ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວ​ຈະ​ໄດ້​ຮັບ​ຜົນ​ປະ​ໂຫຍດຫຼາຍ​ຂຶ້ນ ​ຈາ​ກາ​ການ​ເຊື່ອມ​ຕໍ່​ທາງ​ລົດ​ໄຟ​ກັບ ຈີນ ແລະ ໄທ ແຕ່​​ຕ້ອງ​ເລັ່ງ​ພັດ​ທະ​ນາການ​​ບໍ​ລິ​ການ​ດ້ານ ໂລ​ຈິ​ສ​ຕິກ


ບ້ານ​ໃໝ່​ທີ່​ຖືກ​ສ້າງ​ເພື່ອ​ຊົດ​ເຊີຍ​ປະ​ຊາ​ຊົນ​ຍ້ອນ​ເສັ້ນ​ທາງ​ລົດ​ໄຟ​ລາວ-ຈີນ ສາ​ມາດ​ເຫັນ​ໄດ້​ຢູ່​ເບື້ອງ​ຂວາ​ຂອງ​ຮູບ.
ບ້ານ​ໃໝ່​ທີ່​ຖືກ​ສ້າງ​ເພື່ອ​ຊົດ​ເຊີຍ​ປະ​ຊາ​ຊົນ​ຍ້ອນ​ເສັ້ນ​ທາງ​ລົດ​ໄຟ​ລາວ-ຈີນ ສາ​ມາດ​ເຫັນ​ໄດ້​ຢູ່​ເບື້ອງ​ຂວາ​ຂອງ​ຮູບ.

ລາວ​ຈະ​ໄດ້​ຮັບ​ຜົນ​ປະ​ໂຫຍດຫຼາຍ​ຂຶ້ນ​ຈາ​ກາ​ການ​ເຊື່ອມ​ຕໍ່​ທາງ​ລົດ​ໄຟ​ກັບ ຈີນ ແລະ ໄທ ແຕ່​ວ່າ​ກໍ​ຈຳ​ເປັນ​ທີ່​ຈະ​ຕ້ອງ​ເລັ່ງ​ພັດ​ທະ​ນາ​ເພື່ອ​ຍົກ​ລະ​ດັບ​ການ​ໃຫ້​ບໍ​ລິ​ການ​ດ້ານ ໂລ​ຈິ​ສ​ຕິກ ທີ່​ໄດ້​ມາດ​ຕະ​ຖານ​ສາ​ກົນ.

ຮອງ​ສາ​ສະ​ດາ​ຈານ ດ​ຣ. ປິ​ຕິ ສີ​ແສງ​ນາມ ຜູ້​ອຳ​ນວຍ​ການ​ສູນ​ເສດ​ຖະ​ກິດ​ລະ​ຫວ່າງ​ປະ​ເທດ​ແຫ່ງ​ຈຸ​ລາ​ລົງ​ກອນ​ມະ​ຫາ​ວິ​ທະ​ຍາ​ໄລ ໃຫ້​ທັດ​ສະ​ນະ​ວ່າ​ການ​ເຊື່ອມ​ຕໍ່​ທາງ​ລົດ​ໄຟ​ລາວ-ຈີນ ຖື​ເປັນ​ປັດ​ໄຈ​ສຳ​ຄັນ​ທີ່​ຈະ​ສົ່ງ​ຜົນ​ດີ​ຕໍ່​ການ​ພັດ​ທະ​ນາ​ທາງ​ເສດ​ຖະ​ກິດ​ຂອງ​ລາວ ເພາະ​ວ່າ​ທາ​ລົດ​ໄຟ​ດັ່ງ​ກ່າວ​ຍ່ອມ​ເຮັດ​ໃຫ້​ລາວ​ມີ​ໂອ​ກາດ​ທີ່​ຈະ​ເພີ່ມ​ການ​ສົ່ງ​ອອກສິນ​ຄ້າ​ໄປ​ຈີນ​ໄດ້ຫຼາຍ​ຂຶ້ນ ໃນ​ຂະ​ນະ​ດຽວ​ກັນ​ການ​ທີ່​ລາວ​ມີ​ທີ່​ຕັ້ງ​ທີ່​ເຊື່ອມ​ຕໍ່​ກັບ ໄທ ແລະ ຈີນ ດ້ວຍ​ນັ້ນ​ກໍ​ຄື​ປັດ​ໄຈ​ສຳ​ຄັນ​ທີ່​ຈະ​ເຮັດ​ໃຫ້​ລາວ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຈາ​ກ​ການ​ໃຫ້​ບໍ​ລິ​ການ​ດ້ານ ໂລ​ຈິ​ສ​ຕິກ ໃນ​ການ​ຄ້າ​ລະ​ຫວ່າງ ໄທ​ກັບ ຈີນ ດ້ວຍ, ດັ່ງ​ທີ່​ຮອງ​ສາ​ສະ​ດາ​ຈານ ດ​ຣ. ປິ​ຕິ ຢືນ​ຢັນ​ວ່າ

“ນາ​ທີນີ້ ລົດ​ໄຟ​ລາວ​ກາຍ​ເປັນ​ເຄື່ອນ​ຈັກ​ສຳ​ຄັນ​ທີ່​ເຮັດ​ໃຫ້​ການ​ສົ່ງ​ອອກ​ຂອງ ສ​ປ​ປ ລາວ ນີ້​ຍັງ​ຄົງ​ເກີດ​ຂຶ້ນ​ໄດ້​ແລ້ວ ມັນ​ກໍ​ເປັນ​ອີກ​ເຄື່ອງ​ຈັກ​ນຶ່ງ​ດ້ວຍ​ທີ່​ເຮັດ​ໃຫ້​ເກີດ​ເງິນ​ຕາ​ຕ່າງ​ປະ​ເທດ​ໄຫຼ​ເຂົ້າ​ເພາະ​ວ່າ ໄທເຮົາ​ກໍ​ສົ່ງ​ສິນ​ຄ້າ​ໄປ​ລາວ ເພື່ອ​ທີ່​ຈະ​ໃຊ້​ລົດ​ໄຟ​ນີ້​ສົ່ງ​ສິນ​ຄ້າ​ໄປ​ຈີນ. ສ​ປ​ປ ລາວ ເອງ​ກໍ​ໄດ້​ຄ່າ​ໃຊ້​ຈ່າຍ​ຈາກ​ການ​ເຮັດ​ຕົວ​ເປັນ​ສູນ​ກາງ​ການ​ຂົນ​ສົ່ງ ບ່ອນນີ້​ເປັນ​ແຫຼ່ງ​ລາຍ​ໄດ້​ທີ່​ສຳ​ຄັນ​ອີກ​ແຫຼ່ງ​ນຶ່ງ ຊຶ່ງ​ກໍ​ຖື​ວ່າ​ໂຊກ​ດີ​ທີ່​ໃນ​ພາ​ວະ​ວິ​ກິດ​ແບບນີ້​ທີ່ ສ​ປ​ປ ລາວ ຈະ​ຕ້ອງ​ເພິ່ງ​ພາ​ການ​ນຳ​ເຂົ້າ​ອາ​ຫານ, ພະ​ລັງ​ງານ, ແຕ່​ວ່າ​ເຂົາ​ມີ​ລະ​ບົບ​ການ​ຂົນ​ສົ່ງ​ແລ້ວ​ຕອນນີ້.”

ຢ່າງ​ໃດ​ກໍ​ຕາມ ສ​ປ​ປ ລາວ ກໍ​ຍັງ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຢ່າງບໍ່​ເຕັມ​ສ່ວນ​ຈາກ​ການ​ໃຫ້​ບໍ​ລິ​ການ​ທາງ​ດ້ານ​ການ​ຂົນ​ສົ່ງ​ນັບ​ຈາກ​ເປີດ​ການ​ເດີນ​ລົດ​ໄຟ​ລາວ-ຈີນ ​ຢ່າງ​ເປັນ​ທາງ​ການ ເມື່ອ​ວັນ​ທີ 3 ທັນ​ວາ 2021 ເປັນ​ຕົ້ນ​ມາ​ໂດຍ​ມີ​ສາ​ເຫດ​ທີ່​ສຳ​ຄັນ​ຈາກ​ຕົ້ນ​ທຶນ​ການ​ຂົນ​ສົ່ງ​ສິນ​ຄ້າ​ໃນ​ລາວ​ສູງກວ່າ​ປະ​ເທດ​ເພື່ອນ​ບ້ານ ໂດຍ​ສະ​ເພາະ​ແມ່ນ​ຄ່າ​ທຳ​ນຽມ​ໃນ​ການ​ໃຊ້​ບໍ​ລິ​ການ​ທາງ​ບົກ ທີ່​ສູງ​ເກີນ​ໄປ​ທັງ​ຍັງ​ເປັນ​ຄ່າ​ທຳ​ນຽມ​ທີ່​ສູງກວ່າ​ມາດ​ຕະ​ຖານ​ສາ​ກົນ​ອີກ​ດ້ວຍ ຈຶ່ງ​ເຮັດ​ໃຫ້​ການ​ມີ​ລົດ​ໄຟ​ທີ່​ເຊື່ອມ​ຕໍ່​ລາວ-ຈີນ ບໍ່​ໄດ້​ເຮັດ​ໃຫ້​ຕົ້ນ​ທຶນ​ການ​ຂົນ​ສົ່ງ​ສິນ​ຄ້າ​ຈາກ​ລາວ​ໄປ​ຈີນຫຼຸດ​ລົງ​ແຕ່​ຢ່າງ​ໃດ ທັງ​ຍັງ​ສູງ​ກວ່າ​ຄ່າ​ຂົນ​ສົ່ງ​ໂດຍ​ລົດ​ບັນ​ທຸກ​ຈາກ​ໄທ​ຜ່ານ​ລາວ​ໄປ​ຈີນ​ອີກ​ດ້ວຍ ດັ່ງ​ທີ່​ນັກ​ທຸ​ລະ​ກິດ​ໄທ​ໄດ້​ຢືນ​ຢັນ​ວ່າ

“ການ​ຂົນ​ສົ່ງ​ສິນ​ຄ້ານີ້ ຂ້າ​ພະ​ເຈົ້າ​ເບິ່ງ​ແລ້ວ​ຍັງ​ບໍ່​ໄດ້​ຜົນ​ເທົ່າ​ໃດ ເພາະ​ວ່າ​ຍັງ​ຄວບ​ຄຸ​ມ​ລາ​ຄາ​ຄ່າ​ຂົນ​ສົ່ງ​ໃຫ້​ຕ່ຳ​ກວ່າ​ການ​ຂົນ​ສົ່ງ​ຜ່ານ​ລະ​ບົບ​ຖະ​ໜົນ​ຍັງ​ບໍ່​ໄດ້ ຄື​ໂດຍ​ສະ​ເລ່ຍ​ແລ້ວນີ້​ຄ່າ​ຂົນ​ສົ່ງ​ຕໍ່​ຕູ້​ລົດ​ໄຟ​ທີ່​ເຮົາ​ຕ້ອງ​ເອົາ​ຂ້າມ​ແດນ​ໄປ​ນີ້ ພວກ​ໝາກ​ໄມ້​ຂ້າມ​ແດນ​ໄປ​ນີ້​ມັນ 2 ແສນກວ່າ​ບາດ ແຕ່​ໃນ​ຂະ​ນະ​ທີ່​ເຮົາ​ໃຊ້​ການ​ຂົນ​ສົ່ງ​ຜ່ານ R3A ຂຶ້ນ​ໄປ​ສົ່ງ​ທີ່​ຊາຍ​ແດນ​ຈີນ ຄ່າ​ສະ​ເລ່ຍ​ການ​ຂົນ​ສົ່ງ​ມັນ​ຕົກ​ຢູ່​ປະ​ມານ​ແສນກວ່າ​ບາດ​ຕໍ່​ຕູ້.”

ນອກ​ຈາກ​ນັ້ນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ແຜນ​ການ​ພັດ​ທະ​ນາ​ລາວ​ໃຫ້​ເປັນ​ສູ​ນ​ກາງ​ຂອງ​ການ​ເຊື່ອມ​ໂຍງ​ດ້ານ​ການ​ຂົນ​ສົ່ງ​ສິນ​ຄ້າ​ໃນ​ລຸ່ມ​ນ້ຳ​ຂອງ​ກໍ​ຍັງ​ປະ​ສົບ​ກັບ​ບັນ​ຫາ​ຊັກ​ຊ້າ​ມາ​ໂດຍ​ຕະຫຼອດ ໂດ​ຍ​ສ​ະ​ເພາະ​ໂຄງ​ການ Vientiane Logistics Park ທີ່​ຮອງ​ຮັບ​ການ​ຂົນ​ສົ່ງ​ສິນ​ຄ້າ​ໂດຍ​ທາງ​ລົດ​ໄຟ​ລາວ-ຈີນ ຊຶ່ງ​ໄດ້​ດຳ​ເນີນ​ການ​ເວນ​ຄືນ​ທີ່​ດິນ​ຂອງ​ປະ​ຊາ​ຊົນ​ນັບ​ແຕ່​ປີ 2019 ເປັນ​ຕົ້ນ​ມາ​ນັ້ນ​ປາ​ກົດ​ວ່າ​ບໍ​ລິ​ສັດ​ລົງ​ທຶນ​ໃນ​ໂຄງ​ການ​ໄດ້​ຈ່າຍ​ຄ່າ​ຊົດ​ເຊີຍ​ທີ່​ດິນ ແລະ ສິ່ງ​ປູກ​ສ້າງ​ໃຫ້​ກັບ​ປະ​ຊາ​ຊົນ​ທີ່​ຖືກ​ກະ​ທົບ​ໄດ້​ພຽງ​ແຕ່ 19 ລາຍ​ເທົ່າ​ນັ້ນ​ຈາກ​ຜູ້​ຖືກ​ກະ​ທົບ​ທັງ​ໝົດ 89 ລາຍ​ທັງ​ຍັງ​ໄດ້​ປັບ​ຫຼຸດຄ່າ​ເວນ​ຄືນ​ອີກ​ດ້ວຍ​ເຖິງ​ແມ່ນ​ວ່າ​ຄ່າ​ເວນ​ຄືນ​ໃນ​ໄລ​ຍະ​ຜ່ານ​ມາ​ເປັນ​ອັດ​ຕາ​ທີ່​ຕ່ຳ​ກວ່າ​ລາ​ຄາ​ຈິງ​ຢູ່​ແລ້​ວ​ກໍ​ຕາມ.

ສ່ວນ​ໂຄງ​ການ​ທາງ​ລົດ​ໄຟ​ລາວ-ຈີນ ໃນ​ລາວ​ທີ່​ໄດ້​ເວນ​ຄືນ​ທີ່​ດິນ ແລະ ສິ່ງ​ປູກ​ສ້າງ​ຕ່າງໆ​ຂອງ​ປະ​ຊາ​ຊົນ​ຈຳ​ນວນ 8,139 ຄອບ​ຄົວ​ ໃນ​ນີ້​ສາ​ມາດ​ຕົກ​ລົງ ແລະ ຈ່າຍ​ເງິນ​ຊົດ​ເຊີຍ​ຕາມ​ລະ​ບຽບ​ກົດ​ໝາຍ​ຂອງ​ລາວ​ໄດ້​ແລ້ວ 7,306 ຄອບ​ຄົວ ຄິດ​ເປັນ​ມູນ​ຄ່າ​ການ​ຊົດ​ເຊີຍ 1,530 ກວ່າ​ຕື້​ກີບ ຈຶ່ງ​ຍັງ​ເຫຼືອ 833 ຄອບ​ຄົວ​ທີ່​ຍັງ​ບໍ່​ໄດ້​ຮັບ​ເອົາ​ຄ່າ​ຊົດ​ເຊີຍ​ໃນ​ມູນ​ຄ່າ 313.48 ຕື້​ກີບ ເພາະ​ເຫັນ​ວ່າ​ເປັນ​ການ​ຊົດ​ເຊີນ​ທີ່​ດິນ​ທີ່​ຕ່ຳ​ກວ່າ​ຄວາມ​ເປັນ​ຈິງ ທັງ​ຍັງ​ປາ​ກົດ​ວ່າ​ທາງ​ການ​ລາວບໍ່​ສາ​ມາດ​ຕິດ​ຕາມ​ຕົວ​ຜູ້​ທີ່​ເປັນ​ເຈົ້າ​ຂອງ​ທີ່​ດິນ​ຈຳ​ນວນ​ນຶ່ງ​ໄດ້​ເລີຍ​ຈົນ​ເຖິງ​ປັດ​ຈຸ​ບັນ​ນີ້ ຊຶ່ງ​ກໍ​ເປັນ​ຍ້ອນ​ພວກ​ເຂົາ​ເຈົ້າ​ບໍ່​ຍອມ​ຮັບ​ຄ່າ​ຊົດ​ເຊີຍ​ທີ່​ຕ່ຳ​ເກີນ​ໄປ ໂດຍ​ສະ​ເພາະ​ແຂວງວຽງ​ຈັນ ແລະ ນະ​ຄອນຫຼວງວຽງ​ຈັນ​ທີ່​ຊົດ​ເຊີຍ​ໃນ​ອັດ​ຕາ​ລະ​ຫວ່າງ 15,000-137,000 ກີບ​ຕໍ່​ຕາ​ແມັດ​ໃນ​ຂະ​ນະ​ທີ່​ທີ່​ດິນ​ຢູ່​ໃນ​ເຂດ​ນະ​ຄອນຫຼວ​ງວຽງ​ຈັນ ມີ​ລາ​ຄາ​ຊື້​ຊາຍ​ເກີນກວ່າ 3 ລ້ານ​ກີບ​ຕໍ່​ຕາ​ແມັດຫຼື​ສູງກວ່າ​ຄ່າ​ຊົດ​ເຊີຍ​ຈາກ​ທາງ​ລົດ​ໄຟ​ລາວ-ຈີນກວ່າ 20 ເທົ່າ​ຕົວ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG