ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເຊື້ອໂຣກໝູຫູກໍ່າລະບາດຂຶ້ນ ໃນເຂດນະຄອນຫລວງ ວຽງຈັນ


ຟາມລ້ຽງໝູແຫ່ງນຶ່ງ ໃນລາວ
ຟາມລ້ຽງໝູແຫ່ງນຶ່ງ ໃນລາວ

ທາງ​ການ​ລາວ​ກໍາໜົດ​ໃຫ້​ພື້ນທີ່​ໃນ​ເຂດສາມ​ເມືອງ​ໃນ​ນະຄອນ​ວຽງ​ຈັນ​ເປັນ​ເຂດຄວບຄຸມ​ການ​ແພ່​ລະບາດ​ເຊື້ອ​ໂຮ​ກໝູ​ຫູ​ກໍ່າ ສ່ວນ​ອີກຫົກ​ເມືອງ​ທີ່​ເຫລື​ອກໍຖືກ​ກໍາໜົດ​ໃຫ້​ເປັນ​ເຂດ​ເຝົ້າລະ​ ວັງ​ຢ່າງ​ໄກ້​ຊິດ ​ເພາະ​ຢ້ານ​ວ່າຈະ​ມີການ​ແຜ່​ລະບາດ​ຂອງ​ເຊື້ອ​ໂຣກດັ່ງກ່າວ​ຮຸນ​ແຮງ​ຫລາຍຂື້ນ.

ທ່ານ​ລາດ​ຊະ​ນິວົງ ອຳ​ມະລາ​ທິທາດາ ຫົວໜ້າ​ພະ​ແນ​ກກະສິກໍາ-ປ່າໄມ້​ເຂດ​ນະຄອນ​ວຽງ​ຈັນ​ໄດ້​ຖະ​ແຫລງຍອມ ຮັບ​ວ່າ​ສະພາບ​ການ​ກ່ຽວ​ກັບການແພ່​ລະບາດ​ຂອງ​ພະຍາດ​ໝູ​ຫູ​ກໍ່າ ຫລື​ເຊື້ອ​ໂຣກ PRRS ​ໃນ​ເຂດ​ນະຄອນ​ວຽງ​ຈັນ​ທີ່​ໄດ້​ເລີ່​ມ​ເກີດ​ຂື້ນ​ນັບ​ຈາກ​ກາງ​ເດືອນມິ​ຖຸນາ​ເປັນ​ຕົ້ນ​ມາ​ນັ້ນ ​ໄດ້​ມີ​ການ​ແພ່​ລະບາດ​ກວ້າງຂວາງ​ຫລາຍຂື້ນ​ນັບ​ມື້ ​ແລະ​ກໍ​ເຮັດ​ໃຫ້​ໝູ​ທີ່​ຕິດ​ເຊື້ອ​ໂຣກດັ່ງກ່າວ​ຕ້ອງ​ລົ້ມ​ຕາຍ​ໄປ​ຫລາຍ​ຂື້ນ​ນັບ​ມື້​ເຊັ່ນ​ກັນ.

ທັ້ງນີ້​ໂດຍ​ຈາກ​ການ​ເກັບ​ຂໍ້​ມູນ​ໃນ​ໄລຍະ​ນັບ​ຈາກ​ກາງ​ເດືອນ​ມິຖຸນາ​ເປັນ​ຕົ້ນ​ມາ​ຈົນ​ເຖິງ​ຂະໜະ​ນີ້​ກໍ​ພົບ​ວ່າ​ມີ​ໝູ​ທີ່ຕາຍ​ໄປ​ຍ້ອນ​ຕິດ​ເຊື້ອ​ໂຣກດັ່ງກ່າວ​ນີ້​ແລ້ວ​ຫລາຍ​ກວ່າ 200 ຕົວ ​ແລະ​ຍັງ​ມີ​ໝູ​ອີກ​ຫລາຍ​ກວ່າ 4,000 ຕົວ​ທີ່​ຕິດ​ເຊື້ອ​ໂຣກທີ່​ຈະ​ຕ້ອງ​ໄດ້ຣັບການ​ປິ່ນປົວ​ແລະ​ຈະ​ຕ້ອງ​ແຍກ​ອອກ​ຈາກ​ໝູ​ຕົວ​ອື່ນໆ​ຢ່າງ​ຮີບ​ດ່ວນ​ທີ່​ສຸດ ​ເພື່ອ ປ້ອງ​ກັນ​ບໍ່​ໃຫ້​ມີ​ການ​ແພ່​ລະ​ຍາດ​ເພີ່ມ​ຂື້ນ​ອີກ.

ຍິ່ງ​ໄປ​ກວ່າ​ນັ້ນ ​ເພື່ອເປັນ​ການ​ປ້ອງ​ກັນ​ບໍ່​ໃຫ້​ເຊື້ອ​ໂຣກດັ່ງກ່າວ​ນີ້​ເກີດ​ການ​ແພ່​ລະບາດ​ໄປ​ຍັງ​ພື້ນ​ທີ່​ອື່ນ​ໆ​ໃນ​ເຂດ ນະຄອນ​ວຽງ​ຈັນ ​ແລະ​ເຂດ​ແຂວງ​ຕ່າງໆ​ຂອງ​ລາວ​ດ້ວຍ​ນັ້ນ ທາງ​ການ​ລາວ​ກໍ​ຍັງ​ໄດ້​ປະກາດ​ກຳໜົດ​ໃຫ້​ເມືອງ​ສີ ສັດຕະ​ນາກ ​ເມືອງ​ສີ​ໂຄດ​ຕະ ບອງ ​ແລະ​ເມືອງ​ຫາດ​ຊາຍ​ຟອງ​ເປັນເຂດ​ຄວບ​ຄຸມ​ການ​ແພ່​ລະບາດ​ຂອງ​ພະຍາດ ໝູ​ຫູ​ກໍ່າ​ດັ່ງກ່າວ​ອີກ​ດ້ວຍ. ນອກຈາກ​ນີ້ ​ເນຶ່ອງຈາກ​ວ່າ​ໃນ​ທົ່ວ​ເຂດ​ຂະ​ຄອນ​ວຽງ​ຈັນ​ມີ​ຟາ​ມລ້ຽງ​ໝູ​ຢູ່​ຫລາຍ​ກວ່າ 120 ​ແຫ່ງ​ໂດຍ​ມີ​ຈຳນວນ ໝູ​ລວມກັນ​ຫລາຍ​ກວ່າ 66,000 ຕົວ ​ແລະ​ເຖິງ​ແມ່ນ​ວ່າ​ຈະ​ມີ​ການ​ແພ່​ລະບາດ​ຂອງ​ພະຍາດ​ໝູ​ຫູ​ກໍ່າ​ເກີດ​ຂື້ນ​ໃນ​ ຟາ​ມລ້ຽງ​ໝູ​ພຽງ​ແຕ່ 9 ​ແຫ່ງເທົ່ານັ້ນກໍ​ຕາມ ຫາກ​ແຕ່​ຍ້ອນ​ວ່າການ​ແພ່​ລະບາດ​ທີ່​ເກີດ​ຂື້ນ​ນັ້ນ ​ເປັນ​ການ​ແພ່​ພັນລະບາດ​ຢ່າ​ງວ່ອງ​ໄວ​ຈຶ່ງ​ເຮັດ​ໃຫ້​ທາງ​ການ​ລາວ​ຕ້ອງ​ກຳໜົດ​ໃຫ້​ອີກ 6 ​ເມືອງ​ທີ່​ເຫລືອ ຊຶ່ງ​ກໍ​ຄື​ເມືອງ​ໄຊ​ທານີ ​ ​ເມື​ອງ​ໄຊ​ເສດ​ຖາ ​ເມືອງ​ຈັນທະ​ບູລີ ​ເມືອງ​ນາ​ຊາຍ​ທອງ ​ເມືອງ​ປາກງື່ມ ​ແລະ​ເມືອງ​ສັງ​ທອງນັ້ນ ​ເປັນ​ເຂດ​ທີ່​ຈະຕ້ອງ​ເຝົ້າລະ​ວັງ​ຢ່າງ​ໄກ້​ຊິດ​ດ້ວຍ ດັ່ງ​ທີ່​ ທ່າ​ນລາດ​ຊະ​ນິວົງ ​ໄດ້​ຖະ​ແຫລ​ງຊີ້​ແຈງ​ວ່າ

“ສາມ​ເມືອງ​ທີ່​ເປັນ​ເຂດ​ລະບາດ ພວກ​ເຣົາກໍ​ໄດ້​ກຳໜົດແລະ​ແຈ້ງ​ການ​ໄປ​ຍັງ​ອຳນາດ​ການ​ປົກຄອງ​ວ່າ​ໃຫ້​ມີ​ເຂດ ລະ​ບາດແລະ​ເຂດ​ເຝົ້າລະ​ວັງ ສ່ວນ​ຈຸດ​ກວດກາ​ນັ້ນ​ກໍ​ຈະ​ຕ້ອງການ​ກວດກາ​ຢູ່​ຕາມ​ດ່ານ​ຕ່າງໆ​ນອກ​ນັ້ນ​ກໍແມ່ນຢູ່ ຕາມ​ໂຮງ​ຂ້າ​ສັດ ​ແລະ​ບ່ອນ​ປຸງ​ແຕ່ງ ອາຫານ​ສັດ ສ່ວນ​ຢູ່​ຟາ​ມທີ່​ເກີດ​ການລະບາດ​ນັ້ນ ກໍ​ໄດ້​ມີ​ການ​ແນະນຳ​ໃຫ້ ​ແຍກ​ໝູ​ທີ່​ເຈັບເປັນ​ອອກ​ຕ່າງຫາກ ໝູ​ທີ່​ຕາຍ​ແລ້ວ​ກໍ​ຕ້ອງ​ທຳລາຍ​ດ້ວຍ​ການ​ເອົາ​ໄປ​ຝັງ ສ່ວນ​ໝູ​ທີ່​ເຈັບເປັນ​ກໍ​ໄດ້ ປິ່ນປົວ​ດ້ວຍ​ຢາ​ຕ້ານ​ເຊື້ອ​ໂຣກດັ່ງກ່າວ”

ໂດຍ​ສຳ​ລັບ​ເຂດ​ຄວບ​ຄຸມ​ນັ້ນ ທາງ​ການ​ລາຍ​ຈະ​ຫ້າມ​ບໍ່​ໃຫ້​ມີ​ການ​ເຄຶ່ອນຍ້າຍ​ໝູ​ອອກ​ຈາກ​ຟາ​ມ​ໄປ​ພື້ນ​ທີ່​ອື່ນໆ ​ເປັນ​ເວລາ​ຢ່າງ​ໜ້ອຍ 30 ວັນ ສ່ວນ​ຢູ່​ໃນ​ເຂດ​ເຝົ້າລະວັງ​ນັ້ນ ຖ້າ​ຫາກ​ມີ​ການກວດ​ພົບ​ວ່າ​ມີ​ໝູ​ທີ່​ສົງ​ໃສ​ວ່າ​ໄດ້ ຕິດ​ເຊື້ອ​ໂຣກດັ່ງກ່າວ​ແລ້ວ​ກໍ​ຈະ​ຕ້ອງ​ກຳຈັດ​ໃນ​ທັນ​ທີ ລວມທັງ​ຍັງ​ໄດ້​ມີ​ການ​ສັ່ງ​ຫ້າມ​ນຳ​ເຂົ້າໝູ​ຈາກ​ຕ່າງ​ແຂວງ ​ ​ແລະ​ຈາກ​ຕ່າງປະ​ເທດ​ດ້ວຍ.

ແຕ່​ຢ່າງ​ໃດ​ກໍ​ຕາມ ​ເນຶ່ອງຈາກ​ຍັງ​ຄົງ​ບໍ່ມີ​ຄວາມແຈ່ມ​ແຈ້​ມວ່າ​ເຊື້ອ​ໂຣກໝູ​ຫູ​ກໍ່າ​ດັ່ງກ່າວ​ນີ້​ຈະ​ສາມາດ​ຕິດ​ຕໍ່​ຈາກ​ໝູ ​ເຖິງ​ຄົນ​ໄດ້​ໂດຍ​ກົງ​ຫລື​ບໍ່​ນັ້ນ ກໍ​ໄດ້​ເປັນ​ຜົນ​ເຮັດ​ໃຫ້​ທາງ​ການ​ລາວ​ຕ້ອງ​ດຳ​ເນີນ​ການ​ໂຄສະນາ​ປະຊາສຳພັນ ​ແລະປຸກລະດົມ​ໃຫ້​ປະຊາຊົນ​ລາວ​ປ້ອງ​ກັນ​ຕົນ​ເອງ​ດ້ວຍ​ການ​ບໍລິໂພ​ກສະ​ເພາະ​ຊີ້ນ​ໝູ​ທີ່​ໄດ້​ຜ່ານ​ການກວດ​ໂຣກ​ແລ້ວ​ແລະ​ຈະ​ຕ້ອງ​ບໍລິ​ໂພ​ກຊິ້ນ​ໝູ​ທີ່​ສຸກ​ແລ້ວເທົ່າ​ນັ້ນ. ທັງ​ນີ້​ກໍ​ເນຶ່ອງຈາກ​ວ່າ​ພະຍາດ​ໝູ​ຫູ​ກໍ່າ​ນີ້​ເປັນ​ພະຍາດ​ທີ່​ເລີ່​ມຈາກ​ການ​ຕິດ​ເຊື້ອ​ໂຣກທີ່​ຫູ​ຂອງ​ໝູແລ້ວ​ຕິດ​ຕໍ່​ໄປ​ຍັງ​ອະໄວຍະ​ວະ​ທີ່​ກ່ຽວ ກັບ​ລະບົບ​ການ​ຫາຍ​ໃຈ​ຂອງ​ໝູ​ ແລະ​ດ້ວຍ​ການ​ເປັນພະຍາດ​ທີ່​ມີ​ຄວາມ​ຮ້າຍ​ແຮງ​ຈ່ຶງ​ເຮັດ​ໃຫ້​ໝູ ທີ່​ຕິດ​ເຊື້ອ​ໂຣກດັ່ງກ່າວ​ຕ້ອງ​ລົ້ມ​ຕາຍ​ໄປ​ຢ່າງ​ໄວວາ​ນັ້ນ​ເອງ. ນອກຈາກ​ນີ້​ເພື່ອ​ເປັນ​ການ​ຮັບປະກັນ​ວ່າການ​ດຳ​ເນີນ​ມາດ​ຕະການ​ຕ່າງໆ​ດັ່ງກ່າວ​ຈະ​ດຳ​ເນີນ​ໄປ​ຢ່າງ​ມີ​ປະສິດທິພາບ​ນັ້ນ ທາງ​ການ​ເຂດ​ນະຄອນ​ວຽງ​ຈັນ​ກໍ​ໄດ້ ອອກ​ຄຳ​ສັ່ງ​ແຕ່ງ​ຕັ້ງ​ຄະນະ​ກຳມະການ​ສະ​ເພາະ​ກິດ​ເພື່ອ​ຄວບ​ຄຸມພະ​ຍາດ​ດ່ັງກ່າວ​ຂື້ນ​ຢ່າງ​ເປັນ​ທາງ​ການ​ແລ້ວ ​ໂດຍ​ຄະນະ​ກຳມະການ​ດັ່ງກ່າວ​ນີ້​ກໍ​ຍັງ​ມີ​ພາລະ​ໜ້າ​ທີ່ໃນ​ການ​ໂຄສະນາ​ອົບ​ລົມ​ເພື່ອ​ໃຫ້​ຄວາ​ມຮູ້​ແກ່​ປະຊາຊົນ ​ແລະ​ບັນດາ​ເຈົ້າຂອງ​ຟາ​ມລ້ຽງ​ໝູ​ກ່ຽວ​ກັບ​ວິທີ​ການ​ປ້ອງ​ກັນ​ການ​ແພ່​ລະບາດ​ຂອງ​ເຊື້ອ​ໂຣກດັ່ງກ່າວ​ນີ້​ຢ່າງ​ຖືກວິທີ ອີກ​ດ້ວຍ.

XS
SM
MD
LG