ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ຮອງ ນ.​ຍ. ລາວ​ເວົ້າ​ວ່າ ​ປະ​ຊາ​ຊົນ ​ມີ​ທ່າ​ອ່ຽງ ເສື່ອ​ມ​ສັດ​ທາ ​ຕໍ່​ການ​ນຳ​ພາ​ຂອງ​ພັກ ແລະ​ການ​ບໍ​ລິ​ຫານ​ຂອງ​ລັດ ເພີ້ມ​ຂຶ້ນ​ນັບ​ມື້


​ການ​ປ່ອນ​ບັດ​ລົງ​ຄະ​ແນນ​ສຽງ​ເພື່ອ​ເລືອກ​ເອົາ​ຜູ້​ນຳ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ
​ການ​ປ່ອນ​ບັດ​ລົງ​ຄະ​ແນນ​ສຽງ​ເພື່ອ​ເລືອກ​ເອົາ​ຜູ້​ນຳ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ

ປະ​ຊາ​ຊົນ​ລາວມີ​ທ່າ​ອ່ຽງ​ຈະເສື່ອ​ມສັດ​ທາ​ຕໍ່​ການ​ນຳ​ພາ​ຂອງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ ເພີ້ມ​ຂຶ້ນ​ນັບ​ມື້ ໂດຍ​ມີ​ສາ​ເ​ຫດ​ສຳ​ຄັນ​ມາ​ຈາກການ​ທຸດ​ຈະ​ລິດ ທີ່​ເກີດ​ຂຶ້ນ​ຢ່າງກວ້າງ​ຂວາງ​ໃນ​ວົງ​ການ​ພັກ-ລັດ. ຊົງ​ລິດໂພນ​ເງິນ​ມີ​ລາຍ​ງານກ່ຽວ​ກັບ​ເລື້ອງນີ້​ມາ​ສະ​ເໜີ​ທ່ານ​ຈາກ​ບາງກອກ.

ທ່ານ​ບຸນ​ທອງ ​ຈິດ​ມະ​ນີ, ກຳ​ມະ​ການ​ກົມ​ການ​ເມືອງ​ສູນ​ກາງ​ພັກປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ ແລະຮອງນາ​ຍົກ​ລັດ​ຖະ​ມົນ​ຕີ ຖະ​ແຫລງຍອມ​ຮັບ​ວ່າ ປະ​ຊາ​ຊົນ​ລາວບັນ​ດາ​ເຜົ່າມີ​ທ່າ​ອ່ຽງ
​ຈະ​ເສື່ອ​ມສັດ​ທາ​ຕໍ່​ການ​ນຳ​ພາ​ຂອງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວເພີ້ມ​ຂຶ້ນ​ເລື້ອຍໆ ໂດຍ​ມີ​
ສາ​ເຫດ​ສຳ​ຄັນ​ມາ​ຈາກການ​ຈັດ​ຕັ້ງປະ​ຕິ​ບັດວຽກ​ງານ​ຕ່າງໆ ທີ່ບໍ່​ມີ​ປະ​ສິດທິ​ພາບ​ຂອງ​ບຸກ
​ຄະ​ລາ​ກອນ ຫລື​ສະ​ມາ​ຊິກ​ພັກ ຊຶ່ງ​ລວມ​ເຖິງ​ການ​ທຸດ​ຈະ​ລິດທີ່ມີ​ທ່າ​ອ່ຽງ​ເກີດ​ຂຶ້ນ​ຢ່າງ
ກວ້າງ​ຂວາງທັງ​ໃນຂັ້ນ​ສູນ​ກາງ ແລະ​ທ້ອງ​ຖິ່ນຈຶ່ງ​ໄດ້​ກາຍ​ເປັນ​ອຸ​ປະ​ສັກທີ່​ມີ​ຕໍ່​ການກໍ່​ສ້າງ
ຄວາມເຂັ້ມ​ແຂງຂອງ​ພັກ​ໂດຍ​ກົງ ທັງ​ຍັງ​ປາ​ກົດ​ວ່າ ສະ​ມາ​ຊິກ​ພັກ​ຈຳ​ນວນ​ບໍ່​ໜ້ອຍເປັນ​
ບຸກ​ຄະ​ລາ​ກອນ​ທີ່ບໍ່​ມີ​ຄົນ​ນະ​ພາບອີກ​ດ້ວຍ​ດັ່ງ​ທີ່ ທ່ານ​ບຸນ​ທອງ ໄດ້​ໃຫ້​ການ​ຢືນ​ຢັນ​ວ່າ:
“ການ​ປັບ​ປຸງ​ຮາກ​ຖານ​ພັກ ​ເປັນ​ຕົ້ນການກໍ່​ສ້າງ​ໜ່ວຍ​ພັກ​ປອດ​ໃສ ເຂັ້ມ​ແຂງ ແລະ​ໜັກ​ແໜ້ນ ຫລາຍ​ບ່ອນບໍ່​ທັນ​ໄດ້​ຕາມ​ຄາດ​ໝາຍ ທັງ​ບໍ່​ຮັບ​ປະ​ກັນ​ທາງ​ດ້ານ​ຄຸນ​ນະ​ພາບ. ການ​ຂະ​ຫຍາຍ​ພັກ​ຈຳ​ນວນ​ນຶ່ງບໍ່​ຕໍ່​ເນື່ອງ. ການ​ຂະ​ຫຍາຍ​ພັກ​ຢູ່​ເຂດ​ຊົນ​ນະ​ບົດ ຫ່າງ​ໄກ​ສອກ​ຫລີກ ຍັງ​ພົບ​ກັບ​ບັນ​ຫາ​ຫຍຸ້ງ​ຍາກ. ສະ​ພາບ​ມະ​ຫາ​ຊົນ​ຢູ່​ຮາກ​ຖານ​ບ້ານ ບໍ່​ຢາກ​ເຂົ້າ​ພັກ​ຍັງ​ມີ​ຢູ່​ໃນ​ຊົນ​ນະ​ບົດ, ການ​ຂະ​ຫຍາຍ​ພັກ​ຢູ່​ສຳ​ນັກ​ງານ​ອົງ​ການ ຍັງ​ແລ່ນ​ນຳ​ຈຳ​ນວນ ບໍ່​ຮັບ​ປະ​ກັນ​ມາດ​ຕະ​ຖານ ແລະ​ຄຸນ​ນະ​ພາບ.”

ກອ​ງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 10 ຂອງ​ພັກ​ປະ​ຊາ​ຊົນ ປະ​ຕິ​ວັດ​ລາວ
ກອ​ງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 10 ຂອງ​ພັກ​ປະ​ຊາ​ຊົນ ປະ​ຕິ​ວັດ​ລາວ

ທ່ານ​ບຸນ​ທອງ​ໄດ້​ຍົກ​ຕົວ​ຢ່າງ​ກ່ຽວ​ກັບ​ການກວດ​ກາ​ບັນ​ດາ​ໂຄງ​ການ​ລົງ​ທຶນ​ຂອງ​ລັດຖະ​
ບານ​ຈຳ​ນວນ 209 ໂຄງ​ການ​ທີ່​ຈັດ​ຕັ້ງ​ປະ​ຕິ​ບັດ​ບໍ່​ຖືກ​ຕ້ອງ​ຕາມ​ກົດ​ໝາຍ​ນັ້ນ​ແບ່ງເປັນ
103 ໂຄງ​ການ​ທີ່​ບໍ່​ໄດ້​ຈັດ​ການ​ປະ​ມູນ ແລະ 106 ໂຄງການ​ທີ່​ຈັດ​ການ​ປະ​ມູນ ແຕ່​ບໍ່​ຖືກ
​ຕ້ອງ​ຕ​າມ​ກົດ​ໝາຍ ເຮັດ​ໃຫ້​ລັດ​ຖະ​ບານ​ສູນ​ເສຍ​ງົບ​ປະ​ມານ​ໄປ 5,331 ກວ່າຕື້​ກີບ ທັງ
​ຍັງ​ໄດ້​ກວດ​ພົບການ​ທຸ​ດ​ຈະ​ລິດທີ່​ເປັນ​ການ​ຮ່ວມ​ມື​ລະ​ຫວ່າງ​ພະ​ນັກ​ງານ​ລັດ​ຖະ​ບານ​ກັບ
ພາກ​ທຸ​ລະ​ກິດ​ຈຳ​ນວນ 1,285 ຄົນ ເຮັດ​ໃຫ້​ລັດ​ຖະ​ບານຕ້ອງສູນ​ເສຍ​ລາຍ​ຮັບຫຼາຍກວ່າ 999 ຕື້​ກີບ ແລະ​ກວ່າ 67 ລ້ານໂດ​ລ​າ ສະ​ເພາະ​ໃນ ປີ 2018 ຜ່ານ​ມາ.

ໂດຍ​ໃນ​ຈຳ​ນວນຜູ້​ກະ​ທຳ​ການ​ທຸດ​ຈະ​ລິດ​ດັ່ງ​ກ່າວ ແບ່ງ​ເປັນ​ພະ​ນັກ​ງານ​ລັດ 970 ຄົນ ກັບ​ນັກ​ທຸ​ລະ​ກິດ 315 ຄົນ ທີ່​ຮ່ວມ​ມື​ກັນ​ທຸດ​ຈະ​ລິດ ໃນ​ໂຄງ​ການ​ພັດ​ທະ​ນາ​ຕ່າງໆ​ຂອງ​ລັດ​ຖະ​ບານ​ລາວ​ຈຳ​ນວນ 105 ໂຄງ​ການ ຊຶ່ງ​ກໍ​ມີ​ທັງໃຊ້​ອຳ​ນາດ​ໜ້​າ​ທີ່​ເພື່ອ​ສະ​ແຫວງ​ຫາ​ຜົນ​ປະ​ໂຫຍດ ການ​ຮັບ​ສິນ​ບົນ ການ​ຍັກ​ຍອກ ແລະ​ສໍ້​ໂກງ​ເອົາ​ຊັບ​ສິນ​ຂອງ​ລັດ ການ​ປອມ​ແປງ​ເອກ​ກະ​ສານ​ສຳ​ຄັນ​ຂອງ​ລັດ ການ​ປອມ​ແປງ​ມາດ​ຕະ​ການ​ກໍ່​ສ້າງ ແລະ​ເທັກ​ນິກ​ຕ່າງໆ ຊຶ່ງ​ສ່ວນ​ໃຫຍ່​ເປັນ​ໂຄ​ງ​ການ​ພັດ​ທະ​ນາ ທີ່​ລັດ​ຖະ​ບານ​ລາວ​ກູ້​ຢືມ​ເງິນ ແລະ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ລ້າ​ຈາກ​ຕ່າງ​ປະ​ເທດ​ເປັນ​ດ້ານ​ຫລັກ​ນັ້ນ ຍັງ​ເຮັດ​ໃຫ້​ລັດ​ຖະ​ບານ​ລາວ ຖືກ​ນາ​ນາ​ຊາດ​ກົດ​ດັນ​ເພື່ອ​ໃຫ້​ແກ້​ໄຂ​ບັນ​ຫາ​ທີ່​ເກີດ​ຂຶ້ນດັ່ງ​ກ່າວ ຢ່​າງ​ຮີບດ່ວນ​ອີກ​ດ້ວຍ.

ທັງ​ນີ້​ລັດຖະ​ບານ​ລາວ​ໄດ້​ລົງ​ໂທດ​ດ້ວຍ​ການ​ປະ​ຕິ​ບັດ​ວິ​ໄນ​ພະ​ນັກ​ງານ​ລັດ​ໄປ​ແລ້ວ
849 ຄົນ ພ້ອມ​ທັງ​ດຳ​ເນີ​ນ​ຄະ​ດີ​ໃນ​ຊັ້ນ​ສານ 113 ຄົນ ແລະ​ສານ​ໄດ້​ຕັດ​ສິນ​ລົງ ໂທດ​
ທາງ​ແພ່ງ ແລະ​ອາ​ຍາ​ແລ້ວ 55 ຄົນ ເຮັດ​ໃຫ້​ເກັບ​ເງິນ​ຄືນ​ມາ​ໄດ້​ແລ້ວ 26.5 ຕື້​ກີບ ແລະ
17 ລ້ານ​ໂດ​ລາ ທັງ​ຍັງ​ໄດ້​ຍົກ​ເລີກ​ສິດ​ສຳ​ປະ​ທານ​ຂອງ​ນັກ​ທຸ​ລະ​ກິດ 315 ຄົນ ທີ່​ມີ​
ສ່ວນໃນ​ການ​ທຸດ​ຈະ​ລິດ​ດັ່ງ​ກ່າວ​ອີກ​ດ້ວຍ

ພ້ອມ​ກັນ​ນີ້ ຍັງ​ກວດ​ພົບ​ໂຄງ​ການນອກ​ແຜນ​ການ​ຂອງ​ລັດຖະ​ບ​ານ​ເຖິງ 285 ໂຄ​ງ
​ການ ທີ່​ມີ​ມູນ​ຄ່າ​ເສຍ​ຫາຍ​ຫຼາຍກວ່າ 4,483 ຕື້​ກີບ ທີ່​ບໍ່​ເປັນ​ໄປ​ຕາມ​ລະ​ບຽບ​ດ້ານ​ງົບ​
ປະ​ມານ ແລະ​ບໍ່​ຜ່ານ​ການ​ຮັບ​ຮອງ​ຂອງ​ສະ​ພາ​ແຫ່ງ​ຊາດ ທັງ​ມີ​ການ​ລັກ​ລອບ​ຂົນ​ສົ່ງ​
ໄມ້​ໄປ​ຕ່າງ​ປະ​ເທດກວ່າ 4 ລ້ານ​ແມັດ​ກ້ອນ ຊຶ່ງ​ເຮັດ​ໃຫ້​ອົງ​ການ​ເພື່ອ​ຄວາມ​ໂປ່ງ​ໃສ
ສາ​ກົນ (Transparency International) ລາຍ​ງານ​ວ່າ ລັດ​ຖະ​ບານ​ລາວ​ມີ​ຄວາມ
​ໂປ່ງ​ໃສ​ໃນ​ການ​ບໍ​ລິ​ຫານ​ງານ​ທີ່​ລະ​ດັບ 29 ຈາກ 100 ຄະ​ແນນ​ເຕັມ​ໃນ​ປີ 2019 ທີ່
​ຜ່ານ​ມາ ຊຶ່ງ​ເທົ່າ​ກັບ

ໃນ​ປີ 2018 ຜ່ານ​ມາ ໝາຍ​ຄວາມ​ວ່າ​ມີ​ນັກທຸລະ​ກິດ​ຊາວ​ຕ່າງ​ຊ​າດ​ທີ່​ລົງ​ທຶນ​ໃນ​ລາວ​ພຽງ 29 ຄົນ​ໃນ 100 ຄົນ ​ທີ່​ເຫັນ​ວ່າ​ການ​ບໍ​ລິ​ຫານ​ງານ​ໃນ​ວົງ​ການ​ລັດ​ຖະ​ບານ​ລາວ ໄດ້​ດຳ​ເນີນ​ໄປ​ຢ່າງ​ໂປ່ງ​ໃສ ຫຼື​ບໍ່​ມີ​ການ​ທຸດ​ຈະ​ລິດ ກໍ​ຄື​ການ​ແກ້​ໄຂ​ບັນ​ຫາ ແລະ​ການ​ປາບ​ປາມ​ການ ທຸດ​ຈະ​ລິດ ໃນ​ລາວ ຍັງ​ມີ​ປະ​ສິດ​ທິ​ພາບຕ່ຳ ຈຶ່ງ​ເຮັດ​ໃຫ້ ເກີດ​ການ​ເສຍ​ຫາຍ​ດ້ານ​ງົບ​ປະ​ມານ​ໄປ​ຢ່າງ​ຫລວງ​ຫລາຍ​ດັ່ງ​ກ່າວ.

XS
SM
MD
LG