ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄູ-ອາຈານລາວ ​ໃນເຂດ​ຊົນນະບົດ​ ​ບໍ່​ໄດ້​ຮັບ​ເງິນ​ເດືອນ​ ທັນເວລາ ມາສາມເດືອນແລ້ວ


ການສະຫລອງວັນຄູແຫ່ງຊາດ ໃນວັນທີ 5 ຕຸລາ ປີ 2012 ທີ່ວິທະຍາໄລແຫ່ງນຶ່ງຂອງລາວ.
ການສະຫລອງວັນຄູແຫ່ງຊາດ ໃນວັນທີ 5 ຕຸລາ ປີ 2012 ທີ່ວິທະຍາໄລແຫ່ງນຶ່ງຂອງລາວ.
ບັນດາ ຄູ-ອາຈານ​ຢູ່​ໃນ​ຊົນນະບົດ​ ຍັງ​ບໍ່​ທັນ​ໄດ້​ຮັບ​ເງິນ​ເດືອນ
​ຕາມ​ປົກກະຕິ​ເປັນ​ເວລາ ​ເກືອບ 3 ​ເດືອນ​ມາ​ແລ້ວ ເຖິງ​ແມ່ນ​ວ່າ​
ລັດຖະບານ​ລາວ​ຈະ​ອະນຸມັດ​ການ​ປັບ​ຂຶ້ນເງິນ​ເດືອນ​ນັບ​ຕັ້ງ​ແຕ່
​ເດືອນ​ຕຸລາ​ເປັນ​ຕົ້ນ​ມາ​ແລ້ວ​ກໍ​ຕາມ

ເຈົ້າໜ້າ​ທີ່​ຂັ້ນ​ສູງ​ໃນ​ກະຊວງ​ການ​ເງິນ​ໃຫ້ການ​ຍອມຮັບ​ວ່າ ແຜນ
​ງົບປະມານ​ປະ​ຈໍາປີ 2012-2013 ທີ່​ໄດ້​ເລີ່​ມຕັ້ງແຕ່​ເດືອນ​ຕຸລາ
2012 ​ເປັນ​ຕົ້ນ​ມາ​ນັ້ນ ​ຍັງ​ຄົງ​ບໍ່​ສາມາດ​ທີ່​ຈະ​ຈັດ​ຕັ້ງ​ປະຕິບັດ​ໄດ້
​ຕາມ​ປົກກະຕິ​ຈົນ​ເຖິງ​ເວລາ​ນີ້ ທັງ​ນີ້​ກໍ​ເນື່ອງ​ຈາກ​ວ່າການ​ທີ່​ວ່າ
ລັດຖະບານ​ລາວ​ໄດ້​ອະນຸມັດ​ແຜນການ​ປັບ​ຂຶ້ນ​ເງິນ​ເດືອນ​ໃຫ້
ແກ່ລັດຖະກອນ​ໃນ​ທົ່ວ​ປະ​ເທດ​ ແລະ​ໃຫ້​ມີ​ຜົນ​ບັງຄັບໃຊ້​ນັບ​ແຕ່
​ເດືອນ​ຕຸລາ​ເປັນ​ຕົ້ນ​ມາ​ນັ້ນ ແລະ​ສົມທົບ​ກັບ​ຄວາມ​ຫຍຸ້ງຍາກ​ໃນ​
ການ​ເປັນ​ເຈົ້າພາບ​ຈັດ​ກອງ​ປະຊຸມ​ສຸດ​ຍອດ​ເອ​ເຊຍ-ຢູ​ໂຣບຄັ້ງ​ທີ
9 ທີ່​ຕ້ອງ​ໃຊ້​ຈ່າຍ​ງົບປະມານ​ໄປ​ຢ່າງ ຫຼວງຫຼາຍ​ນັ້ນອີກດ້ວຍແລ້ວ
ຈຶ່ງ​ເຮັດ​ໃຫ້​ເກີດ​ບັນຫາ​ການ​ຂາດ​ສະພາບ​ຄ່ອງ​ທາງ​ດ້ານ​ງົບປະມານ​ລາຍ​ຈ່າຍ​ຂອງ​ລັດຖະ ບານ​ລາວ​ໃນ​ເວລາ​ນີ້.

ຍິ່​ງ​ໄປ​ກວ່າ​ນັ້ນ ການ​ປັບ​ຂຶ້ນ​ເງິນ​ເດືອນ​ໃຫ້​ແກ່​ລັດຖະກອນ​ໃນ​ທົ່ວ​ປະ​ເທດ​ດັ່ງ ກ່າວ ກໍ​ຍັງ​ເປັນ​ປັດ​ໃຈ​ ທີ່​ເຮັດ​ໃຫ້​ລັດຖະບານ​ລາວ​ຈະ​ຕ້ອງ​ຈັດ​ຫາ​ລາຍ​ຮັບ​ເຂົ້າງົບປະມານ​ປະຈໍາປີ 2012-
2013 ນີ້​ໃຫ້​ໄດ້​ເພີ່ມ​ຂຶ້ນຈາກ​ໃນ​ໄລຍະ​ແຜນການ​ປີ 2011- 2012 ທີ່​ຜ່ານ​ມາ​ຄິດ​ເປັນ​ສັດສ່ວນ
​ບໍ່​ຕໍ່າ​ກວ່າ 30.35% ອີກດ້ວຍ​ນັ້ນ ຈຶ່ງ​ເຮັດ​ໃຫ້​ລັດຖະບານລາວ​ຕ້ອງ​ປະສົບ​ບັນຫາ​ຂາດ​ສະ
ພາບ​ຄ່ອງ​ທາງ​ດ້ານ​ງົບປະມານ​ລາຍ​ຈ່າຍເພີ່ມ​ຂຶ້ນ​ໄປ​ອີກ ຊຶ່ງ​ດ້ວຍ​ບັນຫາ​ດັ່ງກ່າວ​ນີ້ ຈຶ່ງ​ສົ່ງ​ຜົນ
​ກະທົບຕໍ່​ເນື່ອງ​ເຖິງ​ການ​ຈ່າຍເງິນ​ເດືອນ​ໃຫ້​ແກ່​ລັດຖະກອນ​ຢ່າງຫຼີກລ່ຽງບໍ່​ໄດ້ ​ໂດຍ​ສະເພາະ
​ແມ່ນ​ລັດຖະກອນ​ທີ່ເປັນ​ຄູ-ອາຈານ​ໃນ​ເຂດ​ຊົນນະບົດ​ນັ້ນ ຈະ​ໄດ້​ຮັບ​ຜົນ​ກະທົບຫຼາຍທີ່ສຸດ.

ທັງ​ນີ້​ກ​ເນື່ອງ​ຈາກ​ວ່າ​ລັດຖະບານ​ລາວ​ ໄດ້​ອະນຸມັດແຜນການ​ປັບ​ຂຶ້ນ​ເງິນ​ເດືອນ​ໃຫ້ແກ່ ບັນດາ​ຄູ-ອາຈານ​ໃນ​ທົ່ວ​ປະ​ເທດ​ໃນ​ອັດຕາ​ສະ​ເລ່ຍ ທີ່​ສູງ​ກວ່າ​ລັດຖະກອນ​ໃນພາກສ່ວນ​ອື່ີນໆ ດ້ວຍ​ຫວັງ​ວ່າ​ຈະ​ເຮັດ​ໃຫ້​ຄູ-ອາຈານ ​ມີ​ສະພາບ​ຊີວິດ​ການ​ເປັນ​ຢູ່​ທີ່ດີ​ຂຶ້ນ ອັນ​ຈະ​ສົ່ງ​ຜົນ​ຕໍ່​ເນື່ອງ​ໄປ​ເຖິງ​ການ​ພັດທະນາ​ ເພື່ອ​ການ​ຍົກ​ລະດັບ​ຄຸນ​ນະພາ​ບການ​ສຶກສາ​ຂອງ​ລາວໃຫ້​ດີ​ຂຶ້ນອີກດ້ວຍ.

ນອກຈາກ​ນີ້ ຄະນະ​ລັດຖະບານລາວ​ກໍ​ຍັງ​ຄາດ​ຫວັງ​ດ້ວຍ​ວ່າການ​ປັບ​ຂຶ້ນ​ເງິ​ນ​ເດືອນ ​ໃຫ້​ກັບ​ບັນດາ​ຄູ​ອາຈານ​ເປັນ​ກໍລະນີ​ພິ​ເສດ​ໃນ​ຄັ້ງ​ນີ້ ຈະ​ເປັນ​ປັດ​ໃຈ​ທີ່​ຊ່ວຍ​ດຶງ​ດູດ​ເອົາບຸກຄະລາ​ກອນ ​ທີ່​ມີ​ຄວາມ​ຮູ້​ຄວາມ​ສາມາດ​ໃຫ້​ເຂົ້າມາ​ມີ​ສ່ວນ​ຮ່ວມໃນ​ການ​ພັດທະນາ​ຄຸນ​ນະພາ​ບການ​ສຶກສາ
​ຂອງ​ລາວ​ໃຫ້​ໄດ້​ມາດຕະຖານ​ຂອງ​ກຸ່ມ​ອາ​ຊ່ຽນດ້ວຍ​ກັນ ​ແລະ​ໄດ້​ມາດຕະຖານສາກົນເທື່ອ​ລະ​
ກ້າວນໍາ​ອີກ​.
ທ່ານນາງບຸນເພັງມູນໂພໄຊ ລັດຖະມົນຕີປະຈໍາສໍານັກງານນາຍົກຂອງລາວ
ທ່ານນາງບຸນເພັງມູນໂພໄຊ ລັດຖະມົນຕີປະຈໍາສໍານັກງານນາຍົກຂອງລາວ

ດ່ັງ​ທີ່​ທ່ານ​ນາງ ບຸນ​ເພັງ ມູນ​ໂພໄຊ ລັດຖະມົນຕີ​ປະ​ຈໍາ​ສໍານັກ
ງານ​ນາຍົກລັດຖະ ມົນຕີ​ແລະ​ໂຄສົກ​ຄະນະ​ລັດຖະບານ​ລາວ
​ໄດ້​ຖະ​ແຫຼງຊີ້​ແຈງ​ໃນ​ຕອນ​ນຶ່ງ​ວ່າ:

“​ເພື່ອ​ປັບປຸງ​ກົນ​ໄກ​ການ​ຄຸ້ມ​ຄອງ​ໃຫ້​ຄູ​ສອນ​ປະ​ຕິ​ບັດ​
ໜ້າ​ທີ່​ຢ່າງ​ມີ​ປະສິດທິ​ຜົນ​ສູງ ຊຸກຍູ້​ສົ່ງ​ເສີມ​ແລະ​ດຶງ​ດູດ
​ໃຫ້​ຄົນ​ຢາກ​ຮຽນ​ ແລະ​ເປັນ​ຄູ ປັບປຸງ​ເງິນ​ເດືອນ​ແລະ​ສິ່ງ
ຈູງ​ໃຈ​ໃຫ້​ສູງ​ຂຶ້ນດ້ວຍ​ການ​ປັບປຸງ​ລະບົບ​ການຈັດ​ສັນ
​ຂຶ້ນ​ເງິນ​ເດືອນ​ຂອງ​ຄູ​ໃຫ້​ແຕກຕ່າງ​ກັບ​ລັດຖະກອນ​ທົ່ວ​
ໄປ ຍົກ​ສະຖານະສະພາບຖານະ​ບົດບາດ​ຊີວິດ​ຄວາມ​
ເປັນ​ຢູ່​ທີ່​ດີຂອງ​ຄູ.”


ທັງ​ນີ້​ ໃນ​ປັດຈຸບັນໃນ​ທົ່ວ​ປະ​ເທດ​ລາວ​ມີ​ຈໍານວນ​ຄູ​ທັງ​ໝົດຫຼາຍ​ກວ່າ 63,000 ຄົນ ຊຶ່ງ​ໃນ​ນີ້​
ກໍ​ມີ​ຢູ່​ປະມານ 37,000 ຄົນ​ທີ່​ເປັນ​ຄູ​ໃນ​ໂຮງຮຽນ​ຂອງ​ລັດຖະ ບານ ສ່ວນ​ທີ່​ເຫຼືອກໍ​ເປັນ​ຄູ​ຕາມ​ສະຖານ​ສຶກສາ​ຂອງ​ພາກ​ເອກ​ກະ​ຊົນ​ທີ່​ບໍ່​ຍອມ​ໄປ​ປະ​ຈໍາ​ຢູ່ໂຮງຮຽນ​ຂອງ​ລັດຖະບານໃນ​ເຂດ​
ຊົນນະບົດ ​ເພາະ​ບໍ່​ຕ້ອງການ​ທີ່​ຈະ​ປະ​ເຊີນ​ກັບບັນຫາ​ບໍ່​ໄດ້​ຮັບ​ເງິນ​ເດືອນ​ຕາມ​ປົກກະຕິດັ່ງ
ກ່າວ.

​ເພາະສະ​ນັ້ນ ການ​ທີ່​ລັດຖະບານ​ລາວ​ຈະ​ສາມາດ​ແກ້​ໄຂ​ບັນຫາ​ນີ້​ໄດ້ ​ຢ່າງ​ເປັນ​ຮູບ​ປະ​ທໍາ​ນັ້ນ
ກໍ​ຈະ​ຕ້ອງ​ຈັດ​ເກັບ​ລາຍ​ຮັບ​ ແລະ​ຈັດ​ຫາ​ການ​ຊ່ວຍ​ເຫຼືອຈາກ​ຕ່າງປະ​ເທດ​ໃນແຜນການປະຈໍາ
ປີ 2010-2013 ນີ້​ໃຫ້​ໄດ້​ບໍ່​ໜ້ອຍ​ກວ່າ 19,927 ຕື້​ກີບ ຫຼືຄິດ​ເປັນ 24.96% ຂອງຄາດໝາຍ
​ຜະລິດ​ຕະພັນ​ລວມ ຫຼື GDP ຊຶ່ງ​ເຮັດ​ໃຫ້​ລັດຖະບານ​ລາວ​ຕ້ອງການຈະ​ໄດ້​ຮັບ​ການຊ່ວຍເຫຼືອ
ລ້າຈາກ​ຕ່າງປະ​ເທດ​ ບໍ່​ໜ້ອຍ​ກວ່າ​ 587 ລ້ານ​ໂດ​ລາ.
XS
SM
MD
LG