ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

​ລາວຍັງ​ບໍ່​ສາ​ມາດ ປາບການ​ທຸດ​ຈະ​ລິດ ຢູ່​ໃນ​ວົງ​ການ​ລັດຖະ​ບານ ​ໄດ້​ດີ​ເທື່ອ ແຕ່​ກໍ​ເວົ້າ​ວ່າ ​ຈະ​ພະ​ຍາ​ຍາມ​ ເຂັ້ມ​ງວດ​ຂຶ້ນອີກ


​ການ​ຝຶກ​ອົບ​ຮົມ​ກ່ຽວ​ກັບ​ການກວດ​​ກາ​ພັກ-ລັດ ​ໃຫ້​ແກ່​ພະ​ນັກ​ງານກວດ​ສອບ​ຈຳ​ນວນ​ນຶ່ງ
​ການ​ຝຶກ​ອົບ​ຮົມ​ກ່ຽວ​ກັບ​ການກວດ​​ກາ​ພັກ-ລັດ ​ໃຫ້​ແກ່​ພະ​ນັກ​ງານກວດ​ສອບ​ຈຳ​ນວນ​ນຶ່ງ

ລັດ​ຖະ​ມົນ​ຕີ​ລາວ​ຢືນ​ຢັນ​ວ່າຈະ​ໃຊ້​ມາດ​ຕະ​ການ​ລົງ​ໂທດ​ຢ່າງ​ເດັດ​ຂາດ ຕໍ່​ບັນ​ດາ​ພະ​ນັກ​ງານ​ລັດ​ທີ່​ຮັບ​ເອົາ​ສິນ​ບົນ ແລະ​ທຸດ​ຈະ​ລິດ​ທີ່​ເຮັດ​ໃຫ້​ລັດ​ຖະ​ບານ​ລາວ​ຕ້ອງ​ສູນ​ເສຍ​ລາຍ​ຮັບ​ໄປ​ຢ່າງ​ຫລວງ​ຫລາຍໃນ​ແຕ່​ລະ​ປີ. ຊົງ​ລິດ ໂພນ​ເງິນ ມີ​ລາຍ​ງານ​ເລື້ອງນີ້​ມາ​ສະ​ເໜີ​ທ່ານ​ຈາກ​ບາງກອກ.

ທ່ານ ສົມ​ດີ ດວງ​ດີ, ຮອງນາ​ຍົກ​ລັດ​ຖະ​ມົນ​ຕີ​ ແລະ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນຖະ​ແຫລງຍອມ​ຮັບ​ວ່າ ການ​ປ້ອງ​ກັນ​ການ​ຮົ່ວ​ໄຫລ​ຂອງ​ລາຍ​ຮັບ​ຈາກ​ພາ​ສີ​ອາ​ກອນ​ຂອງ​ລັດ​ຖະ​ບານ​ລາວ ໃຫ້​ໄດ້​ຢ່າງ​ເຕັມ​ສ່ວນນັ້ນ ຍັງ​ບໍ່​ສາ​ມາດ​ປະ​ຕິ​ບັດ​ໄດ້​ຢ່າງ​ແທ້​ຈິງ ເນື່ອງ​ຈາກວ່າ ຍັງ​ມີ​ພະ​ນັກ​ງານ ພາ​ສີ​ຈຳ​ນວນບໍ່​ນຶ່ງ ປະ​ຕິ​ບັດ​ໜ້າ​ທີ່​ໂດຍ​ທຸດ​ຈະ​ລິດ ດ້ວຍ​ການ​ຈັດ​ເກັບ​ເອົາ​ພາ​ສີ​ອາ​ກອນ​ຕ່າງໆ ເປັນ​ຜົນ​ປະ​ໂຫຍດ​ສ່ວນ​ຕົວ. ໂດຍ​ເຖິງ​ແມ່ນ​ວ່າ ຈະ​ໄດ້​ນຳ​ໃຊ້​ເຕັກ​ນິກ​ທັນ​ສະ​ໄໝ ເຂົ້າ​ໃນ​ການ​ຈັດ​ເກັບ​ພາ​ສີ​ອາ​ກອນ​ແລ້ວ​ກໍ​ຕາມ ແຕ່​ວ່າ​ກໍ​ຍັງ​ຈັດ​ເກັບ​ລາຍ​ຮັບ ຈາກ​ພາ​ສີ​ອາ​ກອນ​ໄດ້​ຕ່ຳ​ກວ່າ​ເປົ້າ​ໝາຍ ທີ່​ວາງ​ໄວ້​ໃນ​ແຕ່​ລະ​ປີ. ສະ​ນັ້ນ ຈຶ່ງ​ເຮັດ​ໃຫ້​ຈະ​ຕ້ອງ​ເພີ້ມ​ມາດ​ຕະ​ການ​ເຂັ້ມ​ງວດເຂົ້າ​ໃນ​ການກວດ​ສອບ ແລະ​ລົງ​ໂທດ​ພະ​ນັກ​ງານ​ລັດ​ທີ່​ທຸດ​ຈະ​ລິດ​ໃຫ້​ໜັກ​ໜ່ວງ​ຂຶ້ນກວ່າ​ທີ່​ຜ່ານ​ມາ ດັ່ງ​ທີ່​ທ່ານ ສົມ​ດີ ໃຫ້​ການ​ຢືນ​ຢັນ​ວ່າ:
`ອັດ​ໄດ້ 100 ເປີ​ເຊັນ​ບໍ່​ນີ້ ພວກ​ເຮົາ​ກະ​ຍັງ​ບໍ່​ຮັບ​ປະ​ກັນ​ເນາະ ພວກ​ເຮົາ​ກໍ​ພະ​ຍາ​ຍາມ​ມີ​ຄວາມ​ເຂັ້ມ​ງວດສຸດ​ຂີດ ຫັ້ນ​ແຫລະ. ດຽວນີ້ ປະ​ຕິ​ບັດ​ວີ​ໄນ ເອົາ​ຈິງ​ເອົາ​ຈັງ​ຫັ້ນ​ແຫລະ ​ດຽວນີ້ ພວກ​ເຮົາ​ໄລ່​ອອກ​ກະ​ຫລາຍ​ຄົນ​ແລ້ວ​ເດ່ ໄລ່​ອອກ​ຈາກ​ພະ​ນັກ​ງານນີ້​ໜະ ພວກ​ເຮົາ​ກໍ​ບໍ່​ໄດ້​ປະ​ກາດ​ອອກ​ເນາະ. ພະ​ນັກ​ງານ​ອາ​ກອນ, ພະ​ນັກ​ງານ​ຄັງ​ເງິນນີ້ ຖືກ​ອອກ​ຈາກ​ເປັນ​ລັດ​ຖະ​ກອນ. ​ຈຳ​ນວນ​ນຶ່ງກໍ​ຖືກ​ຍ້າຍ​ໜີ​ຈາກ​ບ່ອນນີ້​ເລີຍ ບໍ່​ໃຫ້​ໄປ​ຢູ່​ໃນຂົງ​ເຂດ​ລາຍ​ຮັບ​ເລີຍ ເຮົາ​ກະ​ປະ​ຕິ​ບັດ​ຢ່າງ​ເຂັ້ມ​ງວດ.”

ທາງ​ດ້ານທ່ານ​ນາງວຽງ​ທອງ ສີ​ພັນ​ດອນ, ປະ​ທານ​ອົງ​ການ​ການກວດ​ສອບ​ແຫ່ງ​ລັດ ໄດ້​ຖະ​ແຫຼງຢືນ​ຢັນ​ວ່າ ການ​ທຸດ​ຈະ​ລິດ ໂດຍ​ບັນ​ດາ​ພະ​ນັກ​ງານ​ລັດ ຍັງ​ເກີດ​ຂຶ້ນ​ຢ່າງກວ້າງ​ຂວາງ ເພາະ​ໄດ້​ມີ​ການ​ຮ່ວມ​ມື​ກັນຢ່າງ​ເປັນ​ຂະ​ບວນ​ການ​ໃນ​ທຸກ​ລະ​ດັບ ດັ່ງ​ກໍ​ລະ​ນີ​ການ​ຂາຍ​ໄມ້​ຂອງ​ລັດ ໃນ​ລາ​ຄາ​ທີ່​ຕ່ຳ​ກວ່າ ຄວາມ​ເປັນ​ຈິງ ແລະ​ບໍ່​ຖືກ​ຕ້ອງ​ຕາມ​ລະ​ບຽບ​ການປະ​ມູນ ເຮັດ​ໃຫ້​ລັດ​ຖະ​ບານ​ເສຍ​ຫາຍໄປ​ຢ່າງ​ຫລວງ​ຫລາຍ ທັງ​ຍັງ​ກວດ​ພົບ​ວ່າ ມີ​ພະ​ນັກ​ງານ​ນຳ​ເອົາ​ເງິນ​ລາຍ​ໄດ້​ຂອງ​ລັດ​ໄປ​ຝາກ​ທະ​ນາ​ຄານ​ເອ​ກະ​ຊົນ ເພື່ອ​ຍັກ​ຍອກ​ເອົາ​ດອກ​ເບ້ຍ​ໄປ​ເປັນ​ຜົນ​ປະ​ໂຫຍດ​ຂອງ​ຕົນ ​ຈຶ່ງ​ເຮັດ​ໃຫ້​ຈະ​ຕ້ອງ​ເພີ່ມ​ຄວາມ​ເຂັ້ມ​ງວດ​ເຂົ້າ​ໃນ​ການກວດ​ສອບ​ການ​ປະ​ຕິ​ບັດ​ໜ້າ​ທີ່​ຂອງ​ພະ​ນັກ​ງານ​ລັດ ທັງ​ຢູ່​ຂັ້ນ​ສູນ​ກາງ ແລະ ຂັ້ນ​ທ້ອງ​ຖິ່ນ​ໃນ​ທົ່ວ​ປະ​ເທດ​ຢ່າງ​ຈິງ​ຈັງ.

ທ່ານ​ນາງວຽງ​ທອງ ຢືນ​ຢັນ​ອີກ​ດ້ວຍ​ວ່າ ການ​ທຸ​ດ​ຈະ​ລິດທີ່​ເປັນ​ການ​ຮ່ວມ​ມື​ລະ​ຫວ່າງ​ພະ​ນັກ​ງານ​ລັດ​ຖະ​ບານ​ກັບພາກ​ທຸ​ລະ​ກິດ​ເອກ​ກະ​ຊົນ​ນັ້ນ ​ຖືເປັນສາ​ເຫດ​ສຳ​ຄັນ ​ທີ່​ເຮັດ​ໃຫ້​ລັດ​ຖະ​ບານຕ້ອງສູນ​ເສຍ​ລາຍ​ຮັບ​ຫຼາຍ​ຂຶ້​ນ​ນັບ​ມື້ ທັງ​ຍັງ​ກວດ​ພົບ​ວ່າ ມີພະ​ນັກ​ງານ​ທີ່​ກ່ຽວ​ຂ້ອງ​ບໍ່​ສົ່ງ​ລາຍ​ຮັບ​ຊ່ວຍ​ສາ​ອາ​ກອນ ແລະ​ຊັບ​ສິນ​ຕ່າງໆ ​ຂອງ​ລັດ​ເຂົ້າ​ງົບ​ປະ​ມານ​ລັດ​ຖະ​ບານ ຫຼາຍກວ່າ 999 ຕື້​ກີບ ແລະ​ກວ່າ 67 ລ້ານໂດ​ລ​າ ຊຶ່ງກໍເຮັດ​ໃຫ້​ມີ​ການ​ລົງ​ໂທດ​ທາງວິ​ໄນຕໍ່​ພະ​ນັກ​ງາ​ນ​ລັດ 849 ຄົນ, ດຳ​ເນີນ​ຄະ​ດີ​ໃນ​ສານ 113 ຄົນ, ໃນ​ນີ້ ສານ​ຕັດ​ສິນໂທດແລ້ວ 55 ຄົນ, ເກັບ​ເງິນ​ຄືນ​ມາໄດ້ 26.2 ຕື້​ກີບກັບ 17 ລ້ານ​ໂດ​ລາ ແລະໄດ້ຍົກ​ເລີກ​ສຳ​ປະ​ທານ​ໂຄງ​ການ​ລົງ​ທຶນ​ຂອງ​ເອກ​ກະ​ຊົນ​ລາວ ແລະຕ່າງ​ຊາດ ທີ່​ພົວ​ພັນ​ໃນການ​ທຸດຈ​ະ​ລິດດັ່ງ​ກ່າວຈຳ​ນວນ​ເຖິງ 315 ລາຍ ໃນ​ປີ 2019 ຜ່ານ​ມາ.

ສ່ວນ​ຄະ​ນະ​ກຳ​ມະ​ການ​ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ​ແຫ່ງ​ຊາດ​ລາວ ລາຍ​ງານ​ວ່າ ປີ 2017-2019 ໄດ້​ກວດ​ພົບ​ໂຄງ​ການ​ລົງ​ທຶນ​ຂອງ​ລັດ​ຖະ​ບານ​ຈຳ​ນວນ 209 ໂຄງ​ການ ​ທີ່​ຈັດ​ຕັ້ງ​ປະ​ຕິ​ບັດ​ບໍ່​ຖືກລະ​ບຽບ​ການ​ຈັດ​ຊື້-ຈັດ​ຈ້າງ. ໃນ​ນີ້ ​ແບ່ງ​ເປັນ 103 ໂຄງ​ການ ​ທີ່​ບໍ່​ໄດ້​ຈັດ​ການ​ປະ​ມູນ ແລະ 106 ໂຄງການ​ທີ່​ຈັດ​ການ​ປະ​ມູນ​ບໍ່​ຖືກ​ຕ້ອງ​ຕ​າມ​ກົດ​ໝາຍຊຶ່ງເຮັດ​ໃຫ້​ລັດ​ຖະ​ບານ​ສູນ​ເສຍ​ງົບ​ປະ​ມານ​ໄປ 5,331 ກວ່າ​ຕື້​ກີບ. ສ່ວນ​ການ​ຍົກ​ເວັ້ນ​ອາກອນ​ນຳ​ເຂົ້າ​ນ້ຳ​ມັນ​ໃຫ້​ກັບ​ບັນ​ດາ​ບໍ​ລິ​ສັດ​ຕ່າງ​ຊາດທີ່​ລົງ​ທຶນ​ໃນ​ລາວ​ກໍ​ເຮັດ​ໃຫ້​ລັດ​ຖະ​ບານ​ສູນ​ເສຍ​ລາຍ​ຮັບ​ເຖິງ 2,407 ຕື້​ກີບ ແລະ​ ກວດ​ພົບ​ຜູ້​ທະ​ທຳ​ຜິດ ທີ່​ເປັນ​ການ​ຮ່ວມ​ມື​ກັນ ລະ​ຫວ່າງ​ພະ​ນັກ​ງານ ກັບ​ນັກ​ທຸ​ລະ​ກິດ 1,285 ຄົນ, ໃນ​ນີ້​ແບ່ງ​ເປັນ​ພະ​ນັກ​ງານລັດ​ເຖິງ 970 ຄົນ ແລະ​ນັກ​ທຸ​ລະ​ກິດ​ເອ​ກະ​ຊົນ 315 ຄົນ.

ສ່ວນ​ອົງ​ການ​ເພື່ອ​ຄວາມ​ໂປ່ງ​ໃສ​ສາ​ກົນ (Transparency International) ລາຍ​ງານ​ວ່າລັດຖະ​ບາ​ນ​ລາວມີຄວາມ​ໂປ່ງ​ໃສ​ ໃນ​ການ​ບໍ​ລິ​ຫານ​ງານ​ພຽງ 29 ຈາກ 100 ຄະ​ແນນເຕັມໃນປີ 2018 ໝາຍ​ຄວາມວ່າ​ມີ​ນັກ​ທຸ​ລະ​ກິດ​ຕ່າງ​ຊ​າດ ທີ່​ລົງ​ທຶນ​ໃນ​ລາວ​ເຖິງ 71 ໃນ 100 ຄົນ ທີ່​ເຫັນ​ວ່າ ​ມີ​ການ​ທຸດ​ຈະ​ລິດ ໃນ​ວົງ​ກາ​ນ​ລັດ​ຖະ​ບານ​ລາວ.

XS
SM
MD
LG