ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

2 ບໍລິສັດລັດວິສາຫະກິດ ຈະເລີ້ມເອົາຫຸ້ນ ອອກຈໍານາຍໃນຕະຫລາດຫລັກຊັບຂອງລາວ


ພິທີເປີດຕະຫລາດຫລັກຊັບຂອງລາວ, ວັນທີ 10 ຕຸລາ 2010.
ພິທີເປີດຕະຫລາດຫລັກຊັບຂອງລາວ, ວັນທີ 10 ຕຸລາ 2010.

ວິສາຫະກິດໄຟຟ້າແລະທະນາຄານການຄ້າຕ່າງປະເທດ ຈະເປັນວິສາຫະກິດທໍາອິດຂອງ ລັດຖະບານລາວ ທີ່ຈະມີການກະຈາຍຫຸ້ນສູ່ມວນຊົນ ເພື່ອເປີດໃຫ້ມີການຊື້-ຂາຍໃນຕະ ຫລາດຫລັກຊັບຂອງລາວ ໃນຕົ້ນປີໜ້າ.

ຄະນະ​ກໍາມະການ​ຄຸ້ມຄອງ​ຕະຫລາດ​ຫລັກ​ຊັບ​ແຫ່ງ​ຊາດ
ລາວ ພາຍ​ໃຕ້ການ​ເປັນ​ປະທານ​ຂອງ​ທ່ານ​ສົມ​ສະຫວາດ ​
ເລ່ງສະຫວັດ ຮອງ​ນາຍົກລັດຖະມົນຕີຜູ້​ປະຈໍາການ​ຄະນະ
ລັດຖະບານລາວ ​ໄດ້​ພິ​ຈາລະ​ນາ​ແລະ​ຮັບຮອງແຜນການ​
ກະຈາຍຫຸ້ນ​ອອກ​ສູ່​ມວນ​ຊົນ​ຂອງ​ວິ​ສາ​ຫະກິດ​ໄຟຟ້າ​ ແລະ​
ທະນາຄານ​ການ​ຄ້າ​ຕ່າງປະ​ເທດ ຊຶ່ງ​ເປັ​ນວິ​ສາ​ຫະກິດຂອງ​
ລັດຖະບານ​ລາວ ​ເພື່ອ​ເປັນ​ການ​ຕຽມ​ການ​ອະນຸຍາດ​ໃຫ້​ມີ
ການ​ຊື້-ຂາຍ​ຫຸ້ນ​ໃນ​ຕະຫລາດ​ຫລັກ​ຊັບ​ຂອງ​ລາວ ​ເນື່ອງ
ຈາກ​ວ່າ​ເປັນລັດ​ວິ​ສາ​ຫະກິດ​ທີ່​ມີ​ລະບົບ​ການ​ດໍາ​ເນີນ​ງານ
ທີ່​ໄດ້​ມາດຕະຖານ​ໃນ​ທຸກໆ​ດ້ານແລະ​ມີຜົນຕອບ​ແທນ​ຈາ​ກ ການ​ດໍາ​ເນີນທຸລະ​ກິດ​ເປັນ​ຢ່າງ​ດີ​ອີກ​ດ້ວຍ.

ທັງ​ນີ້​ໂດຍ​ທາງ​ການ​ລາວ​ມີ​ຄວາມ​ໝັ້ນ​ໃຈ​ວ່າການ​ຊື້-ຂາຍ​ຫຸ້ນ​ໃນຕະຫລາດ​ຫລັກ​ຊັບ​ແຫ່ງ​ທໍາ​
ອິດ​ໃນ​ລາວ​ຈະ​ສາມາດ​ປະຕິບັດ​ໃນ​ພາກ​ຕົວ​ຈິງ​ໄດ້​ນັບ​ຈາກ​ຕົ້ນ​ປີ 2011 ​ເປັນ​ຕົ້ນ​ໄປ ​ແລະ
ໃນ​ຂະນະ​ນີ້​ທາງ​ທະນາຄານ​ແຫ່ງ​ຊາດ ລາວ​ກໍ​ກໍາລັງ​ເລັ່ງດໍາ​ເນີນ​ການ​ສ້າ​ງຕັ້ງ​ສູນ​ຊໍາລະ​ສະ​
ສາງ​ຜ່ານ​ລະບົບ​ທະນາຄານ​ກາງ​ໃນ​ລາວ​ທີ່​ເຊື່ອມ​ຕໍ່​ກັບ​ລະບົບສາກົນ ຊຶ່ງ​ກໍ​ຈະ​ສາມາດ​ຮອງ​
ຮັບ​ກາ​ນຊໍ​າລະມູນ​ຄ່າ​ການ​ຊື້-ຂາຍ​ຫຸ້ນ​ໃນ​ຕະ​ຫລາດ​ຫລັກ​ຊັບ​ຂອງລາວ​ໄດ້​ເປັນຢ່າງ​ດີ​ເຊັ່ນ​
ກັນ. ດັ່ງ​ທີ່​ທ່ານ ພູ​ເພັດ ຄໍາ​ພູນ​ວົງ ຜູ້​ວ່າການ​ທະ​ນາຄາ​ນ​ແຫ່ງ​ຊາດ​ລາວ​ໄດ້​ໃຫ້ການ​ຢືນຢັນ
ໃນ​ຕອນ​ນຶ່ງ​ວ່າ:

“ທະນາຄານ​ແຫ່ງ​ ສປປ.ລາວ​ຈະ​ໄດ້​ຈັດ​ຕັ້ງ​ປະຕິບັດ​ລະບົບ​ການ​ຊໍາລະ​ສະ​ສາງ​ລະດັບ​ຊາດ​ແລະລະບົບ​ການ​ຊໍາລະສະ​ສາງ​ການ​ຊື້-ຂາຍ​ຫຸ້ນ​ສໍາລັບ​ຕະຫລາດ​ຫລັກ​ຊັບ​ ພາຍຫລັງ​ຈາກ​ການຈັດ​ຕັ້ງ​ປະ​ຕິ​ບັດ​ໂຄງການ​ດັ່ງກ່າວ​ສໍາ​ເລັດ ຈະ​ເຮັດ​ໃຫ້ກາ​ນ ຊໍາລະ​ເງິນ​ໃນ​ປ​ະ​ເທດ​ເຮົາ​ມີ​ຄວາມ​ສະດວກ​ວ່ອງ​ໄວ​ແລະ​ມີ​ຄວາມ​ປອດ​ໄພ​ສູງ ປະກອບສ່ວນ​ເຮັດໃຫ້​ລະບົບ​ການ​ເງິນ​ຂອງ​ປະ​ເທດ​ເຮົາ​ມີ​ການ​ເຕີບ​ໂຕ​ຂະຫຍາຍ
ຕົວ​ແລະ​ສາມາດ​ເຊື່ອມ​ໂຍງ​ກັບ​ຕະຫລາດ​ການ​ເງິນສາກົນ​ໄດ້​ຢ່າງ​ວ່ອງ​ໄວ​ແລະ​ມີ​ປະສິດ​ທິພາ​ບສູງ”

ເບຍລາວ
ເບຍລາວ

ມາຮອດ​ປັດຈຸບັນ​ນີ້ ​ມີ​ບັນດາ​ວິ​ສາ​ຫະກິດ​ໃນ​ລາວ​ເຖິງ 52
ແຫ່ງ​ທີ່​ໄດ້​ສະ​ເໜີ​ຂໍ​ຈົດ​ທະບຽນ​ເຂົ້າ​ເປັນ​ບໍລິສັດ​ ທີ່​ຈະ​ຊື້-
ຂາຍ​ຫຸ້ນ​ໃນ​ຕະຫລາດ​ຫລັກ​ຊັບ​ແຫ່ງ​ທໍາ​ອິດ​ຂອງ​ລາວ
ຫາກ​ແຕ່​ຈາ​ກການ​ພິ​ຈາລະ​ນາ ກໍພົບ​ວ່າ​ມີ​ພຽງ 9 ​ບໍລິສັດ
ເທົ່າ​ນັ້ນ​ ທີ່​ມີ​ເງື່ອນ​ໄຂຈົດ​ທະບຽນ​ໃນ​ຕະຫລາດ​ຫລັກ​ຊັບ
ຂອງ​ລາວ​ໄດ້​ໂດຍ​ນອກຈາກ​ວິ​ສາ​ຫະກິດ​ໄຟຟ້າ​ລາວ​ແລະ
ທະນາຄານ​ການ​ຄ້າ​ຕ່າງປະ​ເທດ​ແລ້ວ ກໍ​ມີ​ກຸ່ມ​ບໍລິສັດ Lao
World, ບໍລິສັດ​ການບິນ​ລາວ, ບໍລິສັດ​ເບຍ​ລາວ, ລັດ​ວິ​ສາ​
ຫະກິດ​ນໍ້າມັນເຊື້ອ​ໄຟ​ລາວ, ບໍລິສັດ​ລາວ​ຄົມ ລັດ​ວິ​ສາ​ຫະ
ກິດ​ການບິນ​ແລະ​ການ​ສື່ສານ ​ແລະ​ກຸ່ມ​ບໍລິສັດດາວ​ເຮືອງ​
ຈໍາກັດ. ​ ສາ​ເຫດ​ທີ່​ເຮັດ​ໃຫ້​ບໍລິສັດ​ສ່ວນ​ໃຫຍ່​ໃນ​ລາວ​ຍັງ
ຂາດ​ເງື່ອນ​ໄຂ​ທີ່​ເຮັດ​ໃຫ້​ບໍ່​ສາມາດ​ຈົດ​ທະບຽນ​ເປັນ​ບໍລິສັດ​ທີ່​
ມີ​ສິດ​ຊື້-ຂາຍ​ຫຸ້ນ​ໃນ​ຕະຫລາດ​ຫລັກ​ຊັບ​ໄດ້​ນັ້ນ ກໍ​ຍ້ອນ​ວ່າ​ບໍລິສັດ​ສ່ວນ​ໃຫຍ່​ໃນ​ລາວຍັງຄົງ
ເປັນ​ບໍລິສັດ​ຂະໜາດນ້ອຍ​ແລະ​ຂະໜາດ​ກາງ ກັບ​ທັງ​ຍັງ​ມີ​ການ​ບໍລິຫານ​ແລະຈັດການ​ເປັນ
ແບບ​ຄອບຄົວ ​ແລະ​ມີການຈັດ​ທໍາ​ລະບົບ​ບັນຊີ​ລາຍ​ຮັບ-ລາຍ​ຈ່າຍ​ທີ່​ບໍ່​ໄດ້​ມາດຕະຖານ ຫລື
ບໍ່​ໂປ່​ງ​ໃສ​ ຈົນ​ບໍ່​ສາມາດ​ທີ່​ຈະ​ກວດ​ສອບ​ທີ່​ມາ​ທີ່​ໄປ​ຂອງ​ລາຍ​ຮັບ-ລາຍຈ່າຍ​ທີ່​ແທ້​ຈິງ​ ໄດ້​ເລີຍ.

ແຕ່​ຢ່າງ​ໃດ​ກໍຕາມ​ ທາງ​ການ​ລາວກໍ​ໄດ້​ທໍາ​ພິທີ​ເປີດ​ສໍານັກງງານ​ຕະຫລາດ​ຫລັກ​ຊັບ​ແຫ່ງ​ຊາດ
ແຫ່ງ​ທໍາ​ອິດ​ຂອງ​ລາວ​ຢ່າງ​ເປັນ​ທາງ​ການເມື່ອ​ວັນ​ທີ່ 10 ​ເດືອນ​ຕຸລາ​ທີ​ຜ່ານ​ມາ​ແລ້ວ ​ໂດຍ​ມີ​
ບັນດາ​ລັດຖະມົນຕີ ຄະນະ​ທູຕານຸທູດຕ່າງປະ​ເທດ ຄະນະ​ຜູ້​ຕ່າງ​ໜ້າ​ຂອງ​ຕະຫລາດ​ຫລັກ​
ຊັບ​ຈາກ​ເກົາຫລີ​ໃຕ້ ຫວຽດນາມ ຈີນ ​ແລະ​ໄທ ​ເຂົ້າຮ່ວມ​ໃນພິທີ​ດັ່ງກ່າວ​ດ້ວຍ. ​ສໍານັກງານ​
ຕະຫລາດ​ຫລັກຊັບ​ແຫ່ງ​ຊາດ​ຂອງລາວ​ດັ່ງກ່າວ ​ເປັນ​ການ​ຮ່ວມ​ທຶນ​ລະຫວ່າງທະນາຄານ
ແຫ່ງ​ຊາດ​ລາວ​ກັບ​ຕະຫລາດ​ຫລັກ​ຊັບ​ແຫ່ງ​ເກົາຫລີ​ໃຕ້​ ໃນ​ອັດຕາ​ສ່ວນ 51% ຕໍ່49% ຕາມ​ລໍາ​ດັບ.

XS
SM
MD
LG