ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ປະ​ຊາ​ຊົນ​ ທີ່​ຖືກ​ກະ​ທົບ ​ຈາກ​ເຂື່ອນ​ເຊ​ປຽນ-ເຊ​ນ້ຳ​ນ້ອຍ​ແຕກ ຍັງບໍ່​ກ້າ​ກັບ​ຄືນ ​ໄປ​ຢູ່​ບ້ານ​ເດີມ ຂອງ​ຕົນ


ເຮືອນ​ຢູ່​ໃໝ່​ຂອງ​ຜູ້​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ເຂື່ອນ​ເຊ​ປຽນ-ເຊ​ນ້ຳ​ນ້ອຍ​ແຕກ​ຈຳ​ນວນ​ນຶ່ງ
ເຮືອນ​ຢູ່​ໃໝ່​ຂອງ​ຜູ້​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ເຂື່ອນ​ເຊ​ປຽນ-ເຊ​ນ້ຳ​ນ້ອຍ​ແຕກ​ຈຳ​ນວນ​ນຶ່ງ

ປະ​ຊາ​ຊົນລາວທີ່​ຖືກ​ກະ​ທົບ​ຈາກກໍ​ລະ​ນີ​ເຂື່ອນ​ເຊ​ປຽນ-ເຊ​ນ້ຳ​ນ້ອຍແຕກ ໃນ​ແຂວງ​ອັດ​ຕະ​ປື ຍັງ​ຢ້ານ​ກົວ ທີ່​ຈະ​ກັບ​ຄືນ​ໄປ​ຢູ່​ບ້ານ​ເກົ່າ​ຂອງ​ພວກ​ຕົນ ເພາະ​ບໍ່​ໝັ້ນ​ໃຈ​ວ່າ ຈະ​ເກີດ​ເຫດ​ຂຶ້ນອີກເທື່ອ​ໃໝ່​ ຫລືບໍ່, ຊົງ​ລິດ ໂພນ​ເງິນ ມ​ີ​ລາຍ​ງານ​ມາ​ສະ​ເໜີ​ທ່ານຈາກ​ບາງກອກ.

ທ່ານ​ເລັດ ໄຊ​ຍະ​ພອນ ເຈົ້າ​ແຂວງ​ອັດ​ຕະ​ປື ຖະ​ແຫຼງ​ຢືນ​ຢັນ​ວ່າການ​ຈັດ​ສັນ ແລະ​ສ້າງ​ເຮືອນ​ຢູ່​ອາ​ໄສ​ທີ່​ຖາ​ວອນໃຫ້​ແກ່ປະ​ຊາ​ຊົນທີ່​ຖືກ​ກະ​ທົບ​ຈາກກໍ​ລະ​ນີ​ເຂື່ອນ​ເຊ​ປຽນ-ເຊ​ນ້ຳ​ນ້ອຍແຕກໃນ​ປັດ​ຈຸ​ບັນ​ນີ້ ເປັນ​ການ​ບຸກ​ເບີກ​ທີ່​ດິນເພື່ອ​ຮອງ​ຮັບ​ການ​ສ້າງ​ເຮືອນ​ຢູ່​ຖາ​ວອນ ໃຫ້​ແຕ່​ລະ​ຄອບ​ຄົວ​ ໃນ​ເນື້ອ​ທີ່​ຂະ​ໜາດ 800 ຕາ​ແມັດ​ ຕໍ່​ຄອບ​ຄົວ ຊຶ່ງ​ໄດ້​ບຸກ​ເບີກ ແລະ​ຈັດ​ສັນໃຫ້​ແກ່ປະ​ຊາ​ຊົນແລ້ວ​ໃນ​ເຂດ 2 ບ້ານ ຄື​ບ້ານ​ດົງ​ບາກ ແລະ​ຕໍ​ມໍ​ຍອດ ໂດຍ​ໃນ​ປັດ​ຈຸ​ບັນ ກຳ​ລັງ​ຢູ່​ໃນ​ຂັ້ນ​ຕອນ​ຂອງ​ການ​ຮັບ​ຮອງ​ແບບ ແລະ​ຄັດ​ເລືອກ​ຜູ້​ຮັບ​ເໝົາກໍ່​ສ້າງຕາມ​ລະ​ບຽບ​ກົດ​ໝາຍ ອັນ​ເປັນ​ການ​ພິ​ຈາ​ລະ​ນາ​ຮ່ວມ​ກັນ​ລະ​ຫວ່າງ ທາງ​ການ​ລາວ ກັບ​ບໍ​ລິ​ສັດ​ຜູ້​ລົງ​ທຶນ​ໃນ​ໂຄງ​ການເຂື່ອນ​ເຊ​ປຽນ-ເຊ​ນ້ຳ​ນ້ອຍ ດັ່ງ​ທີ່​ທ່ານ​ເລັດ​ໃຫ້​ການ​ຢືນ​ຢັນ​ວ່າ:​

“ໄດ້​ຈັດ​ສັນ​ຕອນ​ດິນ​ເພື່ອ​ປຸກ​ສ້າງ​ເຮືອນ​ຢູ່​ຖາ​ວອນ ​ຈັດ​ຕັ້ງ​ປະ​ຕິ​ບັດ​ໄດ້​ແລ້ວ 2 ຈຸດ ​ຄື ຈຸດດົງ​ບາກ, ແລະ​ຈຸດ​ຕໍມໍ​ຍອດ. ລັກ​ສະ​ນະການ​ຈັດ​ແບ່ງ​ດິນ​ຕອນ​ນຶ່ງ 20x40 ຕໍ່​ຄອບ​ຄົວ​. ສຳ​ລັບ​ເຮືອນ​ຖາ​ວອນ​ປັດ​ຈຸ​ບັນ ພວມ​ຢູ່​ໃນ​ຂັ້ນ​ຕອນ​ຮັບ​ຮອງ​ແບບ ແລະ​ກະ​ກຽມ​ເຮັດ​ການປະ​ມູນຕາມ​ລະ​ບຽບ​ການ ເພື່ອ​ລົງ​ມື​ຈັດ​ຕັ້ງ​ປະ​ຕິ​ບັດ​ກໍ່​ສ້າງ ທັງ​ໝົດ​ນີ້ ກໍ​ຍ້ອນ​ວ່າ ຄວາມ​ເອົາ​ໃຈ​ໃສ່​ຢ່າງ​ໃກ້​ຊິດ​ຂອງ​ພັກ-ລັດ ລວມ​ທັງ​ບໍ​ລິ​ສັດ​ຜູ້​ພັດ​ທະ​ນາໂຄງ​ການເຂື່ອນ​ເຊ​ປຽນ-ເຊ​ນ້ຳ​ນ້ອຍ.”

​ດິນ​ແລະ​ເຮືອນທີ່​ຈັດ​ສັນ​ໃຫ້​ແກ່​ຜູ້​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ເຂື່ອນ​ເຊ​ປຽນ-ເຊ​ນ້ຳ​ນ້ອຍ​ແຕກ
​ດິນ​ແລະ​ເຮືອນທີ່​ຈັດ​ສັນ​ໃຫ້​ແກ່​ຜູ້​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ເຂື່ອນ​ເຊ​ປຽນ-ເຊ​ນ້ຳ​ນ້ອຍ​ແຕກ

ແຕ່​ຢ່າງ​ໃດ​ກໍ​ຕາມ ສຳ​ລັບປະ​ຊາ​ຊົນທີ່​ໄດ້​ຮັບຜົນ​ກະ​ທົບ​ຈາກ​ເຂື່ອນ​ເຊ​ປຽນ-ເຊ​ນ້ຳ​ນ້ອຍແຕກນັ້ນ ກໍ​ມີ​ຄວາມ​ຕ້ອງ​ການ ທີ່​ຈະ​ກັບ​ຄືນ​ໄປ​ຢູ່​ບ້ານ​ເກົ່າ​ຂອງ​ພວກ​ຕົນ​ຢູ່​ໃນ​ເຂດ​ເມືອງ​ສະ​ໜາມ​ໄຊ ຫາກ​ແຕ່​ກໍ​ບໍ່​ມີ​ຄອບ​ຄົວ​ໃດ ໄດ້​ສະ​ແດງ​ເຖິງ​ຄວາມ​ຕ້ອງ​ການ​ດັ່ງ​ກ່າວໃນ​ເວ​ລານີ້ ເພາະ​ຍັງ​ຢ້ານ​ກົວ​ວ່າ ຈະ​ເກີດ​ເຫດເຂື່ອນ​ແຕກ​ຂຶ້ນ​ອີກ​ເທື່ອ​ໃໝ່ ໃນ​ຂະ​ນະ​ທີ່​ປະ​ສົບ​ການ​ເມື່ອ​ປີ​ກາຍ​ຍັງ​ຄົງ​ຢູ່​ໃນ​ຄວາມ​ຊົງ​ຈຳ ແລະ​ຢ້ານ​ກົວທຸກ​ຄັ້ງ​ທີ່​ຝົນ​ຕົກ ຟ້າ​ຮ້ອງ ດັ່ງ​ທີ່​ຊາວ​ບ້ານທ່າ​ແສງ​ຈັນ​ໄດ້​ສະ​ແດງ​ຄວາມ​ຮູ້​ສຶກ​ຂອງ​ຕົນເອງວ່າ:​

“ຍາມ​ຟ້າ​ລົມ​ຝົນ​ຮ້ອງ ຍາ​ມໃດ​ໄດ້​ຍິນໄມ້ ​ຍິນອີ່​ສັງ​ມາຫັກ​ ມາ​ໂປະ ກໍ​ສັ່ນ ກໍ​ແບບ​ເຮົາ​ຕື່ນ ແບບ​ໃຈ​ຊິ​ຂາດ ຢາກ​ປົບ ຢາກ​ໜີ​ໂລດ​ນະ. ຍາມ​ເຮົາ​ນອນ​ກາງ​ຄືນນີ້ ຝົນ​ຕົກ​ແຮງໆ ຟາດ​ສັງ​ກະ​ສີຢູ່​ຫັ້ນ ຈົນ​ໄດ້​ນອນ​ລະ​ເມີ ຈົນ​ປຸກ​ລູກ ປຸກ​ເຕົ້າ ຢາກ​ແລ່ນ​ໜີ​ໄປ​ຈັ່ງ​ຊັ້ນ​ໜະ ຍັງ​ຮູ້​ສຶກວ່າ​ຢ້ານ​ຕະ​ຫລອດ ຊິ​ຫລາຍ​ປີຢູ່​ພຸ້ນ​ແຫລະ ຈັ່ງ​ຊິ​ຮູ້​ວ່າ ຊິ​ຫາຍ​ໄປ​ບໍ່ ຫລື​ຈັ່ງ​ໃດ​ຫັ້ນ​ໜະ ພໍ່​ແມ່​ປະ​ຊາ​ຊົນ​ທີ່​ຍັງ​ເຫລືອ​ຄື​ຊິ​ຈຳ​ໄດ້​ຕະ​ຫລອດ​ຈົນ​ສິ້ນ​ຊີ​ວິດ​ພຸ້ນ​ຫລະ.”

ໂດຍ​ຄຽງ​ຄູ່​ກັບການ​ຈັດ​ສັນ​ທີ່​ດິນ​ສຳ​ລັບ​ສ້າງ​ເຮືອນ​ຢູ່​ຖາ​ວອນ​ດັ່ງ​ກ່າວນີ້ ທາງ​ການ​ແຂວງ​ອັດ​ຕະ​ປືກໍ​ໄດ້​ບຸກ​ເບີກ ທີ່​ດິນ 2,140 ເຮັກ​ຕາ ໃນ​ເຂດ​ບ້ານ​ດົງ​ບາກ, ບ້ານ​ປີນ​ດົງ ແລະ​ບ້ານ​ຕໍ​ມໍ​ຍອດ ເພື່ອ​ຈັດ​ສັນໃຫ້​ປະ​ຊາ​ຊົນ 1,611 ຄອບ​ຄົວ ທີ່​ຖືກ​ກະ​ທົບຈາກ​ເຂື່ອນ​ແຕກໃນ​ເຂດ​ເມືອງ​ສະ​ໜາມ​ໄຊ ສຳ​ລັບ​ປູກ​ພືດ​ເສດ​ຖະ​ກິດ ເພື່ອ​ຕອບ​ສະ​ໜອງ​ຕະ​ຫຼາດທັງ​ພາຍ​ໃນ​ແລະ​ຕ່າງ​ປະ​ເທດ ເຊັ່ນ​ອ້ອຍ, ມັນ​ຕົ້ນ, ກ້ວຍ, ຖົ່ວ​ລຽນ ແລະ​ໝາກ​ໄມ້​ຕ່າງໆ ໂດຍ​ທີ່​ທາງ​ການ​ແຂວງ​ອັດ​ຕະ​ປືໄດ້​ຮ່ວມ​ມື​ກັບບໍ​ລິ​ສັດ​ເອກ​ກະ​ຊົນ​ລາວ ແລະ​ຕ່າງ​ປະ​ເທດໃນ​ການ​ເຂົ້າ​ໄປ​ສົ່ງ​ເສີມ​ແລະ​ຊ່ອຍ​ເຫຼືອ​ດ້ານ​ເງິນ​ທຶນ, ວິ​ຊາ​ການ ແລະ​ການ​ຕະ​ຫຼາດ. ສ່ວນ​ປະ​ຊາ​ຊົນເປັນ​ຝ່າຍ​ອອກ​ແຮງ​ງານ ແລະ​ທີ່​ດິນ.

ທ່ານ​ເລັດ ຢືນ​ຢັນ​ດ້ວຍ​ວ່າການ​ຈັດ​ສັນທີ່​ດິນ​ໃຫ້​ປະ​ຊາ​ຊົນດັ່ງ​ກ່າວ ຈະ​ນຳ​ໃຊ້​ຫຼັກ​ເກນ​
ຂອງ​ກຳ​ລັງ​ແຮງ​ງານ ​ໃນ​ແຕ່ລະຄອບ​ຄົວເປັນ​ສຳ​ຄັນ ກໍ​ຄື​ຄອບ​ຄົວ​ທີ່​ມີ​ກຳ​ລັງ​ແຮງ​ງານ
2 ຄົນ ຈະ​ໄດ້​ຮັບ​ການ​ຈັດ​ສັນ​ທີ່​ດິນ 1 ເຮັກ​ຕາ ສ່ວນ 3 ຄົນ ຈະ​ໄດ້ 2 ເຮັກ​ຕາ ແລະ
4-5 ຄົນ ຈະ​ໄດ້ 3 ເຮັກ​ຕາ. ສ່ວນ​ຄອບ​ຄົວທີ່​ມີ​ແຕ່​ຜູ້​ເຖົ້າ​ກັບ​ເດັກ​ນ້ອຍ ຈະ​ໄດ້​ຮັບ​ການ​
ຈັດ​ສັນ 1 ເຮັກ​ຕາ, ຊຶ່ງ​ໝາຍ​ຄວາມ​ວ່າປະ​ຊາ​ຊົນທີ່​ຖືກ​ກະ​ທົບ​ຈາກ​ເຂື່ອນ​ແຕກ ຈະ​ບໍ່​ມີ
ນາສຳ​ລັບ​ປູກ​ເຂົ້າໃນ​ລະ​ດູ​ຝົນ ປີ 2019 ແລະ​ຕ້ອງ​ຂາດ​ເຂົ້າ​ກິນຕໍ່​ໄປ​ອີກເຖິງ 12 ເດືອນ
ນັ້ນ​ເອງ.

ໂດຍການ​ເກັບ​ຂໍ້​ມູນ​ດ້ານ​ກະ​ສິ​ກຳ​ໃນ​ເຂດ​ເມືອງ​ສະ​ໜາມ​ໄຊທີ່​ໄດ້​ຮັບ​ຜົນ​ກະ​ທົບຈາກ
​ໄພ​ນ້ຳ​ຖ້ວມ​ຄັ້ງ​ໃຫຍ່ ທີ່​ເກີດ​ຈາກ​ເຂື່ອນ​ເຊ​ປຽນ-ເຊ​ນ້ຳ​ນ້ອຍແຕກ ນັບ​ແຕ່​ວັນ​ທີ 23 ກໍ​
ະ​ກົດ 2018 ເປັນ​ຕົ້ນ​ມາ ພົບ​ວ່າ​ພື້ນ​ທີ່​ປູກ​ເຂົ້າ​ເສຍຫາຍໄປກວ້າງກວ່າ 8,050 ເຮັກ​ຕາ
ໃນນີ້ຮວມເຖິງ 6 ບ້ານ ທີ່ໄດ້ຮັບຜົນກະທົບຢ່າງໜັກໜ່ວງທີ່ສຸດກໍຄືບ້ານຫິນ​ລາດ, ບ້ານ
ສະໝອງໃຕ້, ບ້ານທ່າຫີນ, ບ້ານໃໝ່, ບ້ານທ່າແສງຈັນ ແລະ ບ້ານໃຫຍ່ແທ ທີ່ມີຈຳ
ນວນປະຊາກອນຮວມກັນ 7,095 ຄົນ ໃນ 1,611 ຄອບຄົວ ຊຶ່ງຈະຕ້ອງໄດ້ຮັບການ
ຊ່ວຍເຫຼືອທຸກໆດ້ານ ເພື່ອເຮັດໃຫ້ຊີວິດການເປັນຢູ່ຂອງພວກເຂົາເຈົ້າກັບຄືນສູ່ພາວະ
ປົກກະຕິໃຫ້ໄວທີ່ສຸດ. ຫຼ້າສຸດ ກຸ່ມລົງທຶນກໍ່ສ້າງເຂື່ອນເຊປຽນ-ເຊນ້ຳນ້ອຍ ກໍໄດ້ຈ່າຍ
ຄ່າຊົດເຊີຍໃຫ້ປະຊາຊົນ 587 ຄອບຄົວທີ່ຖືກກະທົບໃນອັດຕາ 50 ເປີ​ເຊັນຂອງ​ການ
ເສຍຫາຍຈິງສຳລັບຍານພາຫະນະເຄື່ອງໃຊ້ໃນຄົວເຮືອນ ແລະ ເຄື່ອງມືຕ່າງໆ ໃນການ
ກະສິກຳ ໂດຍຄິດເປັນມູນຄ່າການຊົດເຊີຍຮວມກັນເກີນກວ່າ 26 ຕື້ ກີບ.

XS
SM
MD
LG