ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລາວ ວາງແຜນພັດທະນາສັງຄົມ-ເສດຖະກິດ ເພື່ອຫຼຸດຜ່ອນຄວາມຍາກຈົນຂອງປະຊາຊົນລາວລົງ


ແຜນທີ່ບ່ອນທີ່ບອກເຖິງຄວາມຍາກຈົນໃນລາວ
ແຜນທີ່ບ່ອນທີ່ບອກເຖິງຄວາມຍາກຈົນໃນລາວ

ທາງ​ການ​ລາວ​ວາງ​ແຜນ​ທີຈະ​ລົບ​ລ້າງບຜນຫາ​ຄວາມທຸກ​ຍາກ​ຂອງ​ປະຊາຊົນ​ລາວ​
ໃຫ້​ໄດ້​ບໍ່​ນ້ອຍ​ກວ່າ 5,580 ຄອບຄົວ​ແລະ​ລົບ​ລ້າງລ້ານ​ທຸກ​ຈົນ​ໃຫ້​ໄດ້ 178 ບ້ານ ​ໃນ​ຕະຫຼອດ​ປີ 2017 ນີ້.

ທ່ານ​ທອງ​ວັນ ວິ​ໄລ​ເຮືອງ ຫົວໜ້າ​ຄະນະ​ພັດທະນາ ​ແລະ​ລົບ​ລ້າງ​ຄວາມທຸກ​ຍາກ​ຂັ້ນ​ສູນ​ກາງ​ຖະ​ແຫຼ​ງວ່າການ​ຈັດ​ຕັ້ງ​ປະຕິບັດ​ໂຄງການ​ພັດທະນາ​ຊົນນະ​ບັດ ​ໃນ​ຕະຫຼອດ​ປີ 2017
ມີ​ເປົ້າ​ໝາຍ​ທີ່​ຈະ​ລົບ​ລ້າງບັນຫາ​ຄວາມທຸກ​ຍາກ​ໃຫ້​ກັບ​ປະຊາຊົນ​ລາວ​ໃຫ້​ບໍ່​ໜ້ອຍ​ກວ່າ 5,580 ຄອບຄົວ​ ຊຶ່ງ​ຈະ​ເຮັດ​ໃຫ້​ຍັງ​ເຫຼືອ 70,924 ຄອບຄົວ​ທຸກຍາກ 6.09 ​ເປີ​ເຊັນ ຂອງ​ຈຳນວນ​ຄອບຄົວ ທັງໝົດ​ໃນ​ທົ່ວ​ປະ​ເທດ​ລາວ.

ພ້ອມ​ກັນນີ້ ຄະນະ​ພັດທະນາ​ຊົນນະບົດ​ແລະ​ລົບລ້າງຄວາມທຸກຍາກຂັ້ນ​ສູນ​ກາງ ກໍຍັງ​ໄດ້​ວາງ​ຄາດໝາຍ​ການ​ລົບລ້າງ​ບ້ານ​ທຸກ​ຍາກຈົນ​ ໃຫ້​ໄດ້ 178 ບ້ານ ​ໂດຍ​ຖ້າ​ຫາກ​ຈັດ​ຕັ້ງ​ປະຕິບັດ​ໄດ້​ຈິງ ກໍ​ຈະ​ເຮັດ​ໃຫ້​ຍັງ​ເຫຼືອ​ບ້ານ​ທຸກ​ຍາກ ​ບໍ່​ເກີນ 1,511 ບ້ານ ຫຼື​ເທົ່າ​ກັບ18 ​ເປີ​ເຊັນ ຂອງ​ຈຳນວນ​ບ້ານ​ທັງ​ໝົດ​ໃນ​ທົ່ວ​ປະ​ເທດ ​ແລະ​ໃນ​ນີ້ ກໍ​ຮວມ​ເຖິງ 78 ບ້ານ ທີ່​ຈະ​ໄດ້​
ຮັບ​ການ​ຍົກ​ລະດັບ​ໃຫ້​ເປັນ​ບ້ານ​ພັດທະນາ ຊຶ່ງ​ຈະ​ເຮັດ​ໃຫ້ມີ​ບ້ານ​ພັດທະນາ​ເພີ່ມ​ຂຶ້ນ​ເປັນ 3,914 ບ້ານ ຫຼື​ເກືອ​ບ​ເຖິງ 46 ​ເປີ​ເຊັນ​ ທັງ​ໝົດ​ໃນ​ລາວ.

​ໂດຍ​ການ​ລົບ​ລ້າງ​ຄວາມທຸກ​ຍາກ​ດັງ​ກ່າວ​ນີ້ ລັດຖະບານ​ລາວ​ໄດ້​ຮັບ​ການ​ຊ່ອຍ​ເຫຼືອ​ຈາກ​ນາໆ​ຊາດ​ແລະ​ອົງການ​ສາ​ກົນ ນັບ​ຕັ້ງ​ແຕ່​ປີ 1983 ​ເປັນ​ຕົ້ນ​ມາ ຊຶ່ງ​ກໍ​ໄດ້​ປະກອບສ່ວນ
​ຢ່າງ​ສຳ​ຄັນ​ເຂົ້າ​ໃນ​ການ​ພັດທະນາ​ໃນ​ທຸກ​ດ້ານ​ທີ່​ມີ​ເປົ້າ​ໝາຍ​ເພື່ອ​ລົບ​ລ້າງ​ຄວາມ​ຍາກຈົນ​ຂອງ​ປະຊາຊົນ​ລາວ ດັງ​ຈະ​ເຫັນ​ໄດ້​ຈາກ​ອັດຕາ​ຄວາມ​ຍາກຈົນ​ ທີ່​ລົດ​ລົງ​ຈາກ 48 ​ເປີ​ເຊັນຂອງ​ປະຊາຊົນ​ລາວ ທັງ​ໝົດ​ໃນ​ປີ 1992 ​ເປັນ 27.6 ​ເປີ​ເຊັນ​ ​ໃນ​ປີ 2008, 17 ​ເປີ​ເຊັນ​ ​ໃນ​ປີ 2015 ​ແລະ​ບໍ່​ເຖິງ 10 ​ເປີ​ເຊັນ​ ​ໃນ​ປີ 2016 ຕາມ​ລຳດັບ.

ທັງ​ນີ້​ໂດຍ​ອິງ​ຕາມ​ສະຖິຕິຂອງ​ທະນາຄານ​ແຫ່ງ ​ສປປ ລາວ ​ໄດ້​ລະບຸ​ວ່າ​ລັດຖະບານ​ລາວ
​ໄດ້​ຮັບ​ການ​ຊ່ອຍ​ເຫຼືອລ້າ​ຈາກ​ຕ່າງປະ​ເທດ​ໃນ​ມູນ​ຄ່າ 475 ລ້ານ 3 ​ແສນ ​ໃນ​ປີ 2000 ​ແລ້ວ​ກໍ​ເພີ່ມ​ຂຶ້ນ​ເປັນ 1 ພັນ 46 ລ້ານ 3 ​ແສນ 9 ໝື່ນ ​ໃນ​ປີ 2006 ​ແລະ​ເພີ່​ມຂຶ້ນ​ເປັນ 3 ພັນ 708 ລ້ານ 8 ​ແສນ ​ໃນ​ປີ 2011 ສ່ວນ​ປີ 2014 ກໍ​ນັບ​ເປັນ​ປີ​ທີ່​ລາວ ​ໄດ້​ຮັບ​ການ​ຊ່ອຍ​ເຫຼືອ​ລ້າຈາກ​ຕ່າງປະ​ເທດ​ຫຼາຍ​ທີ່​ສຸດ​ ກໍ​ຄື 5 ພັນ 169 ລ້ານ 5 ​ແສນ 5 ໝື່ນ ​ໂດ​ລ່າ ​ແລະ​ຫຼຸດ​ລົງ​ມາ​ເປັນ 4 ພັນ 545 ລ້ານ 8 ​ແສນ​ໂດ​ລ່າ ​ໃນ​ປີ 2015 ທີ່​ຜ່ານ​ມາ.

​ແຕ່​ຢ່າງ​ໃດ ກໍ​ຕາມ ລັດຖະບານ​ລາວ ກໍ​ບໍ່​ສາມາດ​ບັນລຸ​ເປົ້າ​ໝາຍ​ສະຫັດ​ສະ​ວັດ​ຂອງ​ການ​ພັດທະນາ ​ໃນ 6 ດ້ານ​ຈາກ​ທັງ​ໝົດ 9 ດ້ານ ທີ່​ໄດ້​ຕົກລົງ​ໄວ້​ກັບ UNPD ຊຶ່ງ​ປະກອບ​ດ້ວຍ​ການ​ທີ່​ເດັກ ອາຍຸ​ຕ່ຳ​ກວ່າ 5 ປີ ຍັງ​ມີ​ສ່ວນ​ສູງ​ແລະ​ນ້ຳໜັກ​ຕ່ຳ​ກວ່າ​ເກນ ການ​ຮຽນ​ຈົບ​ຊັ້ນ​ປະຖົມ​ທີ 5 ​ເພີ່ມ​ຂຶ້ນ​ຢ່າງ​ຊັກ​ຊ້າ ​ເດັກ​ອາຍຸ​ຕ່ຳ​ກວ່າ 1 ປີ ຍັງ​ເສຍ​ຊີວິດ​ໃນ​ອັນ​ຕາສະ​ເລ່ຍ
ທີ່​ສູງ ອັດຕາ​ການ​ຕາຍ​ຂອງ​ແມ່ຍິງ​ ຂະນະ​ຖືພາ​ ກໍ​ຍັງ​ສູງ ການ​ເພີ່ມ​ອັດຕາ​ການ​ປົກ​ຫຸ້ມ​
ຂອງ​ປ່າ​ໄມ້ ​ຍັງ​ປະຕິ​ເສດ​ໄດ້​ຕ່ຳ ​ແລະ​ການ​ເກັບ​ກູ້​ລະ​ເບີດ​ບໍ່​ທັນ​ແຕກ (UXO) ກໍ​ປະຕິບັດ
​ໄດ້​ໃນ​ພື້ນ​ທີ່​ຈຳກັດ.

ສ່ວນ​ເດັກ​ທີ່​ໄດ້​ຮັບ​ການ​ລ້ຽງ​ດູ​ດ້ວຍ​ນົມ​ແມ່ ນັບ​ຕັ້ງ​ແຕ່​ມື້​ເກີດ​ຈົນ​ອາຍຸ 6 ​ເດືອນ​ນັ້ນ ກໍ​ມີ​ພຽງ 40​ ເປີ​ເຊັນ ​ເທົ່າ​ນັ້ນ ຊຶ່ງ​ກໍ​ເຮັດ​ໃຫ້​ລັດຖະບານ​ລາວ​ຄາດ​ຫວັງ​ວ່າ ​ຈະ​ຮັບ​ການ​ຊ່ອຍ​ເຫຼືອ​
ຈາກ​ຕ່າງປະ​ເທດ​ເພີ່ມ​ຂຶ້ນ​ອີກ​ດ້ວຍ ​ໂດຍ​ສະ​ເພາະ​ແມ່ນ​ການ​ຊ່ອຍ​ເຫຼືອ​ຈາກ​ບັນດາ​ຢູ່​ຮ່ວມ​ພັດທະນາ​ໃນ​ກອງ​ປະຊຸມ​ໂຕະມົນ​ລະຫວ່າງ​ລັດຖະບານ​ລາວ​ກັບ​ສາກົນ ​ທີ່​ຈັດ​ຂຶ້ນ​ທຸກ​ປີ​ນັ້ນ ດັ່ງ​ທີ່​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຂອງ​ລາວ ​ໄດ້​ໃຫ້ການ​ຍືນ​ຍັນ​ວ່າ “ກອງ​ປະຊຸມ​ໂຕະມົນ​ນີ້ ​ແມ່ນ​ເປັນ​ກອງ​ປະຊຸມ​ທີ່​ລັດຖະບານ ມີ​ຄວາມ​ຕັ້ງ​ໃຈ​ຢາກ​ເອົາ​ແຜນ​ພັດທະນາ​ເສດຖະກິດ-​ສັງຄົມ​ຂອງ​ຕົວ​ເອງ​ສະ​ເໜີ​ໃຫ້​ແກ່​ປະຊາ​ຄົມ​ໂລກ ​ໃຫ້​ແກ່​ອົງການ​ຜູ້​ທີ່​ໃຫ້​ທຶນ ບັນດາ​ປະ​ເທດ
​ທີ່​ໃຫ້ການ​ຊ່ອຍ​ເຫຼືອ ຮູ້ຈັກ​ວ່າຄວາມ​ຕັ້ງ​ໃຈ​ຂອງ​ລັດຖະບານ​ຢາກ​ຈະ​ພັດທະນາ​ເສດຖະກິດ​ສັງຄົມ​ຂອງ​ຕົນ​ເອງ​ໄປ​ຕາມ​ທິດ​ທາງ​ແນວ​ໃດ ​ແລະ​ຈາກ​ການ​ນຳ​ສະ​ເໜີ​ແຜນການ​ແລະ​ທິດ​ທາງ​ຕ່າງໆ​ໃຫ້​ແກ່​ຕ່າງປະ​ເທດ​ຊາບ ກະ​ໄດ້​ຖື​ເອົາ​ໂອກາດ​ນີ້​ເປັນ
​ເວທີ​ທີ່​ລະດົມ ຂົນຂວາຍ​ໃຫ້​ບັນດາ​ອົງການ​ຕ່າງປະ​ເທດ​ໃຫ້ການ​ຊ່ອຍ​ເຫຼືອ​ແກ່ ສປປ ລາວ.”

​ໂດຍ​ກະຊວງ​ການ​ຕ່າງປະ​ເທດ​ລາຍ​ງານ​ວ່າ ອົງການ​ສາກົນ​ແລະ​ນາໆ​ຊາດ​ໄດ້​ໃຫ້ການ​ຊ່ອຍ​ເຫຼືອ ​ແກ່ລັດ​ຖະບານ ຄິດ​ເປັນ​ມູນຄ່າຮວມ​ເຖິງ 28 ພັນ​ 849 ລ້ານ 9 ​ແສນ ​ໂດ​ລ່າ
​ໃນ​ຊ່ວງປີ 2000 ຫາ 2015 ທີ່​ຜ່ານ​ມາ.

XS
SM
MD
LG