຟ ຢ່າງ​ເປັນ​ທາງ​ການ ໂດຍ​ມີ​ເປົ້າ​ໝາຍ ເພື່ອ​ຮອງ​ຮັບ​ແຜນ​ການ​ຂອງ​ພັກ-ລັດ ທີ່​ເຊື່ອມ​ໂຍງ​ລາວ​ກັບ​ຕ່າງ​ປະ​ເທດ.

ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ຄັ້ງ​ທີ 6 ຂອງສ​ະພາແຫ່ງ​ຊາດ​ລາວຊຸດ​ທີ 8 ທີ່​ດຳ​ເນີນກອງ​ປະ​ຊຸມ​ໃນ​ຊ່ວງວັນ​ທີ 20 ພະ​ຈິກ- 21 ທັນ​ວາ 2018 ທີ່​ຜ່ານ​ມາ ໄດ້​ລົງ​ມະ​ຕິ​ຮັບ​ຮອງ​ເອົາ​ກົດ​ໝາຍ​ວ່າ​ດ້ວຍ​ທາງ​ລົດ​ໄຟ (ສະ​ບັບ​ທຳ​ອິດ) ຂອງ​ລາວຢ່າງ​ເປັນ​ທາງ​ການ ພາຍ​ໃຕ້ເປົ້າ​ໝາຍເພື່ອ​ໃຫ້​ເປັນ​ພື້ນ​ຖານ ສຳ​ລັບຮອງ​ຮັບ​ການ​ຈັດ​ຕັ້ງ ປະ​ຕິ​ບັດແຜນ​ການ​ຂອງ​ພັກ-ລັດ ທີ່ວ່າ​ດ້ວຍ​ການ​ເຊື່ອມ​ໂຍງ​ລາວ​ກັບ​ຕ່າງ​ປະ​ເທດ ກໍ​ຄື​ການ​ພັດ​ທະ​ນາ​ລາວ ໃຫ້​ເປັນ​ສູນ​ກາງ​ການ​ເຊື່ອມ​ຕໍ່ ທາງ​ດ້ານ​ຄົມ​ມະ​ນາ​ຄົມ ແລະ​ຂົນ​ສົ່ງ​ໃນ​ເຂດລຸ່ມ​ແມ່​ນ້ຳ​ຂອງ ໃຫ້​ໄດ້​ຢ່າງ​ເປັນ​ຮູບ​ປະ​ທຳ ໃນ​ໄລ​ຍະ​ຕໍ່​ໄປ ດັ່ງ​ທີ່​ທ່ານ​ບຸນ​ຈັນ ສິນ​ທະ​ວົງ, ລັດ​ຖະ​ມົນ​ຕີກະ​ຊວງ​ໂຍ​ທາ ແລະ​ຂົນ​ສົ່ງ ໄດ້​ຖະ​ແຫລງ​ຕໍ່​ກອງ​ປະ​ຊຸມ​ສະ​ພາ​ແຫ່ງ​ຊາດ​ລາວ​ວ່າ

​ທ່ານ ບຸນ​ຈັນ ສິ​ທະ​ວົງ, ລັດ​ຖະ​ມົນ​ຕີ​ກະ​ຊວງໂຍ​ທາ ແລະ​ຂົນ​ສົ່ງ​ຂອງ​ລາວ
​ທ່ານ ບຸນ​ຈັນ ສິ​ທະ​ວົງ, ລັດ​ຖະ​ມົນ​ຕີ​ກະ​ຊວງໂຍ​ທາ ແລະ​ຂົນ​ສົ່ງ​ຂອງ​ລາວ

“​ກົດ​ໝາຍ​ວ່າ​ດ້ວຍ​ທາງ​ລົດ​ໄຟໄດ້​ມີ​ຈຸດ​ປະ​ສົງ ເປົ້າ​ໝາຍ ເພື່ອ​ຈັດ​ຕັ້ງປະ​ຕິ​ບັດ​ນະ​ໂຍ​ບາຍ ເຊື່ອມ​ໂຍງ ຂອງ​ພັກ-ລັດຖະ​ບານປະ​ເທດ​ທີ່ບໍ່​ມີ​ຊາຍ​ແດນຕິດ​ກັບ​ທະ​ເລ ໃຫ້​ກາຍ​ເປັນ​ປະ​ເທດ​ທີ່​ເຊື່ອມ​ຈອດ ແລະເຊື່ອມ​ໂຍງ​ກັບ​ບັນ​ດາ​ປະ​ເທດ ອ້ອມ​ຂ້າງ​ໃນ​ພາກ​ພື້ນ​ເພື່ອ​ເປັນ​ພື້ນ​ຖານບ່ອນ​ອີງ​ໃຫ້​ແກ່​ຂະ​ແໜງ​ໂຍ​ທາທິ​ການ ແລະ​ຂົນ​ສົ່ງ ແລະ​ການ​ສ້າງ​ນິ​ຕິ​ກຳ ລຸ່ມ​ກົດ​ໝາຍ ເປັນ​ຕົ້ນ​ແມ່ນ​ການ​ກຳ​ໜົດ​ດ້ານ​ມາດ​ຕະ​ຖານ ເທັກ​ນິກດ ລະ​ບຽບ​ການ​ຄຸ້ມ​ຄອງ​ການກໍ່​ສ້າງ ການ​ສ້ອມ​ແປງ​ທາງ​ລົດ​ໄຟ ແລະ​ອື່ນໆ.”

ທັງ​ນີ້ ລັດ​ຖະບານລາວ ​ໄດ້​ວາງ​ແຜນການ​ທີ່​ຈະ​ກໍ່ສ້າງ​ທາງ​ລົດ​ໄ​ຟ​ເພີ່ມ​ຂຶ້ນ​ໃນ 4 ​ເສັ້ນທາງ​ດ້ວຍ​ກັນ ກໍ​ຄື​ເສັ້ນທາງ​ຈາກ​ນະຄອນຫຼວງ​ວຽງຈັນ​ໄປ​ເມືອງທ່າ​ແຂກໃນ​ແຂວງ​ຄຳ​ມ່ວນ ​ເຊື່ອ​ຕໍ່​ໄປ​ທ່າ​ເຮືອຫວຸງ​ແອງ (Vung Anh) ​ແ​ຂວງຮ່າ​ຕິ໋ງ (Ha Tinh) ຂອງຫວຽດນາມ ກັບ​ເສັ້ນທາງ​ຈາກ​ເມືອງທ່າ​ແຂກ​ໄປສະຫວັນ​ນະ​ເຂດ - ປາກ​ເຊ - ດ່ານ​ວັງ​ເຕົ່າ​ໃນ
​ແຂວງຈຳປາ​ສັກ​ ເຊື່ອມ​ຕໍ່​ກັບ​ເສັ້ນທາງ​ລົດ​ໄຟ​ຂອງ​ໄທທີ່​ຈັງຫວັດອຸບົນ​ຣາຊທານີ,​ເສັ້ນ
ທາງ​ຈາກສະຫວັນ​ນະ​ເຂດ​ໄປດ່ານ ລາວບາ​ວ, ​ເຊື່ອມ​ຕໍ່​ໄປ​ຍັງ​ທ່າ​ເຮືອດາ​ນັງຂອງຫວຽດ
ນາມ ແລະ​ເສັນ​ທາງລົດ​ໄຟ​ທີ່​ເຊື່ອມ​ຕໍ່​ລະ​ຫວ່າງ​ລາວ​ກັບ​ໄທ ແລະ​ຈີນ ຊຶ່ງ​ເປັນ​ເສັ້ນ​ທາງ
ທີ່​ມີ​ຄວາມ​ຄືບ​ໜ້າ ຫລາຍ​ທີ່​ສຸດ ​ຫລືເກີນກວ່າ 40 ເປີ​ເຊັນ ຂອງ​ແຜນ​ການ​ແລ້ວ​ໃນ​ປັດ​ຈຸ
​ບັນ​ນີ້.

ແຕ່​ຢ່າງ​ໃດ​ກໍ​ຕາມຄະ​ນະ​ໄກ່​ເກ່ຍ​ຂອງ​ໂຄງ​ການ​ກໍ່​ສ້າງ​ທາງ​ລົດ​ໄຟ​ລາວ-ຈີນ​ຍັງ​ຄົງ​ສືບ
​ຕໍ່​ການ​ເຈລ​ະ​ຈ​າ​ກັບ​ບັນ​ດາ​ຫົວ​ໜ່ວຍ​ທຸ​ລະ​ກິດ ແລະ​ປະ​ຊາ​ຊົນ​ຜູ້​ເປັນ​ເຈົ້າ​ຂອງ​ທີ່​ດິນ
ແລະ​ສິ່ງ​ປູກ​ສ້າງ​ຕ່າງໆ ທີ່​ຢູ່​ໃນ​ເຂດ​ກໍ່​ສ້າງ​ທາງ​ລົດ​ໄຟ ເພື່ອ​ຈະ​ເຮັດ​ຂໍ້​ຕົກ​ລົງ​ຮ່ວມກັນ
ກ່ຽວ​ກັບ​ອັດ​ຕາ​ຄ່າ​ເວນ​ຄືນ​ໃຫ້​ໄດ້​ຢ່າງ​ສົມບູນ ຊຶ່ງ​ໃນ​ປັດ​ຈຸ​ບັນ​ນີ້​ຍັງ​ເຫຼືອ 242 ລາຍ​ທີ່​
ຍັງ​ບໍ່​ສາ​ມາດ​ຕົກ​ລົງ​ກັນ​ໄດ້.

ທາງ​ດ້ານ​ທ່ານ​ປໍ​ທອງ ໂງ່ນ​ພະ​ຈັນ ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ໂຍ​ທາ​ທິ​ການ
ແລະ​ຂົນ​ສົ່ງ​ຢືນ​ຢັນ​ວ່າ ຄະ​ນະ​ຄຸ້ມ​ຄອງ​ໂຄງ​ການ​ກໍ່​ສ້າງ​ທາງ​ລົດ​ໄຟ​ລາວ​ຈີນ ໄດ້ມອບ
​ທີ່​ດິນ​ໃຫ້​ກັບ​ບໍ​ລິ​ສັດ​ຜູ້​ຮັບ​ເໝົາ​ຈາກ​ຈີນ​ໄດ້​ແລ້ວ 84 ເປີເຊັນ ​ຂອງ​ພື້​ນ​ທີ່​ທັງໝົດຈຶ່ງ​ຍັງ​
ເຫຼືອພຽງ 16 ເປີ​ເຊັນ ເທົ່າ​ນັ້ນ​ທີ່​ຈະ​ເຈ​ລະ​ຈາ​ຕົກ​ລົງ​ກັບ ປະ​ຊາ​ຊົນ ແລະ​ສົ່ງ​ມອບ​ທີ່​ດິນ
​ໃຫ້​ກັບບໍ​ລິ​ສັດ​ຈີນ​ຢ່​າງ​ຄົບ​ຖ້ວນ​ພາຍ​ໃນ​ທ້າຍ​ປີ 2018 ນີ້.

ໂຄງ​ການ​ກໍ່​ສ້າງ​ທາງ​ລົດ​ໄຟ​ລາວ-ຈີນ​ ຈະ​ສົ່ງ​ຜົນ​ກະ​ທົບ​ຕໍ່​ປະ​ຊາ​ຊົນ​ລາວ​ຈຳ​ນວນ​
4,411 ຄອບ​ຄົວໃນ​ເຂດ 13 ເມືອງ​ ຂອງ​ແຂວງ​ຫຼວງ​ນ້ຳ​ທາ ອຸ​ດົມ​ໄຊ ຫຼວງ​ພະ​ບາງ
ວຽງ​ຈັນ ແລະ​ນະ​ຄອນ​ຫຼວງ​ວຽງ​ຈັນໂດຍ​ມີ​ທີ່​ດິນ​ທີ່​ຖືກ​ກະ​ທົບ 3,832 ເຮັກ​ຕາ, ສິ່ງ​ປູກ
​ສ້າງ 3,346 ຫຼັງ, ຕົ້ນ​ໄມ້​ຕ່າງໆ ແລະ​ໄມ້​ກິນ​ໝາກ​ຮວມ​ກັນ​ຫຼາຍກວ່າ 9 ແສນ​ຕົ້ນໂດຍ
​ການ​ຊົດ​ເຊີຍ​ຄ່າ​ທີ່​ດິນ​ສະ​ເພາະ​ໃນ​ເຂດ​ແຂວງ​ຫຼວງ​ນ້ຳ​ທາ ອຸ​ດົ​ມ​ໄຊ ແລະ​ຫຼວ​ງ​ພະ​ບາງ
ໄດ້​ແບ່ງ​ເປັນດິນ​ນາໃນ​ໂຕ​ເມືອງ ທີ່​ຕິດ​ຖະ​ໜົນ​ສາຍ​ເອກ ຕິດ​ທາງ​ນ້ອຍ ແລະ​ດິນ​ນາ​ທີ່​
ບໍ່​ມີ​ເສັ້ນ​ທາງ​ຈະ​ໄດ້​ຄ່າ​ຊົດ​ເຊີຍ​ລະ​ຫວ່າງ 11,000 ຫາ 80,000 ກີບ​ຕໍ່​ຕາ​ແມັດ ສ່ວນ
​ທີ່​ດິນຢູ່ແຂວງວຽງ​ຈັນ ແລະ​ນະ​ຄອນ​ຫລວງວຽງ​ຈັນ​ຊົດ​ເຊີຍ 15,000 ກີບ-​ 137,000
ກີບຕໍ່​ຕາ​ແມັດ.

ທາງ​ດ້​ານ​ກຸ່ມ​ແລກ​ປ່ຽນ​ຂໍ້​ມູນ​ດ້ານ​ທີ່​ດິນ ຫຼື Land Information Working Group
ຊຶ່ງ​ເປັນ​ອົງ​ການ​ທີ່​ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ​ໃນ​ລາວ ລາຍງ​ານ​ວ່າການກຳ​ນົດ​ອັດ​ຕາ​ຄ່າ​
ຊົດ​ເຊີຍ​ທີ່​ດິນ ແລະ​ສິ່ງ​ປຸກ​ສ້າງ​ໃຫ້​ກັບ​ປະ​ຊາ​ຊົນ​ທີ່​ຖືກ​ກະ​ທົບ​ຈາກ​ໂຄງ​ການ​ທາງ​ລົດ​
ໄຟ​ລາວ-ຈີນ​ນັ້ນ​ເປັນການ​ປະ​ເມີນ​ລາ​ຄາ​ທີ່​ຕ່ຳ​ກວ່າ​ຄວາມ​ເປັນ​ຈິງ ເຊັ່ນ​ທີ່​ດິນ​ຢູ່​ເຂດ​
ເມືອງ​ນາ​ຊາຍ​ທອງ ມີ​ລາ​ຄາ​ສະ​ເລ່ຍ​ສູງ​ເຖິງ 1.3 ລ້ານ​ກີບ​ຕໍ່ຕາແມັດ ຊຶ່ງ​ສູງກວ່າ​ອັດ​
ຕາ​ຄ່າ​ຊົດ​ເຊີຍ​ໃນ​ໂຄງ​ການ​ທາງ​ລົດ​ໄຟ​ລາວ-ຈີນ ເຖິງ 10 ເທົ່າ​ໂຕ ໂດຍ​ການກໍ່​ສ້າງ​ທາງ​ລົດ​ໄຟ​ລາວ-ຈີນ ມີ​ກຳ​ນົດ​ກໍ່​ສ້າງ​ແລ້ວເສັດ​ໃນ​ປີ 2021 ຊຶ່ງເປັນ​ການ​ຮ່ວມທຶນ​ໃນ​ມູນ​ຄ່າ 6,000 ລ້ານ​ໂດ​ລາສະ​ຫະ​ລັດ ລະ​ຫວ່າງ​ລັດ​ຖະ​ບານ​ລາວ​ກັບ​ຈີນ ໃນສັດ​ສ່ວນ 30 ເປີ​ເຊັນ ຕໍ່ 70 ເປີນ​ເຊັນ ຕາ​ມ​ລໍ​າ​ດັບ.

XS
SM
MD
LG