ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໄທສະໜັບສະໜຸນຄວາມຫວັງຂອງລາວ ທີ່ຢາກເປັນໝໍ້ໄຟຂອງເອເຊຍ.


ທ່ານອະພິສິດ ເວດຊາຊີວະ (ຜູ້ທີສາມ ຈາກຊ້າຍ) ນາຍົກລັດຖະມົນຕີໄທ ໄດ້ກ່າວຢືນຢັນວ່າ ໄທຈະສະໜັບສະໜູນລາວ ໃນການກາຍເປັນໝໍ້ໄຟຂອງເອເຊຍ ໃນພິທີ​ເປີດ​ເຂື່ອນ​​ໄຟ​ຟ້າ​ນໍ້າຕົກ ນໍ້າເທີນ 2 ເມື່ອວັນ​ພະຫັດ ​ທີ 09 ທັນວາ 2010.
ທ່ານອະພິສິດ ເວດຊາຊີວະ (ຜູ້ທີສາມ ຈາກຊ້າຍ) ນາຍົກລັດຖະມົນຕີໄທ ໄດ້ກ່າວຢືນຢັນວ່າ ໄທຈະສະໜັບສະໜູນລາວ ໃນການກາຍເປັນໝໍ້ໄຟຂອງເອເຊຍ ໃນພິທີ​ເປີດ​ເຂື່ອນ​​ໄຟ​ຟ້າ​ນໍ້າຕົກ ນໍ້າເທີນ 2 ເມື່ອວັນ​ພະຫັດ ​ທີ 09 ທັນວາ 2010.

ນາຍົກລັດຖະມົນຕີໄທຢືນຢັນວ່າລັດຖະບານໄທສະໜັບສະໜຸນແຜນການແລະເປົ້າໝາຍຂອງ ລັດຖະບານລາວທີ່ຈະພັດທະນາລາວ ໃຫ້ເປັນປະເທດຜູ້ສົ່ງອອກພະລັງງານໄຟຟ້າລາຍໃຫຍ່ ຫລືເປັນໝໍ້ໄຟຂອງເອເຊຍ.

ທ່ານອະພິສິດ ເວດຊາຊີວະ ນາຍົກລັດຖະມົນຕີໄທ ໄດ້
ຖະແຫລງຢືນຢັນວ່າ ການທີ່ລັດຖະບານໄທຕົກລົງທີ່ຈະ
ຮັບຊື້ພະລັງງານໄຟຟ້າຈາກລາວ ໃນປະລິມານລວມ
7,000 MW ນັບຈາກປີ 2015 ເປັນຕົ້ນໄປ ກັບທັງຍັງ
ຈະພິຈາລະນາຮັບຊື້ເພີ່ມຂຶ້ນອີກໃນອະນາຄົດນັ້ນ ນອກ
ຈາກຈະຖືເປັນການຮ່ວມມືລະຫວ່າງລັດຖະບານ ທີ່ມີເປົ້າ
ໝາຍໃນການຍົກລະດັບຄວາມເປັນຢູ່ຂອງປະຊາຊົນລາວ-
ໄທໃຫ້ດີຂຶ້ນແລ້ວ ກໍຍັງເປັນການສະແດງເຖິງການສະໜັບ
ສະໜຸນຂອງລັດຖະບານໄທທີ່ມີຕໍ່ແຜນການແລະເປົ້າໝາຍ
ຂອງລັດຖະບານລາວທີ່ຈະພັດທະນາລາວໃຫ້ເປັນປະເທດ
ຜູ້ສົ່ງອອກພະລັງງານໄຟຟ້ລາຍໃຫຍ່ ຫລືເປັນໝໍ້ໄຟຂອງເອເຊຍອີກດ້ວຍ.

ການຖະແຫລງດັ່ງກ່າວນີ້ຂອງທ່ານອະພິສິດ ໄດ້ມີຂຶ້ນໃນໂອກາດທີ່ທ່ານໄດ້ເດີນທາງໄປ
ຮ່ວມເປັນປະທານໃນພິທີເປີດການນໍາໃຊ້ເຂື່ອນນໍ້າເທີນ 2 ຢູ່ເມືອງນາກາຍ ແຂວງຄໍາມ່ວນ
ເມື່ອອາທິດທີ່ຜ່ານມາ ຊຶ່ງທ່ານອະພິສິດ ໃນຖານະນາຍົກລັດຖະມົນຕີໄທນັ້ນ ຖືເປັນສັນຍາ
ລັກຂອງການຮ່ວມມືທີ່ຈະເຮັດໃຫ້ລາວສາມາດກ້າວໄປ ເຖິງເປົ້າໝາຍດັ່ງກ່າວໄດ້ໃນອະນາ
ຄົດ ດັ່ງທີ່ທ່ານອະພິສິດໄດ້ກ່າວເນັ້ນຢໍ້າວ່າ:

ເຂື່ອນຜະລິດກະແສໄຟຟ້ານໍ້າເທີນ II ທີ່ເມືອງນາກາຍ, ແຂວງຄໍາມ່ວນ
ເຂື່ອນຜະລິດກະແສໄຟຟ້ານໍ້າເທີນ II ທີ່ເມືອງນາກາຍ, ແຂວງຄໍາມ່ວນ

“ລັດຖະບານໄທເຫັນວ່າການຮ່ວມເປັນຜູ້
ພັດທະນາໂຄງການເຂື່ອນນໍ້າເທີນ 2
ແລະການຮັບຊື່ໄຟຟ້າທີ່ຜະລິດ ໄດ້ບໍ່ພຽງ
ພໍທີ່ຈະຊ່ວຍສົ່ງເສີມການຄ້າແລະການ
ລົງທຶນລະຫວ່າງກັນເທົ່ານັ້ນ ແຕ່ຍັງເປັນ
ຕົວຢ່າງຂອງຄວາມຮ່ວມມືໃນລະດັບອະ
ນຸພາກ ທີ່ຈະເຮັດໃຫ້ຕ່າງຊາດເກີດຄວາມ
ເຊື່ອໝັ້ນແລະສົນໃຈເຂົ້າມາລົງທຶນຫລາຍ
ຂຶ້ນ, ໂດຍສະເພາະໃນສາຂາພະລັງງານ
ທີ່ຈະຊ່ວຍພັກດັນໃຫ້ ສປປ.ລາວ ພັດທະ
ນາປະເທດໄດ້ຢ່າງລາບລື່ນ ແລະສອດ
ຄ່ອງກັບວິໄສທັດ Battery ແຫ່ງເອເຊຍ
ລວມທັງຈະສາມາດບັນລຸເປົ້າໝາຍຂອງການພັດທະນາແຫ່ງສະຫັດສະວັດຕາມ
ແນວທາງຂອງສະຫະປະຊາຊາດພາຍໃນປີ 2015”

ປະເທດໄທນັບເປັນລູກຄ້າລາຍໃຫຍ່ທີ່ສຸດຂອງລາວ ໂດຍໃນປັດຈຸບັນໄທໄດ້ຮັບຊື້ພະລັງງານ
ໄຟຟ້າຈາກເຂື່ອນ ໃນລາວຈໍານວນ 6 ໂຄງການດ້ວຍກັນ ກໍຄືເຂື່ອນນໍ້າງື່ມ 1 ເຂື່ອນນໍ້າ
ເທີນ-​ຫິນບູນ ເຂື່ອນເຊເສດ 1 ແລະ 2 ເຂື່ອນນໍ້າເທີນ 2 ແລະເຂື່ອນຫ້ວຍເຫາະ.

ສ່ວນໂຄງການ ທີ່ຢູ່ໃນບັນຊີທີ່ທາງການໄທຈະຮັບຊື້ເມື່ອໄດ້ດໍາເນີນການກໍ່ສ້າງສໍາເລັດແລ້ວ
ນັ້ນ ກໍມີໂຄງການເຂື່ອນນໍ້າຍອນ ເຂື່ອນນໍ້າເທີນ-ຫິນບູນສ່ວນຂະຫຍາຍ ເຂື່ອນນໍ້າງື່ມ 5
ແລະໂຄງການຫົງສາລິກໄນ໌ ໃນແຂວງໄຊຍະບູລີ.

ແຜນທີ່ຂອງຈຸດຕ່າງໆ ທີ່ຈະມີການສ້າງເຂື່ອນຂຶ້ນ ຕາມລໍາແມ່ນໍ້າຂອງ
ແຜນທີ່ຂອງຈຸດຕ່າງໆ ທີ່ຈະມີການສ້າງເຂື່ອນຂຶ້ນ ຕາມລໍາແມ່ນໍ້າຂອງ

ຍິ່ງໄປກວ່ານັ້ນ ເນື່ອງຈາກວ່າຄວາມຕ້ອງການຊົມໃຊ້ພະລັງ
ງານໄຟຟ້າໃນໄທໄດ້ເພີ່ມຂຶ້ນໂດຍສະເລ່ຍເຖິງ 10% ໃນແຕ່
ລະປີ ຈຶ່ງເຮັດໃຫ້ໄທຕ້ອງນໍາເຂົ້າພະລັງງານໄຟຟ້າເພີ່ມຂຶ້ນ
ທຸກປີເຊັ່ນກັນ ດ້ວຍເຫດນີ້ຈຶ່ງເຮັດໃຫ້ລັດຖະບານໄທໄດ້
ເບິ່ງໄປເຖິງການທີ່ຮັບຊື້ພະລັງງານໄຟຟ້າຈາກລາວເພີ່ມຂຶ້ນ
ຊຶ່ງໃນນີ້ກໍລວມໄປເຖິງການທີ່ຈະຮັບຊື້ພະລັງງານໄຟຟ້າຈາກ
ໂຄງການເຂື່ອນຕ່າງໆເທິງແນວແມ່ນໍ້າຂອງໃນເຂດປະເທດ
ລາວອີກດ້ວຍ ຊຶ່ງກໍຄືໂຄງການເຂື່ອນໄຊຍະບູລີ ເຂື່ອນສາ
ນະຄາມ ເຂື່ອນປາກລາຍ ເຂື່ອນບ້ານກຸ່ມ ເຂື່ອນດອນສະ
ຫົງ ເຂື່ອນປາກແບ່ງ ເຂື່ອນຫລວງພະບາງ ເຂື່ອນປາກຊົມ ແລະເຂື່ອນລາດເສືອ.

ແຕ່ຢ່າງໃດກໍຕາມ ໂຄງການເຫລົ່ານີ້ ກໍຍັງຄົງບໍ່ສາມາດດໍາເນີນການໄດ້ຢ່າງເປັນຮູບທໍາ ຈົນ
ທຸກມື້ນີ້ ເນື່ອງຈາກວ່າຖືກຄັດຄ້ານໂດຍກຸ່ມອະນຸລັກສະພາບແວດລ້ອມທໍາມະຊາດ ທັງໃນ
ຂົງເຂດແລະໃນລະດັບສາກົນ ຊຶ່ງເຫັນວ່າການກໍ່ສ້າງເຂື່ອນຕ່າງໆ ເທິງແນວແມ່ນໍ້າຂອງນັ້ນ
ຈະສົ່ງຜົນກະທົບຢ່າງຮຸນແຮງຕໍ່ສະພາບແວດລ້ອມ ແລະຊັບພະຍາກອນທໍາມະຊາດໃນແນວ
ແມ່ນໍ້າຂອງ ທີ່ຫລໍ່ລ້ຽງຊີວິດຄົນຫລາຍກວ່າ 350 ລ້ານຄົນນັ້ນເອງ.

XS
SM
MD
LG