ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ພວກອະນຸລັກ ​ສິ່ງ​ແວດ​ລ້ອມ ​ຮຽກຮ້ອງໃຫ້ ດັດແກ້ຂໍ້​ຕົກລົງ ​ວ່າ​ດ້ວຍ​ ການນໍາໃຊ້ແມ່​ນໍ້າຂອງ​


ກອງປະຊຸມຄັ້ງທີ 23 ຂອງຄະນະກໍາມາທິການ ດ້ານສິດທະມະນຸດ ລະຫວ່າງປະເທດ ຂອງອາຊຽນ, ປີ 2017
ກອງປະຊຸມຄັ້ງທີ 23 ຂອງຄະນະກໍາມາທິການ ດ້ານສິດທະມະນຸດ ລະຫວ່າງປະເທດ ຂອງອາຊຽນ, ປີ 2017

ນັກ​ເຄື່ອນ​ໄຫວ​ດ້ານ​ສິ່ງ​ແວດ​ລ້ອມ​ທໍາ​ມະ​ຊາດ​ຮຽກຮ້ອງ​ໃຫ້​ມີ​ການ​ແກ້​ໄຂ​ຂໍ້​ຕົກລົງ​
ວ່າ​ດ້ວຍ​ການ​ນໍ​າໃຊ້ປະ​ໂຫຍ​ດຈາ​ກແມ່​ນໍ້າຂອງ​ໂດຍ​ໃຫ້​ຄວາມ​ສໍາຄັນ​ຕໍ່ການ​ປ້ອງ
​ກັນ​ຜົນ​ກະທົບ​ໃນ​ທຸກ​ດ້ານ​ໃຫ້​ຫລາຍ​ຂຶ້ນ.

ທ່ານ​ວິ​ທູນ ​ເພີ່ມ​ພົງສາ​ຈະ​ເລີ​ນ ຜູ້​ປະສານ​ງານ​ເຄືອ​ຂ່າຍ​ພະລັງງານ​ເພື່ອ​ນິ​ເວດ​ວິທະຍາ
​ໃນ​ລຸ່ມ​ແມ່​ນໍ້າຂອງ ຖະ​ແຫລ​ງຢືນຢັນວ່າ ບັນດາ​ອົງກາ​ນອະນຸລັກ​ສິ່ງ​ແວດ​ລ້ອມ​ທໍາ​ມະ
​ຊາດ ​ໃນ​ເຂດ​ລຸ່ມ​ແມ່​ນໍ້າຂອງ ​ແລະ​ສາກົນ​ຈະ​ຮ່ວມ​ກັນ​ຮຽກຮ້ອງ​ໃຫ້​ມີ​ການ​ດັດ​ແກ້​ຂໍ້
​ຕົກລົງ​ວ່າດ້ວຍ​ການ ​ໃຊ້​ປະ​ໂຫຍ​ດຈາກ​ແມ່​ນໍ້າຂອງ ​ໂດຍ​ໃຫ້​ຄວາມ​ສໍາຄັນ​ຕໍ່ການ​ປ້ອງ​
ກັນ​ຜົນ​ກະທົບ​ໃນ​ທຸກ​ດ້ານ​ໃຫ້​ຫລາຍ​ຂຶ້ນ​ໃນ​ໄວໆນີ້ ​ເພາະ​ເຫັນ​ວ່າ ຂໍ້​ຕົກລົງ​ທີ່​ໃຊ້​ເປັນ​
ຫລັກ​ປະຕິບັດ​ກັນ​ລະຫວ່າງ​ລາວ, ​ໄທ. ກໍາປູ​ເຈ​ຍ ​ແລະ​ຫວຽດນາມ ນັບ​ແຕ່​ປີ 1995 ​
ເປັນຕົ້ນມາ ເພາະນອກຈາກ​ຈະ​ບໍ່​ເທົ່າ​ທັນ​ກັນ​ກັບ​ສະພາບ​ຕົວ​ຈິງ​ໃນ​ປັດຈຸບັນ​ນີ້​ແລ້ວ
ກໍ​ຍັງ​ບໍ່ມີ​ຜົນ​ບັງຄັບໃຫ້​ປະ​ເທດ​ສະມາຊິກ​ຕ້ອງ​ປະຕິບັດ​ຕາມ ​ໄດ້​ຢ່າງ​ແທ້​ຈິງ​ອີກ​ດ້ວຍ
ດັ່ງ​ທີ່​ທ່ານ​ວິ​ມູນ​ໄດ້​ຢືນຢັນ​ວ່າ:

ທ່ານວິທູນ ເພີ່ມພົງສາຈະເຣີນ
ທ່ານວິທູນ ເພີ່ມພົງສາຈະເຣີນ

“ຂໍ້​ຕົກ​ລົງ​ແມ່​ນໍ້າຂອງ​ມັນ​ກໍ​ມີ​ລັກສະນະ​ທີ່​ອາດ​ຈະ​ຍັງ​ບໍ່​ໄດ້​ນໍາ​ມາ​ປະຕິບັດ​ຢ່າງ​ແທ້​ຈິງ​ແລ້ວ​ສີ່​ປະ​ເທດ​ກໍ​ຂ້ອນ​ຂ້າງ​ເນັ້ນ​ເລື່ອງດຽວກັນ ກໍ​ຄື​ການ​ໃຊ້​ປະ​ໂຫຍ​ດ​ໃນ​ເຊີ​ງ​ເສດຖະກິດແລ້ວ ທຸກ​ປະ​ເທດ​ກໍ​ຕ້ອງການ​ສ້າງ​ເຂື່ອນ ຕົວຢ່າງ​ເຊັ່ນກໍ​ລະ​ນີຂອງ​ການ​ສ້າງ​ເຂື່ອນ​ໄຊ​ຍະ​ບູລີ​ ແລ້ວກໍ​ມາ ​ເຂື່ນ​ດອນ​ສະ​ຫົງ ປະ​ເທດ​ຢ່າງ​ຫວຽດນາມ ຫລື​ກໍ​າປູ​ເຈຍ ກໍ​ມີ​ຂໍ້​ວິຕົກ ​ແຕ່​ວ່າ​ປະ​ເທດ​ລາດ​ກໍ​ຈະ​ຢືນຢັນ​ວ່າ ຈະ​ເດີນໜ້າ ​ແລ້ວ​ເຖິງ​ທີ່​ສຸດ​ກໍ​ໄປ​ຢຶດຫລັກ​ວ່າ ນີ້ປະ​ເທດ​ຂອງ​ສັນ ອໍານາດ​ອະທິປະ​ໄຕ​ຂອງ​ສັນ ຈະ​ເດີນໜ້າ ປະ​ເທດ​ອື່ນໆ ສຸດ​ທ້າຍ​ກໍ​ທໍາ​ອະ​ໄຣ​ໄມ້​ໄດ້. ອັນ​ນີ້ມັນ​ສະທ້ອນໃຫ້​ເຫັນວ່າ ມາດ​ຕະການຜົນ​ກະທົບ​ສິ່ງ​ແວດ​ລ້ອມ ຫລື​ມາດ​ຕະການ​ທາງ​ດ້ານ​ການ​ພັດທະນາທີ່ຢັ້ງຢືນນີ້ ມັນ​ໄມ້​ໄດ້ຜົນ.”

ລັດຖະບານ​ລາວ, ​ໄທ, ກໍາປູ​ເຈຍ, ​ແລະ​ຫວຽດນາມ​ໄດ້​ຮ່ວມ​ກັນ​ສ້າງຕັ້ງຄະນະ​ກໍາມະ
ການ​ແມ່​ນໍ້າຂອງ ຫລື Mekong River Commission (MRC) ຂຶ້ນຢ່າງ​ເປັນ​ທາງ​
ການ​ໃນ​ປີ 1995 ດ້ວຍ​ການສະໜັບສະໜຸນດ້ານ​ງົບປະມານ​ຈາກ​ສະຫະພາບ​ຢູ​ໂຣບ
​ໂດຍ​ແນ​ໃສ່​ການ​ໃຊ້​ປະ​ໂຫຍ​ດຈາກ​ແມ່​ນໍ້າຂອງ​ໂດຍ​ບໍ່ສົ່ງ​ຜົນ​ກະທົບຕໍ່ປະ​ເທດ​ສະມາ
ຊິກ​ໃນ MRC ດ້ວຍ​ກັນ ຫາກ​ແຕ່​ໃນ​ໄລຍະ​ທີ່​ຜ່ານ​ມາ​ກໍ​ປະກົດ​ວ່າ ​ໄດ້​ມີ​ການ​ສ້າງ​ເຂື່ອນ​
ໃນ​ແລວ​ແມ່​ນໍ້າຂອງ ເຊັ່ນ ​ເຂື່ອນ​ໄຊ​ຍະ​ບູລີ, ​ເຂື່ອນ​ດອນ​ສະ​ຫົງ ​ແລະ​ເຂື່ອນ​ປາກ​ແບ​ງ​
ໃນ​ລາວ ຈຶ່ງ​ເຮັດ​ໃຫ້​ມີ​ການການ​ຄັດຄ້ານ​ຂຶ້ນຢ່າງ​ກວ້າງຂວາງ ​ເພາະ​ຢ້ານ​ວ່າ​ຈະ​ສົ່ງ​ຜົນ
​ກະທົບ​ຕໍ່ສິ່ງ​ແວດ​ລ້ອມ​ທໍາ​ມະ​ຊາດ ​ໃນ​ເຂດລຸ່ມ​ແມ່​ນໍ້າຂອງ​ນັ້ນ​ເອງ.

ທາງດ້ານຄະນະກຳມະທິການສິດທິມະນຸດ​ໃນອາຊຽນ ກໍ​ໄດ້​ສະ​ແດງ​ຄວາມ​ເປັນ​ຫ່ວງຕໍ່
ຜົນກະທົບຈາກໂຄງການກໍ່ສ້າງເຂື່ອນໄຟຟ້າເທິງແນວແມ່ນໍ້າຂອງອີກ​ດ້ວຍ​ເຊັ່ນ​ກັນ ໂດ​ຍ
ຈະບັນຈຸ​ເຂົ້າເປັນວາ​ລະສຳຄັນ ໃນການປະຊຸມເພື່ອປຶກສາຫາລືຮ່ວມກັນ ໃນຄະນະກຳ
ມະທິການສິດທິມະນຸດຂອງອາຊຽນ​ເພື່ອນໍາ​ສະ​ເໜີຕໍ່ກອງປະຊຸມສຸດ​ຍອດ​ຜູ້​ນໍາ​ລັດຖະ
ບານ​ຂອງ​ອາຊຽນ (ASEAN SUMMIT) ຕໍ່​ໄປ.

ສາເຫດທີ່ຈະຕ້ອງມີການນຳສະເໜີດັ່ງກ່າວກໍເພາະວ່າ ໃນປັດຈຸບັນໄດ້ມີແຜນການ
ທີ່ຈະກໍ່ສ້າງເຂື່ອນໄຟຟ້າເທິງແນວແມ່ນໍ້າຂອງເຖິງ 19 ໂຄງການ ແບ່ງເປັນ 8 ໂຄງການ
ໃນແຂວງຢຸນໜານຂອງຈີນ, 9 ໂຄງການໃນລາວ ແລະ 2 ໂຄງການໃນກຳປູເຈຍ ຊຶ່ງ
ໃນນີ້ກໍປາກົດວ່າສ້າງສຳເລັດແລ້ວ 5 ໂຄງການໃນຈີນ ແລະ 3 ໂຄງການໃນລາວ ກຳລັງ
ກໍ່ສ້າງກໍຄື ໂຄງການເຂື່ອນໄຟຟ້າໄຊຍະບູລີ, ໂຄງການເຂື່ອນໄຟຟ້າດອນສະຫົງ ແລະ
ໂຄງການເຂື່ອນໄຟຟ້າປາກແບງ. ຈຶ່ງເຮັດໃຫ້ຢ້ານວ່າ ການກໍ່ສ້າງເຂື່ອນໄຟຟ້າເຫຼົ່ານີ້
ຈະສົ່ງຜົນກະທົບຕໍ່ສັງຄົມ ແລະ ສິ່ງແວດລ້ອມທຳມະຊາດຂອງປະເທດທີ່ຢູ່ເຂດຕອນລຸ່ມ
ຢ່າງ​ຫລີກ​ລ້ຽງບໍ່​ໄດ້.

ກ່ອນໜ້ານີ້ ທ່ານ​ນິວັດ ຣ້ອຍແກ້ວ ແກນນຳເຄືອຂ່າຍປະຊາຊົນໄທ ເພື່ອການອະນຸລັກ
ສິ່ງແວດລ້ອມໃນລຸ່ມແມ່ນໍ້າຂອງໄດ້ຢືນຢັນວ່າ ເຄືອຂ່າຍປະຊາຊົນໄທ ແລະ ບັນດາອົງ
ການອະນຸລັກສິ່ງແວດລ້ອມໃນ ອາຊຽນ ແລະ ສາກົນຍັງຈະສືບຕໍ່ເຄື່ອນໄຫວຄັດຄ້ານ
ໂຄງການກໍ່ສ້າງເຂື່ອນໄຟຟ້າເທິງແນວແມ່ນໍ້າຂອງຕໍ່ໄປ ໂດຍສະເພາະແມ່ນໂຄງການ
ກໍ່ສ້າງເຂື່ອນ​ໃນແມ່ນໍ້າຂອງໃນລາວ ເພາະເຊື່ອວ່າຈະສົ່ງຜົນກະທົບຕໍ່ການອົບພະຍົບ
ຂອງປາ, ທັງຍັງຈະສົ່ງຜົນກະທົບຕໍ່ລະບົບນິເວດທຳມະຊາດໃນແມ່ນໍ້າຂອງຕະຫຼອດ
ທັງສາຍໃນຕອນລຸ່ມຂອງແມ່ນໍ້າອີກດ້ວຍ.

ແຕ່ຢ່າງໃດກໍຕາມ ກຸ່ມບໍລິສັດຕ້າຖັງຈາກຈີນ ທີ່ເປັນຜູ້ລົງທຶນໃນໂຄງການກໍ່ສ້າງເຂື່ອນ
ປາກແບງເທິງແນວແມ່ນໍ້າຂອງ ກໍໄດ້ວາງເປົ້າໝາຍທີ່ຈະເລີ່ມລົງມືກໍ່ສ້າງເຂື່ອນໃນພາກ
ຕົວຈິງໃຫ້ໄດ້ພາຍໃນປີ 2017 ນີ້ ໂດຍປັດຈຸບັນທາງບໍລິສັດກຳລັງສຸມໃສ່ການສຶກສາ
ແລະ ສຳຫຼວດໃນຂັ້ນສຸດທ້າຍ ເພື່ອນຳສະເໜີເອກະສານສຳຄັນຕ່າງໆ ທີ່ກ່ຽວຂ້ອງໄປ
ຍັງປະເທດສະມາຊິກຂອງຄະກຳມະທິການແມ່ນໍ້າຂອງ (MRC) ຮ່ວມກັບລາວ ກໍຄື
ກຳປູເຈຍ, ໄທ ແລະ ຫວຽດນາມນັ້ນ ໃຫ້ຮັບຊາບເຖິງລາຍລະອຽດຂອງແຜນການດ້ານ

XS
SM
MD
LG