ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລາວມີແຜນຈະສ້າງ ເຂດເສດຖະກິດພິເສດ 10 ແຫ່ງ


ກອງປະຊຸມຂອງຄະນະລັດຖະບານລາວ ທີ່ໄດ້ມີມະຕິຮັບຮອງເອົາ ແຜນການແລະຮ່າງດໍາລັດນາຍົກລັດຖະມົນຕີ ວ່າດ້ວຍການສ້າງຕັ້ງ ແລະການຄຸ້ມຄອງເຂດເສດຖະກິດພິເສດແລະເຂດເສດຖະກິດສະເພາະ ຢ່າງເປັນທາງການ ໃນທ້າຍປີ 2010.
ກອງປະຊຸມຂອງຄະນະລັດຖະບານລາວ ທີ່ໄດ້ມີມະຕິຮັບຮອງເອົາ ແຜນການແລະຮ່າງດໍາລັດນາຍົກລັດຖະມົນຕີ ວ່າດ້ວຍການສ້າງຕັ້ງ ແລະການຄຸ້ມຄອງເຂດເສດຖະກິດພິເສດແລະເຂດເສດຖະກິດສະເພາະ ຢ່າງເປັນທາງການ ໃນທ້າຍປີ 2010.

ລັດຖະບານລາວວາງແຜນການທີ່ຈະສ້າງຕັ້ງເຂດເສດຖະກິດພິເສດໃຫ້ຄົບ 10 ແຫ່ງ ໃນປີ 2015 ຊຶ່ງລວມເຖິງເຂດເສດຖະກິດພິເສດຄອນພະເພັງ ຢູ່ໃນແຂວງຈໍາປາສັກດ້ວຍ.

ທ່ານສິນລະວົງ ຄຸດໄພທູນ ລັດຖະມົນຕີວ່າການກະຊວງ
ແຜນການແລະການລົງທຶນໄດ້ຖະແຫລງຢືນຢັນວ່າ ຄະນະ
ລັດຖະບານລາວໄດ້ມີມະຕິຮັບຮອງເອົາແຜນການແລະຮ່າງ
ດໍາລັດນາຍົກລັດຖະມົນຕີວ່າດ້ວຍການສ້າງຕັ້ງ ແລະການ
ຄຸ້ມຄອງເຂດເສດຖະກິດພິເສດແລະເຂດເສດຖະກິດສະ
ເພາະຢ່າງເປັນທາງການເມື່ອບໍ່ນານມານີ້. ສໍາລັບໃນສ່ວນ
ຂອງແຜນການສ້າງຕັ້ງນັ້ນ ລັດຖະບານລາວກໍໄດ້ວາງເປົ້າ
ໝາຍທີ່ຈະດໍາເນີນການສ້າງຕັ້ງແລະ ພັດທະນາເຂດເສດຖະ
ກິດພິເສດໃນພື້ນທີ່ຕ່າງໆໃຫ້ຄົບ 10 ແຫ່ງໃຫ້ໄດ້ພາຍໃນ
ປີ 2015 ຊຶ່ງກໍຄືການສ້າງຕັ້ງແລະພັດທະນາເຂດເສດຖະ
ກິດພິເສດຂຶ້ນມາໃໝ່ອີກ 7 ແຫ່ງ ຄືເຂດເສດຖະກິດພິເສດສະຫວັນ-ເຊໂນ ຢູ່ແຂວງ
ສະຫວັນນະເຂດ ເຂດເສດຖະກິດພິເສດ ບໍ່ເຕັນແດນຄໍາຢູ່ແຂວງຫລວງນໍ້າທາ ແລະ
ເຂດເສດຖະກິດພິເສດສາມຫລ່ຽມຄໍາ ຢູ່ແຂວງບໍ່ແກ້ວ.

ຊາວປະມົງທີ່ກ້າຫານຄົນນຶ່ງ ໄຕ່ລວດຂ້າມນໍ້າຕົກ ຄອນພະເພັງ ບ່ອນທີ່ນໍ້າທີ່ໄຫລຕົກລົງມາ ດ້ວຍ ຄວາມແຮງເຖິງສອງເທົ່າ ຂອງນໍ້າຕົກ Niagara Falls ທີ່ສະຫະລັດ.
ຊາວປະມົງທີ່ກ້າຫານຄົນນຶ່ງ ໄຕ່ລວດຂ້າມນໍ້າຕົກ ຄອນພະເພັງ ບ່ອນທີ່ນໍ້າທີ່ໄຫລຕົກລົງມາ ດ້ວຍ ຄວາມແຮງເຖິງສອງເທົ່າ ຂອງນໍ້າຕົກ Niagara Falls ທີ່ສະຫະລັດ.

ສ່ວນກ່ຽວກັບການຕຽມພ້ອມດ້ານ
ຕ່າງໆ ເພື່ອຮອງຮັບແຜນການ
ສ້າງຕັ້ງແລະພັດທະນາເຂດເສດ
ຖະກິດພິເສດໃນແຕ່ລະພື້ນທີ່ນັ້ນ
ທ່ານບໍ່ວຽງຄໍາ ວົງດາລາ ລັດຖະ
ມົນຕີີປະຈໍາສໍານັກງານນາຍົກ
ລັດຖະມົນຕີລາວ ກໍຢືນຢັນວ່າ
ໄດ້ດໍາເນີນການພັດທະນາປັບ
ປຸງຮ່າງດໍາລັດນາຍົກລັດຖະມົນ
ຕີ ວ່າດ້ວນການບໍລິຫານແລະ
ຄຸ້ມຄອງເຂດເສດຖະກິດພິເສດ
ສໍາເລັດແລ້ວ ແລະເປົ້າໝາຍສໍາ
ຄັນຂອງຮ່າງດໍາລັດດັ່ງກ່າວນີ້ ກໍຄື:

“ດໍາລັດດັ່ງກ່າວນີ້ໄດ້ກໍານົດນະໂຍບາຍຫລັກການແລະລະບຽບການເຄື່ອນໄຫວຄຸ້ມ
ຄອງແລະກວດກາ ເພື່ອສົ່ງ ສີມການລົງທຶນໃນເຂດເສດຖະກິດພິເສດ ແລະເຂດ
ເສດຖະກິດສະເພາະຢູ່ ສປປ ລາວ ໂດຍແນໃສ່ດຶງດູດການລົງທຶນເຂົ້າໃນເຂດດັ່ງ
ກ່າວ ບົນພື້ນຖານການອະນຸລັກຊັບພະຍາກອນທໍາມະຊາດ ສົ່ງເສີມທ່າແຮງຂອງ
ທ້ອງຖິ່ນ ແລະປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການສ້າງສາພັດທະນາເສດຖະກິດ
ແຫ່ງຊາດ ໃຫ້ເຂັ້ມແຂງຮັ່ງມີ.”

ສ່ວນເຂດເສດຖະກິດພິເສດ ທີ່ລັດຖະບານລາວຈະສ້າງຕັ້ງແລະພັດທະນາເພີ່ມຂຶ້ນອີກ 7
ແຫ່ງນັ້ນກໍຈະຢູ່ໃນແຂວງຄໍາມ່ວນ ຊຽງຂວາງ ຫົວພັນ ເຊກອງ ອັດຕະປື ພົງສາລີແລະ
ຈໍາປາສັກ ໂດຍແຕ່ລະເຂດນັ້ນກໍຈະມີລັກສະນະສະເພາະ ທີ່ຂຶ້ນຢູ່ກັບສະພາບທາງພູມີ
ສາດແລະທໍາມະຊາດຂອງແຕ່ລະພື້ນທີ່ເປັນສໍາຄັນ ເຊັ່ນຢູ່ແຂວງຈໍາປາສັກນັ້ນ ກໍຈະເປັນ
ການພັດທະນາພື້ນທີ່ໂດຍອ້ອມນໍ້າຕົກຄອນພະເພັງ. ໂດຍເຂດເສດຖະກິດພິເສດຄອນ
ພະເພັງທີ່ມີທີ່ຕັ້ງຢູ່ ໃນເຂດເມືອງໂຂງນີ້ ຈະມີອານາບໍລິເວນກວ້າງເຖິງ 39,000 ເຮັກ
ຕ້າ ຈຶ່ງໄດ້ມີການຈັດແບ່ງພື້ນທີ່ອອກເປັນ 5 ເຂດ ດ້ວຍກັນ ກໍຄືພື້ນທີ່ອ້ອມນໍ້າຕົກຄອນ
ພະເພັງນັ້ນ ກໍຈະພັດທະນາເປັນເຂດທ່ອງທ່ຽວ ແລະຮອງຮັບທຸລະກິດທີ່ກ່ຽວຂ້ອງກັບ
ການທ່ອງທ່ຽວເປັນການສະເພາະ ເຊັ່ນໂຮງແຮມ ຣີສອດ ບ້ານພັກຕາກອາກາດ ແລະ
ສວນສາທາລະນະ ໃນເຂດອຸດທະຍານແຫ່ງຊາດ.

ສ່ວນນອກນັ້ນ ກໍຈະເປັນເຂດສູນການຄ້າປອດພາສີ ສະໜາມບິນຮອງຮັບທັງເຄື່ອງບິນ
ສ່ວນຕົວ ແລະເຄຶ່ອງບິນໂດຍສານ ສະໜາມກ໊ອຟລະດັບມາດຕະຖານສາກົນ ແລະສູນ
ບໍລິການທາງທຸລະກິດຢ່າງຄົບວົງຈອນ ທີ່ຈະມີຕະຫລາດການຄ້າເສລີເປັນສ່ວນປະກອບ
ທີ່ສໍາຄັນອີກດ້ວຍ.

ໂດຍໃນໄລຍະໝໍ່ໆມານີ້ ກໍປະກົດວ່າ ມີທັງກຸ່ມນັກທຸລະກິດຈາກຈີນ ເກົາຫລີໃຕ້ ແລະ
ມາເລເຊຍ ລວມເຖິງນັກທຸລະກິດໃນລາວເອງ ຕ່າງກໍໄດ້ພາກັນສະແດງເຈດຈໍານົງທີ່ຈະ
ເຂົ້າໄປລົງທຶນໃນເຂດເສດຖະກິດພິເສດຄອນພະເພັງດັ່ງກ່າວນີ້ແລ້ວ 4 ບໍລິສັດດ້ວຍກັນ ແລະໃນເມື່ອວ່າລັດຖະບານລາວໄດ້ອະນຸມັດແຜນການພັດທະນາເຂດ ເສດຖະກິດພິເສດ
ຢ່າງເປັນທາງການແລ້ວນັ້ນ ຈຶ່ງເຊື່ອວ່າບັນດາບໍລິສັດຕ່າງຊາດຈະພາກັນຫລັ່ງໄຫລເຂົ້າ
ໄປລົງທຶນໃນເຂດເສດຖະກິດພິເສດຄອນພະເພັງ ຢ່າງເປັນຮູບປະທໍາ.

XS
SM
MD
LG