ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວແລະໄທ ຕົກລົງ ຈະເພີ້ມ ມູນຄ່າການຄ້າ ໃຫ້ໄດ້ຮອດ 8 ພັນລ້ານ ດອນລາ ພາຍໃນປີ 2017


ພິທີລົງນາມຂໍ້ຕົກລົງ ທີ່ກອງປະຊຸມຄະນະກຳມາທິການຮ່ວມ ວ່າດ້ວຍການຮ່ວມມື ລາວ-ໄທ ຄັ້ງທີ 19 ທີ່ຈັດຂຶ້ນເມື່ອວັນທີ 22-24 ມັງກອນ 2015 ຢູ່ທີ່ນະຄອນຫລວງວຽງຈັນ.
ພິທີລົງນາມຂໍ້ຕົກລົງ ທີ່ກອງປະຊຸມຄະນະກຳມາທິການຮ່ວມ ວ່າດ້ວຍການຮ່ວມມື ລາວ-ໄທ ຄັ້ງທີ 19 ທີ່ຈັດຂຶ້ນເມື່ອວັນທີ 22-24 ມັງກອນ 2015 ຢູ່ທີ່ນະຄອນຫລວງວຽງຈັນ.

ກະຊວງການຄ້າລາວ-ໄທຕົກລົງ ທີ່ຈະເພີ້ມມູນຄ່າການຄ້າ
ລະຫວ່າງກັນ ໃຫ້ເຖິງ 8,000 ລ້ານດອນລາ ໃນປີ 2017
ໂດຍຄາດໝາຍວ່າ ລາວຈະຍັງຄົງເປັນຝ່າຍທີ່ເສຍປຽບດຸນ
ການຄ້າ ໃຫ້ໄທຫຼາຍຂຶ້ນ.

ການຕົກລົງທີ່ຈະເພີ້ມມູນຄ່າການຄ້າໃຫ້ເຖິງ 8,000 ລ້ານດອນລາ ພາຍໃນປີ 2017
ໄດ້ມີຂຶ້ນ ໃນໂອກາດການປະຊຸມແຜນຄວາມຮ່ວມມືລະຫວ່າງກະຊວງອຸດສາຫະກຳ ແລະ
ການຄ້າຂອງລາວ ກັບ ກະຊວງພານິດຂອງໄທຄັ້ງທີ 6 ຢູ່ບາງກອກເມື່ອບໍ່ນານມານີ້ ໂດຍ
ການເປັນປະທານຮ່ວມກັນ ລະຫວ່າງ ທ່ານນາງເຂັມມະນີ ພົນເສນາ ກັບ ພົນເອກຊັດໄຊ
ສາຣິກັນຍະ ລັດຖະມົນຕີວ່າການກະຊວງ ຂອງທັງສອງປະເທດ.

ໂດຍການຕົກລົງດັ່ງກ່າວນີ້ ຖືເປັນມູນຄ່າການຄ້າທີ່ເພີ້ມຂຶ້ນເຖິງ 150 ເປີເຊັນ ຈາກປີ
2014 ທີ່ລາວ-ໄທ ມີມູນຄ່າການຄ້າລະຫວ່າງກັນຫຼາຍກວ່າ 5,443 ລ້ານດອນລາ ຊຶ່ງ
ແບ່ງເປັນການນຳເຂົ້າສິນຄ້າໄທ ໂດຍລາວ ໃນມູນຄ່າລວມ 4,032 ລ້ານ 55 ແສນ
ດອນລາ ແລະ ລາວສົ່ງສິນຄ້າໄປໄທ ໃນມູນຄ່າລວມ 1,410 ລ້ານ 56 ແສນດອນລາ
ຊຶ່ງເຮັດໃຫ້ລາວເປັນຝ່າຍເສຍປຽບດຸນການຄ້າຕໍ່ໄທ ໃນມູນຄ່າລວມເຖິງ 2,621 ລ້ານ
99 ແສນດອນລາ ໂດຍສ່ວນໃຫຍ່ເປັນການຄ້າຊາຍແດນດັ່ງທີ່ ທ່ານພິສະນຸ ຈັນວິທັນ
ເອກອັກຄະລັດຖະທູດໄທ ປະຈຳນະຄອນຫລວງວຽງຈັນ ໄດ້ໃຫ້ການຢືນຢັນວ່າ:

“ປີທີ່ຜ່ານມານີ້ ການຄ້າລະຫວ່າງໄທກັບລາວ ໜຶ່ງແສນຫ້າໝື່ນລ້ານບາດ ໜຶ່ງແສນຫ້າໝື່ນລ້ານນີ້ເປັນການຄ້າຊາຍແດນ ປະມານໜຶ່ງແສນສາມໝື່ນລ້ານ ເພາະສະນັ້ນ ການຄ້າຊາຍແດນຈຶ່ງສຳຄັນຢ່າງຍິ່ງ.”

ກອງປະຊຸມພົບປະນັກທຸລະກິດ ລາວ-ໄທ ເພື່ອສົ່ງເສີມການຄ້າ ແລະ ການລົງທຶນ ທີ່ຈັດຂຶ້ນຢູ່ທີ່ນະຄອນຫລວງວຽງຈັນ ເມື່ອບໍ່ນານມານີ້.
ກອງປະຊຸມພົບປະນັກທຸລະກິດ ລາວ-ໄທ ເພື່ອສົ່ງເສີມການຄ້າ ແລະ ການລົງທຶນ ທີ່ຈັດຂຶ້ນຢູ່ທີ່ນະຄອນຫລວງວຽງຈັນ ເມື່ອບໍ່ນານມານີ້.

​ສຳຫລັບໃນລະຍະແຜນການປະຈຳປີ 2014-2015 ນີ້ ທາງການ
ລາວໄດ້ວາງຄາດໝາຍ ການຄ້າຕ່າງປະເທດໄວ້ ໃນມູນຄ່າລວມ
ເຖິງ 8,868 ລ້ານດອນລາ ຊຶ່ງແບ່ງເປັນການສົ່ງອອກສິນຄ້າໄປ
ຕ່າງປະເທດໃຫ້ໄດ້ ໃນມູນຄ່າລວມບໍ່ນ້ອຍກວ່າ 4,168 ລ້ານ
ດອນລາ ແລະ ຄວບຄຸມການນຳເຂົ້າສິນຄ້າຈາກຕ່າງປະເທດ
ໃຫ້ຢູ່ໃນມູນຄ່າລວມບໍ່ເກີນ 4,700 ລ້ານດອນລາ ເພື່ອເຮັດໃຫ້
ລາວຂາດດຸນການຄ້າຕ່າງປະເທດບໍ່ເກີນ 532 ລ້ານດອນລາ.

ແຕ່ຢ່າງໃດກໍຕາມ ການທີ່ທາງການລາວ ຈະສາມາດຄວບຄຸມ
ການຂາດດຸນ ການຄ້າຕ່າງ ປະເທດໃຫ້ໄດ້ຕາມແຜນການດັ່ງກ່າວ
ກໍບໍ່ແມ່ນເລື້ອງງ່າຍ ດັ່ງຈະເຫັນໄດ້ ຈາກການຂາດດຸນການຄ້າຕໍ່ໄທໃນຊ່ວງປີ 2014 ທີ່
ຜ່ານມານັ້ນ ກໍມີມູນຄ່າລວມຫຼາຍກວ່າ 2,621 ລ້ານດອນລາແລ້ວ ພ້ອມກັນນີ້ ລາວກໍຍັງ
ຂາດດຸນການຄ້າຕໍ່ຈີນ ຄິດເປັນມູນຄ່າລວມ ຫຼາຍກວ່າ 800 ລ້ານດອນລາອີກດ້ວຍ.

ທາງດ້ານທ່ານພູເພັດ ຄຳພູນວົງ ລັດຖະມົນຕີປະຈຳສຳນັກງານ ນາຍົກລັດຖະມົນຕີລາວ
ກໍໄດ້ຍອມຮັບວ່າ ສາເຫດສຳຄັນທີ່ເຮັດໃຫ້ລາວ ຕ້ອງປະເຊີນກັບການຂາດດຸນການຄ້າ
ຕ່າງປະເທດມາໂດຍຕະຫລອດ ກໍຄືການນຳເຂົ້າສິນຄ້າຟຸມເຟືອຍທີ່ເພີ້ມຂຶ້ນຢ່າງຕໍ່ເນື່ອງ
ດັ່ງທີ່ທ່ານໄດ້ໃຫ້ການຢືນຢັນວ່າ:

“ສັງຄົມເຮົາປັດຈຸບັນນີ້ ເອີ້ນວ່າເປັນສັງຄົມທຸກຍາກ ແຕ່ກໍເຫັນວ່າ ຢູ່ໃນສັງຄົມ
ເຮົາມີການນຳໃຊ້ສິນຄ້າ ແລະບໍລິການທີ່ຫລູຫລາ ທີ່ຟຸມເຟືອຍຫຼາຍພໍສົມຄວນ
ຄືພວກເຮົາເຫັນນຳກັນ ປະເພດລົດຍົນ ມີຂາຍຢ່າງຫລວງຫຼາຍ ເປັນລົດທີ່ມີ
ລາຄາແພງ ຊຶ່ງວ່າ ບັນດາປະເທດໃກ້ຄຽງບໍ່ທັນມີບາງທີ ຢູ່ບ້ານເຮົານີ້ກະມີແລ້ວ
ປະເພດເຫຼົ້າບໍ່ ຢາສູບບໍ່ ກະແມ່ນມີຢ່າງຫລວງຫຼາຍ.”

ຍິ່ງໄປກວ່ານັ້ນ ກໍຍັງມີການນຳເຂົ້າຍານພາຫະນະ ແລະນ້ຳມັນເຊື້ອໄຟໂດຍບໍ່ເສຍພາສີ
ອາກອນຢ່າງຖືກຕ້ອງ ດ້ວຍການໃຊ້ສິດຂອງບັນດາບໍລິສັດຕ່າງຊາດ ທີ່ລົງທຶນໃນລາວ
ທີ່ໄດ້ຮັບການຍົກເວັ້ນພາສີອາກອນ ດັ່ງກ່າວ ຊຶ່ງບໍ່ພຽງແຕ່ຈະເຮັດໃຫ້ລາວ ຕ້ອງຂາດດຸນ
ການຄ້າຕ່າງປະດເທດເທົ່ານັ້ນ ຫາກແຕ່ຍັງເຮັດໃຫ້ລັດຖະບານລາວ ສູນເສຍລາຍຮັບໄປ ຢ່າງຫລວງຫຼາຍອີກດ້ວຍ.

ໂດຍລາວໄດ້ນຳເຂົ້ານ້ຳມັນເຊື້ອໄຟຫຼາຍກວ່າ 900 ລ້ານລິດໃນປີ 2013 ແລະ ເພີ້ມຂຶ້ນ
ເປັນເກືອບເຖິງ 1,000 ລ້ານດອນລາລິດໃນປີ 2014 ໃນຂະນະດຽວກັນ ກໍໄດ້ມີການນຳ
ຍານພາຫະນະໃໝ່ ມາຈົດທະບຽນເພີ້ມຂຶ້ນຢ່າງຕໍ່ເນື້ອງ ໂດຍສະເພາະແມ່ນ ໃນນະຄອນ
ຫລວງວຽງຈັນນັ້ນ ມີຍານພາຫະນະເພີ້ມຂຶ້ນເປັນຫຼາຍກວ່າ 661,600 ຄັນ ຊຶ່ງເຮັດໃຫ້ມີ
ຍານພາຫະນະຫຼາຍກວ່າ 1 ລ້ານ 7 ແສນຄັນ ທີ່ຈົດທະບຽນ ໃນທົ່ວປະເທດລາວແລ້ວ
ໃນປັດຈຸບັນນີ້.

XS
SM
MD
LG