ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມີລັດວິສາຫະກິດລາວ ພຽງ 2 ແຫ່ງ ທີ່ມີສິດຈົດທະບຽນ ກັບຕະຫລາດຫຸ້ນໄດ້


ພິທີເຊັນບັນທຶກຄວາມເຂົ້າໃຈ ກ່ຽວກັບການຮ່ວມມືສ້າງຕັ້ງຕະຫລາດຫຸ້ນຂອງລາວ ເມື່ອຕົ້ນປີ 2010.
ພິທີເຊັນບັນທຶກຄວາມເຂົ້າໃຈ ກ່ຽວກັບການຮ່ວມມືສ້າງຕັ້ງຕະຫລາດຫຸ້ນຂອງລາວ ເມື່ອຕົ້ນປີ 2010.

ເຈົ້າໜ້າ​ທີ່​ຂັ້ນ​ສູງ​ຂອງ​ລາວ​ຍອມຮັບ​ວ່າ ມີ​ວິ​ສາ​ຫະກິດ​ຂອງ​ລັດຖະບານ​ລາວ​ ພຽງ 2 ​ແຫ່ງ​ເທົ່າ​ນັ້ນ ​ທີ່​ມີ​ເງຶ່​ອນ​ໄຂ​ທີ່ຈະ​ເຂົ້າຈົດ​ທະບຽນ​ໃນ​ຕະຫລາດ​ຫລັກ​ຊັບ​ແຫ່ງ​ທໍາ​ອິດ​ຂອງ​ລາວ​ໄດ້ ສ່ວນ​ກໍາໜົດການ​ເປີດ​ຕະຫລາດ​ນັ້ນ ​ກໍ​ມີ​ອັນຕ້ອງ​ເລຶ່ອນອອກ​ໄປ​ເຖິງ​ຕົ້ນປີໜ້າ ​ເນຶ່ອງຈາກ​ຄວາມ​ບໍ່​ພ້ອມ​ໃນ​ຫລາຍໆ​ດ້ານ.

ທ່ານ​ສົມ​ພອນ ​ແກ້ວ​ຫາ​ວົງ ຫົວໜ້າ​ສຳນັກງານ​ເພື່ອ​ການ​ພັດທະນາ​ປັບປຸງ​ວິ​ສາຫ​ະກິດ ​ຂອງ​ລັດຖະບາ​ນລາວ ​ໄດ້ ຖະ​ແຫລ​ງຍອມຮັບ​ວ່າ ຈົນ​ເຖິງ​ປັດຈຸບັນ​ ມີ​ວິ​ສາ​ຫະກິດ​ຂອງ​ລັດຖະບານ​ລາວ​ ພຽງ​ແຕ່ 2 ​ແຫ່ງ​ເທົ່າ​ນັ້ນ​ ທີ່​ມີ​ເງຶ່​ອນ​ໄຂ​ແລະ​ຄວາມ​ພ້ອມ​ໃນ​ທຸກ​ດ້ານ​ ສໍາລັບ​ການ​ຈົດ​ທະບຽນ​ເຂົ້າ​ໃນ​ຕະຫລາດ​ຫລັກຊັບ ຫລື​ຕະຫລາດ​ຫຸ້ນ ​ແຫ່ງ​ທໍາ​ອິດຂອງ​ລາວ ຊຶ່ງ​ກໍ​ຄື​ລັດວິ​ສາ​ຫະກິດ​ໄຟຟ້າ​ລາວ ​ກັບ​ທະນາຄານ​ການ​ຄ້າ​ລະຫວ່າງ​ປະ​ເທດ.

ສາເຫດ​ທີ່​ເຮັດ​ໃຫ້​ວິ​ສາ​ຫະກິດ​ທັງ 2 ​ແຫ່ງ​ດັ່ງກ່າວ​ຂອງ​ລັດຖະບານ ​ມີ​ເງຶ່​ອນ​ໄຂ​ຢ່າງ​ຄົບ​ຖ້ວນ​ໃນ​ການ​ທີ່​ຈະ​ເຂົ້າຈົດ​ທະບຽນ ​ໃນ​ຕະຫລາດ​ຫລັກ​ຊັບ​ແຫ່ງ​ທໍາ​ອິດ​ຂອງ​ລາວ​ນັ້ນ ກໍ​ຍ້ອນ​ວ່າ​ລັດ​ວິ​ສາ​ຫະກິດທັງ 2 ​ແຫ່ງ​ດັ່ງກ່າວ ​ໄດ້​ມີ​ການ​ພັດ ທະນາ​ປັບປຸງ​ໂຄງ​ສ້າງ​ການ​ບໍລິຫານ​ງານ ​ແລະ​ໄດ້​ຈົດ​ທະບຽນ​ບັນຊີ​ລາຍ​ຮັບ-ລາຍ​ຈ່າຍ​ ໄດ້​ລະ​ດັບມາດຕະຖານ​ແລ້ວ ຊຶ່ງ​ກໍ​ຄື​ມີ​ຄວາມ​ໂປ່​ງ​ໃສ​ໃນ​ດ້ານ​ການ​ບໍລິຫານ​ງານ ​ແລະ​ສາມາດ​ກວດ​ສອບ​ລາຍ​ຮັບ-ລາຍ​ຈ່າຍ​ ໄດ້​ຕະຫລອດ​ເວລາ​ນັ້ນ​ເອງ.

ໃນ​ປັດ​ຈຸ​ບັນ​ນີ້ ລັດຖະບານ​ລາວ​ມີ​ວິ​ສາ​ຫະກິດ​ໃຫຍ່​ຢູ່​ທັງ​ໝົດ 30 ​ແຫ່ງ ​ໂດຍ​ໃນ​ຈໍານວນ​ນີ້​ ເປັນ​ການ​ຮ່ວມ​ທຶນ​ກັບພາກ​ເອກ​ກະ​ຊົນ​ລາວ​ແລະ​ຕ່າງ​ຊາດ 15 ​ແຫ່ງ. ສ່ວນ​ອີກ 15 ​ແຫ່ງ​ ທີ່​ເຫລືອ​ນັ້ນ ​ເປັນ​ວິ​ສາ​ຫະກິດ​ທີ່​ລັດຖະບານລາວຖື​ຫຸ້ນ 100% ​ໂດຍ​ລວມ​ເຖິງ​ລັດ​ວິ​ສາ​ຫະ ກິດ​ໄຟຟ້າ​ລາວ ​ແລະທະນາຄານ​ການ​ຄ້າ​ຕ່າງ​ປະ​ເທດ​ດ້ວຍ ຊຶ່ງ​ກໍໝາຍ​ຄວາ​ມວ່າມີ​ວິ​ສາ​ຫະ ກິດ​ຂະໜາດ​ໃຫຍ່​ຂອງ​ລັດຖະບານ​ລາວ​ ເຖິງ 28 ​ແຫ່ງ ​ທີ່​ມີ​ໂຄງ​ສ້າງ​ບໍລິຫານ​ງານ​ແລະ ລະ​ບົບບັນຊີ​ລາຍ​ຮັບ-ລາຍ​ຈ່າຍ ​ທີ່​ບໍ່​ໄດ້​ມາດຕະຖານ​ສາ​ກົນ ​ນັ້ນ​ເອງ.

ນອກ​ຈາກ​ນີ້ ກໍ​ມີ​ລາຍ​ງານ​ວ່າ​ຈົນ​ເຖິງ​ປັດຈຸບັນ​ນີ້​ ມີ​ບໍລິສັດ​ເອກ​ກະ​ຊົນ​ໃນ​ລາວ​ພຽງ​ແຕ່ 30 ບໍລິສັດ​ເທົ່ານັ້ນ​ ທີ່​ໄດ້​ຂໍຈົດ​ທະບຽນ​ເປັນ​ບໍລິສັດ​ທີ່​ຈະ​ຊື້​ຂາຍ​ຫຸ້ນ​ ໃນ​ຕະຫລາດ​ຫລັກ​ຊັບແຫ່ງ​ຊາດ​ທໍາ​ອິດ​ຂອງ​ລາວ ຫາກ​ແຕ່​ວ່າ ​ຈາກ​ການພິຈາລະ​ນາ​ເຖິງ​ມາດຕະຖານ​ໃນ​ການບໍລິ​ຫານ​ງານ ​ແລະ​ລະບົບ​ບັນຊີ​ຂອງ​ແຕ່​ລະ​ບໍລິສັດ​ໃນ​ຂັ້ນ​ເບື້ອງ​ຕົ້ນແລ້ວ​ນັ້ນ ກໍ​ພົບ​ວ່າ​ມີ​ພຽງ 5 ບໍລິສັດ​ເທົ່າ​ນັ້ນ ​ທີ່​ມີ​ເງຶ່​ອນ​ໄຂ​ພຽງພໍ​ທີ່​ຈະ​ຍອມຮັບ​ໃຫ້​ຈົດ​ທະບຽນ​ໃນ​ຕະຫລາດ​ຫລັກ​ຊັບ​ຂອງ​ລາວ​ໄດ້​ຕໍ່​ໄປ. ​ໂດຍສາ​ເຫດ​ທີ່​ເຮັດ​ໃຫ້​ບໍລິສັດ​ສ່ວນ​ໃຫຍ່​ໃນ​ລາວ ​ຍັງ​ຂາດ​ເງື່ອນ​ໄຂ​ທີ່​ເຮັດ​ໃຫ້​ບໍ່​ສາມາດ​ຈົດ​ທະບຽນ​ເປັນ​ບໍລິສັດ​ໃນ​ຕະຫລາດ​ຫລັກ​ຊັບ​ໄດ້​ນັ້ນ ກໍ​ຍ້ອນ​ວ່າ​ບໍລິສັດ​ສ່ວນ​ໃຫຍ່​ໃນ​ລາວ​ ຍັງ​ຄົງ​ເປັນ​ບໍລິສັດ​ຂະໜາດນ້ອຍແລະ​ຂະໜາດ​ກາງ ກັບ​ທັງ​ຍັງ​ມີ​ການ​ບໍ​ລິ​ຫານ ແລະການ​ຈັດການ​ເປັນ​ແບບ​ຄອບຄົວ​ ແລະ​ມີ​ການຈັດ​ລະບົບບັນຊີ​ລາຍ​ຮັບ-ລາຍ​ຈ່າຍ​ທີ່​ບໍ່​ໄດ້​ມາດຕະຖານ ກໍ​ຄື​ຍັງ​ຂາດ​ຄວາມ​ໂປ່​ງ​ໃສ​ ຈົນ​ບໍ່​ສາມາດ​ທີ່​ຈະ​ກວດ​ສອບ​ທີ່ມາ​ທີ່​ໄປຂອງ​ລາຍ​ຮັບ-ລາຍ​ຈ່າຍ​ທີ່​ແທ້​ຈິງ​ ໄດ້​ເລີ​ຍ.

ອາຄານຕະຫລາດຫຸ້ນ ຫລືຕະຫລາດຫລັກຊັບ ແຫ່ງທຳອິດຂອງລາວ ທິ່ກໍາລັງຢູ່ໃນລະຫວ່າງການກໍ່ສ້າງ.
ອາຄານຕະຫລາດຫຸ້ນ ຫລືຕະຫລາດຫລັກຊັບ ແຫ່ງທຳອິດຂອງລາວ ທິ່ກໍາລັງຢູ່ໃນລະຫວ່າງການກໍ່ສ້າງ.

ທາງ​ດ້ານ​ທ່ານ​ເດດ​ພູ​ວັງ ມູນ​ນະລາດ ປະທານ​ຄະນະ​ກໍາ ມະການ​ສ້າງ​ຕັ້ງ​ຕະຫລາດ​ຫລັກ​ຊັບ​ແຫ່ງ​ຊາດ​ ກໍ​ໄດ້​ໃຫ້ການ​ຍອມຮັບ​ວ່າ ການ​ເປີດ​ທໍາ​ການ​ຊື້​ຂາຍ​ຫຸ້ນ​ໃນ​ຕະຫລາດ​ຫລັກ​ຊັບ​ແຫ່ງ​ຊາດ​ທໍ​າອິດ​ຂອງ​ລາວ​ ອາດ​ຈະ​ຕ້ອງ​ມີ​ການ​ຊັກ​ຊ້າ​ຈາກ​ກໍານົດ​ການ​ເດີມ​ ທີ່​ວາງ​ໄວ້​ໃນ​ວັນ​ທີ່ 10 ​ເດືອນ​ຕຸລາ 2010 ນີ້ ​ເນຶ່ອງຈາກ​ວ່າການ​ດໍາ​ເນີນ​ງານ ກໍ່ສ້າງ​ອາຄານ​ທີ​່ທໍາ​ການ​ຕະຫລາດ​ຫລັກ​ຊັບ ທີ່​ໄດ້​ເລີ່​ມລົງ​ມື​ດໍາ​ເນີນ​ການ​ນັບ​ຕັ້ງ​ແຕ່​ທ້າຍ​ເດືອນ​ກັນຍາ 2009 ​ເປັນ ຕົ້ນ​ມາ​ນັ້ນ​ ໄດ້​ເກີດ​ການ​ຊັກ​ຊ້າ​ກວ່າ​ແຜນການ​ທີ່ວາງ​ເອົາ​ໄວ້​ໃນ​ຫລາຍໆ​ດ້ານ ຊຶ່ງ​ກໍ​ຄື​ການ​ກໍ່ສ້າງ​ຕົວ​ອາຄານ​ທີ່​ທໍາການ​ນັ້ນອາດ​ຈະ​ສາມາດ​ ດໍາ​ເນີນ​ການ​ໃຫ້​ສໍາ​ເລັດ​ໄດ້​ຕາມ​ທີ່​ກໍານົດ​ໄວ້​ໃນ​ວັນ​ທີ່ 10 ຕຸລາ​ໄດ້​ຈິງ ຫາກ​ແຕ່​ວ່າ​ ກໍຈະ​ເປັນ​ພຽງ​ຕົວ​ອາຄານ​ທີ່​ຍັງ​ບໍ່​ມີ​ການ​ຕົກ​ແຕ່ງ​ພາຍ​ໃນ ບໍ່​ມີ​ການວາງ​ລະບົບ​ຄອມ​ພິວ​ເຕີ້ ລະບົບ​ການ​ສື່ສານ ​ແລະ​ສິ່ງ​ອໍານວຍ​ຄວາມ​ສະດວກ​ຕ່າງໆ​ຢ່າງ​ໃດ ຊຶ່ງ​ລວມ​ເຖິງ​ຄວາມ​ບໍ​່ພ້ອມ​ທາງ​ດ້ານ​ບຸກຄະລາ​ກອນ​ອີກ​ດ້ວຍ.

ແຕ່​ຢ່າງ​ໃດ​ກໍ​ຕາມ ການ​ທີ່​ລາວ​ໄດ້​ຮັບ​ກາ​ນຊ່ວຍ​ເຫລືອ​ຈາກ​ຕະຫລາດ​ຫລັກ​ຊັບ​ແຫ່ງ​ ເກົາຫລີ​ໃຕ້​ທີ່ີມີ​ປະສົບ​ການ​ ກໍ​ຍັງ​ຢູ່​ພາຍ​ໃຕ້​ຂໍ້​ຕົກລົງ​ຮ່ວມ​ທຶນ​ສອງ​ຝ່າຍ​ອີກ​ດ້ວຍ ຈຶ່ງ​ເຮັດ​ໃຫ້​ທາງ​ການ​ລາວ​ເຊຶ່ອໝັ້ນ​ວ່າ​ ຕະຫລາດຫລັກ​ຊັບ​ຂອງ​ລາວ​ຈະ​ດໍາ​ເນີນ​ໄປ​ໄດ້​ເປັນ​ຢ່າງ​ດີ ​ດັ່ງ​ທີ່​ເຈົ້າໜ້າ​ທີ່​ໃນ​ຄະນະ​ກໍາມະການ​ສ້າງ​ຕັ້ງ​ຕະຫລາດ​ຫລັກ​ຊັບຂອງ​ລາວ ​ໄດ້​ໃຫ້ການ​ຊີ້​ແຈງ​ວ່າ:

“ຕ່າງ​ໜ້າ​ຂອງ​ລັດຖະບານ​ລາວ​ກໍ​ແມ່ນ​ທະນາຄານ​ແຫ່ງ​ ສປປລາວ ຝ່າຍ​ເກົາ ຫລີ​ໃຕ້​ກໍ​ແມ່ນ​ຕະຫລາດ​ຫລັກ​ຊັບ​ແຫ່ງ​ເກົາຫລີ ​ໂດຍ​ທັງ​ສອງ​ຝ່າຍ​ໄດ້​ໃຫ້​ຄໍາ​ໝັ້ນ​ສັນ​ຍາ​ຕໍ່​ກັນ​ວ່າ​ ຈະ​ສືບ​ຕໍ່​ຈັດຕັ້ງ​ປະຕິບັດແຜນການ​ ໃຫ້​ເປັນ​ໄປ​ຕາມ ແຜນການ​ທີ່​ວາງ​ໄວ້​ ກໍ​ຄື​ໃນ​ປີ​ 2010 ນີ້​ຈ ະ​ຕ້ອງ​ຕັ້ງ​ຕະຫລາດ​ຫລັກ​ຊັບ​ໃນ​ລາວ​ໃຫ້​ໄດ້ ​ແລ້ວ​ກໍ​ເຮັດ​ໃຫ້​ກົນໄກທັງ​ໝົດ​ຂອງ​ຕະຫລາດ​ເດີນ​ໄປ​ໄດ້​ຢ່າງ​ສະດວກ ​ແລະ​ກໍ​ຈະ​ມີ​ການ​ຊ່ວຍ​ເຫລືອ​ໃນ​ບາງ​ສິ່ງ​ບາງ​ຢ່າງ​ ທີ່​ເຂົາສາມາດໃຫ້ການ​ຊ່ວຍ​ເຫລືອ​ໄດ້ ​ໂດຍ​ສະ​ເພາະແມ່ນ​ການ​ກໍ່ສ້າງ​ພະ​ນັກງານ ການວາງ​ລະບົບ IT ທີ່​ມີ​ທັງ Hardware ​ແລະ Software ຢ່າງ​ຄົບ​ຊຸດ.”

XS
SM
MD
LG