ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການ​ກໍ່ສ້າງ​ ເຂື່ອນໄຊ​ຍະ​ບູລີ ​ຄືບ​ໜ້າໄປ ​ຫຼາຍກວ່າ 40 ​ເປີ​ເຊັນແລ້ວ


ການ​ດຳ​ເນີນ​ການ​ອ່ວາຍ​ແລວນ້ຳໄຫລ ​ໃນ​ແມ່ນ້ຳ​ຂອງ ໄປຈາກເຂື່ອນໄຊຍະບູລີ ໄດ້ສຳເລັດເສັດສິ້ນແລ້ວ.
ການ​ດຳ​ເນີນ​ການ​ອ່ວາຍ​ແລວນ້ຳໄຫລ ​ໃນ​ແມ່ນ້ຳ​ຂອງ ໄປຈາກເຂື່ອນໄຊຍະບູລີ ໄດ້ສຳເລັດເສັດສິ້ນແລ້ວ.

ການ​ກໍ່ສ້າງ​ເຂື່ອນ​ໄຊ​ຍະ​ບູລີ ​ເທິງ​ແມ່ນ້ຳຂອງ​ໃນ​ລາວ​ໄດ້​ຄືບ​ໜ້າ
​ແລ້ວ​ຫຼາຍກວ່າ 40 ​ເປີ​ເຊັນ ຂອງ​ແຜນການ​ທີ່​ວາງ​ໄວ້ ຊຶ່ງ​ໃນ​ນີ້​
ກໍ​ລວມ​ເຖິງ​ການ​ທີ່​ໄດ້​ດຳ​ເນີນ​ການ​ອ່ວຍ​ແລວນ້ຳໄຫລ ​ໃນ​ແມ່
ນ້ຳ​ຂອງ​ແລ້ວ​ອີກ​ດ້ວຍ.

ບໍລິສັດໄຊຍະບູລີ ພາວເວີ ຈຳກັດ ຊຶ່ງເປັນຜູ້ລົງທຶນກໍ່ສ້າງເຂື່ອນ
ໄຊຍະບູລີຂອງລາວ ໄດ້ສະເໜີລາຍງານວ່າ ການກໍ່ສ້າງເຂື່ອນໃນພາກຕົວຈິງ ທີ່ໄດ້ເລີ້ມ
ດຳເນີນການ ນັບແຕ່ ປີ 2012 ເປັນຕົ້ນມາຈົນເຖິງປັດຈຸບັນໄດ້ຄື້ບໜ້າໄປແລ້ວ ຫຼາຍກວ່າ 40 ເປີເຊັນ ຂອງແຜນການທັງໝົດ ກໍຄືໄດ້ສຳເລັດການກໍ່ສ້າງຕົວເຂື່ອນຢູ່ຝັ່ງເບື້ອງຂວາ
ຂອງໂຄງການ ແລະໄດ້ດຳເນີນການອ່າຍແລວນ້ຳຂອງໃນທ້າຍເດືອນມັງກອນທີ່ຜ່ານມາ ໂດຍມີທ່ານຈຸມມາລີ ໄຊຍະສອນ ປະທານປະເທດ ແລະເລຂາທິການໃຫຍ່ພັກປະຊາຊົນ
ປະຕິວັດລາວ ໃຫ້ກຽດເປັນປະທານໃນພິທີ.

ທາງດ້ານທ່ານເຣວັດ ສຸວັນນະກິດຕິ ຮອງຜູ້ຈັດການດ້ານເທັກນິກຂອງບໍລິສັດໄຊຍະບູລີ
ພາວເວີ ກໍໄດ້ຖະແຫລງຢືນຢັນວ່າ ການກໍ່ສ້າງເຂື່ອນໄຊຍະບູລີໄດ້ດຳເນີນໄປຕາມແຜນ
ການທີ່ວາງໄວ້ໃນທຸກດ້ານ ດັ່ງນັ້ນ ຈຶ່ງເຊື່ອໝັ້ນວ່າ ການກໍ່ສ້າງເຂື່ອນຈະສຳເລັດຕາມກຳ
ນົດການ ທີ່ວາງໄວ້ໃນປີ 2019 ຢ່າງແນ່ນອນ.

ໃນຂະນະດຽວກັນ ທ່ານວີລະພົນ ວີລະວົງ ລັດຖະມົນຕີຊ່ວຍວ່າການ ກະຊວງພະລັງງານ
ແລະບໍ່ແຮ່ ກໍໄດ້ໃຫ້ການຢືນຢັນວ່າ ການກໍ່ສ້າງເຂື່ອນໄຊຍະບູລີ ໄດ້ດຳເນີນໄປໂດຍການ
ປຶກສາຢ່າງໃກ້ຊິດກັບຄະນະວິສະວະກອນ ທີ່ມີຄວາມຊ່ຽວຊານ ໃນລະດັບສາກົນ ຊຶ່ງ
ປະກອບດ້ວຍ ນັກວິສະວະກອນຂອງບໍລິສັດ POYRY ແລະບໍລິສັດ AF-Consult ຈາກ
ສະວິດເຊີແລນ ລວມເຖິງບໍລິສັດ CNR ຈາກຝຣັ່ງເສດ ແລະ ບໍລິສັດ TEAM Group ຈາກປະເທດໄທ ເພາະສະນັ້ນ ຈຶ່ງສາມາດຮັບປະກັນໄດ້ວ່າ ໂຄງການກໍ່ສ້າງເຂື່ອນໄຊຍະ
ບູລີ ຈະບໍ່ສົ່ງຜົນກະທົບ ຕໍ່ສິ່ງແວດລ້ອມທຳມະຊາດ ໃນເຂດຕອນລ່າງ ຢ່າງແນ່ນອນ.

ພາບຈຳລອງຕົວແບບ ຂອງເຂື່ອນໄຟຟ້ານ້ຳຕົກ ໄຊຍະບູລີ.
ພາບຈຳລອງຕົວແບບ ຂອງເຂື່ອນໄຟຟ້ານ້ຳຕົກ ໄຊຍະບູລີ.

ທັງນີ້ ທ່ານວີລະພົນ ໄດ້ໃຫ້ການອະທິບາຍວ່າ ການກໍ່ສ້າງ
ເຂື່ອນໄຊຍະບູລີ ໄດ້ນຳໃຊ້ເທັກໂນໂລຈີ ທີ່ທັນສະໄໝໃນຂັ້ນສຸດ
ຍອດຂອງໂລກ ທັງໃນສ່ວນທີ່ເປັນເຄື່ອງກຳເນີດໄຟຟ້າ ລະບົບ
ສົ່ງໄຟຟ້າແລະລະບົບຄວບຄຸມໄຟຟ້າ ທັງຍັງໄດ້ນຳໃຊ້ອຸປະກອນ
ທີ່ເປັນມິດຕໍ່ສິ່ງແວດລ້ອມທຳມະຊາດອີກດ້ວຍ ຕົວຢ່າງກໍຄືລະບົບ
ປະຕູນ້ຳ ແລະ ລະບົບກັງຫັນທີ່ບໍ່ເປັນອັນຕະລາຍຕໍ່ສັດນ້ຳເປັນຕົ້ນ.

ໂຄງການເຂື່ອນໄຊຍະບູລີ ມີກຳນົດກໍ່ສ້າງແລ້ວເສັດພາຍໃນປີ 2019 ໂດຍຈະສາມາດ
ຜະລິດພະລັງງານໄຟຟ້າໄດ້ເຖິງ 1,280 MW ແລະ ຈະສົ່ງກະແສໄຟຟ້າຂາຍໃຫ້ໄທ
ເປັນເວລາ 29 ປີ ກໍຄືນັບແຕ່ປີ 2019-2048 ໂດຍຫລັງຈາກນັ້ນ ກໍຄືໃນປີ 2049 ໂຄງ
ການເຂື່ອນໄຊຍະບູລີ ກໍຈະຖືກໂອນມາເປັນຂອງລັດຖະບານລາວທັງໝົດ.

ກ່ອນໜ້ານີ້ ທ່ານສຸລິວົງ ດາລາວົງ ລັດຖະມົນຕີວ່າການ ກະຊວງພະລັງງານ ແລະບໍ່ແຮ່
ກໍຖະແຫລງຢືນຢັນວ່າ ການພັດທະນາດ້ານພະລັງງານໃນລາວ ທີ່ສ່ວນໃຫຍ່ຈະເປັນການ
ກໍ່ສ້າງເຂື່ອນໄຟຟ້ານ້ຳຕົກນັ້ນ ຖືເປັນພະລັງງານທາງເລືອກ ແລະພະລັງງານທົດແທນ ທີ່
ສະອາດ ແລະເປັນມິດຕໍ່ສິ່ງແວດລ້ອມທຳມະຊາດ ທັງຍັງຈະສົ່ງຜົນກະທົບດ້ານລົບ ຕໍ່ສັງ
ຄົມ ໃນລະດັບທີ່ຕ່ຳຫຼາຍອີກດ້ວຍ.

ຍິ່ງໄປກວ່ານັ້ນ ການກໍ່ສ້າງເຂື່ອໄຟຟ້ານ້ຳຕົກ ກໍຍັງຈະສົ່ງຜົນດີຕໍ່ການພັດທະນາ ທາງ
ເສດຖະກິດເພື່ອຍົກບະດັບ ຄຸນນະພາບຊີວິດ​ການ​ເປັນ​ຢູ່ ຂອງ​ປະຊາຊົນ​ລາວ​ໃຫ້​ດີ​ຂຶ້ນ
​ເທື່ອ​ລະ​ກ້າວ ​ເນື່ອງ​ຈາກ​ລາວ​ສາມາດ​ທີ່​ຈະ​ສ້າງ​ລາຍ​ຮັບ​ຈາກ​ການ​ຂາຍກະ​ແສ​ໄຟຟ້າ
​ແລະ​ໃນ​ຂະນະ​ດຽວ​ກັນ ການ​ຕອບ​ສະໜອງ​ກະ​ແສ​ໄຟຟ້າ​ ໄປ​ໃຫ້​ປະຊາຊົນ​ລາວ​ໄດ້​ຊົມ​ໃຊ້
ຢ່າງ​ກວ້າງ​ຂວາງຫຼາຍຂຶ້ນນັບ​ມື້ນັ້ນ ກໍ​ຍັງ​ໄດ້​ປະກອບສ່ວນ​ຢ່າງ​ສຳຄັນ​ເຂົ້າ​ໃນ​ການ​ພັດທະ
ນາ​ພາກ​ການ​ຜະລິດ​ຕ່າງໆ​ໄດ້​ເປັນ​ຢ່າງ​ດີ ດັ່ງ​ທີ່ ທ່ານ​ສຸ​ລິ​ວົງ ​ໄດ້​ກ່າວ​ວ່າ:

“ການ​ພັດທະນາໄຟ​ຟ້າຢູ່ ສປປ ລາວ ສ່ວນ​ໃຫຍ່​ແມ່ນ​ໄຟຟ້າ​ນ້ຳຕົກ ຊຶ່ງ​ຈັດ​ເປັນ​
ພະ​ລັງ​ງານ​ໃນ​ກຸ່ມ​ແຫ​ລ່ງພະລັງງານ​ ທີ່​ສະອາດ ​ເປັນ​ພະລັງງານ​ທົດ​ແທນ​ໄດ້ ​ແລະ
​ມີ​ຜົນ​ກະທົບ​ນ້ອຍ​ຕໍ່​ສິ່ງ​ແວດ​ລ້ອມ​ທຳ​ມະ​ຊາດ ​ແລະ​ສັງຄົມ ພ້ອມ​ກັນນັ້ນ ຍັງ​ໄດ້​
ປະກອບສ່ວນ​ອັນ​ໃຫຍ່​ຫລວງ ຕໍ່​ການ​ພັດທະນາຊົນນະບົດ ​ເປັນ​ການ​ປະກອບ​
ສ່ວນສ້າງ​ລາຍ​ຮັບ​ແຫ່ງ​ຊາດ ຈາກ​ການ​ຂາຍ​ໄຟຟ້າ ​ແລະ​ກໍ​ຍັງ​ເປັນ​ການ​ຊ່ວຍ​ໃຫ້​
ຂະ​ແໜງ​ການ​ອື່ນໆ ​ໄດ້​ຮັບ​ການ​ພັດທະນາ​ອີກ​ດ້ວຍ.”

ທັງ​ນີ້​ ກະຊວງ​ພະລັງງານ ​ແລະ​ບໍ່​ແຮ່​ໄດ້​ວາງ​ແຜນການ ທີ່​ຈະ​ເພີ້​ມລະດັບ​ຄວາມ​ອາດ
ສາມາດ ​ໃນ​ການ​ຜະລິດ​ພະລັງ​ໄຟຟ້າ​ຈາກ 3,200 MW ​ໃນ​ປັດຈຸບັນ ​ເປັນ​ບໍ່​ໜ້ອຍ​ກວ່າ
12,500 MW ​ໃນ​ປີ 2020 ຊຶ່ງ​ກໍ​ໝາຍ​ຄວາມ​ວ່າ ລັດຖະບານ​ລາວ ຈະ​ຕ້ອງ​ສົ່ງ​ເສີມ​ການ​
ລົງທຶນ​ເຂົ້າມາ​ໃນ​ພາກ​ພະ​ລັງ​ງານ​ໃຫ້ໄດ້​ເພີ້​ມຂຶ້ນຢ່າງ​ຕໍ່​ເນື່ອງ ​ໂດຍ​ສຳ​ຫລັບ​ນັບ​ແຕ່​
ປັດຈຸບັນ​ໄປ​ຈົນ​ເຖິງ​ປີ 2020 ດັ່ງກ່າວ​ກໍ​ຈະ​ຕ້ອງ​ກໍ່ສ້າງ​ເຂື່ອນ​ໄຟຟ້າ ​ໃຫ້​ໄດ້ 38 ​ໂຄງການ
ພ້ອມ​ດ້ວຍ​ໂຮງງານ​ຜະລິດ​ໄຟຟ້າ​ ຈາກ​ຖ່ານ​ລິກ​ໄນ​ຕ໌ອີກ 1 ​ໂຄງການ.

XS
SM
MD
LG