ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະຊາຊົນລາວ ຢູ່ໃກ້ເຂື່ອນນໍ້າງື່ມ 2 ຮ້ອງຮຽນ ຕໍ່ສະພາແຫ່ງຊາດ ເພື່ອຂໍຄວາມຊ່ວຍເຫລືອ


ເຂື່ອນນໍ້າງື່ມ 1 ທີ່ແຂວງວຽງຈັນ
ເຂື່ອນນໍ້າງື່ມ 1 ທີ່ແຂວງວຽງຈັນ

ປະຊາຊົນລາວ ທີ່ໄດ້ຮັບຜົນກະທົບຈາກໂຄງການເຂື່ອນນໍ້າງື່ມ 2 ໄດ້ຮຽກຮ້ອງຂໍຄວາມ ຊ່ວຍເຫລືອຈາກຄະນະປະຈໍາສະພາແຫ່ງຊາດລາວ ເນື່ອງຈາກຍັງບໍ່ໄດ້ຮັບການຈັດສັນທີ່ດິນ ທໍາກິນຢ່າງພຽງພໍ.

ເຈົ້າໜ້າທີ່ຂັ້ນສູງປະຈໍາຄະນະກໍາມາທິການ ບັນດາເຜົ່າຂອງສະພາແຫ່ງຊາດລາວ
ໄດ້ເປີດເຜີຍໃຫ້ຮູ້ວ່າ ກະລະນີທີ່ສໍາຄັນທີ່ ຄະນະກໍາມາທິການບັນດາເຜົ່າໄດ້ສະເໜີ
ເຂົ້າສູ່ກອງປະຊຸມຄະນະປະຈໍາສະພາແຫ່ງຊາດ ໃນທ້າຍເດືອນມີນານີ້ ກໍຄືກໍລະນີ
ກ່ຽວກັບການຮ້ອງຮຽນຂອງປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກໂຄງການເຂື່ອນນໍ້າ
ງື່ມ 2 ທີ່ກໍ່ສ້າງສໍາເລັດແລ້ວ ແລະໄດ້ເລີ້ມສົ່ງກະແສໄຟຟ້າໄປຂາຍໃຫ້ກັບການໄຟຟ້າ
ຝ່າຍຜະລິດແຫ່ງປະເທດໄທ ຫລື EGAT ນັບແຕ່ປີ 2011 ເປັນຕົ້ນມາແລ້ວ.

ຫາກແຕ່ວ່າໃນພາກສ່ວນຂອງປະຊາຊົນລາວທີ່ໄດ້ຮັບຜົນກະທົບຈາກໂຄງການດັ່ງ
ກ່າວ ແລະກໍໄດ້ຖືກຍົກຍ້າຍອອກຈາກເຂດກໍ່ສ້າງເຂື່ອນໄປຢູ່ໃນເຂດຈັດສັນໃໝ່ ທີ່
ຕັ້ງຢູ່ໃນເຂດເມືອງເຟືອງໃນແຂວງວຽງຈັນ ນັບແຕ່ທ້າຍປີ 2010 ເປັນຕົ້ນມາແລ້ວ
ນັ້ນ ຍັງບໍ່ໄດ້ຮັບການຈັດສັນທີ່ດິນເພື່ອທໍາກິນຢ່າງພຽງພໍ ຫຼືຕາມທີ່ກຸ່ມຜູ້ລົງທຶນໃນ
ໂຄງການໄດ້ສັນຍາໄວ້ ກັບປະຊາຊົນແຕ່ຢ່າງໃດ ດັ່ງທີ່ເຈົ້າໜ້າທີ່ຂອງສະພາແຫ່ງຊາດ
ລາວໄດ້ໃຫ້ການອະທິບາຍວ່າ:

ເຂື່ອນນໍ້າງື່ມ 2 ທີ່ໄດ້ສ້າງສໍາເລັດ ແລະເລີ້ມຜະລິດກະແສໄຟຟ້າໃນ ປີ 2011
ເຂື່ອນນໍ້າງື່ມ 2 ທີ່ໄດ້ສ້າງສໍາເລັດ ແລະເລີ້ມຜະລິດກະແສໄຟຟ້າໃນ ປີ 2011

ປະຊາຊົນທີ່ຍົກຍ້າຍມາໃໝ່ຈາກເຂື່ອນນໍ້າງື່ມ
2
ຫັ້ ຍົກຍ້າຍມາຢູ່ເມືອງເຟືອງ 16 ບ້ານ
ມາເປັນບ້ານດຽວກັນ ຄັນຊັ່ນ ການຕອບ
ສະໜອງເນື້ອທີ່ໂຕນີ້
ໜີ້ ທໍາມະດາຕ້ອງໃຫ້
ໄດ້ຄອບຄົວ
ນຶ່ງ 1 ເຮັກຕາ ແຕ່ວ່າມາຮອດ
ປັດຈຸບັນນີ້
ຫາກໍ່ໄດ້ຄອບຄົວລະເຄິ່ງເຮັກຕາ
ຄັນ
ຊັ່ນ ກະຍັງບໍ່ທັນສາມາດເປັນນາໄດ້.

ໂຄງການເຂື່ອນນໍ້າງື່ມ 2 ທີ່ມີຄວາມອາດສາມາດໃນການຜະລິດພະລັງງານໄຟຟ້າໄດ້ເຖິງ
615 MW ນັ້ນ ມີກໍານົດການສົ່ງກະແສໄຟຟ້າໄປຂາຍໃຫ້ກັບ EGAT ເປັນເວລາ 25 ປີ ຊຶ່ງ
ຈະເຮັດໃຫ້ລັດຖະບານລາວ ໄດ້ຮັບຜົນປະໂຫຍດຕອບແທນຄິດເປັນມູນຄ່າລວມເກີນກວ່າ
1,500 ລ້ານໂດລາ ໃນຕະຫຼອດອາຍຸສໍາປະທານກໍຕາມ ຫາກແຕ່ວ່າກໍມີປະຊາຊົນລາວຫຼາຍ
ກວ່າ 6,100 ຄົນ ທີ່ໄດ້ຮັບຜົນກະທົບ ແລະຖືກຍົກຍ້າຍໄປຢູ່ໃນເຂດຈັດສັນໃໝ່ດັ່ງກ່າວ.

ຍິ່ງໄປກວ່ານັ້ນ ໂຄງການເຂື່ອນນໍ້າງື່ມ 2 ກໍຍັງໄດ້ສົ່ງຜົນກະທົບຕໍ່ປະຊາຊົນລາວ ທີ່ຢູ່ໃນ
ເຂດລຸ່ມຂອງໂຄງການຢ່າງກວ້າງຂວາງອີກດ້ວຍ ເນື່ອງຈາກປະລິມານນໍ້າຝົນ ທີ່ຕົກລົງມາ
ຢ່າງຫຼວງຫຼາຍເມື່ອປີກາຍນັ້ນ ໄດ້ເຮັດໃຫ້ເຂື່ອນນໍ້າງື່ມ 2 ຕ້ອງປ່ອຍນໍ້າລົງມາຖ້ວມເຂດ
ຕອນລຸ່ມຢ່າງກວ້າງຂວາງ ຊຶ່ງນັບເປັນອີກສາເຫດນຶ່ງ ທີ່ເຮັດໃຫ້ປະຊາຊົນໄດ້ພາກັນຮຽກ
ຮ້ອງເພື່ອຂໍຄວາມຊ່ວຍເຫຼືອ ມາຍັງສະພາແຫ່ງຊາດລາວໃນຄັ້ງນີ້ອີກດ້ວຍ ນັ້ນເອງ.

ຄະນະກໍາມາທິການປະຈໍາການຂອງສະພາແຫ່ງຊາດລາວ
ຄະນະກໍາມາທິການປະຈໍາການຂອງສະພາແຫ່ງຊາດລາວ

ແຕ່ຢ່າງໃດກໍຕາມ ຈົນເຖິງ
ເວລານີ້ ກໍຍັງຄົງບໍ່ມີຄວາມ
ຊັດເຈນວ່າ ຄະນະປະຈໍາ
ສະພາແຫ່ງຊາດລາວນັ້ນ
ຈະໃຫ້ການຊ່ວຍເຫຼືອແກ່
ປະຊາຊົນ ທີ່ໄດ້ຮັບຜົນກະ
ທົບຈາກໂຄງການເຂື່ອນ
ນໍ້າງື່ມ 2 ນັ້ນໄດ້ ແນວໃດ
ແລະເມື່ອໃດ. ຫາກແຕ່ສໍາ
ລັບທາງກຸ່ມລົງທຶນໃນໂຄງ
ການເຂື່ອນນໍ້າງື່ມ 2 ນັ້ນ
ກໍໄດ້ເລີ່ມການກໍ່ສ້າງໂຄງການເຂື່ອນນໍ້າງື່ມ 3 ທີ່ຢູ່ເໜືອໂຄງການເຂື່ອນນໍ້າງື່ມ 2 ຂຶ້ນໄປ
ນັບແຕ່ປີ 2011 ເປັນຕົ້ນມາແລ້ວ ເນື່ອງຈາກ ຖືເປັນສ່ວນນຶ່ງໃນຂໍ້ຕົກລົງຊື້-ຂາຍພະລັງ ງານໄຟຟ້າລະຫວ່າງລາວກັບໄທ.

ຊຶ່ງກໍຄືລັດຖະບານໄທ ໄດ້ຕົກລົງໃນຫລັກການວ່າ ຈະຮັບຊື້ກະແສໄຟຟ້າຈາກລາວ ໃນປະລິມານລວມບໍ່ໜ້ອຍກວ່າ 7,000 MW ນັບຈາກ 2015 ເປັນຕົ້ນໄປ ເປັນເວລາ
25 ປີ. ກະຊວງພະລັງງານ ແລະບໍ່ແຮ່ຂອງລາວ ກໍໄດ້ວາງເປົ້າໝາຍ ທີ່ຈະສົ່ງເສີມ
ການລົງທຶນ ເພື່ອກໍ່ສ້າງເຂື່ອນໃຫ້ໄດ້ປີລະ 2 ໂຄງການ ເປັນຢ່າງໜ້ອຍນັບຈາກປັດ
ຈຸບັນ ໄປຈົນເຖິງປີ 2020.

ຊຶ່ງຖ້າຫາກວ່າ ສາມາດປະຕິບັດໄດ້ຈິງຕາມເປົ້າໝາຍດັ່ງກ່າວ ກໍຈະເຮັດໃຫ້ລາວມີ
ເຂື່ອນຜະລິດກະແສໄຟຟ້າ ເພີ້ມຂຶ້ນເຖິງ 20 ໂຄງການ ແລະຍັງຈະເຮັດໃຫ້ລາວມີຄວາມ
ສາມາດຜະລິດກະແສໄຟຟ້າ ໄດ້ເພີ້ມຂຶ້ນຈາກ 2,540 MW ໃນປັດຈຸບັນ ເປັນຫລາຍ
ກວ່າ 9,000 MW ໃນປີ 2020 ອີກດ້ວຍ.

ຫາກແຕ່ວ່າ ບັນຫາໃນເວລານີ້ ກໍຄື ບັນດາອົງການອານຸລັກສະພາບແວດລ້ອມທໍາ
ມະຊາດທັງໃນໄທ ແລະໃນລະດັບສາກົນນັ້ນ ໄດ້ປະກາດທ່າທີຢ່າງຊັດເຈນແລ້ວວ່າ
ຈະເຄື່ອນໄຫວຄັດຄ້ານ ການກໍ່ສ້າງເຂື່ອນທັງໃນແນວແມ່ນໍ້າຂອງ ແລະເທິງແມ່ນໍ້າ
ສາຂາຂອງແມ່ນນໍ້າຂອງ ຢ່າງເຖິງທີ່ສຸດ.

XS
SM
MD
LG