ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ນາຍົກໄທວ່າ ລັດຖະບານໄທ ຈະສ້າງ ທາງລົດໄຟ ເຊື່ອມຕໍ່ ກັບລາວ ແລະຈີນ ດ້ວຍທຶນຕົນເອງ


ນາຍົກລັດຖະມົນຕີໄທ, ນາຍພົນ ປຣະຢຸດ ຈັນໂອຊາ ແລະ ນາຍົກລັດຖະມົນຕີຈີນ
ນາຍົກລັດຖະມົນຕີໄທ, ນາຍພົນ ປຣະຢຸດ ຈັນໂອຊາ ແລະ ນາຍົກລັດຖະມົນຕີຈີນ

ນາຍົກລັດຖະມົນຕີໄທຢືນຢັນຈະນໍາໃຊ້ ເງິນທຶນຂອງລັດຖະບານໄທຝ່າຍດຽວ
ເພື່ອກໍ່ສ້າງທາງລົດໄຟ ເຊື່ອມຕໍ່ກັບລາວ ແລະຈີນ ໂດຍຈະຂໍໃຫ້ທາງການຈີນ
ສະໜັບສະໜຸນໃນດ້ານ ເທັກນິກເທົ່ານັ້ນ.

ພົນເອກປະຢຸດ ຈັນໂອຊາ ນາຍົກລັດຖະມົນຕີໄທ ຢືນຢັນວ່າ ລັດຖະບານໄທ
ຈະລົງທຶນຝ່າຍດຽວ ໃນໂຄງການກໍ່ສ້າງ ທາງລົດໄຟຄວາມໄວສູງເພື່ອເຊື່ອມ
ຕໍ່ໄທກັບລາວ ແລະຈີນ ທີ່ໄດ້ແບ່ງການກໍ່ສ້າງ ອອກເປັນ 2 ໄລຍະ ກໍຄືໄລຍະທີ
1 ເປັນການກໍ່ສ້າງທາງລົດໄຟຈາກບາງກອກ ໄປໂຄລາດ ກັບໄລຍະທີ 2 ຈາກ
ໂຄລາດ ໄປໜອງຄາຍ ແລ້ວກໍຂ້າມແມ່ນໍ້າຂອງ ເຊື່ອມຕໍ່ກັບທາງລົດໄຟໃນລາວ
ທີ່ນະຄອນວຽງຈັນ ທີ່ສາມາດ ເຊື່ອມຕໍ່ໄປເຖິງເມືອງຄຸນໝິງ, ມົນທົນຢູນານ
ຂອງຈີນໄດ້ ໃນອະນາຄົດ ດັ່ງທີ່ ພົນເອກປະຢຸດ ໄດ້ໃຫ້ການຢືນຢັນວ່າ

“ທໍາເອງດີກວ່າ ເພາະວ່າເຣົາມີຂີດຄວາມສາມາດ ແລະເຣົາກໍຕຽມງົບປະມານໄວ້
ແລ້ວ 2 ດ້ານໄງ. ເລື້ອງໂຄງສ້າງພື້ນຖານກໍຄື ຕົວລາງໄຊ້ໄໝ໋. ອັນທີ 2 ກໍຄືເລື່ອງ
ລົດວິ່ງກັບລະບົບສັນຍານໄງ ເພາະສະນັ້ນ ຜົມຄິດວ່າ ເຣົາທໍາກັນເອງດີກວ່າ.
ຜົມຄິດວ່າ ຄົນໄທພ້ອມນະ ນີ້ເຂົາຣຽກວ່າ ມັນຕໍ່ຍາວ ຕໍ່ໄປ ເພື່ອຈະເຊື່ອມໂຍງ
ຈາກນີ້ໄປໂຄຣາດ, ໂຄຣາດກໍໄປໜອງຄາຍ ແລະຈາກນັ້ນ ຕໍ່ໄປກໍເຊື່ອມຕໍ່ ໄປ
ລາວ, ໄປຈີນ, ໄປປາສິສຖານ, ອິນເດຍ, ຢູ່ໂຣບ ໂນ່ນນີ້ ເຂົາຈຶ່ງຣຽກລົດໄຟ
ສາຍອະນາຄົດ.”

ການຕົກລົງກັນລະຫວ່າງໄທ ແລະຈີນໃນການກໍ່ສ້າງທາງລົດໄຟ
ການຕົກລົງກັນລະຫວ່າງໄທ ແລະຈີນໃນການກໍ່ສ້າງທາງລົດໄຟ

ທ່ານອາຄົມ ເຕີມພິທະຍາສິດ, ລັດຖະມົນຕີວ່າການກະຊວງຄົມມະນາຄົມຂອງໄທຢືນ
ຢັນວ່າ ການກໍ່ສ້າງ ທາງລົດໄຟຄວາມໄວສູງໃນໄທ ເພື່ອເຊື່ອຕໍ່ກັບລາວ ແລະຈີນນັ້ນ
ໄດ້ເລີ້ມການກໍ່ສ້າງ ນັບແຕ່ວັນທີ 21 ທັນວາ 2017 ເປັນຕົ້ນມາ ໂດຍມີກໍາໜົດ ການ
ກໍ່ສ້າງແລ້ວເສັດເພື່ອເຊື່ອມຕໍ່ ກັບລາວ ແລະຈີນໃຫ້ໄດ້ພາຍໃນ ປີ 2022 ຈຶ່ງໄດ້ແບ່ງ
ການກໍ່ສ້າງ ໃນໄທອອກໄປ ໜອງຄາຍ ເພ່ື່ອ ເຊື່ອມຕໍ່ ກັບທາງລົດໄຟໃນລາວ ທີ່ນະ
ຄອນວຽງຈັນ.

ໂດຍທາງລົດໄຟໄລຍະທີ 1 ຈາກບາງກອກໄປໂຄລາດນັ້ນ ມີກໍາໜົດ ການກໍ່ສ້າງໃຫ້
ແລ້ວເສັດໃນ 36 ເດືອນ ນັບຈາກການລົງນາມ ໃນສັນຍາຮ່ວມມື ເພື່ອກໍ່ສ້າງທາງລົດໄຟ
ລະຫວ່າງລັດຖະບານໄທກັບຈີນ ໃນເດືອນກັນຍາ 2017 ຊຶ່ງຈະເຮັດໃຫ້ ແລ້ວເສັດ ແລະ
ເປີດໃຫ້ບໍລິການ ໃນປີ 2021 ໂດຍລັດຖະບານໄທ ໄດ້ນໍາໃຊ້ ເງິນທຶນ 179,412 ລ້ານ
ບາດ ຫລື ຫຼາຍກວ່າ 5,435 ລ້ານໂດລາ ແລະໃຊ້ຜູ້ຮັບເໝົາ ລວມເຖິງວັດຖຸອຸປະກອນ
ຂອງໄທທັງໝົດ. ສວ່ນສິດໃນການບໍລິຫານ ແລະການຈັດການ ທາງທຸລະກິດຕ່າງໆ ນັ້ນ
ກໍເປັນສິດຂອງລັດຖະບານໄທ ອີກດ້ວຍເຊັ່ນກັນ.

ສ່ວນການກໍ່ສ້າງທາງລົດໄຟໄລຍະທີ 2 ຈາກໂຄລາດໄປໜອງຄາຍນັ້ນ ຈະເລີ້ມລົງມືດໍາ
ເນີນການກໍ່ສ້າງ ພາຍໃນປີ 2019 ເພື່ອໃຫ້ແລ້ວເສັດ ແລະເຊື່ອມຕໍ່ກັບທາງລົດໄຟຂອງ
ລາວໃຫ້ໄດ້ໃນປີ 2022 ເປັນຢ່າງຊ້າ ທັງນີ້ ຄະນະກໍາມະການຮ່ວມມືດ້ານລົດໄຟລະຫວ່າງ
ໄທ-ຈີນ ໄດ້ຕົກລົງກັນໃນຊ່ວງເດືອນ ມິຖຸນາ 2018 ວ່າ ຈະຮ່ວມກັນສ້າງຂົວຂ້າມແມ່ນໍ້າ
ຂອງເພື່ອຮອງຮັບການເຊື່ອຕໍ່ ທາງລົດຈາກ ໜອງຄາຍ ມາວຽງຈັນ ເປັນການສະເພາະ
ໂດຍທາງການຈີນ ຈະໃຫ້ການສະໜັບສະໜຸນ ຊ່ວຍເຫລືອທາງການໄທ ໃນຖານະທີ່ປຶກ
ສາຂອງໂຄງການທັງສອງໄລຍະດັ່ງກ່າວນັ້ນ.

ສ່ວນການກໍ່ສ້າງ ທາງລົດໄຟໃນລາວ ໄດ້ເລີ້ມລົງມືດໍາເນີນການໃນພາກຕົວຈິງ ນັບຈາກ
ວັນທີ 25 ທັນວາ 2016 ເປັນຕົ້ນມາ ທັງນີ້ ຄະນະບໍລິຫານ ບໍລິສັດຮ່ວມທຶນທາງລົດໄຟ
ລາວ-ຈີນ ໄດ້ຕົກລົງຄັດເລືອກ 11 ບໍລິສັດຈີນ ໃຫ້ເປັນຜູ້ຮັບເໝົາກໍ່ສ້າງທີ່ນຳໃຊ້ແຮງງານ
ຈາກຈີນເກີນກວ່າ 10,000 ຄົນ ເຊັ່ນຢູ່ທີ່ແຂວງອຸດົມໄຊນຳໃຊ້ແຮງງານຈາກຈີນ 5,000
ກວ່າຄົນ ເນື່ອງຈາກທາງລົດໄຟ ຈະຕ້ອງຜ່ານເຂດແຂວງອຸດົມໄຊ ເຖິງ 126.6 ກິໂລແມັດ
ທັງຍັງຕ້ອງກໍ່ສ້າງຂົວ ແລະ ເຈາະອຸໂມງ ຄິດເປັນ 40 ເປີເຊັນ ຂອງທາງລົດໄຟ ໃນແຂວງ
ດັ່ງກ່າວນີ້. ສ່ວນຢູ່ທີ່ແຂວງຫລວງພະບາງ ກໍຈະໃຊ້ແຮງງານຈີນ 3,000 ກວ່າຄົນ ໂດຍມີ
ໄລຍະທາງ80 ກິໂລແມັດ ໂດຍມີ 1 ສະຖານີໃຫຍ່ ກັບ 4 ສະຖານີຍ່ອຍ ຂົວຂ້າມນ້ຳຂອງ
1 ແຫ່ງແລະ ເຈາະອຸໂມງ 6 ແຫ່ງ.

ໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ເປັນການຮ່ວມທຶນລະຫວ່າງ ລັດຖະບານລາວ
ກັບຈີນ ໃນສັດສ່ວນ 30 ເປີເຊັນຕໍ່ 70 ເປີເຊັນ ຂອງມູນຄ່າການລົງທຶນລວມ 6,000
ລ້ານໂດລາ ທີ່ກູ້ຢືມຈາກສະຖາບັນການເງິນຂອງຈີນ ມີໄລຍະທາງ 417 ກິໂລແມັດ
ມີກໍານົດແລ້ວເສັດໃນປີ 2021.

XS
SM
MD
LG