ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຫຼາຍກວ່າ 25,000 ບໍ​ລິ​ສັດ ໃນ​ລາວ ຈ່າຍເງິນ​ໃຫ້ກຳ​ມະ​ກອນ ຕ່ຳກວ່າ ​​ຄ່າ​ແຮງງານຕ່ຳສຸດ


ກຳ​ມະ​ກອນ​ໂຮງ​ງານ​ຕັດ​ຫຍິບ​ແຫ່ງ​ນຶ່ງ​ ໃນ​ນະ​ຄອນ​ວຽງ​ຈັນ ຂອງ​ລາວ.
ກຳ​ມະ​ກອນ​ໂຮງ​ງານ​ຕັດ​ຫຍິບ​ແຫ່ງ​ນຶ່ງ​ ໃນ​ນະ​ຄອນ​ວຽງ​ຈັນ ຂອງ​ລາວ.

ບັນ​ດາ​ວິ​ສາ​ຫະ​ກິດຂະ​ໜາດ​ນ້ອຍ ແລະ​ກາງ ຫລື SME ເກີນກວ່າ 20 ເປີ​ເຊັນຂອງ​ຈຳ​ນວນທັງ​ໝົດໃນ​ລາວ ຍັງ​ບໍ່​ປະ​ຕິ​ບັດ​ຕາມ​ກົດ​ໝາຍ​ແຮງ​ງານ ໂດຍ​ການ​ຈ່າຍ​ຄ່າ​ແຮງ​ງານ​ຂັ້ນ​ຕ່ຳ ໜ້ອຍກວ່າ​ກົດ​ໝາຍກຳ​ນົດ. ຊົງ​ລິດ ໂພນ​ເງິນ ມີ​ລາຍ​ລະ​ອຽດ​ກ່ຽວ​ກັບ​ເລື້ອງນີ້​ມາ​ສະ​ເໜີ​ທ່ານ​ຈາກ​ບາງກອກ.

ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ໃນ​ສະ​ຫະ​ພັນ​ກຳ​ມະ​ບານ​ລາວ ເປີດ​ເຜີຍ​ວ່າ ໃນ​ປັດ​ຈຸ​ບັນ​ນີ້ ຍັງ​ຄົງ​ມີ​ບັນ​ດາ​ວິ​ສາ​ຫະ​ກິດຂະ​ໜາດ​ນ້ອຍ ແລະ​ກາງ ຫລື SME ຄິດ​ເປັນ​ສັດ​ສ່ວນເກີນກວ່າ 20 ເປີ​ເຊັນຂອງ​ຈຳ​ນວນ SMEທັງ​ໝົດ ໃນ​ລາວ ທີ່​ຍັງ​ບໍ່​ປະ​ຕິ​ບັດ​ຕາມ​ກົດ​ໝາຍ​ແຮງ​ງານ ໂດຍ​ການ​ຈ່າຍ​ຄ່າ​ແຮງ​ງານ​ຂັ້ນ​ຕ່ຳ ໜ້ອຍກວ່າ​ກົດ​ໝາຍ ກຳ​ນົດ ແລະ​ອີງ​ຕາມ​ລາຍ​ງານ​ຂອງ​ສູນ​ສະ​ຖິ​ຕິ​ແຫ່ງ​ຊາດ​ລາວ ລະ​ບຸ​ວ່າ ມີ SME ຈຳ​ນວນ 124,830 ລາຍໃນ​ລາວ, ໝາຍ​ຄວາມ​ວ່າມີ ຫລາຍກວ່າ 25,000 ລາຍທີ່​ຍັງ​ຈ່າຍ​ຄ່າ​ແຮງ​ງານ​ຕໍ່​ກວ່າ​ກົດ​ໝາຍ​ກຳ​ນົດໄວ້ ແລະ​ໄດ້​ສົ່ງ​ຜົນ​ກະ​ທົບ​ຕໍ່​ຊີ​ວິດ​ການ​ເປັນ​ຢູ່ຂອງ​ແຮງ​ງານ​ໃນ​ລາວຫລາຍກວ່າ 3 ແສນ​ຄົນ​ນັ້ນ​ເອງ.

​ງານມອບ​ລາງວັນ​ດີ​ເດັ່ນ​ແກ່​ທຸ​ລະ​ກິດ​ຂະ​ໜາດ​ນ້ອຍ ແລະ​ກາງ​ຂອງ​ລາວ
​ງານມອບ​ລາງວັນ​ດີ​ເດັ່ນ​ແກ່​ທຸ​ລະ​ກິດ​ຂະ​ໜາດ​ນ້ອຍ ແລະ​ກາງ​ຂອງ​ລາວ

ທາງ​ດ້ານທ່ານ​ພົງ​ໄຊ​ສັກ ອິນທະ​ລາດ, ຫົວໜ້າ​ກົມ​ຄຸ້ມ​ຄອງ​ແຮງ​ງານ, ກະຊວງ​ແຮງ​ງານ ​ແລະ​ສະຫວັດດີກາ​ນສັງຄົມ ຍອມ​ຮັ​ບວ່າ ການ​ມີ​ຈຳ​ນວນ​ບຸກ​ຄະ​ລາ​ກອນດຳ​ເນີນ​ການ​ກວດກາດ້ານ​ແຮງ​ງານ ຢ່າງ​ຈຳ​ກັດ​ເຮັດ​ໃຫ້ເປັນ​ການ​ຍາກ​ ທີ່​ຈະກວດ​ກາ​ການ​ປະ​ຕິ​ບັດ​ກົດ​ໝາຍແຮງ​ງານ​ຂອງ​ບັນ​ດາ SME ໄດ້​ຢ່າງ​ທົ່ວ​ເຖິງ ແຕ່​ວ່າ​ກໍ​ຈະ​ພະ​ຍາ​ຍາມ​ໃນ​ທຸກວິ​ທີທາງ​ເພື່ອ​ຊອກ​ຫາ​ຄວາມ​ຈິງ​ກ່ຽວ​ກັບບັນ​ຫາ​ດັ່ງ​ກ່າວ ເພື່ອ​ຈະ​ໄດ້​ແກ້​ໄຂ​ໃຫ້​ເປັນ​ໄປ​ຕາມ​ກຳ​ນົດຂອງ​ກົດ​ໝາຍ ຕໍ່​ໄປ ​ດັ່ງ​ທີ່​ທ່ານ​ພົງ​ໄຊ​ສັກ ໃຫ້​ການ​ຢືນ​ຢັນ​ວ່າ:
“ແນ່ນອນ​ລະ​ວ່າ ເລື້ອງ​ກົດ​ໝາຍ​ຕ້ອງ​ໄດ້​ປະ​ຕິ​ບັດ​ທຸກ​ອັນ ແຕ່​ວ່າ​ອັນ​ໃດ​ທີ່​ເຮົາ​ຈະ​ຕ້ອງ​ໄດ້​ເລັ່ງ​ດ່ວນ ໂດຍ​ສະ​ເພາະ​ກໍ​ແມ່ນ ຈະ​ໃຫ້​ເຈົ້າ​ໜ້າ​ທີ່ກວດ​ກາ​ແຮງ​ງານ​ເອົາ​ເປັນ​ບູ​ລິ​ມະ​ສຸດ ໃນ​ການ​ແກ້​ໄຂ​ຄ່າ​ຈ້າງ​ຂັ້ນ​ຕ່ຳ​ນີ້. ເພາະ​ສະ​ນັ້ນ ແຕ່ນີ້​ຕໍ່​ໄປ ເຮົາ​ຕ້ອງ​ໄດ້​ຊອກ​ຫາ​ ໃນ​ຈຳ​ນວນ​ທີ່​ສູນ​ກາງ​ກຳ​ມະ​ບານລາວ ເພິ່ນ​ມີ​ຂໍ້​ມູນວ່າ 20 ເປີ​ເຊັນ ທີ່​ຍັງ​ບໍ່​ທັນ​ໄດ້​ຈ່າຍ​ຫັ້ນ ວ່າ​ມັນ​ມີ​ຢູ່​ບ່ອນ​ໃດ, ມັນ​ເກີດ​ຂຶ້ນ​ແນວ​ໃດ ອີ່ຫຍັງ​ຕ່າງໆ ຄັນ​ວ່າມັນ​ບໍ່​ຖືກ​ລະ​ບຽບ​ແທ້ໆ ຕ້ອງ​ໄດ້​ແກ້​ໄຂ. ພວກ​ເຮົາກໍ​ເຄີຍ​ໄດ້​ແກ້​ໄຂ​ມາ​ແລ້ວຫລາຍ​ກໍ​ລະ​ນີ ເຊັ່ນ​ວ່າ ການ​ຈ່າຍບໍ່​ຖືກ​ຕ້ອງນີ້ ເພາະ​ວ່າ ເຈົ້າ​ໜ້າ​ທີ່ກວດ​ກາ​ແຮງ​ງານ ເຮົາ​ກະ​ມີ​ຢູ່​ທຸກ​ແຂວງ​ຫັ້ນ​ຫລະ​ເນາະ ແຕ່​ວ່າ ແຂວງ​ລະ​ຄົນ 2 ຄົນ 3 ຄົນ ກະ​ມີ. ມັນ​ກະ​ເຫລືອ​ບ່າກວ່າ​ແຮງ​ພວກ​ເຮົາ​ຢູ່. ແຕ່​ຈະ​ພະ​ຍາ​ຍາມ​ໃຫ້​ມັນ​ໄດ້​ຂໍ້​ມູນ​ລະ​ອຽດ.”

ສ່ວນທ່ານ​ບຸນ​ປ​ອນ ບຸດ​ຕະ​ນະ​ວົງ, ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ລາວ ຖະ​ແຫຼງ​ຢືນ​ຢັນ​ຕໍ່​
ກອງປະ​ຊຸມ​ສະ​ໄໝ​ສາ​ມັນ​ຄັ້ງ​ທີ 6 ຂອງ​ສະ​ພາ​ແຫ່ງ​ຊາດ​ລາວ ເມື່ອ​ບໍ່​ນານ​ມາ​ນີ້​ວ່າບັນ​ດາ
​ວິ​ສ​ະ​ຫະ​ກິດ​ຂະໜາດ​ນ້ອຍ ແລະ​ຂະ​ໜາດ​ກາງ (SMEs) ໃນ​ປັດ​ຈຸ​ບັນມີ​ສັດ​ສ່ວນ​ຄິດ​ເປັນ
97 ເປີ​ເຊັນຂອງວິ​ສະ​ຫະ​ກິດ​ທັງ​ໝົດ​ໃນ​ລາວ ທັງ​ຍັງ​ມີ​ມູນຄ່າທາງ​ເສດ​ຖະ​ກິດ​ຄິດ​ເປັນ
16 ເປີ​ເຊັນຂອງຍອດ​ຜະ​ລິດ​ພັນ​ລວມພາຍ​ໃນ​ (GDP) ຂອງ​ລາວ ແລະ​ມີ​ການ​ຈ້າງ​ງານ
​ເຖິງ 63 ເປີ​ເຊັນຂອງ​ການ​ຈ້າງ​ງານ​ທັ​ງ​ໝົດໃນ​ລ​າ​ວ​ອີກ​ດ້ວຍ.

​ພິ​ທີ​ເປີດ​ສູ​ນ​ກາງ ບໍ​ລິ​ການ ທຸ​ລະ​ກິດ ຂະ​ໜາດ​ນ້ອຍ ແລະ​ກາງ ຂອງ​ລາວ ໃນ​ປີ 2018
​ພິ​ທີ​ເປີດ​ສູ​ນ​ກາງ ບໍ​ລິ​ການ ທຸ​ລະ​ກິດ ຂະ​ໜາດ​ນ້ອຍ ແລະ​ກາງ ຂອງ​ລາວ ໃນ​ປີ 2018

ຫາກ​ແຕ່​ວ່າ​ ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ເພື່ອຍົກລະ​ດັບ​ຄວາມສາ​ມາດ ໃນ​ການ​ຜະ​ລິດ​ສິນ​ຄ້າ
ແລະ​ບໍ​ລິ​ການ​ທີ່​ມີ​ຄຸນ​ນະ​ພາບ​ໄດ້​ມາດ​ຕະ​ຖານສາ​ກົນ ໃນ​ໄລ​ຍະ​ທີ່​ຜ່ານ​ມາ​ນັ້ນ ກັບ​ຍັ​ງ​ບໍ່
​ສາ​ມາດ​ຈັດ​ຕັ້ງ​ປະ​ຕິ​ບັດ​ໄດ້​ຢ່າງ​ມີ​ປະ​ສິດ​ທິ​ພາບ ​ໂດຍ​ປາ​ກົດ​ວ່າ​ມີ SMEs ພຽງແຕ່ 12
ເປີ​ເຊັນ ທີ່​ມີ​ໂອ​ກາດ​ເຂົ້າ​ເຖິງ​ແຫຼ່ງ​ເງິນ​ທຶນ​ກູ້​ຢືມ​ເພື່ອ​ນຳ​ໃຊ້​ໃນ​ການ​ພັດ​ທະ​ນາ​ສິ​ນຄ້າ
ແລະ​ບໍ​ລິ​ການ.​ ສ່ວນ​ອີກ 88 ເປີ​ເຊັນຍັງ​ບໍ່​ມີ​ໂອ​ກາດ​ເຂົ້າ​ເຖິງ​ແຫຼ່ງ​ເງິນ​ທຶນ​ເລີຍ ຈຶ່ງ​ເຮັດ​
ໃຫ້​ຈະ​ຕ້ອງ​ລະ​ດົມ​ເງິນ​ທຶນ​ສົ່ງ​ເສີມ SMEs ໃຫ້​ໄດ້​ຫຼາຍ​ຂຶ້ນ​ໃນ​ປີ 2019 ນີ້ ຊຶ່ງ​ຈະ​ເປັນ
​ການ​ລະ​ດົມ​ທຶນ​ຈ​າກ​ຕ່າງ​ປະ​ເທດ​ເປັນ​ດ້ານ​ຫລັກ.

ສ່ວນ​ເຈົ້າ​ໜ້າ​ທີ່​ຂອງ​ທະ​ນາ​ຄານ​ໂລກ​ປະ​ຈຳ​ລາວ ຢືນ​ຢັນ​ວ່າທະ​ນາ​ຄານ​ໂລກ​ໄດ້​ໃຫ້​
ການ​ຊ່ວຍ​ເຫຼືອ​ເພື່ອ​ການ​ພັດ​ທະ​ນາ SMEs ໃນ​ລາວ ຄິດ​ເປັນ​ມູນ​ຄ່າ​ລວມ 20 ລ້ານ
ໂດ​ລາສະ​ຫະ​ລັດ ໃນ​ຊ່ວງ​ປີ 2014-2019 ໃນ​ນີ້​ເປັນ​ການ​ຊ່ວ​ຍເຫຼືອ​ດ້ານ​ເທັກ​ນິກ
10 ລ້ານ​ໂດ​ລາ​ສະ​ຫະ​ລັດ ແລະ​ເງິນ​ສຳ​ລັບ​ໃຫ້ SMEs ກູ້​ຢືມ​ມູນ​ຄ່າ 10 ລ້າ​ນ​ໂດ​ລາ
​ສະ​ຫະ​ລັດ ຊຶ່ງ​ກໍ​ປາ​ກົດ​ວ່າ​ຈົນ​ເຖິງ​ປັດ​ຈຸ​ບັນ​ນີ້ ​ໄດ້​ມີ​ການ​ປ່ອຍ​ກູ້ ໃຫ້ SMEs ພຽງ 42
ລາຍ ​ທີ່ຄິດເປັນ​ມູນ​ຄ່າ​ລວມ​ພຽງ 4.4 ລ້ານ​ໂດ​ລາ​ ສະ​ຫະ​ລັດ​ເທົ່າ​ນັ້ນ ທັງ​ນີ້​ກໍ​ເນື່ອງ​ມາ
ຈາກ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ ທີ່​ຊັກ​ຊ້າ​ໃນ​ພາກ​ລັດ​ຖະ​ບານ​ລາວ​ເອງ.

ສ່ວນ​ທ່ານ​ນາງ​ຄຳ​ຈັນ ພົ​ມ​ແສ​ງ​ສະ​ຫວັນ ຮອງ​ປະ​ທານ​ແນວ​ລາວ​ສ້າງ​ຊາດຖະແຫຼງຢືນ
​ຢັນ​ວ່າ​ ສະ​ພາບ​ການ​ໂດຍ​ລວມ​ໃນ​ພາກ​ທຸລະ​ກິດ​ເອກ​ກະ​ຊົນ​ລາວ​ໃນ​ປີ 2018 ຜ່ານ​ມາ
ເປັນ​ສະ​ພາບ​ການ​ທີ່​ບໍ່​ດີ​ຕໍ່​ເສດ​ຖະ​ກິດມ​ະ​ຫາ​ພາກ​ຂອງ​ປະ​ເທດ ເພາະ​ປາ​ກົດ​ວ່າ​ມີ SMEs ຈຳ​ນວນ​ບໍ່​ໜ້ອຍ​ທີ່​ຕ້ອງ​ປະ​ສົບ​ບັນ​ຫາ​ຂາດ​ທຶນ ໂດຍ​ສະ​ເພາະ SMEs ທີ່​ກູ້​ຢືມ​ເງິນ​ທຶນ​ຈາກ​ທະ​ນາ​ຄານ​ນັ້ນ ນັບ​ເປັນພາກ​ສ່ວນ​ທີ່​ໄດ້ຮັ​ບ​ຜົນ​ກະ​ທົບ​ຫຼາຍ​ທີ່​ສຸດຊຶ່ງ​ສາ​ເຫດ​ທີ່​ເຮັດ​ໃຫ້​ເກີດ​ບັນ​ຫາ​ດັ່ງ​ກ່າວ ທັງ​ຍັງ​ເຮັດ​ໃຫ້​ສະ​ພາບ​ແວດ​ລ້ອມຂອງການ​ດຳ​ເນີນ​ທຸ​ລະ​ກິດໃນ​ລາວ ​ໄດ້​ຕົກ​ຕ່ຳ​ລົງອີກ​ດ້ວຍ​ນັ້ນ ກໍ​ຄື​ຄວາມ​ບໍ່​ໂປ່ງ​ໃສ​ໃນ​ການ​ປະ​ຕິ​ບັດ​ໜ້າທີ່​ຂອງ​ບັນ​ດາ​ພະ​ນັກ​ງານ​ລັດ​ຖະ​ບານ​ລາວ​ນັ້ນ​ເອງ.

XS
SM
MD
LG