ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ຄ່າ​ຂົນ​ສົ່ງ​ໃນ​ລາວ ແມ່ນ​ສູງ​ກວ່າ ​ປະ​ເທ​ດອື່ນໆ ໃນຂົງເຂດ ໂດຍສະເພາະ ສິນຄ້າກະເສດ


ລົດບັນທຸກສົ່ງສິນຄ້າ ກຳລັງຜ່ານດ່ານເຂົ້າເມືອງ ຢູ່ຊາຍແດນ ລະຫວ່າງ ລາວ ແລະຫວຽດນາມ
ລົດບັນທຸກສົ່ງສິນຄ້າ ກຳລັງຜ່ານດ່ານເຂົ້າເມືອງ ຢູ່ຊາຍແດນ ລະຫວ່າງ ລາວ ແລະຫວຽດນາມ

ດ້ວຍ​ອັດຕາລາຄາຂົນ​ສົ່ງທີ່​ສູງ​ກວ່າ​ປະເທດ​ອື່ນໆ ​ໄດ້​ສົ່ງ​ຜົນ​ກະທົບ​ຕໍ່​ການ​ສົ່ງ​ອອກ​ສິນຄ້າ​ກະສິກຳຂອງ​ລາວ ​ເພາະ​ບໍ່​ສາມາດ​ແຂ່ງຂັນ​ດ້ານ​ລາຄາ​ໃນ​ຕະຫຼາດ​ໂລກ​ຂອງ​ສິນກະສິກຳ​ໄດ້​ຢ່າງ​ແທ້​ຈິງ ຊົງຣິດ ​ໂພນ​ເງິນ ມີ​ລາຍ​ງານ​ຈາກ​ບາງກອກ.


ທ່ານ​ພວງ​ປະຣິສັກ ປະ​ວົງ​ວຽງ​ຄຳ ຮອງ​ລັດຖະມົນຕີ​ກະຊວງ​ກະສິກຳ​ແລະ​ປ່າ​ໄມ້ ຢືນຢັນ​ວ່າ​ດ້ວຍ​ອັດຕາ​ຄ່າ​ຂົນ​ສົ່ງ​ໃນ​ລາວ​ທີ່​ສູງ​ກວ່າ​ປະ​ເທ​ດອື່ນ ​ໂດຍ​ສະ​ເພາະ​ແມ່ນ​ເມື່ອ​ທຽບ​ໃສ່​ອັດຕາ​ຄ່າ​ຂົນ​ສົ່ງ​ຂອງ​ປະ​ເທດ​ເພື່ອນ​ບ້ານ​ນັ້ນ ​ໄດ້​ສົ່ງ​ຜົນ​ກະທົບ​ຕໍ່​ການ​ສົ່ງ​ອອກ​ສິນຄ້າ​ກະສິກຳ​ແລະ​ໄມ້​ຈາກ​ລາວ ​ໄປ​ຍັງ​ຕະຫຼາດ​ໃນ​ຕ່າງປະ​ເທດ ຢ່າງ​ຫຼີກລ່ຽງບໍ່​ໄດ້ ​ເພາະ​ອັດຕາ​ຄ່າ​ຂົນ​ສົ່ງ​ທີ່​ສູງ​ດັ່ງກ່າວ ​ໄດ້​ເຮັດ​ໃຫ້​ສິນຄ້າ​ກະສິກຳ​ຂອງ​ລາວ ບໍ່​ສາມາດທີ່​ຈະ​ແຂ່ງ​ຂັນ​ດ້ານລາຄາ ​ໃນ​ຕະ​ຫຼາດ​ໂລກ ​ໄດ້​ຢ່າງ​ແທ້​ຈິງ ​ເນື່ອງ​ຈາກ​ວ່າ ມີ​ລາຄາ​ສູງກວ່າ​ສິນຄ້າ​ຊະນິດ​ດຽວ​ກັນ​ຂອງ​ປະ​ເທດ​ເພື່ອນ​ບ້ານ​ນັ້ນ​ເອງ.

ທ່ານ​ພວງ​ປະຣິສັກ ຍອມຮັບ​ດ້ວຍ​ວ່າ​ເປັນ​ການ​ຍາກ​ທີ່​ສິນຄ້າ ກະສິກຳ​ແລະ​ໄມ້​ຂອງ​ລາວ​
ຈະ​ສາມາດ​ແຂ່ງຂັນ​ໃນຕະ​ຫຼາດ​ໂລກ ​ໄດ້​ຢ່າງ​ແທ້​ຈິງ ຖ້າ​ຫາກ​ບໍ່​ສາມາດ​ທີ່​ຈະ​ລົດ​ຕົ້ນ​ທຶນ​
ການ​ຂົນ​ສົ່ງ​ໄດ້​ຢ່າງ​ເປັນ​ຮູບ​ປະ​ທຳ ​ເພາະວ່າ ລາວ​ເປັນ​ປະ​ເທດ​ທີ່​ບໍ່​ມີ​ທາງ​ອອກ​ສູ່​ທະ​ເລ
ດ້ວຍ​ເຫດນີ້ ຈຶ່ງມີ​ພຽງ​ການ​ເຈລະຈາ​ເພື່ອ​ຂໍ​ໃຫ້​ປະ​ເທດ​ເພື່ອ​ບ້ານ​ຊ່ວຍ​ເຫຼືອ​ດ້ວຍ​ການ​
ລົດ​ຄ່າ​ຂົນ​ສົ່ງ​ສິນຄ້າ​ໃຫ້​ລາວ ​ເປັນ​ກໍລະນີ​ພິ​ເສ​ດ​ເທົ່າ​ນັ້ນ ​ແຕ່​ວ່າການ​ຊ່ວຍ​ເຫຼືອ ດັ່ງກ່າວ​ນີ້
ກໍ​ເປັນ​ພຽງ​ມາດ​ຕະການ​ໄລຍະ​ສັ້ນ ສ່ວນ​ມາດ​ຕະການ​ທີ່​ຈະ​ສາມາດ​ແກ້​ໄຂ​ບັນຫາ​ໄດ້
ໃນ​ໄລຍະ​ຍາວ​ນັ້ນ ຄື​ການ​ພັດທະນາ​ຄຸນ​ນະພາ​ບສິນຄ້າ​ກະສິກຳ ​ແລະ​ໄມ້​ແປ​ຮູບ​ຂອງ
​ລາວ ທີ່​ໄດ້​ມາດຕະຖານ​ສາກົນ​ຢ່າງ​ແທ້​ຈິງ ດັ່ງ​ທີ່ ທ່ານພວງ​ປະຣິສັກ ​ໄດ້​ໃຫ້ການ​ຢືນຢັນ
​ວ່າ: “ພະ​ແນ​ກຂົນ​ສົ່ງ ກະສິ​ໄດ້​ເຈລະຈາ​ກັບປະ​ເທດ​ອ້ອມ​ຂ້າງ​ຫັ້ນແຫຼະອັນ​ນີ້ ມັນ​ບໍ່
​ແມ່ນ​ແຕ່​ເລື່ອງ​ໄມ້ ​ເລື່ອງ​ຜະລິດຕະພັນ​ກະສິກຳ​ນີ້ ກໍຫຍຸ້ງ ບໍ່​ແມ່ນ​ທຳ​ມະ​ດາ ຊຶ່ງ
​ວ່າ​ມັນ​ກໍ​ແມ່ນ​ຄວາມຫຍຸ້ງຍາກ​ໃນ​ການ​ຄ້າ​ຫັ້​ນ ຊຶ່ງ​ພວກ​ເຮົາ ກໍ​ຕ້ອງໄດ້​ເຈລະຈາ
​ແຕ່​ວ່າ​ທັດ​ສະ​ນະ​ພວກ​ເຮົາ​ນີ້ ​ແມ່ນ​ວ່າ ຄ່າ​ຂົນ​ສົ່ງ​ກະ​ແນວ​ນັ້ນ​ແຫຼະສິ​ແມ່ນ​ຄ່າ​ຂົນ​ສົ່ງ​
ສູງ​ແລ້ວພວກ​ເຮົາ​ເຈລະຈາ​ໃຫ້​ຫຼຸດ ​ເຮົາ​ກະ​ບໍ່​ຮູ້​ວ່າ​ ມັນສິຫຼາຍສິໜ້ອຍ ແຕ່​ເຮົາ​
ເສຍປຽບ ຢູ່​ບ່ອນ​ວ່າ ບໍ່​ມີ​ທາງ​ອອກ​ທາງ​ທະ​ເລ​ຫັ້ນ​ແຫຼະ ຈັ່ງ​ຊັ້ນ​ແລ້ວ ມັນ​ຕ້ອງ​ໄດ້​
ຜະລິດ​ສິນຄ້າ​ສຳ​ເລັດ​ຮູບ ມີ​ມູນ​ຄ່າ​ສູງ ຄຸນ​ນະພາ​ບສູງ​ຫັ້ນແຫຼະ ​ເພື່ອ​ເຮັດ​ແນວ​ໃດ ​
ໃຫ້​ສາມາດ​ແບກ​ຫາບ​ໄດ້.”

ທັງ​ນີ້​ໂດຍ​ຄະນະ​ລັດຖະບານ​ລາວ​ໄດ້ວາງ​ແຜນການ​ຊຸກຍູ້​ການ​ຜະລິດ​ເຂົ້າ ​ເພື່ອ​ສົ່ງ​ອອກ​ໄປ​ຕ່າງປະ​ເທດ​ໃຫ້​ໄດ້ເຖິງ 4 ​ແສນ​ໂຕນ ​ໃນ​ປີ 2018 ດ້ວຍ​ການ​ຂະຫຍາຍ​ເນື້ອ​ທີ່​ປູກ​ເຂົ້າ​ໃຫ້​ໄດ້​ກວ້າງ​ກວ່າ 1 ລ້ານ​ເຮັກ​ຕາ​ແລະ​ມີ​ສະມັດຖະພາບ ສະ​ເລ່ຍ 4.2 ​ໂຕນ ຕໍ່​ເຮັກ​ຕາ ຊຶ່ງ​ກໍ​ຈະ​ເຮັດ​ໃຫ້​ມີ​ຜົນ​ຜະລິດ​ເ​ຂົ້າ​ຮວມບໍ່​ຕ່ຳ​ກວ່າ 4.22 ລ້ານ​ໂຕນ ​ໃນ​ທົ່ວ​ປະ​ເທດ ​ໃນ​ນີ້ ຈະ​ແບ່ງ​ເປັນ​ຜົນ​ຜະລິດ​ເ​ຂົ້າ​ນາ​ແຊງ 475,600 ​ໂຕ​ນ ​ເຂົ້າ​ນາປີ 3,553,000 ​ໂຕນ ​ແລະ​ເຂົ້າ​ໄຮ່ 2 ​ແສນ​ໂຕນ ຕາມ​ລຳດັບ.

ພ້ອມ​ກັນ​ນີ້ ລັດຖະບານ​ລາວ​ໄດ້​ຄາດ​ໝາຍ​ວ່າ ປະຊາຊົນ​ລາວ​ຈະ​ຕ້ອງການ​ບໍລິ​ໂພ​ກ​ເຂົ້າ​ໃນ​ປະລິມານ​ຮວມບໍ່​ໜ້ອຍ​ກວ່າ 2.7 ລ້ານ​ໂຕນ ​ແລະ​ເກັບ​ໄວ້ ​ໃນ​ຄັງ​ແຮ່​ສຸກ​ເສີນ 4 ​ແສນ​ໂຕນ ສ່ວນ​ນອກ​ນັ້ນ ກໍ​ຈະ​ຕອບ​ສະໜອງ ​ໃຫ້​ກັບອຸດສາຫະກຳ ການ​ແປ​ຮູບ ພາຍ​ໃນ 5-6 ​ແສນ​ໂຕນ ​ແລະ​ສົ່ງ​ອອກ​ໄປ​ຕ່າງປະ​ເທດ ທັງ​ເປັນ​ທາງ​ການ​ແລະ​ບໍ່​ເປັນ​ທາງ​ການ ​ໃນ​ປະລິມານ​ຮວມ 4 ​ແສນ​ໂຕນ ດັ່ງກ່າວ ຫາກ​ແຕ່​ການ​ທີ່​ບັນລຸ​ເປົ້າ​ໝາຍ​ໄດ້​ຈິງ​ນັ້ນ ກໍ​ບໍ່​ແມ່ນ​ເລື້ອງ​ງ່າຍ ​ເພາະຜົນ​ຜະລິດ​ເຂົ້າຂອງ​ລາວ ຍັງ​ມີ​ຄຸນ​ນະພາ​ບບໍ່​ໄດ້​ມາດຕະຖານ​ສາກົນ ຊຶ່ງ​ເຮັດ​ໃຫ້​ລາວ ສົ່ງ​ອອກເຂົ້າ ​ໄດ້​ພຽງ 20,000 ​ໂຕນ ​ເທົ່າ​ນັ້ນ ຈາກ​ແຜນການ​ທີ່​ວາງ​ໄວ້ 2 ​ແສນ​ໂຕນ ​ໃນ​ປີ 2017 ທີ່​ຜ່ານ​ມາ.

​ແຕ່​ຢ່າງ​ໃດ​ກໍ​ຕາມ ກະຊວງ​ກະສິກຳ ​ແລະ​ປ່າ​ໄມ້ ກໍ​ໄດ້​ວາງ​ເປົ້າ​ໝາຍ​ຈະ​ຊຸກຍູ້​ການ​ຜະລິດ​ສິນຄ້າກະສິກຳ ​ແລະ​ປະສຸ​ສັດ ສົ່ງ​ອອກ​ໄປ​ຕ່າງປະ​ເທດ​ໃນ​ປີ 2018 ​ໃຫ້​ໄດ້​ຫຼາຍ​ກວ່າ
​ໃນ​ປີ 2017 ດ້ວຍ​ການ​ຊຸກຍູ້​ການ​ຜະລິດ​ກາເຟ ​ໃຫ້​ໄດ້ 137,500 ​ໂຕນ ມັນ​ຕົ້ນ 2.4 ລ້ານ
​ໂຕນ ຖົ່ວດິນ 63,150 ​ໂຕນ, ຖົ່ວເຫຼືອງ 19,300 ​ໂຕນ, ໝາກງາ 16,860 ​ໂຕນ
ໝາກ​ເດືອຍ 271,500 ​ໂຕນ ສາລີ​ຫວານ 286,900 ​ໂຕນ, ​ເຜືອກ-ມັ​ນ 388,700 ​ໂຕນ ​
ໄມ້​ກິນ​ໝາກ ກວ່າ 1.57 ລ້ານ​ຕົ້ນ ພືດ​ຜັກ​ຕ່າງໆ ​ເກີນ​ກວ່າ 1.69 ລ້ານ​ໂຕນ ​ແລະ​ສົ່ງ​ອອກ
ງົວ-​ຄວາຍ ​ໃຫ້​ໄດ້​ລະຫວ່າງ 80,000 -100,000 ​ໂຕ ຕາມ​ລຳດັບ.

XS
SM
MD
LG