ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຕຳຫຼວດລາວ ຈັບກຸມ ແລະຢຶດໄມ້ ທີ່ລັກລອບຕັດ ໃນເຂດ ປ່າສະຫງວນ ແຫ່ງຊາດ


ໄມ້ເຫຼົ່່ານີ້ ຖືກລັກລອບຕັດ ໃນເຂດປ່າສະຫງວນແຫ່ງຊາດ.
ໄມ້ເຫຼົ່່ານີ້ ຖືກລັກລອບຕັດ ໃນເຂດປ່າສະຫງວນແຫ່ງຊາດ.
ທາງການຕຳຫລວດລາວຈັບກຸມ ແລະຢຶດໄມ້ ທີ່ລັກລອບຕັດໃນ
ເຂດປ່າສະຫງວນແຫ່ງຊາດໄດ້ ໃນປະລິມານລວມຫຼາຍກວ່າ 8
ແສນແມັດກ້ອນ ໃນຊ່ວງ 6 ເດືອນທຳອິດຂອງແຜນການປະຈຳ
ປີ 2013-2014 ນີ້.

ກະຊວງກະສິກຳ ປ່າໄມ້ ລາຍງານວ່າ ໜ່ວຍສະເພາະກິດ ຂອງ
ຕຳຫລວດລາວສາມາດຈັບກຸມແລະຢຶດໄມ້ທີ່ລັກລອບຕັດໂດຍ
ຜິດກົດໝາຍໄດ້ ຫຼາຍກວ່າ 8 ແສນແມັດກ້ອນ ໃນຊ່ວງ 6 ເດືອນທຳອິດ ຂອງແຜນການ
ປະຈຳປີ 2013-2014 ນີ້ ໂດຍໄມ້ທີ່ຢຶດໄດ້ດັ່ງກ່າວ ຖືເປັນປະລິມານ ທີ່ຫຼາຍກວ່າໄມ້ທີ່ຖືກ
ຕັດຢ່າງຖືກຕ້ອງຕາມກົດໝາຍ ໃນລະຍະດຽວກັນນີ້ເຖິງ 8 ເທົ່າ.

ທັງນີ້ກໍເນື່ອງຈາກວ່າ ໃນຕະຫຼອດແຜນການປີ 2013-2014 ນີ້ ລັດຖະບານລາວ ໄດ້ອະ
ນຸມັດໂຄຕາການຕັດໄມ້ ຄິດເປັນປະລິມານລວມ ຫຼາຍກວ່າ 1 ລ້ານແມັນກ້ອນ ໃນທົ່ວ
ປະເທດ ໂດຍໃນນີ້ກໍແບ່ງເປັນໂຄຕາໄມ້ປົກກະຕິ 580,071 ແມັດກ້ອນ ແລະໂຄຕາ
ໄມ້ພິເສດ ທີ່ຕ້ອງຕັດອອກຈາກ ເຂດພັດທະນາໂຄງການຕ່າງໆ ໃນປະລິມານລວມ 446,783 ແມັດກ້ອນ.

ຫາກແຕ່ວ່າຈາກການຈັດຕັ້ງປະຕິບັດໃນລະຍະ 6 ເດືອນທຳອິດ ຂອງແຜນການ ກໍຄືນັບ
ແຕ່ເດືອນຕຸລາ 2013 ເຖິງເດືອນມີນາ 2014 ນີ້ ກໍປະກົດວ່າໄດ້ຕັດໄມ້ ໃນລະບົບໂຄຕາ
ປົກກະຕິໄປແລ້ວ 69,888 ແມັດກ້ອນ ຫຼືຄິດເປັນ 12 ເປີເຊັນ ຂອງແຜນການປີເທົ່ານັ້ນ ສ່ວນໄມ້ໃນລະບົບໂຄຕາພິເສດ ກໍໄດ້ຕັດໄປແລ້ວ 58,142 ແມັດກ້ອນ ຫຼືຄິດເປັນພຽງ
ແຕ່ 13 ເປີເຊັນ ຂອງແຜນການຕະຫຼອດປີເທົ່ານັ້ນ.
ລັດຖະບານລາວ ໄດ້ອະນຸມັດໂຄຕາການຕັດໄມ້ ຄິດເປັນປະລິມານລວມ ຫຼາຍກວ່າ 1 ລ້ານແມັນກ້ອນ ໃນທົ່ວປະເທດ.
ລັດຖະບານລາວ ໄດ້ອະນຸມັດໂຄຕາການຕັດໄມ້ ຄິດເປັນປະລິມານລວມ ຫຼາຍກວ່າ 1 ລ້ານແມັນກ້ອນ ໃນທົ່ວປະເທດ.

ທັງນີ້ໂດຍທ່ານວິໄລວັນ ພົມເຂ ລັດຖະມົນຕີວ່າການ ກະຊວງ
ກະສິກຳ ປ່າໄມ້ ໄດ້ໃຫ້ການອະທິບາຍວ່າ ສາເຫດທີ່ເຮັດໃຫ້
ການຈັດຕັ້ງປະຕິບັດ ໃນລະຍະດັ່ງກ່າວດຳເນີນໄປຢ່າງຊ້ານັ້ນ ກໍຍ້ອນວ່າມີການປະສານງານ ລະຫວ່າງສູນກາງ ແລະລະດັບ
ທ້ອງຖິ່ນຫຼາຍຂັ້ນຕອນ ຈຶ່ງເຮັດໃຫ້ການຕັດໄມ້ ໃນພາກຕົວຈິງ
ສາມາດປະຕິບັດ ນັບແຕ່ຕົ້ນປີ 2014 ມານີ້ ຫາກແຕ່ວ່າ ທາງ
ການລາວກໍໝັ້ນໃຈວ່າ ການຕັດໄມ້ທັງໃນໂຄວຕາປົກກະຕິ
ແລະໂຄວຕາພິເສດ ຈະສາມາດປະຕິບັດໄດ້ຢ່າງຄົບຖ້ວນ ຕາມ
ການອະນຸມັດໄວ້ ໃນແຜນການດັ່ງກ່າວຢ່າງແນ່ນອນ ເພາະຫຼັງ
ຈາກທີ່ຜ່ານຂັ້ນຕອນ ໃນການກວດສອບຄວາມຖືກຕ້ອງ ດ້ານ
ເອກກະສານ ແລະ ການກວດເຂດໂຄຕາໄມ້ຢ່າງຄົບຖ້ວນ ແລ້ວບັນດາບໍລິສັດເອກກະຊົນ
ທີ່ໄດ້ຮັບອະນຸຍາດສຳປະທານ ກໍຈະສາມາດດຳເນີນການຕັດໄມ້ໄດ້ຕະຫຼອດເວລານັ້ນເອງ.

ແຕ່ຢ່າງໃດກໍຕາມ ລັດຖະບານລາວ ກໍສາມາດຈັດເກັບລາຍຮັບ ຈາກພາສີການສົ່ງໄມ້
ໄປຕ່າງປະເທດໄດ້ຕ່ຳຫຼາຍ ເຊັ່ນສາມາດຈັດເກັບລາຍຮັບໄດ້ບໍ່ເຖິງ 20 ລ້ານດອນລາ ໃນແຜນການປີ 2012-2013 ທີ່ຜ່ານມາ ໂດຍມີສາເຫດມາຈາກການ ປະຕິບັດໜ້າທີ່
ຂອງພະນັກງານລັດ ທີ່ເຫັນຜົນປະໂຫຍດສ່ວນຕົວເປັນສຳຄັນ ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງໃນ
ຄະນະ ກຳມະການກວດກາແຫ່ງລັດ ໄດ້ໃຫ້ການຢືນຢັນວ່າ:

“ໄມ້ພວກເຮົານີ້ ຂຸດຄົ້ນອອກເປັນຈຳນວນ ມະຫາສານທີ່ສຸດ ແຕ່ວ່າລາຍຮັບ
ຈາກການຂາຍໄມ້ນີ້ ກໍບໍ່ໄດ້ພໍເທົ່າໃດ ໄມ້ແມັດກ້ອນໜຶ່ງ ພວກເຮົາຂາຍນີ້ມີ
ແຕ່ຢູ່ໃນລະດັບ 50-60 ຫຼຽນຕໍ່ແມັດກ້ອນ 50-60 ຫຼຽນນີ້ແລ້ວເບິ່ງປ່າໄມ້ພວກ
ເຮົາທີ່ຖືກບຸກລຸກທຳລາຍນັ້ນ ເປັນຈຳນວນມະຫາສານອັນນີ້ມັນໆສວນທາງ
ກັນກັບການພັດທະນາແບບຍືນຍົງ.”


ເຈົ້າໜ້າທີ່ຂັ້ນສູງ ໃນຄະນະກຳມະການກວດກາແຫ່ງລັດ ບອກວ່າການປະເມີນດັ່ງກ່າວ
ຖືເປັນການປະເມີນລາຄາໄມ້ ທີ່ຕ່ຳກວ່າຄວາມເປັນຈິງໃນອັດຕາສະເລ່ຍເຖິງ 50 ເປີເຊັນ
ຊຶ່ງກໍເປັນຜົນເຮັດໃຫ້ ລັດຖະບານລາວ ຕ້ອງສູນເສຍຜົນປະໂຫຍດ ຄິດເປັນມູນຄ່າຫຼາຍ
ຮ້ອຍຕື້ກີບ ໃນແຜນການປີ 2012-2013 ທີ່ຜ່ານມາ.

ຍິ່ງໄປກວ່ານັ້ນ ເຈົ້າໜ້າທີ່ຂັ້ນສູງຂອງລາວກໍຍັງປະເມີນດ້ວຍວ່າການລັກລອບຕັດໄມ້ຜິດ
ກົດໝາຍໃນຕະຫຼອດແຜນການປີ 2013-2014 ນີ້ຈະມີປະລິມານລວມເກີນກວ່າ 1 ລ້ານ
ແມັດກ້ອນອີກດ້ວຍ ແລະພື້ນທີ່ໆມີການລັກລອບຕັດໄມ້ຫຼາຍທີ່ສຸດ ກໍແມ່ນເຂດຊາຍແດນ
ລາວ ທີ່ຕິດຕໍ່ກັບຫວຽດນາມ ຈີນ ແລະໄທຕາມລຳດັບ.
XS
SM
MD
LG