ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ສມຊ ສະພາແຫ່ງຊາດລາວ ກ່າວວ່າ ການບໍລິຫານງານ ຂອງລັດຖະບານລາວ ມີປະສິດທິພາບຕໍ່າ


ທ່ານນາງ ສຸວັນເພັງ ບຸບຜານຸວົງ ສະມາຊິກສະພາແຫ່ງຊາດລາວ ຈາກເຂດນະຄອນວຽງຈັນ
ທ່ານນາງ ສຸວັນເພັງ ບຸບຜານຸວົງ ສະມາຊິກສະພາແຫ່ງຊາດລາວ ຈາກເຂດນະຄອນວຽງຈັນ

ສະມາຊິກສະພາແຫ່ງຊາດລາວ ລະບຸວ່າການບໍລິຫານງານຂອງລັດຖະບານລາວ ມີປະສິດທິ ພາບຕໍ່າໃນຫຼາຍດ້ານ ໂດຍສະເພາະແມ່ນດ້ານງົບປະມານ, ດ້່ານການລົງທຶນ ແລະການ ປ້ອງກັນຜົນກະທົບດ້ານສິ່ງແວດລ້ອມ.

ທ່ານນາງສຸວັນເພັງ ບຸບຜານຸວົງ ສະມາຊິກສະພາແຫ່ງຊາດລາວຈາກເຂດນະຄອນວຽງຈັນ
ລະບຸວ່າ ການບໍລິຫານງານຂອງຄະນະລັດຖະບານລາວ ໃນໄລຍະທີ່ຜ່ານມາຍັງ ມີປະສິດ ທິະພາບຕໍ່າໃນຫຼາຍດ້ານ ຊຶ່ງໄດ້ສົ່ງຜົນກະທົບເຮັດໃຫ້ ການດໍາເນີນງານໃນໂຄງການພັດ
ທະນາຕ່າງໆ ທັງໃນສູນກາງ ແລະລະດັບທ້ອງຖິ່ນຈໍານວນບໍ່ໜ້ອຍ ທີ່ບໍ່ສາມາດປະຕະບັດ ໃຫ້ບັນລຸເປົ້າໝາຍທີ່ວາງໄວ້ໄດ້.

ຍິ່ງໄປກວ່ານັ້ນ ກໍ່ຍັງປະກາດອີກດ້ວຍວ່າ ສາເຫດສໍາຄັນທີ່ເຮັດໃຫ້ການບໍລິຫານງານຂອງ ລັດຖະບານລາວມີປະສິດທິພາບຕໍ່ານັ້ນກໍຄື ການຂາດການປະສານງານກັນລະຫວ່າງ
ສູນກາງກັບທ້ອງຖິ່ນ ຊຶ່ງເຮັດໃຫ້ການປະຕິບັດງານບໍ່ມີຄວາມເປັນເອກກະພາບກັນ ດັ່ງທີ່
ທ່ານນາງສຸວັນເພັງ ໄດ້ຖະແຫລງເນັ້ນຢໍ້າວ່າ:

ກົນໄກປະສານງານລະຫວ່າງຂະແໜງການ ແລະທ້ອງຖິ່ນ ຍັງຂາດຄວາມເປັນ
ເອກກະພາບ ໂດຍສະເພາະການປະສານງານຄຸ້ມຄອງການລົງທຶນພາຍໃນ ແລະ
ຕ່າງປະເທດ, ການບໍລິຫານລົງທຶນຜ່ານປະຕູດຽວ, ການຄຸ້ມຄອງ ແລະການນຳ
ໃຊ້ຊັບພະຍາກອນ, ການປົກປ້ອງຜົນກະທົບທາງດ້ານສະພາບແວດລ້ອມ ໃນ
ການປະຕິບັດໂຄງການລົງທຶນຕ່າງໆ. ນອກຈາກນີ້ ການປະຕິບັດລະບຽບການ
ເງິນງົບປະມານ ຍັງບໍ່ທັນໄດ້ດີເທົ່າທີ່ຄວນ ໜີ້ສິນຂອງລັດຖະບານຍັງຢູ່ໃນລະ
ດັບສູງ.

ທ່ານນາງ ບຸນເພັງ ມູນໂພໄຊ ລັດຖະມົນຕີປະຈໍາສໍານັກງານ ນາຍົກລັດຖະມົນຕີ
ທ່ານນາງ ບຸນເພັງ ມູນໂພໄຊ ລັດຖະມົນຕີປະຈໍາສໍານັກງານ ນາຍົກລັດຖະມົນຕີ

ແຕ່ຢ່າງໃດກໍຕາມ ທ່ານນາງ ບຸນເພັງ ມູນໂພໄຊ ລັດຖະ
ມົນຕີປະຈໍາສໍານັກງານນາຍົກລັດຖະມົນຕີລາວ ໄດ້ຖະ
ແຫຼງຢືນຢັນວ່າ ການປັບປຸງບູລະນະການປົກຄອງຂອງ
ລັດຖະບານລາວ ໃນໄລຍະໃໝ່ຈາກປີ 2011-2015 ຈະ
ເນັ້ນໜັກການພັດທະນາຊັບພະຍາກອນມະນຸດ ໂດຍການ
ຍົກສູງຄວາມຮູ້, ຄວາມສາມາດຂອງພະນັກງານລັດຖະ
ກອນໃນຂັ້ນສູນກາງ ແລະທ້ອງຖິ່ນໃຫ້ເໝາະສົມກັບການ
ພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ທີ່ມີເປົ້າໝາຍ
ທີ່ຈະເຮັດໃຫ້ປະເທດລາວຫຼຸດພົ້ນຈາກປະເທດດ້ອຍພັດ
ທະນາໃຫ້ໄດ້ຢ່າງແທ້ຈິງພາຍໃນປີ 2020.

ການຈັດຕັ້ງປະຕິບັດຕາມແຜນການດັ່ງກ່າວນີ້ ຈະຕ້ອງໃຊ້ຈ່າຍງົບປະມານໃນມູນຄ່າລວມ
ບໍ່ໜ້ອຍກວ່າ 352 ຕື້ກີບ ຫຼືປະມານ 44 ລ້ານ ໂດລາ. ຫາກແຕ່ວ່າບັນຫາໃນເວລານີ້ ກໍຄື
ລັດຖະບານລາວຈະສາມາດຕອບສະໜອງງົບປະມານໃຫ້ກັບແຜນການໄດ້ພຽງ 64 ຕື້ກີບ
ຫຼືບໍ່ເກີນ 8 ລ້ານໂດລາເທົ່ານັ້ນ. ດ້ວຍເຫດນີ້ ຈຶ່ງເຮັດໃຫ້ລັດຖະບານລາວຈໍາເປັນຈະຕ້ອງ
ຂໍການຊ່ວຍເຫຼືອ ແລະກູ້ຢືມຈາກຕ່າງປະເທດເປັນດ້ານຫຼັກໂດຍສະເພາະແມ່ນ ການຂໍຄວາມ ຊ່ວຍເຫຼືອຈາກລັດຖະບານຢີ່ປຸ່ນ, ສະຫະພາບຍຸໂຫຼບ, ທະນາຄານໂລກ, ທະນາຄານພັດ
ທະນາແຫ່ງອາຊີ (ADB) ແລະ ອົງການສະຫະປະຊາຊາດເພື່ອການພັດທະນາ (UNDP) ເປັນຕົ້ນ.

ທ່ານ ນາງ ບຸນເພັງ ຍັງໄດ້ໃຫ້ການຢືນຢັນວ່າ ໃນຕະຫຼອດໄລຍະ 1ປີ ທີ່ຜ່ານມານັ້ນ ທາງ
ການລາວ ໂດຍກະຊວງການປົກຄອງ ແລະຄຸ້ມຄອງລັດຖະກອນ ກໍໄດ້ສໍາເລັດການຮ່າງ
ແຜນຍຸດທະສາດພັດທະນາການປົກຄອງ ແລະການບໍລິຫານລັດຈາກປະຈຸບັນໄປຈົນເຖິງປີ
2020 ແລ້ວ ແລະໃນຕະຫຼອດໄລຍະແຜນການປີນີ້ໄປຈົນເຖິງປີໜ້າ ກໍຈະດໍາເນີນການເຜີຍ
ແຜ່ແຜນຍຸດທະສາດດັ່ງກ່າວ ໃຫ້ເປັນທີ່ຮັບຮູ້ ແລະ ເຂົ້າໃຈຂອງບັນດາເຈົ້າໜ້າທີ່ຂອງລັດ
ຖະບານລາວໃນທົ່ວປະເທດ ເພື່ອທີ່ວ່າຈະເຮັດໃຫ້ ສາມາດນໍາໄປປະຕິບັດໃນພາກຕົວຈິງ
ໄດ້ຢ່າງມີປະສິດທິຜົນຕໍ່ໄປ.

ທ່ານ ຄໍາເຜີຍ ປານມະໄລທອງ ສະມາຊິກສະພາແຫ່ງຊາດລາວ ຈາກເຂດນະຄອນຫຼວງວຽງຈັນ
ທ່ານ ຄໍາເຜີຍ ປານມະໄລທອງ ສະມາຊິກສະພາແຫ່ງຊາດລາວ ຈາກເຂດນະຄອນຫຼວງວຽງຈັນ

ແຕ່ຢ່າງໃດກໍຕາມ ກ່ອນໜ້ານີ້ ທ່ານ ຄໍາເຜີຍ ປານມະໄລ
ທອງ ສະມາຊິກສະພາແຫ່ງຊາດລາວ ຈາກເຂດນະຄອນ
ຫຼວງວຽງຈັນກໍໄດ້ສະແດງຄວາມຄິດເຫັນຕໍ່ກອງປະຊຸມສະ
ໄໝສາມັນຄັ້ງປະຖົມມະເລີກຂອງສະພາແຫ່ງຊາດລາວຊຸດ
ທີ່ 7 ວ່າ ການທີ່ຈະເຮັດໃຫ້ການປະຕິ ບັດວຽກງານໃນ
ດ້ານບໍລິຫານໃຫ້ມີປະສິດທິພາບຢ່າງແທ້ຈິງນັ້ນ ນອກຈາກ
ຈະຕ້ອງມີການຍົກລະດັບຄວາມຮູ້ຄວາມສາມາດຂອງພະ
ນັກງານລັດຖະກອນແລ້ວ ຍັງຈະຕ້ອງມີການຊັບຊ້ອນຕໍາ
ແໜ່ງ ແລະມອບໝາຍຄວາມຮັບຜິດຊອບໃຫ້ເໝາະສົມກັບ
ບຸກຄະລາກອນອີກດ້ວຍ.

ນອກຈາກນັ້ນ ເງື່ອນໄຂທີ່ສໍາຄັນອີກປະການໜຶ່ງທີ່ຈະສົ່ງຜົນກະທົບຕໍ່ລະດັບປະສິດທິພາບໃນ
ການປະຕິບັດວຽກງານຂອງພະນັກງານລັດຖະກອນດ້ວຍນັ້ນ ກໍຄືລະດັບເງິນເດືອນ ແລະເງິນ ອຸດໜູນຕ່າງໆເຊິ່ງຈະຕ້ອງເຮັດໃຫ້ພະນັກງານລັດຖະກອນ ແລະຄອບຄົວສາມາດ ທີ່ຈະຄອງ ຊີບຢູ່ໄດ້ໂດຍບໍ່ຂາດເຂີນໃນທ່າມກາງສະພາວະສິນຄ້າມີລາຄາແພງຄືໃນປະຈຸບັນນີ້. ຫລ້າສຸດ
ນີ້ ມີລາຍງານວ່າ ລັດຖະບານລາວມີແຜນການທີ່ຈະປັບຂຶ້ນເງິນເດືອນໃຫ້ກັບພະນັກງານ ຂອງລັດໃນທົ່ວປະເທດ ໃນອັດຕາສະເລ່ຍ 16% ໃນຂະນະທີ່ ອັດຕາເງິນເຟີ້ໃນລາວ ກໍໄດ້
ມີການປັບຕົວສູງຂຶ້ນເກືອບເຖິງ 10% ແລ້ວ ໃນເດືອນທີ່ຜ່ານມາ ຊຶ່ງກໍໄດ້ສົ່ງຜົນກະທົບຕໍ່
ການຄອງຊີບຂອງພະນັກງານລັດຖະກອນ ແລະປະຊາຊົນລາວຢ່າງກວ້າງຂວາງຢູ່ໃນເວລາ
ນີ້.

XS
SM
MD
LG