ເດັກນ້ອຍແລະເຍົາວະຊົນຈຳນວນຫຼາຍກວ່າ 380 ພັນ ຄົນ ຍັງບໍ່ມີໂອກາດເຂົ້າເຖິງການ
ສຶກສາໃນພາກບັງຄັບ ສ່ວນແຮງງານອີກ 2 ລ້ານກວ່າຄົນ ຍັງຈະຕ້ອງເພີ່ມທັກສະແລະ
ຮຽນໜັງສືເພີ່ມຕື່ມ ຊົງຣິດ ໂພນເງິນ ມີລາຍງານຈາກບາງກອກ.
ທ່ານນາງພິລານີ ພິດສະໄໝ ຮອງຫົວໜ້າກົມການສຶກສານອກໂຮງຮຽນ ກະຊວງການ
ສຶກສາທິການແລະກິລາ ເປີດເຜີຍວ່າການສຳຫຼວດແລະເກັບກຳຂໍ້ມູນ ໃນໄລຍະ 3 ປີ
ທີ່ຜ່ານມາ ພົບວ່າມີເດັກນ້ອຍແລະຊາວໜຸ່ມລາວ ຈຳນວນຫຼາຍກວ່າ 380 ພັນ ຄົນ
ໃນທົ່ວປະເທດທີ່ຍັງບໍ່ມີໂອກາດ ໄດ້ຮຽນຫຼືເຂົ້າເຖິງການສຶກສາໃນພາກບັງຄັບ
ເນື່ອງຈາກການມີງົບປະມານ ຢ່າງຈຳກັດເຮັດໃຫ້ບໍ່ສາມາດຂະຫຍາຍສູນການສຶກສາ
ນອກໂຮງຮຽນໄປໃນເຂດຊົນນະບົດຫ່າງໄກໄດ້ຢ່າງທົ່ວເຖິງ.
ທັງນີ້ໂດຍລັດຖະບານລາວ ໄດ້ຈັດຕັ້ງປະຕິບັດແຜນການພັດທະນາແລະຂະຫຍາຍ
ໂອກາດດ້ານການສຶກສາ ໄປສູ່ເຍົາວະຊົນ ໃນເຂດຊົນນະບົດ ນັບແຕ່ປີ 2011
ເປັນຕົ້ນມາດ້ວຍເປົ້າໝາຍທີ່ຈະເຮັດໃຫ້ເຍົາວະຊົນ ໄດ້ຮຽນຈົບຊັ້ນປະຖົມປີທີ 5 ຢ່າງ
ຄົບຖ້ວນຊຶ່ງໃນສົກຮຽນປະຈຳປີ 2017 ກໍປາກົດວ່ານັກຮຽນຈຳນວນຫຼາຍກວ່າ 50 ພັນ
ຄົນທີ່ໄດ້ສອບເສັງແລະຈົບຊັ້ນປະຖົມປີທີ 5 ຈາກໂຮງຮຽນຂອງລັດ 8 ພັນ 600 ກວ່າ
ແຫ່ງໃນທົ່ວປະເທດ.
ແຕ່ຢ່າງໃດກໍຕາມ ໂຮງຮຽນຂອງລັດຖະບານລາວໃນທົ່ວປະເທດ ກໍສາມາດຮອງຮັບນັກຮຽນລະດັບປະຖົມສຶກສາປີທີ 1 – 5 ໄດ້ ບໍ່ເກີນ 800 ພັນ ຄົນ ຈຶ່ງເຮັດໃຫ້ເຍົາວະຊົນ
ລາວ ຫຼາຍກວ່າ 40 ພັນ ຄົນ ຕ້ອງເຂົ້າໂຮງຮຽນເອກກະຊົນ 200 ກວ່າ ແຫ່ງທີ່ສ່ວນໃຫຍ່
ກໍຕັ້ງຢູ່ໃນເມືອງ ເມື່ອປະກອບກັບຄ່າທຳນຽມ ບຳລຸງການສຶກສາ ກໍແພງກວ່າໂຮງຮຽນ
ຂອງລັດຖະບານດ້ວຍແລ້ວ ຍັງໄດ້ກາຍເປັນບັນຫາຄວາມບໍ່ສະເໝີພາບທາງດ້ານການ
ສຶກສາລະຫວ່າງເຍົາວະຊົນໃນເຂດເມືອງ ກັບເຂດຊົນນະບົດອີກດ້ວຍ ໂດຍຈະເຫັນ
ໄດ້ຈາກອັດຕາການເຂົ້າຮຽນຊັ້ນປະຖົມຢ່າງຄົບຖ້ວນທັງ 100 ເປີເຊັນ ຂອງເດັກນ້ອຍ
ໃນນະຄອນວຽງຈັນ ສ່ວນເດັກນ້ອຍໃນແຂວງອັດຕະປືທີ່ໄດ້ເຂົ້າຮຽນຊັ້ນປະຖົມກັບມີ
ອັດຕາສະເລ່ຍ ພຽງ 80 ເປີເຊັນ ກວ່າເທົ່ານັ້ນ.
ຍິ່ງໄປກວ່ານັ້ນ ການສຳຫຼວດຍັງພົບເຫັນວ່າ ມີແຮງງານຫຼາຍກວ່າ 2 ລ້ານຄົນ ໃນທົ່ວ
ປະເທດຈະຕ້ອງໄດ້ຮັບການຍົກລະດັບຝີມື ເພື່ອໃຫ້ສາມາດຕອບສະໜອງຄວາມຕ້ອງ
ການຂອງບັນດາຫົວໜ່ວຍທຸລະກິດ ແລະບໍລິສັດຕ່າງຊາດທີ່ລົງທຶນໃນລາວ ໃຫ້ໄດ້
ຢ່າງແທ້ຈິງ ຫາກບໍ່ສະນັ້ນແລ້ວ ແຮງງານລາວເຫຼົ່ານີ້ ກໍຕົກຢູ່ພາຍໃຕ້ສະພາວະການຖືກ
ຍາດແຍ່ງວຽກເຮັດງານທຳ ໂດຍບັນດາແຮງງານຈາກຕ່າງປະເທດຍ່າງຫຼີກລ່ຽງບໍ່ໄດ້
ເພາະວ່າຄຸນນະພາບຂອງແຮງງານຕ່າງຊາດສູງກວ່າ ແຮງງານລາວ ດັງທີ່ເຈົ້າໜ້າທີ່
ຂັ້ນສູງໃນກະຊວງແຮງງານແລະສະຫວັດດີການສັງຄົມ ໄດ້ໃຫ້ການຢືນຢັນວ່າ:
“ໃນສາຍອາຊີວະສຶກສາ ແລະການສຶກສາຂັ້ນສູງ ຫຼືມະຫາວິທະຍາໄລນັ້ນ ນັກຮຽນ
ແລະນັກສຶກສາມາຮຽນບໍ່ໄດ້ຕາມຄາດໝາຍ ການສ້າງຝີມືແຮງງານ ກໍຍັງບໍ່ສາມາດ
ຕອບສະໜອງ ໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງຕະຫຼາດແຮງງານແລະຜູ້ທີ່
ຮຽນຈົບອາຊີວະສຶກສາລະດັບຊັ້ນສູງຈຳນວນບໍ່ນ້ອຍ ຊອກວຽກເຮັດງານທຳບໍ່ໄດ້.”
ທັງນີ້ ກະຊວງແຮງງານແລະສະຫວັດດີການສັງຄົມໄດ້ຂຶ້ນທະບຽນແຮງງານໃຫ້ຊາວ
ຕ່າງຊາດທີ່ມາອາໄສແລະທຳງານ ຢູ່ໃນລາວໄດ້ 22 ພັນ 766 ຄົນ ໂດຍໃນນີ້ ກໍແບ່ງ
ເປັນແຮງງານຫວຽດນາມ 17 ພັນ 537 ຄົນ ຈີນ 4 ພັນ 323 ຄົນ ໄທ 612 ຄົນ ແລະອື່ນໆ
132 ຄົນ ຫາກແຕ່ທາງການລາວ ກໍເຊື່ອວ່າ ຍັງມີແຮງງານຊາວຕ່າງຊາດອີກຫຼາຍກວ່າ
30 ພັນ ຄົນ ທີ່ຍັງບໍ່ຂຶ້ນທະບຽນຢ່າງຖືກຕ້ອງແລະຍັງຕ້ອງລັກລອບທຳງານ ໂດຍຜິດ
ກົດໝາຍໃນລາວ ຢູ່ເລື້ອຍມາ.
ທາງດ້ານອົງການແຮງງານສາກົນ (ILO) ລະບຸວ່າ ລັດຖະບານລາວຈະຕ້ອງເລັ່ງຈັດຕັ້ງ
ປະຕິບັດແຜນການພັດທະນາຝີມືແຮງງານລາວ ໃຫ້ໄດ້ມາດຕະຖານທີ່ສາມາດເຂົ້າສູ່
ລະບົບການຈ້າງງານລະຫວ່າງປະເທດສະມາຊິກ ໃນອາຊຽນດ້ວຍກັນໃຫ້ໄດ້ 658 ພັນ
ກວ່າຄົນ ສຳລັບຕອບສະໜອງ ໃຫ້ກັບບໍລິສັດຕ່າງຊາດໃນລາວໃຫ້ໄດ້ ຢ່າງພຽງພໍ
ໃນ 25 ສາຂາອາຊີບແລະຕ້ອງອອກໃບຢັ້ງຢືນມາດຕະຖານຝີມືແຮງງານ ໃນ 27 ອາຊີບ
ເພື່ອເຮັດໃຫ້ແຮງງານລາວ ສາມາດໄປທຳງານໃນທົ່ວອາຊຽນ ໃຫ້ໄດ້ພາຍໃນປີ 2020.