ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລາວຕ້ອງການ ຢ່າງໜ້ອຍ 44 ລ້ານໂດລາ ເພື່ອປະຕິຮູບແລະປັບປຸງໂຄງສ້າງ ບໍລິຫານງານ ຂອງລັດ


ກອງປະຊຸມປະຕິຮູບ ແລະປັບປຸງ ໂຄງຮ່າງການບໍລິຫານງານຂອງລັດຖະບານລາວ ທີ່ຈັດຂຶ້ນໃນວັນທີ 1 ກໍລະກົດ, 2011
ກອງປະຊຸມປະຕິຮູບ ແລະປັບປຸງ ໂຄງຮ່າງການບໍລິຫານງານຂອງລັດຖະບານລາວ ທີ່ຈັດຂຶ້ນໃນວັນທີ 1 ກໍລະກົດ, 2011

ແຜນການປະຕິຮູບແລະການປັບປຸງໂຄງສ້າງ ເພື່ອຍົກລະດັບ ປະສິດທິພາບການບໍລິຫານ ງານ ພາຍໃນອົງການຂອງລັດຖະບານລາວ ຈະຕ້ອງໃຊ້ງົບປະມານ ຢ່າງໜ້ອຍ 44 ລ້ານໂດລາ ໃນໄລຍະ 5 ປີຕໍ່ໄປນີ້.

ທ່ານ ນາງ ບຸນເພັງ ມູນໂພໄຊ ລັດຖະມົນຕີປະຈໍາສໍານັກງານນາຍົກລັດຖະມົນຕີລາວ ໄດ້
ຖະແຫຼງຢືນຢັນຕໍ່ກອງປະຊຸມສົນທະນາລະດັບສູງກ່ຽວກັບແຜນງານປັບປຸງບູລະນະການປົກ
ຄອງຂອງລັດ ຖະບານລາວໃນໄລຍະໃໝ່ຈາກປີ 2011-2015ວ່າ ຈະເນັ້ນໜັກການພັດທະ
ນາຊັບພະຍາກອນມະນຸດໂດຍການຍົກສູງຄວາມຮູ້, ຄວາມສາມາດຂອງພະນັກງານລັດຖະ
ກອນໃນຂັ້ນສູນກາງ ແລະທ້ອງຖິ່ນເພື່ອໃຫ້ເໝາະສົມກັບການພັດທະນາເສດຖະກິດ-ສັງຄົມ
ແຫ່ງຊາດ ທີ່ມີເປົ້າໝາຍທີ່ຈະເຮັດໃຫ້ປະເທດລາວຫຼຸດພົ້ນຈາກປະເທດດ້ອຍພັດທະນາໃຫ້ໄດ້
ຢ່າງແທ້ຈິງພາຍໃນປີ 2020 ຕໍ່ໄປ.

ການຈັດຕັ້ງປະຕິບັດຕາມແຜນການດັ່ງກ່າວນີ້ ຈະຕ້ອງໃຊ້ຈ່າຍງົບປະມານໃນມູນຄ່າລວມ
ບໍ່ໜ້ອຍກວ່າ 352 ຕື້ກີບ ຫຼືປະມານ 44 ລ້ານ ໂດລາ. ຫາກແຕ່ວ່າບັນຫາໃນເວລານີ້ ກໍຄື
ລັດຖະບານລາວຈະສາມາດຕອບສະໜອງງົບປະມານໃຫ້ກັບແຜນການໄດ້ພຽງ 64 ຕື້ກີບ
ຫຼືບໍ່ເກີນ 8 ລ້ານໂດລາເທົ່ານັ້ນ. ດ້ວຍເຫດນີ້ ຈຶ່ງເຮັດໃຫ້ລັດຖະບານລາວຈໍາເປັນຈະຕ້ອງ
ຂໍການຊ່ວຍເຫຼືອ ແລະກູ້ຢືມຈາກຕ່າງປະເທດເປັນດ້ານຫຼັກໂດຍສະເພາະແມ່ນ ການຂໍຄວາມ ຊ່ວຍເຫຼືອຈາກລັດຖະບານຢີ່ປຸ່ນ, ສະຫະພາບຍຸໂຫຼບ, ທະນາຄານໂລກ, ທະນາຄານພັດ
ທະນາແຫ່ງອາຊີ (ADB) ແລະ ອົງການສະຫະປະຊາຊາດເພື່ອ ການພັດທະນາ (UNDP) ເປັນຕົ້ນ.

ທ່ານນາງ ບຸນເພັງ ມູນໂພໄຊ ລັດຖະມົນຕີປະຈໍາສໍານັກງານນາຍົກລັດຖະມົນຕີ
ທ່ານນາງ ບຸນເພັງ ມູນໂພໄຊ ລັດຖະມົນຕີປະຈໍາສໍານັກງານນາຍົກລັດຖະມົນຕີ

ທ່ານ ນາງ ບຸນເພັງ ຍັງໄດ້ໃຫ້ການຢືນຢັນວ່າ ໃນຕະ
ຫຼອດໄລຍະ 1ປີ ທີ່ຜ່ານມານັ້ນ ທາງການລາວໂດຍກະ
ຊວງການປົກຄອງ ແລະຄຸ້ມຄອງລັດຖະກອນ ກໍໄດ້ສໍາ
ເລັດການຮ່າງແຜນຍຸດທະສາດພັດທະນາການປົກຄອງ
ແລະການບໍລິຫານລັດຈາກປະຈຸບັນໄປຈົນເຖິງປີ 2020
ແລ້ວ ແລະໃນຕະຫຼອດໄລຍະແຜນການປີນີ້ໄປຈົນເຖິງປີ
ໜ້າກໍຈະດໍາເນີນການເຜີຍແພ່ແຜນຍຸດທະສາດດັ່ງກ່າວ
ໃຫ້ເປັນທີ່ຮັບຮູ້ ແລະ ເຂົ້າໃຈຂອງບັນດາເຈົ້າໜ້າທີ່ຂອງ
ລັດຖະບານລາວໃນທົ່ວປະເທດ ເພື່ອທີ່ວ່າຈະເຮັດໃຫ້ ສາມາດນໍາໄປປະຕິບັດໃນພາກຕົວຈິງໄດ້ຢ່າງມີປະສິດ
ທິຜົນຕໍ່ໄປ.

ແຕ່ຢ່າງໃດກໍຕາມ ກ່ອນໜ້ານີ້ ທ່ານ ຄໍາເຜີຍ ປານມະໄລທອງ ສະມາຊິກສະພາແຫ່ງຊາດ
ລາວ ຈາກເຂດນະຄອນຫຼວງວຽງຈັນກໍໄດ້ສະແດງຄວາມຄິດເຫັນຕໍ່ກອງປະຊຸມສະໄໝສາ
ມັນຄັ້ງປະຖົມມະເລີກຂອງສະພາແຫ່ງຊາດລາວຊຸດທີ່ 7 ວ່າ ການທີ່ຈະເຮັດໃຫ້ການປະຕິ ບັດວຽກງານໃນດ້ານບໍລິຫານໃຫ້ມີປະສິດທິພາບຢ່າງແທ້ຈິງນັ້ນ ນອກຈາກຈະຕ້ອງມີການ ຍົກລະດັບຄວາມຮູ້ຄວາມສາມາດຂອງພະນັກງານລັດຖະກອນແລ້ວ ຍັງຈະຕ້ອງມີການຊັບ
ຊ້ອນຕໍາແໜ່ງ ແລະມອບໝາຍຄວາມຮັບຜິດຊອບໃຫ້ເໝາະສົມກັບບຸກຄະລາກອນອີກດ້ວຍ.

ພິທີມອບຮັບການຊ່ວຍເຫລືອທາງດ້ານການສຶກສາຂອງສະຫະພັນ ຢູໂຣບ ຫລື EU ທີ່ຈັດຂຶນເມື່ອໝໍ່ໆ ມານີ້
ພິທີມອບຮັບການຊ່ວຍເຫລືອທາງດ້ານການສຶກສາຂອງສະຫະພັນ ຢູໂຣບ ຫລື EU ທີ່ຈັດຂຶນເມື່ອໝໍ່ໆ ມານີ້

ດັ່ງທີ່ ທ່ານຄໍາເຜີຍ ໄດ້ຍົກຕົວ
ຢ່າງກ່ຽວກັບການແຕ່ງຕັ້ງບຸກ
ຄະລາກອນຂອງພັກປະຊາຊົນ
ປະຕິວັດລາວໃຫ້ຮັບຜິດຊອບ
ໃນດ້ານກວດກາຂອງພັກ
ແລະລັດຖະບານລາວໃນຕອນ
ນຶ່ງວ່າ:

ສະຫາຍ ບຸນທອງ ຈິດມະນີ
ກະເປັນທັງປະທານກວດກາ
ເບື້ອງພັກ ແລະປະທານ
ກວດກາເບື້ອງພັກນີ້ມັນເປັນ
ຄືຜູ້ກໍາຕາຊິງຢູ່ພາຍໃນພັກ
ຄັນເຮົາເອົາໄປຢູ່ສານກະຊິເປັນຜູ້ກໍາຕາຊິງຢູ່ເບື້ອງອໍານາດລັດ ເພາະວ່າຜ່ານມານີ້
ອົງການນິຕິບັນຍັດ, ອົງການບໍລິຫານນີ້ ພວກເຮົາເພີ່ມກໍາລັງໃຫ້ຫຼາຍຢູ່ ແຕ່ວ່າ
ອົງການຕຸລາການ ເປັນຕົ້ນແມ່ນສານນີ້ ມັນຍັງບໍ່ທັນໄດ້ເຊີດຊູ ຄັນວ່າເອົາສະຫາຍ
ບຸນທອງ ໄປຢູ່ສານໄດ້ ຄິດວ່າຊິເປັນການເພີ່ມກໍາລັງແຮງອໍານາດຕຸລາການ
”.

ນອກຈາກນັ້ນ ເງື່ອນໄຂທີ່ສໍາຄັນອີກປະການໜຶ່ງທີ່ຈະສົ່ງຜົນກະທົບຕໍ່ລະດັບປະສິດທິພາບໃນ
ການປະຕິບັດວຽກງານຂອງພະນັກງານລັດຖະກອນດ້ວຍນັ້ນກໍຄືລະດັບເງິນເດືອນ ແລະເງິນ ອຸດໜູນຕ່າງໆເຊິ່ງຈະຕ້ອງເຮັດໃຫ້ພະນັກງານລັດຖະກອນ ແລະ ຄອບຄົວສາມາດ ທີ່ຈະ
ຄອງຊີບຢູ່ໄດ້ໂດຍບໍ່ຂາດເຂີນໃນທ່າມກາງສະພາວະສິນຄ້າມີລາຄາແພງຄືໃນປະຈຸບັນນີ້.

ໂດຍຫລ້າສຸດ ມີລາຍງານວ່າ ລັດຖະບານລາວມີແຜນການທີ່ຈະປັບຂຶ້ນເງິນເດືອນໃຫ້ກັບພະ
ນັກງານຂອງລັດໃນທົ່ວປະເທດ ໃນອັດຕາສະເລ່ຍ 16% ໃນຂະນະທີ່ ອັດຕາເງິນເຟີ້ໃນ
ລາວ ກໍໄດ້ມີການປັບຕົວສູງຂຶ້ນເກືອບເຖິງ 10% ແລ້ວ ໃນເດືອນທີ່ຜ່ານມາ ຊຶ່ງກໍໄດ້ສົ່ງຜົນ
ກະທົບຕໍ່ການຄອງຊີບຂອງພະນັກງານລັດຖະກອນ ແລະປະຊາຊົນລາວຢ່າງກວ້າງຂວາງຢູ່
ໃນເວລານີ້.

XS
SM
MD
LG