ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອະດີດປະທານສະພາກ່າວວ່າ ການຮ່າງກົດໝາຍຂອງລາວ ຍັງຂາດປະສິດທິພາບ


ຄະນະຜູ້ນໍາສູງສຸດໃນສະພາຜູ້ແທນປະຊາຊົນແຫ່ງຊາດລາວຊຸດທີ 6
ຄະນະຜູ້ນໍາສູງສຸດໃນສະພາຜູ້ແທນປະຊາຊົນແຫ່ງຊາດລາວຊຸດທີ 6

ນາຍົກລັດຖະມົນຕີລາວຍອມຮັບວ່າ ການຮ່າງກົດໝາຍໃນສະພາແຫ່ງຊາດຍັງມີປະສິດທິ ພາບຕໍ່າ ແລະວ່າຄົນລາວໃນຕ່າງປະເທດຈະສາມາດໃຊ້ສິດເລືອກຕັ້ງໄດ້ທີ່ສະຖານທູດ ແລະ ສະຖານກົງສູນລາວ.

ທ່ານທອງສິງ ທໍາມະວົງ ນາຍົກລັດຖະມົນຕີໃນຖານະ​ອະ
ດີດປະທານສະພາແຫ່ງຊາດລາວ ໄດ້ຍອມຮັບວ່າການ
ຮ່າງກົດໝາຍ ແລະການຮັບຮອງຮ່າງກົດໝາຍອອກມາ
ບັງຄັບໃຊ້ ໂດຍສະພາແຫ່ງຊາດລາວໃນຕະຫຼອດໄລຍະ
5 ປີທີ່ຜ່ານມານັ້ນ ເຖິງແມ່ນວ່າຈະສາມາດຜ່ານກົດໝາຍ
ອອກມາບັງຄັບໃຊ້ໄດ້ຫຼາຍພໍສົມຄວນກໍຕາມ ຫາກແຕ່ໃນ
ຂະນະດຽວກັນກໍປາກົດວ່າ ມີຈໍານວນບໍ່ໜ້ອຍທີ່ເປັນການ
ດັດແກ້ກົດໝາຍເກົ່າເພື່ອໃຫ້ສອດຄ້ອງກັບສະພາບການ
ທີ່ປ່ຽນແປງໄປຢ່າງໄວວາ.

ເພາະສະນັ້ນ ເມື່ອເປັນແນວນີ້ກໍໄດ້ເປັນຜົນເຮັດໃຫ້ສະມາ
ຊິກສະພາແຫ່ງຊາດຕ້ອງໃຊ້ເວລາໄປບໍ່ໜ້ອຍຄືກັນເພື່ອທໍາ
ການດັດແກ້ກົດໝາຍເກົ່າໃຫ້ທັນສະໄໜດັ່ງກ່າວ. ນອກຈາກນີ້ ກໍຍັງໄດ້ສົ່ງຜົນກະທົບຕໍ່ເນື່ອງ
ເຮັດໃຫ້ມີເວລາໃນການສ້າງກົດໝາຍໃໝ່ໄດ້ໜ້ອຍລົງ ແລະຍັງເປັນການສະທ້ອນເຖິງຄຸນນະ
ພາ​ບທີ່ຕໍ່າຂອງກົດໝາຍໃນລາວອີກດ້ວຍ ດັ່ງທີ່ທ່ານທອງສິງໄດ້ຖະແຫຼງເນັ້ນຢໍ້າໃນຕອນນຶ່ງ ວ່າ:

ທ່ານທອງສິງ ທໍາມະວົງ ນາຍົກລັດຖະມົນຕີລາວ
ທ່ານທອງສິງ ທໍາມະວົງ ນາຍົກລັດຖະມົນຕີລາວ

“ສະພາແຫ່ງຊາດຂອງພວກເຮົາເຖິງວ່າ ໄດ້ພິຈາລະ
ນາຮັບເອົາກົດໝາຍຫລາຍສົມຄວນ. ຫາກແຕ່ເນື້ອ
ໃນຂອງກົດໝາຍຈໍານວນນຶ່ງ ຍັງມີບາງບັນຫາທີ່ບໍ່
ທັນສອດຄ້ອງ. ສະນັ້ນ ພວກເຮົາສ້າງກົດໝາຍກັບ
ພວກເຮົາປັບປຸງກົດໝາຍໃນໄລຍະ 5 ປີຜ່ານມາ
ເກືອບເທົ່າກັນ ແທນທີ່ຈະໄດ້ສ້າງໃໝ່ໃຫ້ຫຼາຍກວ່າ
ນີ້ ແຕ່ວ່າຕ້ອງໃຊ້ເວລາເສຍເວລາກັບການປັບປຸງ
ກົດໝາຍເກົ່າຫຼາຍສົມຄວນ. ອັນນີ້ສະແດງເຖິງຄຸນ
ນະພາບຂອງກົດໝາຍພວກເຮົາ”

ຄະນະກໍາມະການເລືອກຕັ້ງລະດັບຊາດຂອງລາວ ພາຍໃຕ້ການເປັນປະທານຂອງທ່ານບຸນຍັງ
ວໍລະຈິດ ຮອງປະທານປະເທດລາວນັ້ນ ໄດ້ປະກາດລາຍຊື່ບຸຄົນທີ່ຜ່ານການຄັດເລືອກແລະ
ກໍໄດ້ຮັບອະນຸຍາດໃຫ້ລົງສະໝັກແຂ່ງຂັນ ໃນການເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ
ລາວຊຸດທີ 7 ຢ່າງເປັນທາງການເມື່ອຕົ້ນເດືອນມີນາ 2011 ນີ້.

ໂດຍມີຜູ້ທີ່ໄດ້ຮັບອະນຸຍາດໃຫ້ສະມັກແຂ່ງຂັນໃນການເລືອກຕັ້ງຄັ້ງນີ້ ຈໍານວນທັງໝົດ 190
ຄົນໃນ 17 ເຂດເລືອກຕັ້ງໃນທົ່ວປະເທດລາວ ຊຶ່ງກໍປາກົດວ່າເປັນຜູ້ສະມັກຈາກສູນກາງ
47 ຄົນ. ສ່ວນທີ່ເຫຼືອ 143 ຄົນນັ້ນເປັນຜູ້ສະມັກຈາກລະດັບທ້ອງຖິ່ນ ແລະຈາກຈໍານວນ
ຜູ້ສະມັກທັງໝົດດັ່ງກ່າວ ກໍເປັນຜູ້ສະມັກເພດຍິງ 47 ຄົົນໂດຍ 12 ຄົນເປັນຜູ້ສະມັກຈາກ
ສູນກາງ ແລະສ່ວນໃຫຍ່ກໍເປັນບຸກຄະລາກອນຂອງພັກ-ລັດ ເນື່ອງຈາກວ່າມີຜູ້ສະມັກຈາກ
ພາກເອກກະຊົນທີ່ໄດ້ຮັບອານຸຍາດໃຫ້ລົງສະມັກແຂ່ງຂັນ ໃນການເລືອກຕັ້ງຄັ້ງນີ້ພຽງແຕ່ 5 ຄົນເທົ່ານັ້ນ.

ສໍາລັບພາກສ່ວນທີ່ມີອໍານາດຕັດສິນໃຈຄັດເລືອກ ແລະອະນຸຍາດໃຫ້ບຸກຄົນໃດມີສິດລົງ
ສະມັກແຂ່ງຂັນໃນການເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດລາວໄດ້ນັ້ນ ກໍຄືຄະນະກໍາ
ມະການກົມການເມືອງສູນກາງພັກປະຊາຊົນປະຕິວັດລາວ ທີ່ມີຢູ່ທັງໝົດ 11 ທ່ານ ຊຶ່ງມີ
ທ່ານຈູມມະລີ ໄຊຍະສອນເປັນປະທານ ແລະກໍເປັນເລຂາທິການໃຫຍ່ຂອງພັກອີກດ້ວຍ
ນັ້ນເອງ.

ຄະນະຜູ້ແທນລົງຄະແນນ ສຽງ ໃນກອງປະຊຸມ ສະພາແຫ່ງຊາດ.
ຄະນະຜູ້ແທນລົງຄະແນນ ສຽງ ໃນກອງປະຊຸມ ສະພາແຫ່ງຊາດ.

ການເລືອກຕັ້ງສະມາຊິກສະພາແຫ່ງຊາດລາວຊຸດທີ 7 ກໍາ
ໜົດທີ່ຈະມີຂື້ນຢ່າງເປັນທາງການໃນວັນທີ່ 30 ເມສາປີນີ້
ຊຶ່ງປະກອບມີທັງໝົດ 17 ເຂດເລືອກຕັ້ງ ທັງໃນເຂດນະ
ຄອນວຽງຈັນ ແລະໃນ 16 ແຂວງທົ່ວປະເທດລາວ ໂດຍ
ປະຊາຊົນລາວທີ່ມີອາຍຸຄົບ 18 ປີຂຶ້ນໄປກໍຈະເປັນຜູ້ທີ່ມີ
ສິດໃນການເລືອກຕັ້ງເອົາສະມາຊິກສະພາແຫ່ງຊາດລາວ
ຊຸດໃໝ່. ສ່ວນຄົນລາວໃນຕ່າງປະເທດທີ່ມີສິດເລືອກຕັ້ງ
ນັ້ນ ກໍ່ສາມາດຈະໃຊ້ສິດຂອງຕົນໄດ້ທີ່ສະຖານທູດ ແລະ
ສະຖານກົງສູນລາວໃນວັນທີ 30 ເມສາເຊັ່ນດຽວກັນ.

ທັງນີ້ສະພາແຫ່ງຊາດລາວຊຸດທີ 7 ນີ້ຈະມີສະມາຊິກທັງໝົດ 132 ຄົນ ຊຶ່ງເພີ່ມຂຶ້ນຈາກ
ຊຸດທີ 6 ທີ່ມີຈໍານວນສະມາຊິກທັງໝົດ 115 ຄົນ ເນື່ອງຈາກວ່າຈໍານວນປະຊາກອນລາວ
ໄດ້ເພີ່ມຂຶ້ນຈາກເມື່ອ 5 ປີກ່ອນ.

ແຕ່ຢ່າງໃດກໍຕາມ ເຖິງແມ່ນວ່າການເພີ່ມຈໍານວນສະມາຊິກສະພາແຫ່ງຊາດດັ່ງກ່າວນີ້ຈະຢຶດ
ຖືຕາມຫຼັກເກນ ທີ່ວ່າສະມາຊິກສະພາແຫ່ງຊາດລາວ 1 ຄົນຕໍ່ປະຊາກອນລາວທຸກໆ
50,000 ຄົນກໍຕາມ ແຕ່ວ່າສໍາລັບໃນການເລືອກຕັ້ງສະມາຊິກສະພາແຫ່ງຊາດລາວ ຊຸດທີ
7 ນີ້ ກໍໄດ້ກໍາໜົດໄວ້ວ່າ ໃນແຕ່ລະເຂດເລືອກຕັ້ງ ຫຼືແຕ່ລະແຂວງນັ້ນຈະຕ້ອງມີຈໍານວນສະ ມາຊິກສະພາແຫ່ງຊາດບໍ່ຕໍ່າກວ່າ 5 ຄົນ ເຖິງແມ່ນວ່າຈະເປັນເຂດທີ່ມີປະຊາກອນບໍ່ເຖິງ
50,000 ຄົນກໍຕາມ.

XS
SM
MD
LG