ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວແລະໄທຮ່ວມກັນເປີດ ຂົວຂ້າມແມ່ນໍ້າຂອງ ແຫ່ງທີ 3


ຂົວຂ້າມແມ່ນໍ້າຂອງ ແຫ່ງທີ 3 ທີ່ເຊື່ອມຕໍ່ລະຫວ່າງແຂວງຄໍາມ່ວນ ກັບຈັງຫວັດນະຄອນພະນົມ ທີ່ໄດ້ເປີດໃຊ້ ຢ່າງເປັນທາງການແລ້ວ ໃນວັນສຸກ ທີ 11 ພະຈິກ 2011.
ຂົວຂ້າມແມ່ນໍ້າຂອງ ແຫ່ງທີ 3 ທີ່ເຊື່ອມຕໍ່ລະຫວ່າງແຂວງຄໍາມ່ວນ ກັບຈັງຫວັດນະຄອນພະນົມ ທີ່ໄດ້ເປີດໃຊ້ ຢ່າງເປັນທາງການແລ້ວ ໃນວັນສຸກ ທີ 11 ພະຈິກ 2011.

ລາວແລະໄທໄດ້ຮ່ວມກັນ ເປີດຂົວຂ້າມແມ່ນໍ້າຂອງແຫ່ງໃໝ່ ຢ່າງເປັນທາງການ ໃນວັນສຸກ
ມື້ນີ້ ຊຶ່ງເປັນສ່ວນນຶ່ງຂອງໂຄງການສ້າງທາງຫລວງ ເຊື່ອມຕໍ່ລະຫວ່າງ ປະເທດຕ່າງໃນພາກ
ພື້ນເອເຊຍຕາເວັນອອກສຽງໃຕ້.

ຂົວ​ແຫ່ງ​ນີ້ ທີ່ມີຄວາມຍາວ 1.4 ກິໂລແມັດ ​ແມ່ນເຊື່ອມຕໍ່ຈັງຫວັດນະຄອນພະນົມ ທາງ​
ພາກ​ຕາ​ເວັນ​ອອກ​ສຽງ​ເໜືອ​ຂອງ​ໄທ ໃສ່ກັບແຂວງຄໍາມ່ວນ ຂອງລາວ ​ແລະເປັນເສັ້ນທາງ
ທີ່ສັ້ນທີ່ສຸດ ສໍາລັບພວກບໍລິສັດສົ່ງອອກຂອງ​ໄທ ​ໃຊ້​ສົ່ງ​ສິນຄ້າ​ໄປ​ຍັງທ່າເຮືອໃນພາກກາງ
ຂອງຫວຽດນາມ. ​ຂົວ​ທີ່​ເປີດ​ໃໝ່​ນີ້​ແມ່ນເປັນຂົວ “ມິດຕະພາບ” ແຫ່ງທີ 3 ລະຫວ່າງລາດ
ຊ​ະອານາຈັກໄທ ກັບ ສປປ ລາວ ທີ່ບໍ່ມີທາງອອກສູ່ທະເລນັ້ນ.

ຄາດກັນວ່າ ຂົວແຫ່ງນີ້ຈະນໍາພາໃຫ້ມີການພັດທະນາເຂດຊົນນະບົດຂອງ ແຂວງຄໍາມ່ວນ
ໂດຍມີການກໍ່ສ້າງສະຖານທີ່ຕ່າງໆ​ ເພື່ອອໍານວຍຄວາມສະດວກ ​ໃຫ້​ແກ່ການຄ້າ, ການ
ລົງທຶນ ແລະການທ່ອງທ່ຽວ.

XS
SM
MD
LG