ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໐໑ ພຶດສະພາ ໒໐໒໔

ບໍລິ​ສັດ ເອກ​ກະ​ຊົນ ​ຈາກ​ຍີ່​ປຸ່ນ ລົງ​ທຶນເພີ້ມຂຶ້ນ ​ໃນ​ການ​ພັດ​ທະ​ນາ ​ຟາມ​ລ້ຽງ​ງົວ ໃນ​ແຂວງ​ຊຽງ​ຂວາງ


ເຈົ້າ​ໜ້າ​ທີ່​ສຳ​ຫຼວດຄອກ​ງົວ
ເຈົ້າ​ໜ້າ​ທີ່​ສຳ​ຫຼວດຄອກ​ງົວ

ບໍລິ​ສັດເອກ​ກະ​ຊົນ​ຈາກ​ຍີ່​ປຸ່ນ ຈະ​ລົງ​ທຶນ ໃນ​ມູນ​ຄ່າ​ຮວມ​ເຖິງ 77 ລ້ານ​ໂດ​ລາ ເຂົ້າ​
ໃນ​ການ​ພັດ​ທະ​ນາ​ຟາມ​ລ້ຽງ​ງົວ ໃນ​ພື້ນ​ທີ່ 5,000 ເຮັກ​ຕາໃນ​ແຂວງຊຽງ​ຂວາງເພື່ອ
​ຜະ​ລິດ​ນົມ ​ແລະ​ຊີ້ນ​ໂກ​ເບ ສົ່ງ​ອ​ອກ ໄປ​ຕ່າງ​ປະ​ເທດ ​ຊົງຣິດ ໂພນ​ເງິນ ມີ​ລາຍ​ງານ​
ຈາກ​ບາງກອກ.

ທ່ານ​ບຸນ​ຕົ້ນ ຈັນ​ທະ​ພອນ ເຈົ້າ​ແຂວງ​ໆ​ຊຽງ​ຂວາງ ຢືນ​ຢັນ​ວ່າ​ບໍລິ​ສັດຍີ່​ປຸ່ນ​ພັດ​ທະ​ນາ​
ກະ​ສິ​ກຳ​ຈຳ​ກັດ ໄດ້​ເລີ້ມ​ຂະ​ຫຍາຍ​ພື້ນ​ທີ່​ລ້ຽງ​ງົວ ຈາກ 150 ເຮັກ​ຕາ ເປັນ 500 ເຮັກ​ຕາ
ໃນ​ເຂດ​ເມືອງ​ແປກ ສຳ​ລັບ​ຮອງ​ຮັບ​ພໍ່​ພັນ​ແລະ​ແມ່​ພັນ ງົວ ສຸ​ຂະ​ພາບ​ດີ​ຈາກ
ອອ​ສ​ເຕ​ຣຍ​ເລຍ ເມື່ອ​ບໍ່​ນານ​ມາ​ນີ້.

ໂດຍ​ໃນ​ນີ້ ເປັນ​ແມ່​ພັນ​ງົວ​ທີ່​ອອກ​ລູກ​ແລ້ວ​ຫຼາຍກວ່າ 100 ຕົວ ແລະ​ກຳ​ລັງຖື​ພາ​ອີກ
​ຫຼາຍກວ່າ 900 ໂຕ ຊຶ່ງ​ຄາດ​ວ່າຈະ​ອອກ​ລູກ​ໃນ​ໄວ​ໆນີ້ ອີກກວ່າ 400 ໂຕ ແລະ​ຈະ​ເຮັດ​
ໃຫ້​ຟາມ​ລ້ຽງ​ງົວ​ດັ່ງ​ກ່າວ​ນີ້ ມີ​ງົວ​ພັນ​ດີ ເພີ້ມ​ຂຶ້ນ​ເປັນ​ຫຼາຍກວ່າ 1,600 ໂຕ ໃນ​ທ້າຍ​ປີ
2018 ແລະ​ຍັງ​ຈະ​ເພີ້ມ​ຂຶ້ນ ຢ່າງ​ຕໍ່​ເນື່ອງ ຈຶ່ງ​ເຮັດ​ໃຫ້​ຈະ​ຕ້ອງ​ຂະ​ຫຍາຍ​ພື້ນ​ທີ່​ຮອງ​ຮັບ
5,000 ເຮັກ​ຕາ ໃນ​ເຂດ​ເມືອງ​ແປກ ເມືອງ​ຜາ​ໄຊ ແລະ​ເມືອງ​ພູ​ກູດ ຊຶ່ງ​ຈະ​ເຮັດ​ໃຫ້
​ປະ​ຊາ​ຊົນ​ລາວ ໃນ​ເຂດ 3 ເມືອງ ດັ່ງ​ກ່າວ ມີ​ສ່ວນ​ໄດ້​ຮັບ​ຜົນ​ປະ​ໂຫຍດດ້ວຍ ດັ່ງ​ທີ່
ທ່ານ​ບຸນ​ຕົ້ນ ຢືນ​ຢັນ​ວ່າ: “ເຂົາເຈົ້າ​ເຮັດ​ຢູ່ 3 ເມືອງ ຄືຈັ່ງ​ຊີ້ ບໍ່​ແມ່ນ​ເຂົາ​ເຈົ້າ​ຈະ​ຜູກ​ຂາດ​
ໄວ້​ເຮັດ​ເປັນ​ແຕ່​ຂອງ
ບໍ​ລິ​ສັດ ​ຈະ​ເອົາ​ປະ​ຊາ​ຊົນ​ຫັ້ນ​ຫຼະ ເຂົ້າ​ຮ່ວມ ຜູ້​ໃດ​ສົນ​ໃຈ​ເລື້ອງ​
ລ້ຽງ​ສັດ ​ທຳ​ອິດ​ນີ້ ກໍ​ເອົາ​ມາ​ເປັນ​ກຳ​ມະ​ກອນ​ລ້ຽງ​ງົວ ໃຫ້​ເຂົາ​ເຈົ້າ​ຫັ້ນ ຈັກ 6 ເດືອນ
ຫາ​ປີນຶ່ງ ຫຼັງ​ຈາກ​ນັ້ນມາ ໃຜ​ມີ​ດິນ​ເປັນ​ຂອງ​ສ່ວນ​ຕົວ​ຫັ້ນ​ເດ່ ເຂົາ​ເຈົ້າ​ຈະ​ສະ​ໜອງ​
ແນວ​ພັນໃຫ້ ແລ້ວ​ກໍ​ສະ​ໜອງງົວ​ໃຫ້ ແລ້ວກໍ​ສະ​ໜອງ​ສັດ​ຕະ​ວະ​ແພດ​ຂອງ​ເຈົ້າ​ຮັ້ນ
ເປັນ​ຮອບ​ວຽນ​ເນາະ ເຂົາ​ເຈົ້າ​ສັກ​ຂອງ​ເຂົາ​ເຈົ້າ ແລ້ວ​ກໍ​ສັກ​ຂອງ​ອັນ​ທີ່​ເຂົາ​ເຈົ້າ​ໄດ້​
ສະ​ໜອງ​ລູກ​ງົວ​ນີ້ ໃຫ້​ໄປ​ລ້ຽງ
ຮອດ​ກຳນົດ​ມາ​ແລ້ວ ກະ​ແມ່ນ​ຂາຍ​ຄືນ​ໃຫ້​ກັບ​ບໍ​ລິ​ສັດ
ເພື່ອ​ເປັນ​ສິນ​ຄ້າ​ສົ່ງ​ອອກ.”

ທັງ​ນີ້ ໂດຍ​ບໍ​ລິ​ສັດ​ຍີ່​ປຸ່ນພັດ​ທະ​ນາ​ກະ​ສິ​ກຳ​ຈຳ​ກັດ ຈະ​ນຳ​ໃຊ້​ເງິນ​ລົງ​ທຶນ​ຄິດ​ເປັນ​ມູນ​ຄ່າ
ຮວມ 77 ລ້ານ​ໂດ​ລາ ຊຶ່ງນອກ​ຈາກ​ຈະ​ລ້ຽງ​ງົວ ເພື່ອ​ແປ​ຮູບເປັນ​ຊີ້ນ​ງົວ​ທີ່​ມີ​ຄຸນ​ນະ​ພາບ
ລະ​ດັບ​ດຽວ​ກັນ​ກັບ​ຊີ້ນ​ໂ​ຄ​ເບ​ ໃນ​ຍີ່​ປຸ່ນ​ແລ້ວກໍ​ຍັງ​ຈະ​ກໍ່​ສ້າງ​ໂຮງ​ງານ​ຜະ​ລິດ​ນົມ​ງົວ​ຄຸນ​ນະ
ພາບ​ສູງ​ເພື່ອ​ສົ່ງ​ອອກ​ໄປ​ຕ່າງ​ປະ​ເທດ​ເປັນ​ດ້ານ​ຫຼັກ ທັງ​ຈະ​ສົ່ງ​ເສີມ​ປະ​ຊາ​ຊົນ ໃນ​ທ້ອງ​
ຖິ່ນ​ໃຫ້​ລ້ຽງ​ງົວ​ຕອບ​ສະ​ໜອງ​ໃຫ້​ບໍ​ລິ​ສັດ​ເພີ່ມ​ຂຶ້ນ​ນັບ​ມື້​ອີກດ້ວຍ. ທ່ານ​ບຸນ​ຕົ້ນ ຢືນ​ຢັນ
​ດ້ວຍ​ວ່າ ການ​ລົງ​ທຶນ​ຂອງ​ບໍ​ລິ​ສັດ​ຈາກ​ຍີ່​ປຸ່ນ ດັ່ງ​ກ່າວ​ນີ້ຈະ​ປະ​ກອບ​ສ່ວນ​ຢ່າງ​ສຳ​ຄັນ​ເຂົ້າ​
ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຂອງ​ແຂວງ​ຊຽງ​ແຂວງ ຊຶ່ງ​ໃນ​ໄລ​ຍະ 5 ປີ ຜ່ານ​ມາ​ໄດ້​
ຂະ​ຫຍາຍ​ຕົວ​ເພີ້ມ​ຂຶ້ນ ໃນ​ອັດ​ຕາ​ສະ​ເຫຼ່ຍ​ເຖິງ 8.5 ເປີ​ເຊັນ ຕໍ່​ປີ ໂດຍ​ໃນ​ນີ້ ກໍ​ເປັນ​ການ
​ຂ​ຫຍາຍ​ຕົວ​ຂອງ​ພ​າກ​ບໍ​ລິ​ການກວ່າ 12 ເປີ​ເຊັນ ພາກ​ອຸດ​ສາ​ຫະ​ກຳ ກວ່າ 11 ເປີ​ເຊັນ
ແລະ​ພ​າກ​ກະ​ສິ​ກຳ ຕ່ຳ​ສຸດທີ່​ລະ​ດັບ 3.1 ເປີ​ເຊັນ ຕໍ່​ປີ ຫາກ​ແຕ່ ດ້ວຍ​ການ​ລົງ​ທຶນຂອງ​
ບໍ​ລິ​ສັດ​ຈາກ​ຍີ່​ປຸ່ນ ດັ່ງ​ກ່າວ ກໍ​ເຊື່ອ​ວ່າ​ຈະ​ສົ່ງ​ຜົນ​ດີ ທັງ​ຕໍ່​ການ​ຜະ​ລິດໃນ​ພາກ​ກະ​ສິ​ກຳ
ໃນ​ແຂວງ​ຊຽງ​ຂວາງ ແລະ​ຂະ​ຫຍາຍ​ກ້​ວາງ​ອອກ​ໄປ ໃນ​ທົ່ວ​ປະ​ເທດ​ລາວ​ອີກ​ດ້ວຍ.

ທັງ​ນີ້ ລັດ​ຖະ​ບານ​ລາວ ໄດ້​ວາງ​ແຜນ​ການ​ຊຸກ​ຍູ້ ການ​ຜະ​ລິດ​ພາກ​ກະ​ສິ​ກຳ ໃນ​ປີ 2018 ໃຫ້​ຂະ​ຫຍາຍ​ຕົວ​ເພີ້ມ​ຂຶ້ນ ໃນ​ອັດ​ຕາສະ​ເຫຼ່ຍ 2,8 ເປີ​ເຊັນ ທຽບ​ໃສ່​ປີ 2017 ຊຶ່ງ​ກໍ​ຈະ​ເຮັດໃຫ້​ຜົນ​ຜະ​ລິດ ໃນ​ພາກ​ກະ​ສິ​ກຳ​ຄິດ​ເປັນ 15.73 ເປີ​ເຊັນ ຂອງຍອດ​ຜະ​ລິດ​ຕະ​ພັນ​ຮວມ (GDP) ໃນ​ປີ 2018 ນີ້ ແຕ່​ດ້ວຍ​ຜົນ​ກະ​ທົບ​ຈາກ​ໄພ​ນ້ຳ​ຖ້ວມ​ຄັ້ງ​ໃຫຍ່ ໃນ​ຊ່ວງ​ເດືອນ​ກໍ​ລະ​ກົດ ຫາ​ເດືອນ​ກັນ​ຍາ ທີ່​ຜ່ານ​ມາ ກໍ​ເຮັດ​ໃຫ້​ຜົນ​ຜະ​ລິດກະ​ສິ​ກຳເສຍ​ຫາຍ ໄປ​ແລ້ວເກີນກວ່າ 5 ເປີ​ເຊັນ ຂອງ​ເປົ້າ​ໝາຍ​ແຜນ​ການ​ທີ່​ລັດ​ຖະ​ບານ​ລາວ ໄດ້​ວາງ​ເອົາ​ໄວ້​ດັ່ງ​ກ່າວ.

ທັງ​ນີ້ ໂດຍ​ເຈົ້າ​ໜ້​າ​ທີ່​ອົງ​ການ​ອາ​ຫານ​ແລະ​ການ​ກະ​ເສດ​ແຫ່ງ​ສະ​ຫະ​ປະ​ຊາ​ຊາດ (FAO) ສຳ​ນັກງານ​ປະ​ຈຳ​ບາງກອກ ປະ​ເທດ​ໄທ ເປີດ​ເຜີຍ​ວ່າ FAO ໄດ້​ປະ​ເມີນ ເບື້ອງ​ຕົ້ນ​ວ່າ​ໄພ​ນ້ຳ​ຖ້ວມ​ຄັ້ງ​ໃຫຍ່ ທີ່​ເກີດ​ຂຶ້ນ​ທົ່ວ​ປະ​ເທດ​ລາວນັບ​ແຕ່​ກາງ​ເດືອນ​ກໍ​ລະ​ກົດ 2018 ເປັນ​ຕົ້ນ​ມາ ໄດ້​ເຮັດ​ໃຫ້​ເກີດ​ການ​ເສຍ​ຫາຍ ໄປ​ແລ້ວ​ຫຼາຍກວ່າ 1,800 ຕື້​ກີບ ໂດຍ​ພາກ​ກະ​ສິ​ກຳເສຍ​ຫາຍ ຫຼາຍ ກວ່າ 1,260 ຕື້​ກີບ.

ຍິ່ງ​ໄປ​ກວ່າ​ນັ້ນ ກະ​ເສດ​ຕະ​ກອນ​ລາວ ຍັງ​ຕ້ອງ​ສູນ​ເສຍເຂົ້າ​ນາ​ປີ​ໄປ 96,000 ກວ່າ​ເຮັກ​ຕາ ຫຼື 12 ເປີ​ເຊັນ ຂອງ​ນາ​ປີ ທີ່​ປັກ​ດຳ​ໄດ້​ທັງ​ໝົດ ຊຶ່ງ​ບໍ່​ຮວມ​ເຖິງ​ເຂົ້າ​ໄຮ່​ແລະ​ພື້ນ​ທີ່​ປູກ​ພືດ​ຕ່າງໆ ທີ່​ເສຍ​ຫາຍ​ໄປ​ກວ່າ 15,000 ເຮັກ​ຕາ ພ້ອມ​ດ້ວຍ ​ໜອງລ້ຽງ​ປາ 5,387 ແຫ່ງ ງົວ ຄວາຍ ໝູ ແບ້ ຫຼາຍກວ່າ 23,000 ໂຕ ​ຂອງ​ສັດ​ປີກ 70,000 ກວ່າໂຕ ຮວມ​ທັງ​ສວນ​ປູກ​ຜັກ ອີກຫຼາຍກວ່າ 5,200 ເຮັກ​ຕາ ໃນ​ທົ່ວ​ປະ​ເທດ.

XS
SM
MD
LG