ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະທານປະເທດ ລາວ ຮຽກຮ້ອງໃຫ້ທຸກພາກ ສ່ວນ ຮ່ວມມືກັນ ເພື່ອເສີມສ້າງສະຖຽນລະພາບ ທາງການເມືອງ


ປະທານປະເທດ ລາວ, ທ່ານ ບຸນຍັງ ວໍລະຈິດ ກ່າວຄຳປາໄສໃນການສະເຫຼີມສະຫຼອງວັນຊາດ ລາວຄົບຮອບ 45 ປີ.
ປະທານປະເທດ ລາວ, ທ່ານ ບຸນຍັງ ວໍລະຈິດ ກ່າວຄຳປາໄສໃນການສະເຫຼີມສະຫຼອງວັນຊາດ ລາວຄົບຮອບ 45 ປີ.

ປະທານປະເທດ ລາວ ເນັ້ນໜັກໃຫ້ທຸກພາກສ່ວນຈົ່ງໄດ້ຮ່ວມມືກັນເພື່ອເສີມສ້າງສະຖຽນລະພາບທາງການເມືອງຂອງພັກປະຊາຊົນປະຕິວັດລາວ ເພື່ອກ້າວໄປສູ່ເປົ້າໝາຍສັງຄົມນິຍົມຢ່າງແທ້ຈິງ.

ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ລາວ ໄດ້ຖະແຫຼງການຮຽກຮ້ອງໃນໂອກາດວັນຊາດ ລາວ 2 ທັນວາ 2020 ວ່າການພັດທະນາ ສປປ ລາວ ໃຫ້ກ້າວໄປສູ່ເປົ້າໝາຍສັງຄົມນິຍົມໃຫ້ໄດ້ຢ່າງແທ້ຈິງ ຈະຕ້ອງໄດ້ຮັບການຮ່ວມມືຈາກທຸກພາກສ່ວນທັງໃນພັກ-ລັດຖະບານ ແລະ ປະຊາຊົນ ລາວ ບັນດາເຜົ່າເຂົ້າໃນການເສີມສ້າງສະຖຽນລະພາບທາງການເມືອງ ພາຍໃຕ້ການນຳຂອງພັກປະຊາ ຊົນປະຕິວັດ ລາວ ທີ່ມີກົນໄກການຈັດຕັ້ງທີ່ເຂັ້ມແຂງ ແລະ ລະບົບການບໍລິຫານງານທີ່ມີປະສິດທິ ພາບສູງ ຈຶ່ງເຮັດໃຫ້ຈະຕ້ອງມີການພັດທະນາປັບປຸງໂຄງສ້າງ ແລະ ກົນໄກການບໍລິຫານງານຂອງພັກ ແລະ ລັດໃຫ້ທັນສະໄໝດັ່ງທີ່ທ່ານ ບຸນຍັງ ໄດ້ໃຫ້ການຢືນຢັນວ່າ:
“ໃນຕໍ່ໜ້ານີ້ ພວກເຮົາຕ້ອງໄດ້ສຸມໃສ່ທິດທາງ-ໜ້າທີ່ສຳຄັນດັ່ງນີ້ສືບຕໍ່ບູລະນະລະບອບປະຊາທິ ປະໄຕປະຊາຊົນໃຫ້ສົມບູນຍິ່ງຂຶ້ນ ສ້າງການຫັນປ່ຽນ ແຂງແຮງ ເລິກເຊິ່ງ ແລະ ຮອບດ້ານ ເພື່ອກ້າວຂຶ້ນສູ່ຈຸດໝາຍສັງຄົມນິຍົມ ປັບປຸງລະບົບການຈັດຕັ້ງ, ກົງຈັກ ແລະ ກົນໄກເຄື່ອນໄຫວຂອງບັນດາອົງການອຳນາດລັດໃຫ້ເຂັ້ມແຂງ ແລະ ມີປະສິດທິພາບ ມີພາລະບົດບາດຈະແຈ້ງ ແລະ ຮັດກຸມ ແລະ ກ້າວສູ່ການເຊື່ອມຕໍ່ດ້ວຍອຸປະກອນທີ່ທັນສະໄໝ.”

ທ່ານ ບຸນຍັງ ຖະແຫຼງຢືນຢັນດ້ວຍວ່າການຈັດຕັ້ງປະຕິບັດເພື່ອຮັກສາຄວາມໝັ້ນຄົງແຫ່ງຊາດ ພາຍໃຕ້ການຊີ້ນຳຂອງພັກໃນໄລຍະທີ່ຜ່ານມາຖືເປັນທິດຊີ້ນຳທີ່ຖືກຕ້ອງ ແລະ ສອດຄ່ອງກັບສະ ພາບການຕົວຈິງທັງພາຍໃນ ແລະ ຕ່າງປະເທດ ຈຶ່ງເຮັດໃຫ້ກຳລັງປ້ອງກັນຊາດ ແລະ ກຳລັງປ້ອງ ກັນຄວາມສະຫງົບຂອງ ລາວ ປະສົບຜົນສຳເລັດໃນການປະຕິບັດໜ້າທີ່ເປັນຢ່າງດີ ຂະນະທີ່ພົນເອກ ຈັນສະໝອນ ຈັນຍາລາດ ລັດຖະມົນຕີກະຊວງປ້ອງກັນປະເທດ ຢືນຢັນວ່າກອງທັບປະຊາຊົນ ລາວ ສາມາດຮັບປະກັນດ້ານຄວາມໝັ້ນຄົງ ແລະ ສ້າງເສີມລະບອບການເມືອງການປົກຄອງຂອງຊາດໄດ້ຢ່າງແຂງແຮງ ແລະ ເປັນທີ່ຍອມຮັບໃນເວທີສາກົນຫຼາຍຂຶ້ນນັບມື້ອີກດ້ວຍ.

ແຕ່ຢ່າງໃດກໍຕາມ ການລົບລ້າງບັນຫາຍາກຈົນຂອງປະຊາຊົນ ລາວ ໃຫ້ໄດ້ຢ່າງສິ້ນເຊີງພາຍໃນປີ 2020 ນີ້ກໍເປັນໄປບໍ່ໄດ້ຢ່າງແນ່ນອນແລ້ວ ທັງຈະຕ້ອງໃຊ້ເວລາອີກຢ່າງໜ້ອຍ 5 ປີເພື່ອຈັດຕັ້ງປະ ຕິບັດໃຫ້ໄດ້ຕາມແຜນການທີ່ວາງໄວ້ອີກດ້ວຍຈຶ່ງຈະສາມາດລົບລ້າງຄວາມຍາກຈົນຂອງປະຊາຊົນ ລາວ ໄດ້ຢ່າງສິ້ນເຊີງໃນປີ 2025 ກໍຄືການເຮັດໃຫ້ເສດຖະກິດຂະຫຍາຍຕົວເພີ່ມຂຶ້ນໃນອັດຕາສະເລ່ຍ 7 ເປີເຊັນຕໍ່ປີ ທັງຍັງຈະຕ້ອງພັດທະນາເພື່ອຍົກລະດັບປະສິດທິພາບການຜະລິດສິນຄ້າໃຫ້ໄດ້ມາດຕະຖານສາກົນອີກດ້ວຍ ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງຂອງ ລາວ ໄດ້ໃຫ້ການຢືນຢັນເຖິງຄວາມຈຳເປັນໃນການພັດທະນາໃນແຂວງເຊກອງ ວ່າ

“ນຳໃຊ້ເທັກໂນໂລຈີ ແລະ ນະວັດຕະກຳອັນໃໝ່ເຂົ້າໃນການຜະລິດການບໍລິການ ຍົກສູງປະສິດ ທິພາບກົນໄກການຄຸ້ມຄອງ ແລະ ບໍລິຫານປະຕູດຽວ, ປະຕິບັດນະໂຍບາຍເປີດກວ້າງທີ່ເອື້ອອຳ ນວຍສະໜອງປັດໄຈພື້ນຖານທີ່ຈຳເປັນ ລະດົມທຶນພາຍໃນ ແລະ ຕ່າງປະເທດໃຫ້ຫຼາຍຂຶ້ນ ສຸມໃສ່ການຜະລິດເຂົ້າເຂດເມືອງ ລະມາມ, ຜະລິດກາເຟ ພືດຜັກ ເຂດເມືອງທ່າແຕງ ແລະ ລ້ຽງສັດໃຫຍ່ເຂດເມືອງດາກຈຶງ ເມືອງລະມາມ ຍົກສູງສະມັດຕະພາບ ສາມາດແຂ່ງຂັນສິນຄ້າກະສິກຳກັບຕ່າງປະເທດ ຮັບປະກັນສະບຽບອາຫານໃຫ້ສາມາດກຸ້ມກິນ.”

ສຳລັບໃນປີ 2020​ ນີ້ລັດຖະບານສາມາດສະໜັບສະໜູນງົບປະມານໃຫ້ກອງທຶນລົບລ້າງຄວາມທຸກຍາກແຫ່ງຊາດໄດ້ພຽງແຕ່ 120 ຕື້ກີບທີ່ພຽງພໍສຳລັບການຈັດຕັ້ງປະຕິບັດໂຄງການພັດທະນາຊົນນະບົດເພື່ອລົບລ້າງຄວາມຍາກຈົນໃນ 144 ຈຸດສຸມເທົ່ານັ້ນຈາກທັງໝົດ 449 ຈຸດສຸມໃນທົ່ວປະເທດ ສ່ວນເຂດຈຸດສຸມທີ່ບໍ່ສາມາດຈັດຕັ້ງປະຕິບັດໄດ້ໃນປີ 2020 ນີ້ກໍຈະຕ້ອງເລື່ອນອອກໄປ.

ທາງດ້ານເຈົ້າໜ້າທີ່ອົງການສະຫະປະຊາຊາດເພື່ອການພັດທະນາ (UNDP) ກໍເປີດເຜີຍວ່າການຈັດຕັ້ງປະຕິ ບັດແຜນການຫຼຸດ່ອນບັນຫາຍາກຈົນໃນ ລາວ ດຳເນີນການໄດ້ຕໍ່າກວ່າເປົ້າໝາຍທີ່ວາງໄວ້ ດັ່ງຈະເຫັນໄດ້ຈາກຈຳນວນປະຊາກອນ ລາວ 632,909 ຄົນທີ່ມີຊີວິດການເປັນຢູ່ຍາກຈົນຢ່າງຍິ່ງ ຫຼືມີລາຍໄດ້ຕໍ່າກວ່າ 1.9 ໂດລາຕໍ່ຄົນຕໍ່ວັນ ຊຶ່ງຄິດເປັນ 9 ເປີເຊັນຂອງຈຳນວນປະຊາກອນ ລາວ ທັງໝົດໃນປັດຈຸບັນນີ້ຈຶ່ງຄາດໝາຍວ່າລັດຖະບານ ລາວ ຈະລົບລ້າງບັນຫາຍາກຈົນໃນ ສປປ ລາວ ໄດ້ຢ່າງສິ້ນເຊີງໃນປີ 2028.

XS
SM
MD
LG