ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວເນ້ນວ່າ ຈະສືບຕໍ່ຮັດແໜ້ນ ມິຕະພາບແບບພິເສດ ແລະຮ່ວມມືຮອບດ້ານ ກັບຫວຽດນາມ


ທ່ານນາງປານີ ຢາທໍຕູ້ ປະທານສະພາແຫ່ງຊາດລາວກ່າວໃນໂອກາດກອງປະຊຸມສາຍພົວ ພັນຮ່ວມມືສະພາແຫ່ງຊາດລາວ-ຫວຽດນາມ ທີ່ໄດ້ຈັດຂື້ນໃນທ້າຍເດືອນເມສາ 2012
ທ່ານນາງປານີ ຢາທໍຕູ້ ປະທານສະພາແຫ່ງຊາດລາວກ່າວໃນໂອກາດກອງປະຊຸມສາຍພົວ ພັນຮ່ວມມືສະພາແຫ່ງຊາດລາວ-ຫວຽດນາມ ທີ່ໄດ້ຈັດຂື້ນໃນທ້າຍເດືອນເມສາ 2012

ປະທານສະພາແຫ່ງຊາດລາວເນັ້ນຢໍ້າວ່າ ສາຍພົວພັນມິຕະພາບແບບພິເສດ ແລະການ ຮ່ວມມືຮອບດ້ານລະຫວ່າງ ລາວຫວຽດນາມຈະຍັງຄົງສືບຕໍ່ໄປອີກຢ່າງຍືນຍົງ ແລະຕະ ຫຼອດໄປ.

ທ່ານນາງປານີ ຍາທໍຕູ້ ປະທານສະພາແຫ່ງຊາດລາວ ໄດ້ຖະແຫຼງຢືນຢັນຕໍ່ກອງປະຊຸມ
ສາຍພົວພັນຮ່ວມມືສະພາ ແຫ່ງຊາດລາວ-ຫວຽດນາມ ທີ່ໄດ້ຈັດຂື້ນຢ່າງເປັນທາງການ
ເມື່ອບໍ່ນານມານີ້ ຢູ່ແຂວງເຊີ່ນລາ ໃນພາກເໜືອຂອງຫວຽດນາມວ່າ ສາຍພົວພັນມິດຕະ
ພາບແບບພິເສດ ແລະການຮ່ວມມືຮອບດ້ານ ລະຫວ່າງລາວກັບຫວຽດນາມ ໄດ້ຮັບການ
ເສີມສ້າງຢ່າງແຂງແຮງໃນຕະຫຼອດໄລຍະ 35 ປີມານີ້.

ຍິ່ງໄປກວ່ານັ້ນ ດ້ວຍການເສີມຂະຫຍາຍການຮ່ວມມືຮອບດ້ານ ພາຍໃຕ້ການນໍາພາ ຂອງພັກປະຊາຊົນປະຕິວັດລາວ ແລະພັກຄອມມິວນິສຫວຽດນາມ ທີ່ມີເປົ້າໝາຍຈະ ນໍາພາປະເທດຊາດໄປສູ່ສັງຄົມນິຍົມ ຢ່າງສົມບູນໃຫ້ໄດ້ ຢ່າງແທ້ຈິງນັ້ນ ກໍ່ນັບເປັນປັດ
ໄຈອັນສໍາຄັນ ທີ່ຊ່ວຍຊຸກຍູ້ໃຫ້ສາຍພົວພັນແບບພິເສດ ແລະການຮ່ວມມືຮອບດ້ານ ລະຫວ່າງສອງປະເທດ ຈະຍັງຄົງສືບຕໍ່ໄປຢ່າງຍືນຍົງ ແລະຕະຫຼອດໄປ ໂດຍສະເພາະ
ສໍາລັບທາງການລາວແລ້ວ ຖືວ່າເປົ້າໝາຍ ດັ່ງກ່າວນີ້ ຄືພາລະກິດສໍາຄັນທີ່ສຸດ ດັ່ງທີ່ ທ່ານນາງປານີ ໄດ້ຖະແຫຼງເນັ້ນຢໍ້າວ່າ:

ທ່ານ ຈູມມະລີ ໄຊຍະສອນ ປະທານປະເທດລາວ ຕ້ອນຮັບປະທານ ປະເທດຫວຽດນາມທີ່ເດີນທາງຢ້ຽມຢາມລາວຢ່າງເປັນທາງການໃນ ເດືອນກຸມພາ ປີ 2012
ທ່ານ ຈູມມະລີ ໄຊຍະສອນ ປະທານປະເທດລາວ ຕ້ອນຮັບປະທານ ປະເທດຫວຽດນາມທີ່ເດີນທາງຢ້ຽມຢາມລາວຢ່າງເປັນທາງການໃນ ເດືອນກຸມພາ ປີ 2012

ພວກຂ້າພະເຈົ້າໃຫ້ຄໍາ
ໝັ້ນສັນຍາວ່າ ຈະສືບຕໍ່
ຮັດແໜ້ນ ແລະເພີ່ມທະວີ
ເສີມຂະຫຍາຍການພົວ
ພັນຮ່ວມມື ທີ່ເປັນມູນເຊື້ອ
ຄວາມສາມັກຄີແບບພິເສດ
ລະຫວ່າງສອງພັກ, ສອງ
ລັດ ແລະປະຊາຊົນລາວ-
ຫວຽດນາມ ໃຫ້ໝັ້ນຄົງ
ຕະຫຼອດກາລະນານ.

ສາຍພົວພັນຮ່ວມມືແບບພິເສດດັ່ງກ່າວນີ້ ບໍ່ພຽງແຕ່ຈະເຮັດໃຫ້ລາວກັບຫວຽດນາມມີ
ເປົ້າໝາຍທາງການເມືອງຄືກັນເທົ່ານັ້ນ ຫາກແຕ່ຍັງຖືເປັນເງື່ອນໄຂສໍາຄັນ ທີ່ເຮັດໃຫ້ ຫວຽດນາມກາຍເປັນກຸ່ມລົງທຶນລາຍໃຫຍ່ທີ່ສຸດ ໃນລາວອີກດ້ວຍ. ກະຊວງແຜນການ
ແລະການລົງທຶນຂອງລາວໄດ້ສະເໜີລາຍງານວ່າ ນັບແຕ່ປີ 1993 ເປັນຕົ້ນມາຈົນເຖິງ
ປັດຈຸບັນ ມີບໍລິສັດຂອງຫວຽດນາມ ມາລົງທຶນຢູ່ໃນລາວ 432 ໂຄງການ ຄິດເປັນມູນ
ຄ່າ ການລົງທຶນລວມຫຼາຍກວ່າ 5,100 ລ້ານໂດລາ.

ການລົງທຶນຂອງບໍລິສັດຈາກຫວຽດນາມໃນລາວດັ່ງກ່າວນີ້ ໄດ້ເນັ້ນໜັກ.lj ທັງໃນດ້ານ
ການຂຸດຄົ້ນແຮ່ທາດ ດ້ານພະລັງງານໄຟຟ້າ, ດ້ານການບໍລິການ ແລະດ້ານກະສິກໍາ-
ປ່າໄມ້. ໂດຍສະເພາະແມ່ນໃນດ້ານພະລັງງານໄຟຟ້າ ປະກົດວ່າ ມີມີບໍລິສັດຈາກຫວຽດ
ນາມເຖິງ 7 ລາຍ ທີ່ໄດ້ລົງທຶນກໍ່ສ້າງເຂື່ອນຜະລິດກະແສໄຟຟ້າຈໍານວນ 15 ໂຄງການ
ຢູ່ໃນລາວ ດ້ວຍເປົ້າໝາຍທີ່ຈະສົ່ງກະແສໄຟຟ້າທີ່ຜະລິດໄດ້ສ່ວນໃຫຍ່ ໄປປະເທດຫວຽດ
ນາມ ບໍ່ໜ້ອຍກວ່າ 3,357 MW ນັບຈາກທ້າຍປີ 2015 ເປັນຕົ້ນໄປ.

ການລົງທຶນຂອງຫວຽດນາມໃນໂຄງການກໍ່ສ້າງເຂື່ອນຜະລິດກະແສໄຟຟ້າໃນລາວດັ່ງກ່າວ
ນີ້ ຖືເປັນສ່ວນໜຶ່ງຂອງການລົງທຶນຂອງຫວຽດນາມໃນລາວ ທີ່ເພີ້ມຂຶ້ນນັບມື້ ຊຶ່ງກໍປາກົດວ່າ ຫວຽດນາມມີມູນຄ່າລົງທຶນສະສົມໃນລາວ ແຊງໜ້າຈີນແລະໄທ ຂຶ້ນມາເປັນອັນດັບ 1 ແລ້ວ
ໃນປັດຈຸບັນນີ້.

ການເຊັນສັນຍາລົງທຶນກໍ່ສ້າງເຂື່ອນເຊກະໝານລະຫວ່າງລາວ- ຫວຽດນາມທີ່ມີຂຶ້ນເມື່ອບໍ່ນານມານີ້
ການເຊັນສັນຍາລົງທຶນກໍ່ສ້າງເຂື່ອນເຊກະໝານລະຫວ່າງລາວ- ຫວຽດນາມທີ່ມີຂຶ້ນເມື່ອບໍ່ນານມານີ້

ສໍາລັບເຂດທີ່ພາກທຸລະກິດ
ຂອງຫວຽດນາມໄດ້ລົງທຶນ
ຫຼາຍທີ່ສຸດໃນລາວນັ້ນ ກໍຄື
ເຂດນະຄອນຫຼວງວຽງຈັນ
ຊຶ່ງຄິດເປັນ 52% ຂອງມູນ
ຄ່າການລົງທຶນທັງໝົດຂອງ
ຫວຽດນາມໃນລາວ. ສ່ວນ
ເຂດແຂວງຊາຍແດນ ທີ່ພາກ
ທຸລະກິດຂອງຫວຽດນາມໄດ້
ເຂົ້າມາລົງທຶນຫຼາຍທີ່ສຸດ ກໍຄືແຂວງເຊກອງ, ຕິດຕາມດ້ວຍແຂວງຈໍາປາສັກ ແລະອັດຕະ
ປືຕາມລໍາດັບ.

ນອກຈາກນີ້ ທັງສອງປະເທດໄດ້ເປີດກວ້າງການຮ່ວມມືທາງເສດຖະກິດລະຫວ່າງກັນ
ນັບຈາກປີ 1993 ແລະໄດ້ຕົກລົງໃນສັນຍາວ່າດ້ວຍການສົ່ງເສີມ ແລະປົກປ້ອງການ
ລົງທຶນລະຫວ່າງກັນ ນັບຕັ້ງແຕ່ປີ 1996 ເປັນຕົ້ນມາແລ້ວ. ໃນປັດຈຸບັນ ທາງການທັງ
ສອງຝ່າຍ ກໍກໍາລັງຮ່ວມກັນພິຈາລະນາປັບປຸງສັນຍາວ່າດ້ວຍການສົ່ງເສີມ ແລະປົກປ້ອງ
ການລົງທຶນດັ່ງກ່າວ ໃຫ້ມີຄວາມທັນສະໄໝອີກດ້ວຍ

ທັງນີ້ ເນື່ອງຈາກວ່າ ພາຍໃຕ້ສັນຍາວ່າດ້ວຍການສົ່ງເສີມ ແລະປົກປ້ອງການລົງທຶນດັ່ງ
ກ່າວນີ້ ທັງ​ສອງ​ຝ່າຍກໍ​ຈະ​ສົ່ງ​ເສີມ​ໃຫ້​ມີ​ການພົວພັນທາງ​ເສດຖະກິດ​ຫຼາຍຮູບ​ແບບ ​ແລະ
ມີ​ການອໍານວຍ​ຄວາມ​ສະດວກ​ໃຫ້​ກັບ​ພາກ​ທຸລະ​ກິດ​ກາ​ນຄ້າ, ກາ​ນລົງທຶນ ​ແລະພັດທະ
ນາ​ການ​ເຊື່ອມ​ຕໍ່ທາງ​ດ້ານການ​ຄົມມະນາຄົມ-​ຂົນສົ່ງ​ລະຫວ່າງກັນ​ຢ່າງ​ຄົບ​ຊຸດ ​ແລະຢ່າງ
ທົ່ວ​ເຖິ​ງຕະຫຼອດ​ພາກ​ເໜືອຮອດພາກ​ໃຕ້ໃຫ້ໄດ້ ຢ່າງເປັນຮູບປະທໍາ.

XS
SM
MD
LG