ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ນາຍົກ​​ລາວວ່າ ​ຄວນມີການແກ້ໄຂ ຄວາມແຕກໂຕນກັນ ໃນກຸ່ມອາ​ຊ່ຽນ


ພິທີສະເຫລີມສະຫລອງການສ້າງຕັ້ງກຸ່ມອາຊ່ຽນ ຄົບຮອບ 45 ປີ ທີ່ນະຄອນຫລວງວຽງຈັນ
ພິທີສະເຫລີມສະຫລອງການສ້າງຕັ້ງກຸ່ມອາຊ່ຽນ ຄົບຮອບ 45 ປີ ທີ່ນະຄອນຫລວງວຽງຈັນ

ນາຍົກ​ລັດຖະມົນຕີ​ລາ​ວ​ເນັ້ນ​ຢໍ້າວ່າ​ລາວ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຈາກ​ການ​​ເປັນ​ສະມາ​ຊິກ​ຂອງ​ອາ ​ຊ່ຽນ​ຫຼາຍ​ຂຶ້ນນັບ​ມື້ ​ແຕ່​ຄວາມ​ແຕກ​ໂຕນ​ຂອງ​ການ​ພັດທະນາ​ທາງ​ເສ​ດຖະກິດ​ຍັງ​ເປັນ​ບັນຫາ ​ທີ່​ຈະ​ຕ້ອງ​ເລັ່ງ​ແກ້​ໄຂ.

ທ່ານ​ທອງ​ສິງ ທໍາ​ມະ​ວົງ ນາຍົກລັດຖະມົນຕີລາວ​ໄດ້​ຖະ​ແຫຼງ​ເນັ້ນ​ຢໍ້າ​ໃນ​ໂອກາດ​ການ
​ກໍ່​ຕັ້ງ​ກຸ່ມ​ອາ​ຊ່ຽນ​ຄົບຮອບ 45 ປີ ​ໃນ​ວັນ​ທີ່ 8 ສິງຫາ​ນີ້​ວ່າ ການ​ທີ່ ສປປ. ລາວ ​ໄດ້​ເຂົ້າ
ມາ​ເປັນ​ປະ​ເທດ​ສະມາຊິ​ກຂອງ​ອາ​ຊ່ຽນ​ໃນ​ຕະຫຼອດ​ໄລຍະ 15 ປີຜ່ານມາ​ນີ້ ຖື​ວ່າ​ເປັນ​
ປັດ​ໄຈ​ສໍາ​ຄັນ​ ທີ່​ຊ່ວຍ​ເສີມ​ສ້າງ​ບົດບາດ​ຂອງ​ ສປປ.ລາວ​ໃຫ້ ​ເປັນ​ທີ່​ຍອມຮັບ​ໃນ​ລະດັບ
​ສາກົນ​ຫຼາຍ​ຂຶ້ນນັບ​ມື້.

​ໂດຍ​ສະ​ເພາະ​ແມ່ນ​ນັບ​ຈາກ​ການ​ທີ່​ລາວ​ໄດ້​ເປັນ​ປະທານ​ວຽນ​ຂອງ​ອາ​ຊ່ຽນ​ ແລະ​ເປັນ​ເຈົ້າ
ພາບ​ຈັດ​ກອງ​ປະຊຸມ​ສຸດ​ຍອດ​ຜູ້​ນໍາ​ອາ​ຊ່ຽນ​ໃນ​ປີ 2004 ກໍ​ໄດ້​ເຮັດ​ໃຫ້​ລາວ​ ເປັນ​ທີ່ຍອມຮັບ
​ໃນ​ເວທີ​ສາກົນ​ນັບ​ແຕ່​ນັ້ນ​ມາ ​ແລະ​ກໍ​ໄດ້​ຮັບ​ຄວາມ​ໄວ້​ວາງ​ໃຈ​ໃຫ້​ເປັນ​ເຈົ້າພາບຈັດ​ກອງ​ປະ
ຊຸ​ມ​ ແລະ​ມະຫະກໍາ​ນາໆ ຊາດ​ທີ່​ສໍາຄັນ​ອີກ​ຫຼາຍ​ຄັ້ງ ​ເຊັ່ນ​ການ​ເປັນ​ເຈົ້າພາບແຂ່ງຂັນ​ກີລາ
​ຊີ​ເກ​ມສ໌ຄັ້ງ​ທີ 25 ການ​ເປັນ​ເຈົ້າພາບ​ຈັດ​ກອງ​ປະຊຸມ​ນາໆ​ຊາດ​ ວ່າ​ດ້ວຍ​ການ​ຕ້ານລະ​ເບີດ
​ສັງຫານ ​ແລະ​ທີ່​ສໍາຄັນ​ກໍ​ແມ່ນ​ການ​ໄດ້​ຮັບ​ຄວາມ​ໄວ້​ວາງ​ໃຈ ​ໃຫ້​ເປັນ​ເຈົ້າພາບ​ຈັດ​ກອງ​ປະ
ຊຸມ​ສຸດ​ຍອດເອ​ເຊຍ-ຢູ​ໂຣບ (ASEM) ຄັ້ງ​ທີ 9 ທີ່ກໍາ​ລັງ​ຈະ​ມີ​ຂຶ້ນ​ໃນ​ວັນ​ທີ 5-6 ພະຈິກ​ປີ​ນີ້
​ຢູ່​ນະຄອນ​ວຽງ​ຈັນ.

ພາບຈໍາລອງຂອງສູນກາງຈັດ​ກອງ​ປະ ຊຸມ​ສຸດ​ຍອດເອ​ເຊຍ-ຢູ​ໂຣບ (ASEM) ຄັ້ງ​ທີ 9 ທີ່ກໍາ​ລັງ​ຈະ​ມີ​ຂຶ້ນເດືອນພະຈິກປີນີ້​
ພາບຈໍາລອງຂອງສູນກາງຈັດ​ກອງ​ປະ ຊຸມ​ສຸດ​ຍອດເອ​ເຊຍ-ຢູ​ໂຣບ (ASEM) ຄັ້ງ​ທີ 9 ທີ່ກໍາ​ລັງ​ຈະ​ມີ​ຂຶ້ນເດືອນພະຈິກປີນີ້​

ຊຶ່ງ​ດ້ວຍ​ການ​ທີ່​ໄດ້​ຮັບ​ຄວາມ​ໄວ້​
ວາງ​ໃຈ​ດັ່ງກ່າວ ກໍ​ຍັງ​ໄດ້​ສົ່ງ​ຜົນ
​ດີ​ຕໍ່​ການ​ພັດທະນາທາງ​ເສດຖະ
ກິດ-ສັງຄົມ​ຂອງ​ລາວ​ອີກ​ດ້ວຍ ​
ໂດ​ຍຈະ​ເຫັນ​ໄດ້​ຢ່າງ​ຊັດ​ເຈນ
ຈາກ​ການ​ຄ້າແລະ​ການ​ລົງທຶນ​
ຂອງ​ຕ່າງປະ​ເທດ​ໃນ​ລາວ ​ທີ່​ມີ​
ມູນ​ຄ່າ​ເພີ່ມ​ຂຶ້ນທຸກ​ປີ ສ່ວນ​ຜະ
ລິດຕະພັນ​ລວມພາຍ​ໃນ (GDP)
ກໍ​ຂະຫຍາຍຕົວ​ເພີ່ມ​ຂຶ້ນຢ່າງ​ຕໍ່
​ເນື່ອງ​ນັ້ນ ​ກໍ​ຍັງເຮັດ​ໃຫ້​ສະພາບ
​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ລາວດີ​ຂຶ້ນນັບ​ມື້ອີກ​ດ້ວຍ.

​ແຕ່​ຢ່າງ​ໃດ​ກໍ​ຕາມ ທ່ານ​ທອງ​ສິງ ທໍາ​ມະ​ວົງ ກໍ​ໄດ້​ເນັ້ນ​ຍໍ້າວ່າ​ບັນຫາ​ຄວາມ​ແຕກໂຕນກັນ
​ລະຫວ່າງ​ການ​ພັດທະນາ​ທາງ​ເສດ​ຖະກິດ​ລະຫວ່າງ​ປະ​ເທດ​ສະມາຊິກ​ໃນ​ກຸ່ມ​ອາຊ່ຽນ
​ດ້ວຍ​ກັນ ຍັງ​ຖືເປັນ​ບັນຫາ​ສໍາຄັນ ທີ່​ຈະ​ຕ້ອງ​ໄດ້​ຮັບ​ການ​ແກ້​ໄຂ​ໃຫ້​ໄດ້​ຢ່າງ​ແທ້​ຈິງ ​ເນື່ອງ
​ຈາກ​ວ່າ ຄວາມ​ແຕກ​ໂຕນ​ກັນ​ໃນ​ລະດັບ​ຂອງ​ກາ​ນພັດທະນາ​ທາງ​ເສດຖະກິດ​ນັ້ນ ຖື​ເປັນ
​ປັດ​ໄຈ​ສໍາຄັນ​ ທີ່​ເປັນ​ອຸບປະສັກ​ຕໍ່​ການ​ພັດທະນາ​ອາ​ຊຽນ​ໄປ​ສູ່​ການເປັນ​ປະຊາ​ຄົມນາ​ໆ
​ຊາດ​ອັນ​ນຶ່ງ​ອັນ​ດຽວ​ກັນ​ໃນ​ປີ 2015 ດັ່ງ​ທີ່​ທ່ານ​ທອງ​ສິງ ​ໄດ້​ໃຫ້ການ​ຢືນຢັນວ່າ:

ທ່ານ​ທອງ​ສິງ ທໍາ​ມະ​ວົງ ນາຍົກລັດຖະມົນຕີລາວ​ຖະ​ແຫຼງ​ເນື່ອງ​ໃນ ​ໂອກາດ​ການສ້າງ​ຕັ້ງ​ກຸ່ມ​ອາ​ຊ່ຽນ​ຄົບຮອບ 45 ປີ​
ທ່ານ​ທອງ​ສິງ ທໍາ​ມະ​ວົງ ນາຍົກລັດຖະມົນຕີລາວ​ຖະ​ແຫຼງ​ເນື່ອງ​ໃນ ​ໂອກາດ​ການສ້າງ​ຕັ້ງ​ກຸ່ມ​ອາ​ຊ່ຽນ​ຄົບຮອບ 45 ປີ​

“​ແຕ່​ເຖິງ​ຢ່າງ​ໃດ​ກໍ​ຕາມ ອາ​ຊ່ຽນ​
ກໍ​ຍັງ​ມີ​ສິ່ງ​ທ້າ​ທາຍ​ຫຼາຍ​ປະການ
​ທີ່​ຈະ​ຕ້ອງ​ໄດ້​ສືບ​ຕໍ່ຮ່ວມ​ມື​ກັນ​
ແກ້​ໄຂ ​ເປັນ​ຕົ້ນ​ແມ່ນ​ບັນຫາ​
ຄວາມ​ແຕກ​ໂຕນ​ກັນ​ດ້ານ​ການ
​ພັດທະນາ​ໃນ​ອາຊ່ຽນ ຊຶ່ງ​ຄວາມ
​ແຕກ​ໂຕນ​ດ້ານ​ການ​ພັດທະນາ​ນີ້
​ເປັນ​ອຸບປະສັກ​ສໍາຄັນ​ຕໍ່​ການ​
ສ້າງ​ປະຊາ​ຄົມອາ​ຊ່ຽນ​ໃຫ້​ສໍາ
​ເລັດ​ໃນ​ປີ 2015.”


​ອິງ​ຕາມ​ສະຖິຕິ​ຂອງ​ສໍານັກງານ​ເລ​ຂາ​ທິການ​ອາ​ຊ່ຽນ ກໍ​ໄດ້​ລະບຸ​ວ່າ​ສິງ​ກະ​ໂປ ​ເປັນປະ​ເທດ​
ທີ່​ມີ​ການ​ພັດທະນາ​ທາງ​ເສດຖະກິດ​ສູງ​ສຸດ​ໃນ​ອາ​ຊ່ຽນ ຊຶ່ງ​ໃນ​ປັດຈຸບັນ​ນີ້ ກໍ​ປາກົດ​ວ່າ​ຍອດ
​ຜະລິດ​ຕະພັນ​ລວມພາຍ​ໃນຂອງ​ສິງ​ກະ​ໂປ​ ສາມາ​ດໄລ່ສະ​ເລ່ຍ​ເປັນ​ລາຍຮັບ​ຂອງ​ປະຊາຊົນ​
ໄດ້​ເຖິງ 50,000 ຕໍ່​ຄົນ​ຕໍ່​ປີ ຊຶ່ງ​ຖື​ເປັນ​ລາຍ​ໄດ້​ສ​ະ​ເລ່ຍ ທີ່​ສູງ​ກວ່າປະຊາຊົນ​ໄທ ລາວ ​ແລະ​
ມຽນມາ ​ເຖິງ 10 ​ເທົ່າ ​50 ​ເທົ່າ ​ແລະ 100 ​ເທົ່າ ຕາມລໍາດັບ.

ນອກຈາກ​ນີ້ ທ່ານ​ທອງ​ສິງ ກໍ​ຍອມຮັບ​ອີກດ້ວຍ​ວ່າ ​ບັນຫາ​ທີ່ເປັນ​ອຸບປະສັກ​ຕໍ່​ການ​ພັດທະນາ
​ເສດຖະກິດ​ຂອງ​ລາວ​ປະການ​ນຶ່ງ​ກໍ​ຄື ​ຄຸນ​ນະພາ​ບທາງ​ດ້ານ​ການ​ສຶກສາ ​ໂດຍ​ມີ​ສາ​ເຫດ​ມາ
​ຈາກ​ບັນຫາ​ຂາດ​ແຄນ​ງົບປະມານ ​ໂດຍ​ເຖິງ​ແມ່ນ​ວ່າ ສະພາ​ແຫ່ງ​ຊາດ​ລາວ​ຈະ​ໄດ້​ຮັບຮອງ​ເອົາ
​ແຜນ​ຍຸດ​ທະສາດ ວ່າ​ດ້ວຍ​ການ​ປະ​ຕິ​ຮູບ​ການ​ສຶກສາ​ແຫ່ງ​ຊາດ​ເຖິງ ປີ 2015 ຢ່າງ​ເປັນ​ທາງ​
ການ​ແລ້ວ​ກໍ​ຕາມ ຫາກ​ແຕ່​ວາ​ດ້ວຍ​ຂໍ້​ຈໍາກັດ​ທາງ​ດ້ານ​ງົບປະມານ ​ກໍ​ໄດ້​ສົ່ງ​ຜົນ​ກະທົບ​ຕໍ່​ການ
​ປະຕິບັດ​ແຜນການ​ຍຸ​ດທະ​ສາດ​ດັ່ງກ່າວ​ຢ່າງ​ຫຼີກ​ລ່ຽງບໍ່​ໄດ້.

ທັງນີ້​ໂດຍ​ໃນ​ສົກຮຽນ​ປະ​ຈໍາປີ 2011-2012 ທີ່​ຜ່ານ​ມາ​ເຖິງແມ່ນ​ວ່າ​ໃນ​ທົ່ວ​ປະ​ເທດລາວ​ຈະ
​ມີໂຮງຮຽນ​ປະຖົມ​ຢູ່​ໃນ 94% ຂອງ​ຈໍານວນ​ບ້ານ​ທັງ​ໝົດ​ຊຶ່ງ​ເຮັດ​ໃຫ້ 91.6% ຂອງ​ເດັກນ້ອຍ
​ໃນ​ໄວ​ຮຽນ​ທັງ​ໝົດ​ມີ​ໂອກາດ​ໄດ້​ຮຽນ​ໜັງສື​ໃນ​ລະດັບ​ປະຖົມ ສ່ວນ 68% ກໍ​ໄດ້​ຮຽນ​ຈົບ​ມັດ
ທະຍົມ​ຕົ້ນ​ກໍ​ຕາມ ຫາກ​ແຕ່​ວ່າ ​ໂອກາດ​ໄດ້​ຮຽນ​ລະດັບ​ມັດທະຍົມ​ປາຍ ​ແລະ​ປະລິນຍາ​ຕີ​ນັ້ນ
ຍັງ​ຖື​ວ່າ​ມີ​ອັດຕາ​ສ​ະ​ເລ່ຍທີ່​ຕໍ່າ​ຫຼາຍ.

XS
SM
MD
LG