ໃນຂະນະທີ່ການກໍ່ສ້າງພື້ນຖານໂຄງລ່າງ ເຊັ່ນການຄົມມະນາຄົມ ແລະສື່ສານຕ່າງໆໃນສປປລາວ ກຳລັງຂະຫຍາຍໂຕຢ່າງໄວວາ ຄົນລາວບາງຄົນ ກໍເຫັນວ່າ ການຂະຫຍາຍໂຕທາງດ້ານຊັບພະຍາກອນມະນຸດນັ້ນ ແມ່ນຍັງຊັກຊ້າ ແລະຍັງບໍ່ທັນຕອບສະໜອງຄວາມຕ້ອງການໃນການລົງທຶນ ແລະການຂະຫຍາຍໂຕທາງເສດຖະກິດໄດ້ຢ່າງພຽງພໍ. ດ້ວຍເຫດໃດຈຶ່ງເປັນເຊັ່ນນັ້ນພວກເຮົາມາພາກັນໄປຟັງການສຳພາດຂອງບົວສະຫວັນ, ນັກຂ່າວຂອງວີໂອເອ ກັບນັກທຸລະກິດ ທ່ານນຶ່ງທີ່ມີຄວາມເປັນຫ່ວງເປັນໃຍຕໍ່ການສຶກສາໃນລາວນຳກັນເລີຍເນາະ.
ຫລາຍຄົນອາດຄິດວ່າ ການທີ່ມີທຶນຮອນເປັນວັດຖຸເງິນຄຳ ແລະເທັກໂນໂລຈີທີ່ທັນສະໄໝຈາກຕ່າງປະເທດເທົ່ານັ້ນ ກໍພຽງພໍແລ້ວທີ່ຈະເຮັດໃຫ້ການສ້າງສາພັດທະນາປະເທດລາວໃຫ້ກ້າວໄປໄກໄດ້. ແຕ່ວ່າ ອີງຕາມການສັງເກດການຂອງນັກທຸລະກິດລາວບາງທ່ານກໍແມ່ນວ່າ ການພັດທະນາທີ່ເນັ້ນໜັກໄປແຕ່ທາງ ດ້ານນີ້ ແມ່ນບໍ່ພຽງພໍ. ເຮົາຕ້ອງມີການພັດທະນາຊັບພະຍາກອນມະນຸດ ຫລືພັດທະນາຄົນໄປພ້ອມໆກັນມັນຈຶ່ງຈະເຮັດໃຫ້ປະເທດຊາດມີຄວາມກ້າວໜ້າໄດ້ແບບຍືນຍົງແທ້ໆ.
ສະພາບການຂອງສປປ ລາວ ໃນທຸກມື້ນີ້ ແມ່ນການພັດທະນາທາງດ້ານວັດຖຸກຳລັງຂະຫຍາຍໂຕໄປໄດ້ດີ ອີງຕາມທ່ານ ສຸພົດ ມະນີຄົງ, ນັກທຸລະກິດສົ່ງອອກ ແລະສົ່ງເສີມການຝຶກອົບຮົມເຮັດຫັດຖະກຳໄມ້ລາວ. ເພິ່ນບອກ ວ່າ ທັງນີ້ກໍເປັນຍ້ອນພັກ ແລະລັດຖະບານລາວມີແຜນຍຸດທະສາດໃນການດຶງດູດເອົາທຶນຮອນຂອງຕ່າງປະເທດ ມາສ້າງສາພັດທະນາດ້ານພື້ນຖານໂຄ່ງລ່າງໄດ້ດີສົມຄວນ ຊຶ່ງສະແດງອອກໃຫ້ເຫັນຢ່າງຈະແຈ້ງທີ່ສຸດ ກໍຄືໂຄງການກໍ່ສ້າງລົດໄຟຄວາມໄວສູງທີ່ມີການລົງທຶນຈາກຈີນເກືອບຮອດ 6 ຕື້ໂດລາ ຊຶ່ງກວາມເອົາປະມານ 34 ເປີເຊັນຂອງລວມຍອດຜະລິດຕະພັນພາຍໃນ ຫລື GDP ຂອງລາວ. ເຖິງແມ່ນວ່າເພິ່ນຈະສະໜັບ ສະໜຸນໂຄງການລົງທຶນໃຫຍ່ດ້ານນີ້ຫລາຍທີ່ສຸດ ແຕ່ເພິ່ນກໍໃຫ້ຂໍ້ຄິດເຫັນວ່າ ມັນຈະບໍ່ຊ່ວຍໃຫ້ລາວ ເຮົາ ໄດ້ຮັບຜົນປະໂຫຍດຈາກໂຄງການນີ້ໄດ້ຫລາຍປານໃດ. ເພາະການທີ່ຈະສາມາດສວາຍເອົາໂອກາດຈາກການລົງທຶນອັນໃຫຍ່ຫລວງ ແລະຄວາມກ້າວໜ້າທາງເທັກໂນໂລຈີໃໝ່ທີ່ນຳເຂົ້າມາຈາກຕ່າງປະເທດແບບນີ້ໄດ້ນັ້ນ ມັນກໍຂຶ້ນຢູ່ກັບຄວາມຮູ້ ຄວາມສາມາດຂອງຄົນລາວ, ຊຶ່ງເພິ່ນກ່າວດັ່ງນີ້:
ການສ້າງຊັບພະຍາກອນມະນຸດມັນຕ້ອງຄຽງຄູ່ກັນໄປກັບການພັດທະນາຊາດ ຈະຕ້ອງທຸ້ມເທຍາດແຍ່ງການຊ່ວຍເຫລືອຈາກຕ່າງປະເທດ ເພື່ອຂໍທຶນຕ່າງໆ ເພື່ອໄປຮຽນ. ຮຽນມາແລ້ວກາຕ້ອງມີບ່ອນໃຫ້ເຂົາເຈົ້າເຮັດເນາະ. ຄືຫລາຍໆບ່ອນ ທີ່ວ່າມີບັນຫາກ່ຽວກັບເລື້ອງຮັບພະນັກງານເຂົ້າເບາະຈັ່ງຊີ້, ເຮົາກໍ່ສ້າງສຳນັກງານອົງການຂຶ້ນຕິກໆ ກ່ຽວກັບເລື້ອງແບບນີ້ນະ ເພື່ອຮອງຮັບເອົານັກສຶກສາທີ່ຮຽນຈົບນະ ຕາມວິຊາສະເພາະຂອງເຂົາເຈົ້າ. ອັນນີ້ ຖ້າຫາກວ່າເຮົາປ່ອຍໃຫ້ແຕ່ເອກະຊົນເປັນຜູ້ສ້າງແລະຍັງຊິຊັບຊ້ອນເຂົ້ານີ້ ຂ້າພະເຈົ້າຄິດວ່າ ມັນກໍຈະຊ້າເນາະ ເພາະເອກະຊົນເຂົາເຈົ້າບໍ່ແມ່ນມີເງິນເດະ ຄົນລາວນີ້ ບໍ່ແມ່ນວ່າຊິລວຍໝົດ. ເລື້ອງຊັບພະຍາກອນມະນຸດນີ້ ໃຫ້ມັນຄຽງຄູ່ກັນໄປມັນຈຶ່ງຊິເກີດປະສິດທິຜົນເນາະ ໃນການສ້າງສາພັດທະນາປະເທດຊາດນີ້.
ຄວາມຄິດອັນນີ້ ຂອງທ່ານສຸພົດ ກໍກົງກັນກັບທິດສະດີຂອງນັກເສດຖະສາດ ອາເມຣິກັນທ່ານນຶ່ງ, ຄືທ່ານ Ted Schultz ທີ່ຄິດຄົ້ນຄຳວ່າ “ທຶນທີ່ເປັນຊັບພະຍາກອນມະນຸດ” ຂຶ້ນມາໃນຊຸມປີ 1960. ນັກເສດຖະສາດທີ່ໄດ້ຮັບລາງວັນໂນ ແບລ ທ່ານນີ້ເວົ້າວ່າ ຖ້າຢາກສ້າງເສດຖະກິດຂອງຊາດໄດ້ດີ ນອກຈາກຈະມີທຶນຮອນທີ່ເປັນວັດຖຸແລ້ວ ມັນຍັງຕ້ອງການທຶນທີ່ເປັນຊັບພະຍາກອນມະນຸດອີກ ດ້ວຍ ແລະທຶນປະເພດນີ້ກໍຄ້າຍຄືກັນກັບທຶນຮອນປະເພດອື່ນ ມັນສາມາດລົງທຶນພັດທະນາໄດ້ໂດຍຜ່ານການສຶກສາ, ການຝຶກອົບຮົມ ແລະການໃຫ້ຜົນປະໂຫຍດຕອບແທນອັນເໝາະສົມ ທີ່ນຳໄປສູ່ການປັບປຸງຄຸນນະພາບ ແລະລະດັບການຜະລິດທີ່ໄດ້ມາດຕະຖານ.
ໂດຍຫລິງເຫັນບົດບາດສຳຄັນຂອງການພັດທະນາຊັບພະຍາກອນມະນຸດ ໃນການສ້າງສາພັດທະນາເສດຖະກິດແລ້ວເຊັ່ນນັ້ນ ເມື່ອຖືກຖາມວ່າ ລັດຖະບານລາວມີຍຸດທະສາດແນວໃດບໍ່ໃນເລື້ອງນີ້, ທ່ານ ສຸພົດຕອບວີໂອເອວ່າ
ເພິ່ນກາຕັ້ງເປົ້າໄວ້ວ່າ ການສຶກສາເປັນປາຍແຫລມແລ້ວເດ້ ແຕ່ວ່າ ເພິ່ນຊິເຮັດໄດ້ຂະໜາດໃດ ປະຕິບັດໄດ້ຂະໜາດໃດ ອັນນີ້ຂ້າພະເຈົ້າກາບໍ່ຮູ້ຈັກ. ອ່ານເບິ່ງນະໂຍບາຍແລ້ວອັນໃດກໍດີໝົດເນາະ. ແຕ່ປະຕິບັດໂຕຈິງຍັງບໍ່ທັນໄດ້ຄົບ, ບໍ່ທັນໄດ້ຄົບ ກໍຍ້ອນວ່າມັນມີຫລາຍດ້ານ, ຫລາຍປັດໄຈເນາະ, ທາງການນຳພາຫັ້ນ ເຂົາເຈົ້າກໍບໍ່ຮູ້.
ຄັນເວົ້າໄປກາ ລະດັບບໍ່ເຖິງຫັ້ນນະ, ບໍ່ເກັ່ງວ່າຊັ້ນຊາ, ອັນເລື້ອງບໍ່ເກັ່ງຫັ້ນລະກາບໍ່ເກັ່ງແລ້ວ ແຕ່ວ່າ ເລື້ອງຄວາມຄິດຕ່າງໆ ທີ່ວ່າ ມັນ ເປັນຂອງທີ່ບໍ່ສົມຄວນຫັ້ນນະ ກະໄປຄິດເຖິງໂຕນັ້ນພຸ້ນ ເອີ ເຂົາເອີ້ນວ່າ ຄວາມຄິດສວາຍໂອກາດນະ ມັນເກີດນຳພວກທີ່ການສຶກສາບໍ່ສູງໄດ໋ ເພາະເຂົາເຈົ້າຮູ້ຢູ່ ວ່າ ສິ່ງໃດມັນຖືກ ສິ່ງໃດບໍ່ຖືກນະ ໃຜກໍຮູ້ຈັກໝົດ ແຕ່ວ່າ ບາງຄັ້ງກໍຍອມຮັບວ່າ ຂ້ອຍຕ້ອງເລືອກເອົາທາງນີ້ ທາງທີ່ບໍ່ຖືກຫັ້ນນະ ເພາະວ່າ ຂ້ອຍບໍ່ມີທາງເຮັດ ໝາຍເຖິງວ່າ ຄວາມສະຫລາດບໍ່ເຖິງ ຄັນຊິເວົ້າໄປຫັ້ນນະ. ຂ້ອຍບໍ່ສູ້ໝູ່ ຂ້ອຍຕ້ອງເອົາທາງນີ້. ກໍຄືບັນຫາຢາເສບຕິດຕ່າງໆ ນີ້ຫລະ ເປັນຫຍັງມັນຈຶ່ງຫລາຍ? ກໍຍ້ອນວ່າ ຄົນເຮົາມັນບໍ່ມີລະດັບຄວາມຮັບຮູ້, ການສືກສາ. ຮູ້ຢູ່ວ່າສິ່ງທີ່ກະທຳນີ້ ເລື້ອງຢາເສບຕິດນີ້ ມັນຜິດທັງກົດໝາຍ, ຜິດທັງສິນລະທຳ, ຜິດທັງ ອັນເຂົາເອີ້ນວ່າ ທາງດ້ານສັງຄົມ, ທາງດ້ານຫຍັງເນາະ ເລື້ອງເສດຖະກິດຫຍັງຕ່າງໆ ຫັ້ນແລ້ວ ແຕ່ວ່າ ຄົນເປັນຫຍັງຈຶ່ງວ່າພາກັນເຮັດ ກໍຍ້ອນວ່າ ຄົນເຮົາບໍ່ມີທາງເລືອກ ບໍ່ມີທາງເລືອກໄດ໋ ໂຕເອງບໍ່ຮູ້ຫຍັງເນ່ ເຫັນວ່າທາງນີ້ມັນງ່າຍກາເລີຍເຮັດ ເພາະວ່າຜູ້ໃດກໍຢາກລວຍ. ຫລາຍຄົນເຂົາເຈົ້າຮູ້ຈັກແລ້ວ ເຂົາເຈົ້າກໍຫລີກໜີໄກໆໄດ໋ ຜູ້ທີ່ວ່າໄດ້ຮັບການສຶກສາເນາະ ເຂົາເຈົ້າຫລີກໜີໄກໆ ເຂົາເຈົ້າໄປຊອກເຮັດອັນອື່ນພຸ້ນແຫລະ ທີ່ວ່າເຂົາເຈົ້າມີທາງເລືອກຫລາຍ. ອັນນີ້ກໍລ້ວນແລ້ວແຕ່ມາຈາກການສຶກສາໝົດ.