ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ເຂື່ອນ​ໄຊ​ຍະ​ບູລີ ​ເລີ່​ມ ລົງມື​ກໍ່ສ້າງ​ ຢ່າງ​ເປັນ​ທາງ​ການແລ້ວ


ບັນດາທູດຕານຸທູດໄປຢ້ຽມຢາມສະຖານທີ່ກໍ່ສ້າງເຂື່ອນໄຊຍະບູລີ ໃນແມ່ນໍ້າຂອງ ໃນລາວ
ບັນດາທູດຕານຸທູດໄປຢ້ຽມຢາມສະຖານທີ່ກໍ່ສ້າງເຂື່ອນໄຊຍະບູລີ ໃນແມ່ນໍ້າຂອງ ໃນລາວ
ກຸ່ມ​ພັດທະນາ​ໂຄງການ​ເຂື່ອນ​ໄຊ​ຍະ​ບູລີ​ເທິງ​ແນວ​ແມ່​ນໍ້າຂອ​ງ​
ໃນ​ລາວ ​ເລີ່​ມລົງມື​ກໍ່ສ້າງ​ເຂື່ອນ​ຢ່າງ​ເປັນ​ທາງ​ການ ​ໃນ​ຂະນະ​ທີ່
​ເຄືອ​ຂ່າຍ​ອະນຸລັກ​ສິ່ງ​ແວດ​ລ້ອມ​ທໍາ​ມະຊາດ​ກໍຍັງ​ສືບ​ຕໍ່​ການ​ຄັດ
ຄ້ານ​ໂຄງການ.
ສະຖານທີ່ກໍ່ສ້າງເຂື່ອນໄຊຍະບູລີໃນແມ່ນໍ້າຂອງ ທີ່ລາວ
ສະຖານທີ່ກໍ່ສ້າງເຂື່ອນໄຊຍະບູລີໃນແມ່ນໍ້າຂອງ ທີ່ລາວ

ທ່ານ ​ເຣວັດ ສຸວັນນະ​ກິດ​ຕິ ຮອງ​ຜູ້​ອໍາ​ນວຍ​ການ​ບໍລິສັດ​ໄຟຟ້າ​
ໄຊ​ຍະ​ບູລີ​ຈໍາກັດ ກໍຢືນຢັນ​ວ່າ​ກຸ່ມ​ລົງທຶນໃນ​ການ​ພັດທະນາ​ໂຄງ
ການ​ເຂື່ອນ​ໄຊ​ຍະ​ບູລີ​ເທິງ​ແນວ​ແມ່ນໍ້າຂອງ​ໃນ​ລາວ ​ໄດ້​ສໍາ​ເລັດ​
ການ​ອອກ​ແບບ​ກໍ່ສ້າງ​ເຂື່ອນ​ໄຊ​ຍະ​ບູລີ​ອີກ​ເທື່ອ​ໃໝ່ແລ້ວ​ໃນ​ຂະ
ນະ​ນີ້ ຊຶ່ງ​ດ້ວຍ​ຜົນ​ສໍາ​ເລັດ​ດັ່ງກ່າວ​ກໍ​ເຮັດ​ໃຫ້​ກຸ່ມ​ຜູ້​ພັດທະນາ​ໂຄງ
ການສາມາດ​ທີ່​ຈະ​ເລີ່​ມລົງມື​ກໍ່ສ້າງ​ເຂື່ອນ​ໄດ້​ຕໍ່​ໄປ ​ໂດຍ​ໄດ້​ມີ​ການ
ວາງ​ສິລາ​ເລິກ​ເພື່ອ​ ​ເປັນ​ການ​ເລີ່​ມລົງມື​ກໍ່ສ້າງເຂື່ອນ​ຢ່າງ​ເປັນ​ທາງ​
ການ​ໃນ​ວັນ​ທີ 7 ພະ​ຈິກ​ນີ້ ຢູ່​ເຂດ​ທີ່ ຕັ້ງ​ຂອງ​ໂຄງການ​ໃນ​ແຂວງ ​ໄຊ​ຍະ​ບູລີ

ທ່ານ ​ເຣວັດ ​ໄດ້​ໃຫ້ການ​ຢືນຢັນ​ວ່າການ​ອອກ​ແບບ​ກໍ່ສ້າງ​ເຂື່ອນ​ໄຊ​ຍະ​ບູລີ​ໃນ​ຄັ້ງ​ໃໝ່​ນີ້ ​ໄດ້​ດໍາ​ເນີນ​ໄປ​ຢ່າງມີ​ຄວາມໂປ່​ງ​ໃສ​ ແລະ​ບໍ່​ສ້າງ​ຜົນ​ກະທົບ​ດ້ານ​ລົບ​ຕໍ່​ສະພາບ​ແວດລ້ອມ​ທໍາ​ມະ​ຊາດ​ໃຫ້​ກັບ​ພື້ນ​ທີ່​ທີ່ຢູ່​ເຂດ​ຕອນ​ລຸ່ມ​ຂອງ​ຕົວ​ເຂື່ອນ ​ໂດຍ​ກຸ່ມ​ພັດທະນາ​ໂຄງການ​ໄດ້​ເພີ່ມ​ເງິນ​ທຶນ​ເຂົ້າ​ໃນ​ການ​ປ້ອງ​ກັນ​ຜົນ​ກະທົບ​ຕໍ່​ສະພາບ​ແວດລ້ອມ​ທໍາ​ມະ​ຊາດ ແລະ​ສັດ​ນໍ້າ​ ຢ່າງ​ໄດ້ມາດຕະຖານ​ສາກົນ ດັ່ງ​ທີ່​ທ່ານ​ເຣວັດ ​ໄດ້​ໃຫ້ການ​ຊີ້​ແຈງໃນ​ຕອນ​ນຶ່ງວ່າ:
ພາບຈໍາລອງຂອງເຂື່ອນໄຊຍະບູລີ
ພາບຈໍາລອງຂອງເຂື່ອນໄຊຍະບູລີ

“​ເຮົາ​ໄດ້​ອອກ​ແບບ​ເພື່ອ​ໄວ້​ໃນ​ອະນາຄົດ​ດ້ວຍ​ວ່າ​ເຮືອ​ທີ່​ຈະ​ຂຶ້ນ-ລ່ອງ​ອັນ​ນີ້​ໄດ້​ເຖິງ 500 ​ໂຕນ​ໄດ້​ທັງ​ປີ​ເລີຍ ທີ່ນີ້​ພວກ​ເຮົາ​ຍັງ​ອອກ​ແບບ​ໃຫ້​ມີ​ທາງ​ປາ​ຜ່ານ​ຢູ່ ທາງ​ຝັ່ງ​ເມືອງ​ນ່ານ ຊຶ່ງ​ເລຶ່ອງນີ້​ກໍ​ເສຍ​ເງິນເພີ່ມ​ອີກ ​ແຕ່​ກໍ​ບໍ່​ເປັນ​ຫຍັງ ​ເພື່ອ​ໃຫ້​ປະຊາ​ຊົນ​ທີ່​ອາ​ໃສ​ຢູ່​ຕອນ​ລຸ່ມແມ່ນໍ້າຂອງ​ນີ້ ມີ​ຄວາມ​ສະບາຍ​ໃຈ​ວ່າ​ເຂື່ອນ​ຂອງ​ເຮົາ​ນີ້ ບໍ່​ໄດ້​ເຮັດ​ໃຫ້​ເກີດ​ຜົນ​ກະທົບ​ດ້ານ​ສິ່ງ​ແວດ​ລ້ອມ​ແລ້ວ ​ເຮົາ​ຍັງ​ຮັບປະກັນ​ເລື່ອງ​ຕົກຕະກອນວ່າ​ເຮົາຈະ​ບໍ່​ໃຫ້​ເກັບ​ກັກ​.”

ການ​ອອກ​ແບບ​ກໍ່ສ້າງ​ເຂື່ອນ​ໄຊ​ຍະ​ບູລີ​ດັ່ງກ່າວ​ນີ້ ​ເປັນ​ການ​ປະຕິບັດ​ຕາມການ​ສຶກສາ​ຂອງ​ບໍລິສັດ​ທີ່​ປຶກສາ 2 ​ແຫ່ງ​ ທີ່​ລັດຖະບານ​ລາວ​ໄດ້​ວ່າ​ຈ້າງ​ໃຫ້​ທໍາ​ການສຶກສາ​ເພື່ອ​ປ້ອງ​ກັນ​ຜົນ​ກະທົບ​ຈາກ​ການ​ກໍ່ສ້າງ​ເຂື່ອນ​ໄຊ​ຍະ​ບູລີ ​ແລະ​ກໍ​ໄດ້​ດໍາ​ເນີນ ການ​ດັ່ງກ່າວ​ສໍາ​ເລັດ​ແລ້ວ​ເມື່ອ​ບໍ່​ດົນ​ມາ​ນີ້ ກໍ​ຄື ບໍລິສັດ POYRY ຈາກ​ສະ​ວິດ​ເຊີ​ແລນ​ດ໌ ​ແລະບໍລິສັດ CNR ຈາກ​ປະ​ເທດ​ຝຣັ່ງ ຊຶ່ງ​ທັງ​ສອງ​ບໍລິສັດ​ດັ່ງກ່າວ​ກໍ​ຢືນ ຢັນ​ວ່າສາມາດ​ທີ່​ຈະ​ປ້ອງ​ກັນ​ຜົນ​ກະທົບ​ໄດ້​ຢ່າງ​ແນ່ນອນ.

ທັງ​ນີ້ດ້ວຍ​ການ​ສ້າງ​ລະບົບ​ທາງ​ປາ​ຜ່ານ​ທີ່​ໃຊ້​ວິດ​ທະ​ຍາ​ການສະ​ໄໝ​ໃໝ່ ພ້ອມ​ດ້ວຍ​ການ​ສ້າງ​ອູ່​ຂອງ​ປາ ການ​ສ້າງປ່ອງ​ປາຂຶ້ນ-ລົງ ​ຢູ່ໃນ​ລະບົບ​ປະຕູ​ເດີນ​ເຮືອ ການ​ສ້າງ​ສະຖານີ​ປາ​ທີ່​ຕິດ​ຕັ້ງ​ດ້ວຍ​ລະບົບກັງ​ຫັນ​ນໍ້າ​ທີ່​ເປັນ​ມິດ​ກັບ​ສັດ​ນໍ້າ​ທຸກ​ຊະນິດ ​ແລະ​ການ​ກໍ່ສ້າງ​ປະຕູ​ລະ ບາຍ​ດິນ​ຕົກຕະກອນ​ທີ່​ເປັນ​ແຫຼ່ງອາຫານ​ຂອງ​ສັດ​ນໍ້າ​ແລະ​ປຸ໋ຍຂອງພືດ​ພັນ​ຕ່າງໆ​ເປັນ​ຕົ້ນ.

​ແຕ່​ຢ່າງ​ໃດ​ກໍ​ຕາມ ​ໂຄງການ​ເຂື່ອນ​ໄຊ​ຍະ​ບຸລີ ກໍ​ຍັງ​ຈະ​ຕ້ອງ​ປະ​ເຊີນ​ກັບ​ການ​ຖືກຄັດຄ້ານ ຈາກ​ເຄືອ​ຂ່າຍ​ປະຊາຊົນ​ໄທ​ເພື່ອ​ການ​ອະນຸລັກ​ແມ່​ນໍ້າຂອງ ທີ່​ໄດ້​ຢືນ​ຢັນ​ທີ່ຈະ​ຍັງ​ຄົງ​ພາ
ກັນ​ເຄື່ອນ​ໄຫວ​ຄັດຄ້ານໂຄງການເຂື່ອນ​ໄຊ​ຍະ​ບູລີໃນ​ລາວຢ່າງ​ຕໍ່​ເນື່ອງ.

ການ​ເຄື່ອນ​ໄຫວ​ທີ່​ຜ່ານ​ມາ ກໍ​ມີ​ທັງ​ການ​ລວມກັນ​ຍື່ນ​ຄໍາ​ຮ້ອງ​ເຖິງ​ຄະນະ​ຕຸລາການ​ສານ​ປົກ ຄອງ​ຂອງ​ໄທ​ ເພື່ອ​ຂໍ​ໃຫ້​ມີ​ຄໍາ​ສັ່ງ​ຍົກ​ເລີກ​ສັນຍາ​ທີ່​ການໄຟຟ້າຝ່າຍ​ຜະລິດ​ແຫ່ງ​ປະ​ເທດ​ໄທ (EGAT) ​ໄດ້​ຕົກລົງ​ທີ່​ຈະ​ຮັບ​ຊື້​ກະ​ແສ​ໄຟຟ້າ​ຈາກ ​ໂຄງການ​ເຂື່ອນ​ໄຊ​ຍະ​ບູລີ​ໃນ​ລາວ ດ້ວຍ​ເຫດຜົນ​ທີ່​ວ່​າ​ໂຄງການ​ດັ່ງກ່າວ​ຍັງ​ບໍ່ ​ໄດ້​ທໍາ​ການ​ສຶກສາ​ເພື່ອ​ປ້ອງ​ກັນ​ບັນຫາ​ຜົນ​ກະ ທົບ​ຕໍ່​ສິ່ງ​ແວດ​ລ້ອມທໍາ​ມະ​ຊາດ​ຢ່າງ​ໄດ້​ມາດຕະຖານ​ສາກົນ.

ນອກ​ຈາກນີ້ ​ເຄືອ​ຂ່າຍ​ປະຊາຊົນ​ໄທ ​ກໍ​ຍັງຈະ​ຟ້ອງ​ຮ້ອງ​ກຸ່ມ​ບໍລິສັດ ຊ. ການ​ຊ່າງ ຈໍາກັດ (ມະຫາຊົນ) ​ແລະຈະ​ຟ້ອງ​ຮ້ອງ​ທະນາຄານໃນ​ໄທ​ທຸກ​ທະນາຄານ​ທີ່​ຕົກລົງ​ອະນຸມັດ​ເງິນ​ກູ້​ໃຫ້​ກັບ​ກຸ່ມ​ບໍລິສັດ ຊ.ການ​ຊ່າງ​ ​ເພື່ອ​ດໍາ​ເນີນ​ການ​ກໍ່ສ້າງ​ເຂື່ອນ​ໄຊ​ຍະ​ບູລີ​ຕໍ່​ໄປ​ອີກ​ດ້ວຍ. ​ທີ່​ຜ່ານ​ມາ​ນັ້ນ​ກໍ​ປາກົດ​ວ່າ​ທະນາຄານ​ໄທ​ພານິດ ​ໄດ້ປະກາດ​ຖອນ​ຕົວ​ຈາກ​ການ​ສະໜັບສະ ໜຸນ​ເງິນ​ກູ້​ໃຫ້​ກັບ​ໂຄງການ​ເຂື່ອນ​ໄຊ​ຍະ​ບູລີ ​ແລ້ວ.

ຍິ່ງ​ໄປ​ກວ່າ​ນັ້ນ ຖ້າ​ຫາກ​ວ່າ​ສານ​ປົກຄອງ​ຂອງ​ໄທ​ໄດ້​ມີ​ຄໍາ​ສັ່ງ​ຕາມ​ການ​ຮຽກຮ້ອງຂອງ​ເຄືອ​ຂ່າຍ​ປະຊາຊົນ​ໄທ​ໃນ​ໄລຍະ​ຕໍ່​ໄປ​ນີ້ ກໍ​ຈະ​ສົ່ງ​ຜົນ​ກະທົບ​ຕໍ່​ໂຄງການ​ເຂື່ອນ​ໄຊ​ຍະ​ບູລີ​ຢ່າງ​ຫຼີກ​ລ່ຽງບໍ່​ໄດ້ ​ເພາະວ່າ​ການ​ຍົກ​ເລີກ​ສັນຍາ​ດັ່ງກ່າວ​ຍນີ້​ ຍ່ອມ​ຈະເຮັດ​ໃຫ້ EGAT ບໍ່​ສາ ມາດ​ທີ່​ຈະ​ຮັບ​ຊື້​ກະ​ແສ​ໄຟຟ້າ​ຈາກ​ເຂື່ອນ​ໄຊ​ຍະ​ບູລີ​ໄດ້​ນັ້ນເອັງ.
XS
SM
MD
LG