ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ຫລາຍຮ້ອຍຄົນ ເຂົ້າຮ່ວມ ກອງປະຊຸມນາໆຊາດ ລາວສຶກສາ ຄັ້ງທີ 4 ທີ່ສະຫະລັດ (ສະໄລດ໌)


ບັນດາຜູ້ເຂົ້າຮ່ວມກອງປະຊຸມນາໆຊາດ ລາວສຶກສາຄັ້ງທີ 4 ທີ່ຈັດຂຶ້ນໃນມະຫາວິທະຍາໄລ ລັດວິສຄອນຊິນ ເມືອງເມດີສັນ ໃນວັນທີ 19 ຫາ 21 ເມສາ (ພາບຈາກ ທ່ານບຸນມີ ພິມມະເສນ)
ບັນດາຜູ້ເຂົ້າຮ່ວມກອງປະຊຸມນາໆຊາດ ລາວສຶກສາຄັ້ງທີ 4 ທີ່ຈັດຂຶ້ນໃນມະຫາວິທະຍາໄລ ລັດວິສຄອນຊິນ ເມືອງເມດີສັນ ໃນວັນທີ 19 ຫາ 21 ເມສາ (ພາບຈາກ ທ່ານບຸນມີ ພິມມະເສນ)
ເດືອນພຶດສະພານີ້ ເປັນເດືອນສະເຫລີມສະຫລອງມູນເຊື້ອ
ຊາວເອເຊຍ-ປາຊີຟິກຢູ່ສະຫະລັດ ທາງວີເອໂອຂໍນໍາສະເໜີ
ກອງປະຊຸມສໍາຄັນລະດັບ ສາກົນບັ້ນນຶ່ງ ກ່ຽວກັບລາວ ຊຶ່ງ
ໄດ້ດຶງດູດຄວາມສົນໃຈຂອງນັກວິຊາການລາວ ພ້ອມກັບ
ນັກຄົ້ນຄວ້າຕ່າງປະເທດຢູ່ທົ່ວໂລກ ຕະຫລອດທັງປະຊາຄົມ
ຊາວລາວ-ອາເມຣິກັນ ເກືອບຮອດ 300 ຄົນເຂົ້າຮ່ວມ ຊຶ່ງ
ໃນນັ້ນ ມີ 140 ຄົນ ໄດ້ນໍາບົດຄົ້ນຄວ້າຂອງຕົນມາສະເໜີ
ນັ້ນກໍຄື ກອງປະຊຸມນາໆຊາດ ລາວສຶກສາຄັ້ງທີ 4 ທີ່ຈັດຂຶ້ນ
ໃນມະຫາວິທະຍາໄລລັດວິສຄອນຊິນ ເມືອງເມດີຊັນ ໃນ
ວັນທີ 19 ຫາ 21 ເມສາຜ່ານມານີ້ ຊຶ່ງເຕັມໄປດ້ວຍບັນຍາ
ກາດ ແລະມີຜົນສໍາເລັດດີ. ຊຶ່ງບົວສະຫວັນ ມີລາຍງານ ເລື້ອງ
ນີ້ມາສະເໜີທ່ານໃນອັນດັບຕໍ່ໄປ.

ລິງໂດຍກົງ

ດຣ. ວິນຍາ ແລະຊາວລາວຈາກລັດຕ່າງໆ
ດຣ. ວິນຍາ ແລະຊາວລາວຈາກລັດຕ່າງໆ
ກອງປະຊຸມນາໆຊາດ ລາວສຶກສາ ໄດ້ເກີດຂຶ້ນມາ ຍ້ອນຄວາມ
ບາກບັ່ນ ແລະຫົວຄິດລິເລີ້ມຂອງທ່ານດຣ. ວິນຍາສາຍສະມຸດ ຜູ້ອໍານວຍການສູນລາວສຶກສາ ທີ່ຕັ້ງຢູ່ນະຄອນແຊນແຟຣນຊິສ
ໂກ, ລັດແຄລິຟໍເນຍ ຜູ້ຫລິງເຫັນຄວາມສໍາຄັນຂອງການໃຫ້ມີ
ເວທີສໍາລັບນັກປັນຍາຊົນກໍຄືນັກສຶກສາ, ນັກຄົ້ນຄວ້າ ແລະອາ
ຈານໃນມະຫາວິທະຍາໄລຕ່າງໆ ຢູ່ທົ່ວໂລກໄດ້ມາສົນທະນາ
ແລກປ່ຽນຄວາມຮູ້ເຊິ່ງກັນແລະກັນ ຈຶ່ງໄດ້ພະຍາຍາມຂົນຂວາຍ
ເອົາການສະໜັບວະໜຸນຈາກຫລາຍພາກສ່ວນ ແລະປະຊາຄົມ
ໃນສະຫະລັດເພື່ອສ້າງຕັ້ງກອງປະຊຸມນາໆຊາດລາວສຶກສາຂຶ້ນ ຊຶ່ງຄັ້ງທໍາອິດໄດ້ຈັດຂຶ້ນໃນປີ 2005 ທີ່ມະຫາວິທະຍາໄລລັດອີ
ລິນອຍພາກເໜືອ ຫລື Northern Illinois University. ສອງ
ປີຕໍ່ມາກໍຄືໃນປີ 2007 ກອງປະຊຸມປະເພດດັ່ງກ່າວ ກໍໄດ້ຈັດຂຶ້ນ
ເປັນຄັ້ງທີສອງທີ່ມະຫາວິທະຍາໄລລັດອາຣິໂຊນາ ຫລື Arizona
State University ແລະຈາກນັ້ນກໍໄດ້ຈັດຂຶ້ນໃນທຸກໆ ສາມປີ ຊຶ່ງຄັ້ງທີສາມແມ່ນຈັດຂຶ້ນໃນປີ 2010 ຢູ່ທີ່ມະຫາວິທະຍາໄລ
ຂອນແກ່ນ ໃນພາກຕາເວັນອອກສຽງເໜືອຂອງໄທ ແລະຄັ້ງທີ
4 ແມ່ນໄດ້ຈັດຂຶ້ນທີ່ມະຫາວິທະຍາໄລວິສຄອນຊິນ-ເມດີຊັນໃນ
ວັນທີ 19 ຫາ 21 ເມສາ 2013 ທີ່ຫາກໍຜ່ານມານີ້ ຊຶ່ງດຣ. ວິນຍາ
ເລົ່າສູ່ຟັງວ່າ:

ເຖິງແມ່ນວ່າອາກາດໃນທ້າຍເດືອນເມສາ ທີ່ເມືອງເມດີສັນ, ລັດວິສຄອນຊິນຈະໜາວ
ແລະຫິມະກໍຍັງຕົກຢູ່ເປັນໄລຍະຫ່າງໆກໍຕາມ ແຕ່ກໍຍັງມີ ນັກຄົ້ນຄວ້າ, ນັກສຶກສາ ທັງລາວ
ແລະຕ່າງປະເທດທີ່ສົນໃຈສຶກສາກ່ຽວກັບລາວ ພ້ອມທັງປະຊາຄົມລາວຢູ່ໃນລັດວິສຄອນ
ຊິນແລະລັດຕ່າງໆ ເຊັ່ນລັດມິນີໂຊຕາ ແລະອີລິນອຍ ລວມທັງໝົດຫລາຍກວ່າ 280 ຄົນ
ພາກັນດັ້ນດົ້ນເດີນທາງໄປຮ່ວມກອງປະຊຸມ ດັ່ງກ່າວ.

ດຣ. ອ່ຽນແບຣດ໌ (ກາງ), ທ່ານສຸເທບ (ຊ້າຍ) ທ່ານ ລໍາພັນ (ຂວາ) ຈາກເມືອງມີວວອກກີ, ວິສຄອນຊິນ
ດຣ. ອ່ຽນແບຣດ໌ (ກາງ), ທ່ານສຸເທບ (ຊ້າຍ) ທ່ານ ລໍາພັນ (ຂວາ) ຈາກເມືອງມີວວອກກີ, ວິສຄອນຊິນ

ເນື່ອງຈາກວ່າ ມະຫາວິທະຍາໄລແຫ່ງນີ້ ມີສູນສຶກສາເອເຊຍ
ອາຄະເນ ຫລື CSEAS ທີ່ມີຄວາມມຸ້ງຫວັງຢາກຈະເສີມຂະ
ຫຍາຍການຮຽນ ການສອນກ່ຽວກັບເມືອງລາວ ແລະຄົນລາວ
ບັນດາເຜົ່າ ເພື່ອໃຫ້ເປັນມະຫາວິທະຍາໄລແຫ່ງທໍາອິດ ໃນສະ
ຫະລັດທີ່ລົງເລິກ ເລື້ອງການສຶກສາກ່ຽວກັບດ້ານນີ້ ດັ່ງນັ້ນ
ມະຫາວິທະຍາໄລລັດວິສຄອນຊິນ ທີ່ເມືອງເມດີສັນ ຈຶ່ງຖືກ
ເລືອກໃຫ້ເປັນບ່ອນຈັດກອງປະຊຸມນາໆຊາດ ລາວສຶກສາຄັ້ງ
ທີ 4 ດັ່ງຄໍາຖະແຫລງຂອງ ດຣ. Ian Baird, ສາດສະດາຈານ
ຊາວການາດາ ທີ່ສອນໃນມະຫາວິທະຍາໄລດັ່ງກ່າວ. ໃນນາມ
ປະທານຮ່ວມຈັດກອງປະຊຸມຄັ້ງນີ້ ດຣ. Ian Baird ຜູ້ເວົ້າພາສາ
ລາວໄດ້ຢ່າງຫລ່ຽນໄຫລ ໃຫ້ຄໍາເຫັນກ່ຽວກັບເຫດຜົນທີ່ພາໃຫ້ມະຫາວິທະຍາໄລ ແຫ່ງນັ້ນ
ຖືກຄັດເລືອກໃຫ້ເປັນບ່ອນຈັດກອງປະຊຸມວ່າ:
ລິງໂດຍກົງ

ທ່ານດຣ. ຢັງ ດາວ (ຊ້າຍ) ແລະຍານາງ ຈັນນະພາຄໍາວົງສາ (ຂວາ) ຜູ້ສ້າງຕັ້ງແລະອໍານວຍການ ອົງການ Legacies of War
ທ່ານດຣ. ຢັງ ດາວ (ຊ້າຍ) ແລະຍານາງ ຈັນນະພາຄໍາວົງສາ (ຂວາ) ຜູ້ສ້າງຕັ້ງແລະອໍານວຍການ ອົງການ Legacies of War

ກອງປະຊຸມຄັ້ງນີ້ ດຶງດູດເອົານັກສຶກສາ, ນັກຄົ້ນຄວ້າ ແລະນັກ
ວິຊາການ ດ້ານຕ່າງໆ ຈາກທົ່ວສະຫະລັດ ແລະທົ່ວໂລກຫລາຍ
ເຖິງ 140 ຄົນ ທີ່ມີບົດຄົ້ນຄວ້າຖືກຄັດເລືອກແລະໄດ້ນໍາສະເໜີ
ບົດຂຽນຂອງຕົນເອງ. ໃນ ນັ້ນ ໄດ້ແບ່ງອອກເປັນ 38 ຄະນະ
ຫລື Panel ຊຶ່ງແຕ່ລະຄະນະມີຜູ້ ສະເໜີບົດ 3 ຫລື 4 ຄົນ ແລະ
ກໍມີ 5 ຄະນະດ້ວຍກັນ ທີ່ສະເໜີບົດ ພ້ອມໆກັນຢູ່ໃນ 5 ຫ້ອງ
ຕ່າງກັນ ຊຶ່ງດໍາເນີນໄປເປັນເວລາປະມານສອງຊົ່ວໂມງ. ກອງ
ປະຊຸມນີ້ແມ່ນມີບັນຍາກາດດີ ແລະມີຄົນຫລາຍເປັນພິເສດ ເມື່ອ
ທຽບໃສ່ຄັ້ງທໍາອິດ ດັ່ງທີ່ທ່ານ ດຣ. ຢັງ ດາວ, ຊຶ່ງເປັນເຈົ້າພາບ
ກິຕິມະສັກ ທີ່ຖືກເຊີນເຂົ້າໄປຮ່ວມຄະນະຈັດງານ ຮັບຕ້ອນ
ບັນດາແຂກທີ່ເປັນນັກປັນຍາຊົນຈາກປະເທດໃນເຂດຢູໂຣບເຊັ່ນຝຣັ່ງແລະເຢຍຣະມັນ
ເລົ່າສູ່ຟັງວ່າ:
ລິງໂດຍກົງ
ນອກນັ້ນ ຄຸນນະພາບຂອງບົດຂຽນ, ບົດຄົ້ນຄວ້າທີ່ນໍາສະເໜີໃນກອງ ປະຊຸມຄັ້ງນີ້ ກໍມີ
ຄຸນນະພາບທາງດ້ານວິຊາການຫລາຍກວ່າຄັ້ງຜ່ານມາ ແລະກໍມີຫົວຂໍ້ກ່ຽວກັບຫລາຍຂະ
ແໜງ, ຫລາຍພາກວິຊາ ດັ່ງທີ່ທ່ານ ດຣ. ວິນຍາໃຫ້ຄໍາເຫັນວ່າ:


ທ່ານອຸດົມ ບົວສີ (ທີສອງຈາກຊ້າຍ) ຜູ້ນໍາສະເໜີບົດຄົ້ນຄວ້າ ທ່ານນຶ່ງຈາກພາກອີ່ສານ
ທ່ານອຸດົມ ບົວສີ (ທີສອງຈາກຊ້າຍ) ຜູ້ນໍາສະເໜີບົດຄົ້ນຄວ້າ ທ່ານນຶ່ງຈາກພາກອີ່ສານ
​ພິເສດ ກໍຄືການນໍາສະເໜີປະສົບການ ໃນການພັດທະນາ
ຂະແໜງຮູບເງົາຂອງນັກວິຊາການສາມທ່ານ ທີ່ມາຈາກນະ
ຄອນຫລວງວຽງຈັນ ຊຶ່ງຕ່າງຈາກກອງປະຊຸມຄັ້ງກ່ອນໆ ທີ່ມີ
ແຕ່ການສາຍຮູບເງົາເທົ່ານັ້ນ. ພ້ອມກັນນັ້ນ ກໍມີນັກວິຊາການ
ຈາພາກອີ່ສານຂອງໄທ ເຂົ້າມາຮ່ວມ ຫລາຍກວ່າຄັ້ງອື່ນໆ ຊຶ່ງ
ໄດ້ມາສະເໜີຫົວຂໍກ່ຽວກັບຄົນເຊື້ອຊາດລາວ ຢູ່ພາກອີ່ສານ ທີ່ຕາມປົກກະຕິແລ້ວຈະເຂົ້າຮ່ວມກອງປະຊຸມໄທສຶກສາ ແຕ່ກໍ
ໄດ້ຕັດສິນໃຈເຂົ້າມາຮ່ວມກອງປະຊຸມລາວສຶກສາ ຍ້ອນວ່າ ບົດຄົ້ນຄວ້າຂອງພວກເຂົາເຈົ້າກ່ຽວຂ້ອງກັບຄວາມເຊື່ອ ແລະ ຮີດຄອງ ປະເພນີຂອງຄົນເຊື້ອສາຍລາວຢູ່ເຂດອີ່ສານຂອງໄທ ດັ່ງ ດຣ. ວິນຍາ ກ່າວວ່າ:
ຍາເອື້ອຍສົມໝາຍ (ທີ 2 ຈາກຊ້າຍ) ແລະ ຄະນະແມ່ຄົວຈໍານວນນຶ່ງ ຈາກເມືອງເມດີສັນ
ຍາເອື້ອຍສົມໝາຍ (ທີ 2 ຈາກຊ້າຍ) ແລະ ຄະນະແມ່ຄົວຈໍານວນນຶ່ງ ຈາກເມືອງເມດີສັນ

ທ້າຍສຸດສິ່ງທີ່ຂາດບໍ່ໄດ້ໃນປະເພນີລາວ ສໍາລັບທຸກກອງ
ປະຊຸມ ແລະງານຊຸມນຸມຕ່າງໆ ຂອງຊາວລາວ ກໍຄືການ
ສະແດງສິນລະປະວັນນະຄະດີ ແລະອາຫານລາວອັນ
ແຊບນົວ ຊຶ່ງໃນຄືນທີສອງຂອງກອງປະຊຸມຄັ້ງນີ້ ແມ່ນ
ມີອາຫານ ທີ່ປຸງແຕ່ງໂດຍສະມາຄົມແມ່ຍິງຊາວພຸດລາວ
ແຫ່ງເມືອງເມດີສັນ, ຊຶ່ງບົວສະຫວັນເອງ ກໍມີໂອກາດ
ໄດ້ສໍາພາດຫົວໜ້າແມ່ຄົວທີ່ເຮັດອາຫານລ້ຽງແຂກໃນ
ຄໍ່າຄືນນັ້ນ ຊຶ່ງກໍຄື ຍາເອື້ອຍສົມໝາຍ ທອງສະຫວັນ
ເຈົ້າຂອງຮ້ານອາຫານວຽງຈັນພາເລດສ໌. ຍາເອື້ອຍເວົ້າ
ວ່າ ມີຄວາມຍິນດີ ແລະຕື່ນເຕັ້ນທີ່ສຸດທີ່ໄດ້ເຫັນຄົນລາວ
ມາຈາກຫລາຍຖິ່ນ ຫລາຍປະເທດ ແລະກໍເຫັນຄົນຕ່າງປະເທດ ເຊັ່ນຄົນອາເມຣິກາເວົ້າ
ພາສາລາວເກັ່ງ ແລະມັກວັດທະນາທໍາລາວ ຊຶ່ງຍາເອື້ອຍກ່າວວ່າ:
ຄະນະສິນລະປະຈາກເມືອງມີວວອກກີ ລັດວິສຄອນຊິນ
ຄະນະສິນລະປະຈາກເມືອງມີວວອກກີ ລັດວິສຄອນຊິນ

ນອກນັ້ນແລ້ວ ດຣ. ວິນຍາ ຍັງຮຽກຮ້ອງໃຫ້ນັກວິຊາການລາວ
-ອາເມຣິກັນ ພາກັນຫັນມາໃຫ້ຄວາມສົນໃຈເຂົ້າຮ່ວມກອງປະ
ຊຸມລາວສຶກສານີ້ຫລາຍຂຶ້ນ ເພາະທ່ານວ່າໃນກອງປະຊຸມຄັ້ງນີ້
ຜູ້ເຂົ້າຮ່ວມ ແລະນໍາສະເໜີບົດຫລາຍກວ່າໝູ່ແມ່ນຊາວຕາເວັນ
ຕົກ, ຮອງລົງມາກໍແມ່ນຊາວໄທ ເຊື້ອສາຍລາວ ຢູ່ເຂດຕາເວັນ
ອອກສຽງເໜືອຂອງໄທ ຫລືອີ່ສານຊຶ່ງດຣ. ວິນຍາໃຫ້ເຫດຜົນວ່າ:

ເນື່ອງຈາກວ່າລາຍການຂອງເຮົາມື້ນີ້ ມີເວລາສັ້ນ ພວກເຮົາຈຶ່ງຈະຂໍນໍາບົດສໍາພາດກັບ
ພວກນັກວິຊາການສ້າງຮູບເງົາທີ່ມາຈາກລາວ ແລະນັກ ຄົ້ນຄວ້າຈາກຕ່າງປະເທດ ເຊັ່ນ
ໄທ ແລະຍີ່ປຸ່ນ ທີ່ໄດ້ໄປທໍາການຄົ້ນຄວ້າຢູ່ລາວ ຫລືຄົ້ນຄວ້າກ່ຽວກັບຄົນເຊື້ອສາຍລາວ ມາສະເໜີທ່ານໃນໂອກາດ ໜ້າ. ຂໍຂອບໃຈທຸກໆທ່ານທີ່ຄອຍຕິດຕາມຟັງລາຍການ
ຊາວລາວໃນຕ່າງແດນ ກໍຄືລາຍການກະຈາຍສຽງຂອງວີໂອເອ ພົບກັນໃໝ່ໃນໂອກາດໜ້າ. ສະບາຍດີ

ປະມວນພາບກ່ຽວກັບກອງປະຊຸມນາໆຊາດ ລາວສຶກສາ

"
XS
SM
MD
LG