ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ລາວ ຈະສະເໜີໃຫ້ UNESCO ຮັບຮອງເອົາ ທົ່ງໄຫຫິນ ເປັນມໍລະດົກໂລກ


ທາງການລາວ ຈະສະເໜີຕໍ່ອົງການ UNESCO ເພື່ອຮັບຮອງ ເຂດທົ່ງໄຫຫິນໃນແຂວງຊຽງຂວາງ ໃຫ້ເປັນມໍລະດົກໂລກ ແຫ່ງທີ 3 ຂອງລາວ.
ທາງການລາວ ຈະສະເໜີຕໍ່ອົງການ UNESCO ເພື່ອຮັບຮອງ ເຂດທົ່ງໄຫຫິນໃນແຂວງຊຽງຂວາງ ໃຫ້ເປັນມໍລະດົກໂລກ ແຫ່ງທີ 3 ຂອງລາວ.
ທາງການລາວ ໄດ້ກະກຽມແຜນການ ທີ່ຈະສະເໜີຕໍ່ອົງການ
UNESCO ເພື່ອຮັບຮອງເຂດທົ່ງໄຫຫິນໃນແຂວງຊຽງຂວາງ
ໃຫ້ເປັນມໍລະດົກໂລກ ແຫ່ງທີ 3 ໃນລາວ.

ທ່ານຄຳເພັດ ພົມມະດວງໄກສອນ ຫົວໜ້າພະແນກຖະແຫລງຂ່າວ ວັດທະນະທຳ ແລະ ການທ່ອງທ່ຽວ ແຂວງຊຽງຂວາງ ຖະແຫລງຢືນຢັນວ່າ ການກະກຽມແຜນການ ທີ່ຈະ
ສະເໜີຕໍ່ອົງການ UNESCO ເພື່ອໃຫ້ການຮັບຮອງ ເຂດທົ່ງໄຫຫິນເປັນມໍລະດົກໂລກນັ້ນ
ໄດ້ຄືບໜ້າໄປຫຼາຍແລ້ວ ໂດຍທາງການແຂວງຊຽງຂວາງ ໄດ້ມີການຄຸ້ມຄອງ ແລະ ລົງ
ທະບຽນໄຫຫິນ ໄດ້ແລ້ວຫຼາຍກວ່າ 2,000 ໜ່ວຍໃນ 70 ກວ່າພື້ນທີ່.

ແຕ່ຢ່າງໃດກໍຕາມ ທາງການແຂວງຊຽງຂວາງ ກໍຍັງບໍ່ມີກຳໜົດທີ່ຊັດເຈນວ່າ ຈະສາມາດ
ຍື່ນຂໍ້ສະເໜີດັ່ງກ່າວ ຕໍ່ອົງການ UNESCO ໄດ້ເມື່ອໃດ ເນື່ອງຈາກຍັງຈະຕ້ອງ ດຳເນີນ
ການສຳຫຼວດ ເພື່ອລົງທະບຽນໄຫຫິນທີ່ເຫຼືອໃນອີກ 50 ກວ່າພື້ນທີ່ ໃຫ້ແລ້ວສຳເລັດກ່ອນ
ແລະ ພ້ອມກັນນີ້ ກໍຍັງຈະຕ້ອງສຶກສາອົບຮົມ ປະຊາຊົນລາວ ເພື່ອໃຫ້ການຮ່ວມມືເຂົ້າ ໃນ
ການຄຸ້ມຄອງໄຫຫິນດ້ວຍ ດັ່ງທີ່ທ່ານຄຳເພັດ ໄດ້ກ່າວວ່າ:

“ກ່ຽວກັບເລື້ອງການຫ້າງຫາກະກຽມ ເອົາໄຫຫິນນີ້ ເຂົ້າບັນຊີຢູ່ໃນມໍລະດົກໂລກ ແຂວງຊຽງຂວາງ ຂອງພວກເຮົາ ກະມີການຫ້າງຫາກະກຽມ ຢູ່ໃນເບື້ອງຕົ້ນ ໂດຍ
ສະເພາະແມ່ນກ່ຽວກັບເລື້ອງວຽກງານລະບຽບ ການຄຸ້ມຄອງການປົກປັກຮັກສາ
ໄຫຫິນເພື່ອບໍ່ໄດ້ຖືກທຳລາຍ ຈາກບັນຫາຕ່າງໆ ຢູ່ໃນຊ່ວງລະຍະຜ່ານມາ ໄຫຫິນ
ກະຖືກທຳລາຍ ຈາກມະນຸດແລ້ວ ກະຈາກສົງຄາມ.”


ໂດຍອີງຕາມແຜນການພັດທະນາການທ່ອງທ່ຽວໃນຊ່ວງປີ 2013-2015 ລັດຖະບານ
ລາວໄດ້ວາງເປົ້າໝາຍ ທີ່ຈະສະເໜີຕໍ່ອົງການ UNESCO ເພື່ອໃຫ້ການຮັບຮອງ ສະຖາ
ນະພາບ ຂອງການເປັນມໍລະດົກໂລກ ຢູ່ໃນລາວເພີ້ມຂຶ້ນອີກ 2 ແຫ່ງ ກໍຄືເຂດທົ່ງໄຫຫິນ
ໃນແຂວງຊຽງຂວາງດັ່ງກ່າວ ແລະ ພູຫິນໜາມໜໍ່ໃນແຂວງຄຳມ່ວນ ຊຶ່ງຖ້າຫາກເປັນໄປ
ຕາມແຜນການທີ່ວາງໄວ້ ກໍຈະເຮັດໃຫ້ມີ ມໍລະດົກໂລກ ໃນລາວເຖິງ 4 ແຫ່ງ ແລະ ພູຫິນ
ໜາມໜໍ່ ກໍຍັງຈະເປັນມໍລະດົກໂລກ ທາງທຳມະຊາດແຫ່ງທຳອິດ ໃນລາວອີກດ້ວຍ.
ວັດພູ ຢູ່ແຂວງຈຳປາສັກ ເປັນສະຖານທີ່ອີກແຫ່ງໜຶ່ງ ທີ່ອົງການ UNESCO ຮັບຮອງໃຫ້ເປັນມໍລະດົກໂລກ.
ວັດພູ ຢູ່ແຂວງຈຳປາສັກ ເປັນສະຖານທີ່ອີກແຫ່ງໜຶ່ງ ທີ່ອົງການ UNESCO ຮັບຮອງໃຫ້ເປັນມໍລະດົກໂລກ.

ທັງນີ້ທາງການລາວ ເຊື່ອວ່າການມີມໍລະດົກໂລກ ໃນລາວ
ເພີ້ມຂຶ້ນ ຈະດຶງດູດໃຫ້ນັກທ່ອງທ່ຽວ ຊາວຕ່າງຊາດເດີນທາງ
ເຂົ້າມາ ໃນລາວຫຼາຍຂຶ້ນ ດັ່ງຈະເຫັນໄດ້ຈາກການທີ່
Wanderlust Magazine ວາລະສານການທ່ອງທ່ຽວຊັ້ນນຳ
ຂອງໂລກ ໃນອັງກິດ ລາຍງານວ່າ ບັນດາສະມາຊິກຂອງວາ
ລະສານ ໄດ້ຈັດໃຫ້ເມືອງມໍລະດົກໂລກ ຫລວງພະບາງ ເປັນ
ເມືອງທີ່ໜ້າທ່ອງທ່ຽວທີ່ສຸດເປັນອັນດັບ 2 ຂອງໂລກໃນປີ 2014 ດ້ວຍຄະແນນທີ່ຄິດເປັນອັດຕາສະເລ່ຍ 95.71 ເປີເຊັນ ຈາກ
ຈຳນວນ ສະມາຊິກທັງໝົດ ທີ່ໄດ້ປະກອບຄວາມເຫັນ ໃນການ
ສຳຫຼວດເມື່ອທ້າຍປີ 2013 ສ່ວນອັນດັບທີ 1 ແລະ 3 ກໍຄື
ເມືອງພຸກາມ ໃນສະຫະພາບມຽນມາ ແລະ ເມືອງແຫງ່ອານ
ໃນຫວຽດນາມ ທີ່ໄດ້ຮັບຄະແນນ ຄິດເປັນອັດຕາສະເລ່ຍ 97.5 ເປີເຊັນ ແລະ 94.33
ເປີເຊັນ ຕາມລຳດັບ.

ແຕ່ຢ່າງໃດກໍຕາມ ເມືອງຫຼວງພະບາງ ກໍເຄີຍໄດ້ຮັບການຈັດອັນດັບ ໃຫ້ເປັນເມືອງທີ່ໜ້າ
ທ່ອງທ່ຽວທີ່ສຸດຂອງໂລກ ໃນຊ່ວງປີ 2006-200 ກ່ອນທີ່ຈະເສຍແຊ້ມແຕ່ກໍຍັງຄົງຢູ່ໃນ
10 ເມືອງທີ່ໜ້າທ່ອງທ່ຽວທີ່ສຸດ ໃນໂລກໃນປີ 2009 ແລະກັບຄືນມາຄອງແຊ້ມ ໃນຊ່ວງປີ
2010-2012 ໂດຍມີພຽງປີ 2013 ເທົ່ານັ້ນ ທີ່ເມືອງຫຼວງພະບາງຫລຸດຈາກ 10 ອັນດັບ
ຂອງໂລກ.

ໂດຍການທີ່ເມືອງຫຼວງພະບາງ ໄດ້ເປັນຈຸດໝາຍປາຍທາງ ທີ່ໜ້າທ່ອງທ່ຽວທີ່ສຸດ ໃນໂລກ
ດັ່ງກ່າວນີ້ ກໍໄດ້ເປັນຜົນເຮັດໃຫ້ມີ ຊາວຕ່າງຊາດເດີນທາງເຂົ້າມາທ່ອງທ່ຽວ ໃນເມືອງ
ມໍລະດົກໂລກແຫ່ງນີ້ ເພີ້ມຂຶ້ນທຸກປີ ເຊັ່ນດຽວກັນ ໂດຍໃນປີ 2013 ທີ່ຜ່ານມາ ກໍປະກົດວ່າ
ມີຊາວຕ່າງຊາດຫຼາຍກວ່າ 343,000 ຄົນ ທີ່ເດີນທາງເຂົ້າມາທ່ອງທ່ຽວ ໃນເມືອງຫຼວງ
ພະບາງ ແລະ ຄາດວ່າຈະເພີ້ມຂຶ້ນເປັນ 5 ແສນຄົນໃນປີນີ້.

ທາງດ້ານກະຊວງຖະແຫລງຂ່າວ ວັດທະນະທຳແລະທ່ອງທ່ຽວ ລາຍງານວ່າ ມີຊາວຕ່າງ
ຊາດເດີນທາງ ເຂົ້າມາທ່ອງທ່ຽວໃນລາວ ຫຼາຍກວ່າ 3 ລ້ານ 7 ແສນຄົນ ໃນປີ 2013 ຊຶ່ງເພີ້ມຂຶ້ນຈາກ 3 ລ້ານ 3 ແສນຄົນ ໃນປີ 2012 ທັງຍັງຖືເປັນຈຳນວນນັກທ່ອງທ່ຽວ
ທີ່ເດີນທາງເຂົ້າມາໃນລາວ ເກີນກວ່າແຜນການໃນປີ 2015 ອີກດ້ວຍ.

ໂດຍສາເຫດ ທີ່ເຮັດໃຫ້ນັກທ່ອງທ່ຽວ ເດີນທາງເຂົ້າມາໃນລາວ ຫຼາຍຂຶ້ນນັ້ນ ທ່ານ
ບໍ່ແສງຄຳ ວົງດາຣາ ລັດຖະມົນຕີວ່າການ ກະຊວງຖະແຫລງຂ່າວ ວັດທະນະທຳ ແລະ
ທ່ອງທ່ຽວ ໄດ້ຢືນຢັນວ່າເປັນຍ້ອນການພັດທະນາພາກ ບໍລິການ ແລະ ທ່ອງທ່ຽວໃນລາວ
ທີ່ກ້າວໄປສູ່ລະດັບ ມາດຕະຖານສາກົນ ແຕ່ກໍຍັງຮັກສາຮີດຄອງ ທີ່ດີງາມ ໄດ້ຢ່າງຄົບຖ້ວນ
ທັງທີ່ຢູ່ເມືອງມໍລະດົກໂລກຫຼວງພະບາງ ແລະ ວັດພູ ຢູ່ແຂວງຈຳປາສັກ.

ສຳລັບໃນປີ 2014 ນີ້ ທາງການກະຊວງຖະແຫລງຂ່າວ ວັດທະນະທຳແລະທ່ອງທ່ຽວ ຄາດໝາຍໄວ້ວ່າ ຈະມີນັກທ່ອງທ່ຽວຕ່າງຊາດເຖິງ 4 ລ້ານ 2 ແສນຄົນ ທີ່ຈະໄດ້ເດີນທາງ
ເຂົ້າມາທ່ອງທ່ຽວໃນລາວ ໂດຍຈະເຮັດໃຫ້ພາກບໍລິການ ໃນລາວມີລາຍຮັບຫຼາຍກວ່າ 640 ລ້ານດອນລາໃນຕະຫຼອດປີນີ້.
XS
SM
MD
LG