ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວ-ໄທ ຕົກລົງກັນ ຈະປັກປັນເຂດແດນ ທາງບົກ ແລະທາງນໍ້າ ໃຫ້ສໍາເລັດ ພາຍໃນປີ 2017


ພິທີເຊັນສັນຍາ ລະຫວ່າງລາວ-ໄທ ຊຶ່ງຕາງໜ້າໂດຍ ຮອງນາຍົກລັດຖະມົນຕີ ແລະລັດຖະມົນຕີກະຊວງການຕ່າງປະເທດລາວ (ຊ້າຍ) ແລະຮອງນາຍົກລັດຖະມົນຕີ ແລະລັດຖະມົນຕີ ກະຊວງການຕ່າງປະເທດ ໄທ ໃນວັນທີ 5 ສິງຫາ 2013
ພິທີເຊັນສັນຍາ ລະຫວ່າງລາວ-ໄທ ຊຶ່ງຕາງໜ້າໂດຍ ຮອງນາຍົກລັດຖະມົນຕີ ແລະລັດຖະມົນຕີກະຊວງການຕ່າງປະເທດລາວ (ຊ້າຍ) ແລະຮອງນາຍົກລັດຖະມົນຕີ ແລະລັດຖະມົນຕີ ກະຊວງການຕ່າງປະເທດ ໄທ ໃນວັນທີ 5 ສິງຫາ 2013
ທາງການລາວ-ໄທ ບັນລຸຂໍ້ຕົກລົງທີ່ຈະຮ່ວມກັນສໍາຫຼວດ
ແລະປັກປັນເຂດແດນທາງບົກ ໃຫ້ສໍາເລັດໃນປີ 2015
ແລະພາຍໃນປີ 2017 ສໍາລັບການປັກປັນເຂດແດນທາງ
ນໍ້າໃນ ນໍ້າຂອງແລະນໍ້າເຫືອງ.
ລິງໂດຍກົງ


ກອງປະຊຸມຄັ້ງທີ 9 ຂອງຄະນະກໍາມາທິການຊາຍແດນຮ່ວມ
ລະຫວ່າງລາວ-ໄທ ພາຍໃຕ້ການເປັນປະທານຮ່ວມກັນໂດຍທ່ານທອງລຸນ ສີສຸລິດ ກັບທ່ານ
ສຸຣະພົງ ໂຕວິຈັກໄຊກຸນ ຮອງນາຍົກລັດຖະມົນຕີ ແລະລັດຖະມົນຕີວ່າການຕ່າງປະເທດ
ຂອງທັງສອງຝ່າຍ ໄດ້ບັນລຸຂໍ້ຕົກລົງຮ່ວມກັນຢ່າງເປັນທາງການຢູ່ບາງກອກໃນ ກາງເດືອນ
ສິງຫານີ້ ວ່າຈະຮ່ວມມືກັນດໍາເນີນການສໍາຫຼວດ ແລະປັກປັນເຂດແດນ ທາງບົກໃຫ້ສໍາເລັດ
ໃນປີ 2015 ແລະພາຍໃນປີ 2017 ສໍາລັບເຂດແດນໃນນໍ້າຂອງ ແລະນໍ້າເຫືອງ.

ການຕົກລົງໃນຄັ້ງຫລ້າສຸດນີ້ ນັບເປັນຂີດໝາຍ ທີ່ສະທ້ອນເຖິງຄວາມສໍາພັນທີ່ດີ ລະຫວ່າງ
ລາວກັບໄທ ທີ່ຕ້ອງການຈະເສີມສ້າງຊາຍແດນລະຫວ່າງປະເທດ ໃຫ້ເປັນຊາຍແດນທີ່ມີ
ສັນຕິພາບ ແລະມີການພັດທະນາຄວາມຮ່ວມມືລະຫວ່າງກັນໃຫ້ຫຼາຍຂຶ້ນໃນທຸກໆດ້ານ ດັ່ງ
ທີ່ທ່ານທອງລຸນ ໄດ້ໃຫ້ການຢືນຢັນເຖິງເປົ້າ ໝາຍດັ່ງກ່າວນີ້ວ່າ:

ພ້ອມກັນນັ້ນ ກອງປະຊຸມຍັງໄດ້ສະແດງຄວາມຍິນດີຕໍ່ການຮ່ວມມືລະຫວ່າງ
ລາວແລະໄທ ທີ່ໄດ້ມີການຮ່ວມມືກັນຢ່າງໃກ້ຊິດ ແລະທັງສອງຝ່າຍ ກໍຍັງໄດ້
ມອບໝາຍໃຫ້ໜ່ວຍງານທີ່ກ່ຽວຂ້ອງຂອງຕົນ ສົ່ງເສີມການຮ່ວມມື ແລະຄວາມ
ໄວ້ເນື້ອເຊື່ອໃຈຊຶ່ງກັນແລະກັນ ລະຫວ່າງປະຊາຊົນ 2 ປະເທດທີ່ອາໄສຢູ່
ຕາມບໍລິເວນຊາຍແດນ ໂດຍມີຈຸດປະສົງເພື່ອທໍາມາຫາກິນຢ່າງມີສັນຕິສຸກ.”


ກອງປະຊຸມຄັ້ງທີ 9 ຂອງຄະນະກໍາມາທິການຊາຍແດນຮ່ວມ ລາວ-ໄທ ທີ່ຈັດຂຶ້ນໃນກາງເດືອນສິງຫາ 2013 ທີ່ປະເທດໄທ
ກອງປະຊຸມຄັ້ງທີ 9 ຂອງຄະນະກໍາມາທິການຊາຍແດນຮ່ວມ ລາວ-ໄທ ທີ່ຈັດຂຶ້ນໃນກາງເດືອນສິງຫາ 2013 ທີ່ປະເທດໄທ

ການດໍາເນີນການສໍາຫຼວດແລະປັກປັນເຂດແດນລະຫວ່າງລາວ
-ໄທ ໄດ້ປະສົບກັບການຢຸດຊະງັກນັບຕັ້ງແຕ່ປີ 2007 ເປັນຕົ້ນມາ ໂດຍມີສາເຫດມາຈາກບັນຫາຂັດແຍ້ງທາງການເມືອງພາຍໃນ
ຂອງໄທ ຈຶ່ງເຮັດໃຫ້ຕ້ອງມີການເລື່ອນກອງປະຊຸມຄັ້ງທີ 9 ເລື້ອຍ
ມານັບເປັນເວລາເຖິງ 6 ປີ ຕິດຕໍ່ກັນ ແລະກໍໄດ້ສົ່ງຜົນ ກະທົບຕໍ່
ເນື່ອງເຮັດໃຫ້ການສໍາຫຼວດແລະປັກປັນເຂດແດນລະຫວ່າງລາວ
-ໄທ ຕ້ອງປະເຊີນກັບບັນຫາຊັກຊ້າມາໂດຍຕະຫຼອດ.

ທັງນີ້ໂດຍທາງການລາວ-ໄທ ໄດ້ຮ່ວມກັນດໍາເນີນການສໍາຫຼວດ
ແລະປັກປັນເຂດແດນລະຫວ່າງສອງປະເທດນັບຕັ້ງແຕປີ 1996
ເປັນຕົ້ນມາ ໂດຍຜົນຂອງການດໍາເນີນງານຮ່ວມກັນຈົນເຖິງປີ 2007 ທີ່ໄດ້ມີການຈັດກອງ
ປະຊຸມຄັ້ງທີ 8 ນັ້ນ ກໍປາກົດວ່າທາງການລາວ-ໄທ ໄດ້ດໍາເນີນການສໍາຫຼວດ ແລະປັກຫຼັກ
ໝາຍເຂດແດນທາງບົກຮ່ວມກັນໄດ້ແລ້ວ 204 ຫຼັກໃນລະຍະທາງ 676 ກິໂລແມັດ ຫຼືຄິດ
ເປັນ 96% ຂອງເຂດແດນທາງບົກ ທີ່ມີລະຍະທາງຍາວທັງໝົດປະມານ 705 ກິໂລແມັດ ຊຶ່ງກໍໝາຍຄວາມວ່າ ຍັງຄົງເຫຼືອເຂດແດນທາງບົກອີກບໍ່ເຖິງ 30 ກິໂລແມັດ ທີ່ຈະຕ້ອງສໍາ
ຫຼວດ ແລະປັກປັນຕໍ່ໄປ.

ພື້ນທີ່ ທີ່ຍັງບໍ່ສາມາດຕົກລົງຮ່ວມກັນໄດ້ນັ້ນ ສ່ວນໃຫຍ່ກໍເປັນພື້ນທີ່ໃນເຂດພາກເໜືອ ເຊັ່ນ
ພູຊີ້ຟ້າ ພູຜາໝົ່ນ ພູໂຈໂກ ລວມເຖິງເຂດສາມໝູ່ບ້ານແລະບ້ານຮົ່ມເກົ້າ ທີ່ທັງສອງຝ່າຍ
ເຄີຍຂັດແຍ້ງກັນ ເຖິງຂະໜາດຕ້ອງສູ້ລົບກັນມາແລ້ວ 2 ຄັ້ງ ນອກນັ້ນ ກໍເປັນພື້ນທີ່ໃນເຂດ
ແມ່ນໍ້າເຫືອງ ແລະດ້ານຊາຍແດນບາງຈຸດ ທີ່ເກີດການປ່ຽນແປງຂອງເຂດແດນທໍາມະຊາດ
ເຊັ່ນ ລໍາຫ້ວຍ ແລະ ຮ່ອງນໍ້າ ເປັນຕົ້ນ.

ສໍາລັບເຂດແດນໃນແນວແມ່ນໍ້າຂອງນັ້ນ ທາງການທັງສອງຝ່າຍກໍໄດ້ຕົກລົງກັນ ຈັດທໍາ ແຜນທີ່ພາບຖ່າຍທາງອາກາດ ເພື່ອໃຫ້ເຫັນສະພາບທີ່ເປັນຈິງ ຂອງແມ່ນໍ້າໃນປັດຈຸບັນ ທີ່
ປ່ຽນແປງໄປຈາກອະດີດ ຫາກແຕ່ວ່າແຜນທີ່ພາບຖ່າຍທາງອາກາດທີ່ຈະຈັດທໍາຂຶ້ນໃໝ່
ນີ້ ກໍຈະບໍ່ມີຜົນຕໍ່ສົນທິສັນຍາລະຫວ່າງສະຢາມກັບ ຝຣັ່ງ ສະບັບລົງນາມໃນປີ 1926 ແລະ
ແຜນທີ່ມາດຕາສ່ວນ 1:25,000 ຊຶ່ງໄດ້ຈັດທໍາຂຶ້ນໃນຊ່ວງປີ 1929-1931 ທີ່ຈະໃຊ້ເປັນ
ຫຼັກອ້າງອິງ ໃນການປັກປັນເຂດແດນໃນແມ່ນໍ້າຂອງຕໍ່ໄປ.

ເຂດແດນລະຫວ່າງລາວ-ໄທ ມີລະຍະທາງຍາວປະມານ 1,810 ກິໂລແມັດ ຊຶ່ງໃນນີ້ ເປັນ
ເຂດແດນທາງບົກ ປະມານ 705 ກິໂລແມັດ ສ່ວນທີ່ເຫຼືອອີກກວ່າ 1,100 ກິໂລແມັດ ກໍ
ເປັນເຂດແດນທາງນໍ້າທີ່ຢູ່ໃນແນວແມ່ນໍ້າຂອງ ແລະແມ່ນໍ້າເຫືອງ ຕາມລໍາດັບ.
XS
SM
MD
LG