ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜະ​ລິດຕະ​ພ​ັນ​ຂອງ​ລາວ ຍັງມີລາ​ຄາ​ແພງກວ່າ ​ປະ​ເທດ​ເພື່ອນ​ບ້ານ​ ເຖິງແມ່ນ​ວ່າ ຈະ​ມີ​ຕະ​ຫລາດກາງ ກໍ​ຕາມ


ພິ​ທີ​ເປີດຫ້ອງ​ການ​ສົ່ງ​ເສີມ ວິ​ສາ​ຫະ​ກິດ ຂະ​ໜາດ​ນ້ອຍ ແລະ​ກາງ.
ພິ​ທີ​ເປີດຫ້ອງ​ການ​ສົ່ງ​ເສີມ ວິ​ສາ​ຫະ​ກິດ ຂະ​ໜາດ​ນ້ອຍ ແລະ​ກາງ.

ອົງ​ກອນ​ຕະ​ຫລາດ​ເພື່ອ​ຮອງ​ຮັບຜົນ​ຜະ​ລິດ​ກະ​ສິ​ກຳ​ໃນ​ລາວ ຍັງ​ບໍ່​ສາ​ມາດ​ຄວບ​ຄຸມ
ແລະ​ຮັບ​ປະ​ກັນ​ດ້ານ​ລາ​ຄາ ໃຫ້​ໝັ້ນ​ທ່ຽງ​ໄດ້​ຢ່າງ​ແທ້​ຈິງ ທັງ​ຍັງ​ເຮັດ​ໃຫ້​ຜົນ​ຜະ​ລິດ​ຂອງ​
ລາວ​ມີ​ລາ​ຄາ​ແພງກວ່າ​ປະ​ເທດ​ເພື່ອນ​ບ້ານ​ອີກ​ດ້ວຍ. ຊົງ​ລິດ ໂພນ​ເງິນ ມີ​ລາຍ​ລະອຽດ
ກ່ຽວ​ກັບ​ເລື້ອງນີ້ ມາ​ສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.

ທ່ານ​ສົມ​ຈິດ ອິນ​ທະ​ມິດ, ຮອງລັດ​ຖະ​ມົນ​ຕີກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ​ການ​ຄ້າຖະ
​ແຫລງ ວ່າ ການ​ສ້າງ​ຕັ້ງ​ອົງ​ກອນຕະຫຼາດກາງເພື່ອ​ຮອງ​ຮັບ​ຜົນ​ຜະ​ລິດ​ກະ​ສິ​ກຳ ແລະ​
ສິນ​ຄ້າ​ຕ່າງໆ ຂອງ ກະ​ເສດ​ຕະ​ກອນ ທົ່ວ​ປະ​ເທດ​ລາວ ໄດ້​ທຳ​ການ​ສຶກ​ສາ​ຄວາມ​ເປັນ
​ໄປ​ໄດ້ ສຳ​ເລັດ​ແລ້ວ ແລະ​ຈາກ​ການ​ສຶກ​ສາ​ພົບ​ວ່າ ອົງ​ກອນ​ຕະ​ຫລາດກາງ​ຈະ​ສາ​ມາດ
​ຮອງ​ຮັບ​ຜົນ​ຜະ​ລິດ ແລະ​ຮັບ​ປະ​ກັນ​ດ້ານ​ລາ​ຄາ ທີ່​ໝັ້ນ​ທ່ຽງ​ໃຫ້​ກັບ​ກະ​ເສດ​ຕະ​ກອນ
​ລາວ ໄດ້​ເປັນ​ຢ່າງ​ດີ ດ້ວຍ​ການ​ຊື້-ຂາຍ​ສິນ​ຄ້າ ໂດຍບໍ່​ຕ້ອງ​ຜ່ານ​ພໍ່​ຄ້າ​ຄົນ​ກາງ​ອີກ​ຕໍ່​ໄປ.

ອົງ​ກອນ​ຕະ​ຫລາດກາງດັ່ງ​ກ່າວນີ້ ເປັນ​ການ​ຮ່ວມມື​ກັນ​ລະ​ຫວ່າງ​ກະ​ຊວງ ອຸດ​ສາ​ຫະ​
ກຳ ແລະ​ການ​ຄ້າ ກັບ​ກະ​ຊວງ​ກະ​ສິ​ກຳ ແລະ​ປ່າ​ໄມ້ ຊຶ່ງນອກ​ຈາກ​ຈະ​ເປັນ​ການ​ອຳ
​ນວຍ​ຄວາມ​ສະ​ດວກ ແລະ​ຮັບ​ປະ​ກັນລາ​ຄາ​ຜົນ​ຜະ​ລິດ​ທີ່​ໝັ້ນ​ທ່ຽງ ໃຫ້​ກັບ​ກະ​ເສດ​ຕະ
​ກອນ​ລາວ​ແລ້ວ ກໍ​ຍັງ​ເປັນ​ການ​ອຳ​ນວຍ​ຄວາມ​ສະ​ດວກ ແລະ​ຮັບ​ປະ​ກັນ​ດ້ານ​ຄຸນ​ນະ​
ພາບໃຫ້​ກັບ​ບັນ​ດາພໍ່​ຄ້າ ແລະ​ຫົວ​ໜ່ວຍ​ທຸ​ລະ​ກິດ​ທີ່​ຈະ​ມາ​ຮັບ​ຊື້​ຜົນ​ຜະ​ລິດ​ຂອງ​ກະ​ເສດ
​ຕະ​ກອນ​ລາວ ອີກ​ດ້ວຍ ດັ່ງ​ທີ່​ທ່ານ ລຽນ​ທິ​ແກ້ວ ລັດ​ຖະ​ມົນ​ຕີ​ກະ​ຊວງ​ກະ​ສິ​ກຳ ແລະ​ປ່າ
​ໄມ້ ໄດ້​ຖະ​ແຫລງ​ຢືນ​ຢັນ​ວ່າ:

“ໃນ​ປັດ​ຈຸ​ບັນ​ນີ້ກະ​ຊວງ​ກະ​ສິ​ກຳໄດ້​ມີ​ແຜນ​ແລ້ວ ທີ່​ຈະ​ກຳ​ໜົດ​ລາ​ຄາ​ເກັບ​ຊື້​ຕໍ່​າສຸດ
ດ້ານ​ນຶ່ງ ເພື່ອ​ສົ່ງ​ເສີມ​ໃຫ້​ຊາວ​ກະ​ສິ​ກອນ ໃຫ້​ເຂົາ​ເຈົ້າ​ມີ​ຄວາມ​ຫ້າວ​ຫັນ ຕັ້ງ​ໜ້າ ດ້ານ
​ທີ​ສອງກໍ່​ແມ່ນ​ວ່າ ເພື່ອ​ໃຫ້​ຜູ້​ປະ​ກອບ​ການ​ຕ່າ​ງໆ ເຂົາ​ເຈົ້າ​ມີ​ເງື່ອນ​ໄຂ​ສະ​ດວກ ແລະ
​ມີ​ຄວາມ​ເປັນ​ທຳໃນ​ການ​ເອົາ​ໄປ​ຈຳ​ໜ່າຍ.”

ບໍ​ວິ​ສັດ​ຜະ​ລິດ​ໝາກ​ສາ​ລີ.
ບໍ​ວິ​ສັດ​ຜະ​ລິດ​ໝາກ​ສາ​ລີ.

ແຕ່​ຢ່າງ​ໃດ​ກໍ​ຕາມ ໃນ​ປັດ​ຈຸ​ບັນ​ນີ້ ກໍປາ​ກົດ​ວ່າ ສິນ​ຄ້າ​ປະ​ເພດ​ອາ​ຫານ​ລ້ຽງ​ສັດ​ຕ່າງໆ
ໃນ​ລາວ ມີ​ລາ​ຄາ​ແພງກວ່າ​ໃນ​ໄທ ແລະ​ຫວຽດ​ນາມຊຶ່ງ​ກໍເປັນ​ຜົນ​ເຮັດ​ໃຫ້ ສິນ​ຄ້າ​ປະ​
ເພດ​ສະ​ບຽງ​ອາ​ຫານ ໃນ​ລາວ ມີ​ລາ​ຄາ​ແພງ​ຂຶ້ນ​ອີກ​ດ້ວຍ. ທັງ​ນີ້​ໂດຍ​ມີ​ສາ​ເຫດ​ສຳ​ຄັນ
​ມາ​ຈາກ​ສາ​ລີ ທີ່​ນຳ​ມາ​ໃຊ້​ໃນ​ການ​ຜະ​ລິດ​ເປັນ​ອາ​ຫານ​ລ້ຽງ​ສັດ​ໃນ​ລາວ ມີ​ລາ​ຄາ​ແພງ
ກວ່າ​ຢູ່​ໃນ​ໄທ ແລະ​ຫວຽດ​ນາມ ດັ່ງ​ທີ່​ທ່ານ ​ສາຍ​ທອງ​ ແກ້ວດວງ​ດີ ສະ​ມາ​ຊິກ​ສະ​ພາ​
ແຫ່ງ​ຊາດ​ລາວ ຈາກ​ເຂດ​ນະ​ຄອນ​ຫລວງວຽງ​ຈັນຖະ​ແຫລງ​ຢືນ​ຢັນ​ວ່າ:

“ຢູ່​ບ້ານ​ເຮົ​ານີ້ ດຽວນີ້​ລາ​ຄາ 3,000 ກີບ ສາ​ລີ​ທີ່​ເປັນ​ຟັກ​ແຫ້ງ ແລະ​ບົດ​ນີ້ 3,500
ແຕ່​ໃນ​ເວ​ລາ​ດຽວ​ກັນ​ນີ້ ເລື້ອງ​ຫົວ​ໜ່ວຍ​ລາ​ຄາ ຢູ່​ຫວຽດ​ນາມ ສັ່ງ​ຊື້​ສາ​ລີ​ຈາກ​ອາ​
ເມ​ລິ​ກາ ກິໂລ​ພຽງ 1,700 ກີບ ຢູ່​ໃນ​ໄທ 1,550 ກີບ ດ້ວຍ​ເຫດນັ້ນ ຫົວ​ອາ​ຫານ​
ເຂົາ​ເຈົ້າ​ຖືກ, ສະ​ບຽງ​ອາ​ຫານ​ເຂົາ​ຈົ້າຈຶ່ງ​ຖືກ​ໝົດ. ຖ້າ​ຫາກວ່າ​ບ້ານ​ເຮົາ ຍັງ​ລາ​ຄາ​
ສູງ​ຈັ່ງ​ຊີ້ ຖື​ວ່າທັງ​ໝົດກຸ້ງ, ປາ, ເປັດ, ໄກ່ ຈະ​ແພງ​ໝົດ ເພາະ​ວ່າ ສາ​ລີ​ແມ່ນ 50
ເປີ​ເຊັນ ທີ່​ເຮັດ​ໃນ​ຫົວ​ອາ​ຫານນັ້ນ ດຽວນີ້​ຫົວ​ອາ​ຫານ​ພວກ​ເຮົາ 6,000 ກີບ ຕໍ່ກິ
ໂລດ ຢູ່​ຫວຽດ​ນາມ 3,000 ກີບ ໄທ 3,000 ກີບ.”

ແຕ່​ຢ່າງ​ໃດ​ກໍ​ຕາມ ທັງ​ນີ້​ໂດຍ​ສະ​ພາ​ການ​ຄ້າ ແລະ ອຸດ​ສາ​ຫະ​ກຳ​ແຫ່ງ​ຊາດ​ໄດ້​ສ້າງ​
ຕັ້ງ​ສູນ​ພັດ​ທ​ະ​ນາ​ກົດ​ໝາຍການຄ້າເມື່ອບໍ່ນານມານີ້ ດ້ວຍການຊ່ວຍເຫຼືອຈາກອົງ
ການສະຫະປະຊາຊາດໂດຍມີເປົ້າໝາຍ ທີ່ຈະພັດທະນາ ແລະຍົກລະດັບຄຸນນະ
ພາບສິນຄ້າລາວ ໃຫ້ໄດ້ມາດຕະຖານສາ​ກົນ ເພື່ອ​ເຮັດ​ໃຫ້​ມູນ​ຄ່າ​ການ​ສົ່ງ​ອອກ​ສິນ
​ຄ້າ​ຂອງ​ລາວ ໄປ​ຍັງ​ຍັງ​ຕ່າງ​ປະ​ເທດ​ໃຫ້​ສູງ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ ໂດຍ​ສະ​ເພາະ​ແມ່ນສິນ
​ຄ້າ​ແປ​ຮູບ, ຜົນ​ຜະ​ລິດ​ກະ​ສິ​ກຳ ແລະ​ໄມ້​ແປ​ຮູບນັ້ນ​ຖື​ວ່າເປັນ​ທ່າ​ແຮງ​ສຳ​ຄັນ​ທີ່​ສຸດ
ທີ່​ພາກ​ທຸ​ລະ​ກິດ​ລາວສາມາດທີ່ຈະພັດ​ທະ​ນາໃຫ້ແຂ່ງຂັນໃນຕະຫຼາດສາກົນໄດ້ເປັນ
ຢ່າງດີ ຖ້​າຫາ​ກວ່າ ໄດ້​ຮັບ​ການ​ສົ່ງ​ເສີມຈາກ​ລັດ​ຖະ​ບານ ໃນ​ດ້ານ​ແຫລ່ງ​ທຶນເພື່ອ​ພັດ
​ທະ​ນາຜະ​ລິດ​ຕະ​ພັນ ແລະ​ການ​ໂຄ​ສະ​ນາສິນ​ຄ້າ​ລາວ​ໃນ​ຕ່າງ​ປະ​ເທດ.

ອີງ​ຕາມ​ລາຍ​ງານ​ຂອງ​ສູນ​ສະຖິ​ຕິ​ແຫ່ງ​ຊາດ​ລາວ ລະ​ບຸ​ວ່າ​ການ​ສຳຫຼວດ​ທີ່​ກ່ຽວ​ກັບ​
ການ​ຜະລິດສິນຄ້າ ແລະບໍລິການຂອງບັນດາຫົວໜ່ວຍທຸລະກິດ 124,830 ລາຍທົ່ວ
ປະເທດລາວ ພົບວ່າ 94 ເປີເຊັນເປັນຫົວໜ່ວຍທຸລະກິດທີ່ຜະລິດສິນຄ້າ ແລະ ບໍລິ
ການເພື່ອຕອບສະໜອງການບໍລິໂພກໃນປະເທດເປັນດ້ານຫຼັກ ແລະ ມີພຽງ 630
ລາຍຫຼື0.5 ເປີເຊັນເທົ່ານັ້ນທີ່ເນັ້ນໜັກການຜະລິດສິນຄ້າເພື່ອສົ່ງອອກ ສ່ວນ 1,700
ກວ່າລາຍຫຼື 1.4 ເປີເຊັນທີ່ເນັ້ນໜັກທັງການຜະລິດເພື່ອສົ່ງອອກ ແລະຕອບສະໜອງ
ການບໍ​ລິ​ໂພກພາຍໃນ ສ່ວນ 28. 2 ເປີ​ເຊັນ ຂອງ​ຫົວ​ໜ່ວຍ​ທຸ​ລະ​ກິດ​ທັງ​ໝົດ ຕັ້ງ​ຢູ່​ໃນ
​ເຂດ​ນະ​ຄອນ​ຫລວງວຽງ​ຈັນ, ແຂວງ​ສະຫວັນນະເຂດ 11 ເປີ​ເຊັນ ແລະຈຳປາສັກ 9.2
ເປີ​ເຊັນ. ສ່ວນ​ເຂດ​ທີ່​ມີ​ຫົວ​ໜ່ວຍ​ທຸ​ລະ​ກິດ​ໜ້ອຍ​ທີ່​ສຸດ​ຄື ແຂວງ​ເຊກອງ 1.2 ເປີ​ເຊັນ,
ພົງ​ສາ​ງີ 1.3 ເປີ​ເຊັນ ແລະ​ຫວງ​ນ້ຳ​ທາ 1.8 ເປີ​ເຊັນ ຕາມ​ລຳ​ດັບ.

XS
SM
MD
LG