ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວຢືນຢັນວ່າ ຈະລົງມືກໍ່ສ້າງ ທາງລົດໄຟ ຄວາມໄວສູງ ໃນປີໜ້າ


ລາວເຊື່ອວ່າ ທາງລົດໄຟຄວາມໄວສູງ ຈະເຮັດໃຫ້ຕົນ ກາຍເປັນ ສູນກາງຄົມມະນາຄົມ-ຂົນສົ່ງ ໃນພາກພື້ນ
ລາວເຊື່ອວ່າ ທາງລົດໄຟຄວາມໄວສູງ ຈະເຮັດໃຫ້ຕົນ ກາຍເປັນ ສູນກາງຄົມມະນາຄົມ-ຂົນສົ່ງ ໃນພາກພື້ນ
ທາງການລາວຢືນຢັນທີ່ຈະເລີ່ມລົງມືກໍ່ສ້າງທາງລົດໄຟຄວາມ
ໄວສູງເພື່ອເຊື່ອມຕໍ່ ກັບຈີນໃນປີໜ້າ ໂດຍຈະກູ້ຢືມເງິນທຶນຈາກ ທະນາຄານການຄ້າຂາອອກ-ຂາເຂົ້າ ຂອງຈີນຄິດເປັນມູນຄ່າ
ລວມເຖິງ 7.000 ລ້ານໂດລາ

ທ່ານ ລັດຕະນະມະນີ ຄູນນີວົງ ລັດຖະມົນຕີຊ່ວຍວ່າການກະ
ຊວງໂຍທາທິການ ແລະຂົນສົ່ງ ໄດ້ໃຫ້ການຢືນຢັນວ່າ ການກໍ່ ສ້າງທາງລົດໄຟຄວາມໄວສູງເຊື່ອມຕໍ່ລະຫວ່າງລາວກັບຈີນ ມີ
ກໍານົດທີ່ຈະເລີ່ມລົງມືໃນປີ 2013 ເພື່ອໃຫ້ສໍາເລັດ ແລະເປີດ ໃຊ້ຢ່າງເປັນທາງການພາຍໃນປີ 2018. ໃນຂະນະນີ້ ທາງການ
ລາວກັບຈີນ ກໍາລັງຢູ່ໃນຂັ້ນຕອນຂອງການເຈລະຈາກັນ ໃນ
ລາຍລະອຽດກ່ຽວກັບສັນຍາກູ້ຢືມເງິນທຶນຈາກທະນາຄານການ
ຄ້າຂາອອກ-ຂາເຂົ້າຂອງຈີນ ຊຶ່ງເຊື່ອວ່າຈະສາມາດຕົກລົງກັນ
ໄດ້ໃນໝໍ່ໆນີ້.
ການສໍາຫລວດທີ່ດິນເພື່ອກໍ່ສ້າງທາງລົດໄຟຄວາມໄວສູງ
ການສໍາຫລວດທີ່ດິນເພື່ອກໍ່ສ້າງທາງລົດໄຟຄວາມໄວສູງ

​ການກໍ່ສ້າງທາງລົດໄຟຄວາມໄວສູງດັ່ງກ່າວນີ້ ຈະຍຶດຖືຕາມ
ການສຶກສາແລະ ການອອກ ແບບກໍ່ສ້າງໂດຍບໍລິສັດທີ່ປຶກສາ
ຈາກຈີນ ທີ່ໄດ້ດໍາເນີນການສໍາເລັດໂດຍສົມບູນແລ້ວ ແລະພາກ ສ່ວນທີ່ຈະເປັນຜູ້ຮັບເໝົາກໍ່ສ້າງນັ້ນ ກໍຈະເປັນບໍລິສັດຈາກຈີນ
ເຊັ່ນດຽວກັນ.

ທັງນີ້ໂດຍອິງຕາມລາຍງານທີ່ທ່ານ ສົມສະຫວາດ ເລັ່ງສະຫວັດ
ຮອງນາຍົກລັດ ຖະມົນຕີ ຜູ້ຊີ້ນໍາວຽກງານດ້ານເສດຖະກິດ
ຂອງລາວ ໄດ້ຖະແຫຼງຕໍ່ກອງປະຊຸມສະໄໝວິສາມັນຂອງ
ສະພາແຫ່ງຊາດລາວຊຸດທີ່ 7 ທີ່ໄດ້ຈັດຂຶ້ນຢ່າງເປັນທາງການ ໃນວັນທີ 18 ເດືອນຕຸລາທີ່ ຜ່ານມານັ້ນກໍໄດ້ລະບຸວ່າ ຈະມີການປັບປ່ຽນຮູບແບບຂອງການເປັນຮຸ້ນສ່ວນໃນໂຄງການ ກໍ່ສ້າງທາງລົດໄຟຄວາມໄວສູງລະຫວ່າງລາວກັບຈີນ.

ເພ​າະວ່າ​ພາຍຫຼັງ​ຈາກ​ທີ່ທາງການ​ຝ່າຍ​ຈີນ​ໄດ້​ທໍາ​ການ​ສຶກສາ​ຄວາມ​ເປັນ​ໄປ​ໄດ້​ແລະ ອອກ​ແບບ​ການ​ກໍ່ສ້າງລົດ​ໄຟ​ດັ່ງກ່າວ​ສໍາ​ເລັດ​ແລ້ວ​ນັ້ນ ກໍ​ປາກົດ​ວ່າ​ທາງ​ການ​ຝ່າຍຈີນ​ໄດ້ປະ​ສົບ​ກັບ​ບັນຫາ​ກ່ຽວ​ກັບ​ການ​ຫາ​ກຸ່ມ​ບໍລິສັດ​ຂອງ​ຈີນ​ທີ່​ຈະ​ເຂົ້າມາ​ລົງທຶນ​ໃນ​ໂຄງການ ​ແລະ​ສາ​ເຫດ​ທີ່​ເຮັດ​ໃຫ້​ເກີດ​ສະພາບ​ການ​ດັ່ງກ່າວ ​ກໍ​ຍ້ອນ​ວ່າ​ຕ້ອງ​ໃຊ້ ເວລາ​ຍາວ​ນານ​ເຖິງ 38 ປີ ຈຶ່ງ​ຈະ​ຄຸ້ມກັບທຶນທີ່ໄດ້​ລົງ​ໄປນັ້ນ​.

ດ້ວຍ​ເຫດນີ້ ຈຶ່ງ​ເຮັດ​ໃຫ້​ທາງ​ການ​ຝ່າຍ​ຈີນ​ໄດ້​ນໍາ​ສະ​ເໜີ​ຕໍ່​ທາງ​ການ​ຝ່າຍ​ລາວ​ວ່າ ຖ້າ​ຫາກ​ທາງ​ການ​ລາວ​ຍັງ​ຕ້ອງການ​ທີ່​ຈະລົງທຶນ​ກໍ່ສ້າງ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງດັ່ງກ່າວ​ຕໍ່​ໄປ ກໍ​ມີ​ທາງ​ເລືອກ​ຢູ່​ທາງ​ນຶ່ງ​ ຊຶ່ງ​ກໍ​ຄື​ການ​ກູ້​ຢືມ​ເງິນ​ທຶນ​ຈາກ​ທະນາຄານ ​ເພື່ອ​ການ​ສົ່ງ​ອອກ​ແລະ​ນໍາ​ເຂົ້າຂອງ​ຈີນ ທີ່​ສາມາດ​ຕອບ​ສະໜອງ​ການ​ກູ້​ຢືມ​ດັ່ງ​ກ່າວ​ໄດ້​ທັງ 100% ​ເຕັມ ກໍ​ຄື​ໃນ​ມູນ​ຄ່າ 7.000 ລ້ານ​
ໂດ​ລາ.

ຫາກ​ແຕ່​ວ່າການ​ກູ້​ຢືມ​ດັ່ງກ່າວ​ກໍ​ມີ​ເງື່ອນ​ໄຂ​ທີ່​ລັດຖະບານ​ລາວ​ຈະ​ຕ້ອງ​ປະຕິບັດ​ຕາມ​ຢູ່ 4 ປະການດ້ວຍ​ກັນ​ຄື ການ​ສ້າງ​ຕັ້ງ​ບໍລິສັດ​ຂຶ້ນມາ​ບໍລິຫານ​ໂຄງການ ​ແລະ​ມີສະຖານະ​ເປັນ​ລູກ​ໜີ້​ຂອງ​ທະນາຄານ​ຈີນ ​ໂດຍ​ລັດຖະບານ​ລາວ​ຈະ​ຕ້ອງ​ຄໍ້າປະກັນເງິນ​ກູ້​ຢືມ​ທັງ 100% ພ້ອມ​ດອກ​ເບ້ຍ​ໃນ​ອັດຕາ 2% ຕໍ່​ປີ ​ເປັນ​ເວລາ 30 ປີ​ ​ໂດຍມີ​ໄລຍະ​ປອດ​ການ​ຊໍາລະ​ໜີ້​ໃນ 10 ປີທໍາ​ອິດ ພ້ອມ​ກັນ​ນີ້ ການ​ຄໍ້າປະກັນ​ເງິນ​ກູ້ດັ່ງກ່າວ​ກໍ​ຍັງ​ລວມ​ເຖິງ​ລາຍ​ຮັບ​ແລະ​ຊັບ​ສິນ​ທັງ​ໝົດ​ໃນ​ໂຄງການ ຕະຫຼອດ​ຈົນ​ການທີ່​ລັດຖະບານ​ລາວ​ຍັງ​ຈະ​ຕ້ອງ​ຄໍ້າປະກັນ​ດ້ວຍ​ລາຍ​ຮັບ​ຈາກ​ບໍ່​ແຮ່ 2 ​ແຫ່ງ ທີ່​ເປັນ​ການ​ລົງ​ທຶນ​ຂອງ​ຈີນ​ຢູ່​ໃນ​ລາວ​ອີກ​ດ້ວຍ. ​ໂດຍໃນ​ທີ່​ນີ້​ ກໍ​ໝາຍ​ເຖິງ​ບໍ່​ແຮ່​ຄໍາ ​ແລະ ທອງ​ແດງ​ຢູ່​ເຊ​ໂປ​ນ ກັບ​ບໍ່​ແຮ່​ບ໊ອກ​ໄຊ້ ຢູ່​ຈໍາປາ​ສັກ​ນັ້ນ​ເອງ.

​ແຕ່ຢ່າງໃດກໍຕາມ ​ທາງ​ການ​ລາວ​ກໍ​ເຊື່ອ​ໝັ້ນ​ວ່າ​ ໂຄງການ ດັ່ງກ່າວ​ຈະ​ສ້າງ​ຜົນ​ປະ​ໂຫຍ​ດ​ໃຫ້​ກັບ​ລາວ​ໄດ້​ຢ່າງ​ຄຸ້ມ​ຄ່າ​ອີກ​ດ້ວຍ ດັ່ງ​ທີ່​ທ່ານ ສົມສະຫວາດ ໄດ້​ຖະ​ແຫຼ​ງ ຢືນຢັນ​ວ່າ:

“​ໂຄງການ​ສ້າງ​ທາງ​ລົດ​ໄຟ​ເຊື່ອມ​ຕໍ່​ລາວ-ຈີນ​ນີ້ ​ເປັນ​ເສັ້ນທາງ​ທີ່​ມີ​ຄວາມ​ໝາຍ​ປະວັດ​ສາດ​ ອັນ​ຈະ​ນໍາ​ເອົາ​ຜົນ​ປະ​ໂຫຍ​ດມາສູ່​ປະ​ເທດ​ເຮົາ​ຢ່າງ​ມະຫາສານ ພ້ອມ​ກັນ​ນັ້ນ ກະ​ເປັນ​ການ​ເຮັດ​ໃຫ້​ປະ​ເທດ​ລາວ​ເປັນ​ໃຈກາງ​ເຊື່ອມ​ຕໍ່​ກັບ​ບັນດາ​ປະ​ເທດ​ໃນ​ອະນຸ​ພາກ​ພື້ນ​ໃຫ້​ປາກົດ​ເປັນ​ຈິງ ດ້ານ​ນຶ່ງ​ອີກ​ກະ​ເປັນ​ການ​ຍົກ​ສູງ​ບົດ​ບາດ​ອິດ​ທິພົນ ຂອງ​ປະ​ເທດເຮົາ ​ເພາະວ່າ​
ປະ​ເທດ​ເຮົາ​ຈະ​ເປັນ​ປະ​ເທດ​ທໍາ​ອິດ​ຢູ່​ໃນ​ເອ​ເຊຍ​ອາຄະເນ ທີ່​ມີ​ລົດ​ໄຟ​ຄວາມ​ໄວ​ສູງ​ຕາມ​ມາດຕະຖານ​ສາກົນ.”


ທາງ​ລົດໄຟ​ສະ​ເພາະ​ທີ່ຢູ່ໃນ​ເຂດລາວ​ຈະ​ມີ​ລະຍະ​ທາງ​ຍາວ​ເກືອບ 420 ກິ​ໂລ​ແມັດ ຊຶ່ງ​ຕາມ
ການ​ກໍ່ສ້າງ​ທີ່​ເຊື່ອມ​ຕໍ່​ຈາກ​ຈີນ​ຢູ່​ທີ່​ດ່ານ​ຊາຍ​ແດນ​ບໍ່​ເຕັນ​ໃນ​ແຂວງ​ ຫຼວງ​ນໍ້າ​ທານັ້ນ ຈະ​ມີ​ການ​
ກໍ່ສ້າງ​ສະຖານີ​ໃຫຍ່ 7 ​ແຫ່ງ ນອກ​ນັ້ນກໍ​ຈະ​ເປັນ​ສະຖານີ​ຍ່ອຍ ອີກ 24 ​ແຫ່ງ. ສ່ວນ​ສາເຫດ
​ທີ່​ເຮັດ​ໃຫ້ການ​ກໍ່ສ້າງ​ຕ້ອງ​ໃຊ້​ເງິນ​ທຶນສູງ​ນັ້ນ ກໍ​ເນື່ອງ​ຈາກ​ວ່າ ​ພື້ນ​ທີ່ທີ່​ຈະກໍ່ສ້າງ​ທາງ​ລົດ​ໄຟ​ນັ້ນ​
ເປັນ​ທັງ​ເຂດ​ພູດ​ອຍ ​ແລະ​ແມ່​ນໍ້າລໍາ​ເຊ ຊຶ່ງ​ເຮັດ​ໃຫ້​ຕ້ອງ​ມີການ​ເຈາະ​ອຸ​ບໂມງ​ 76 ​ແຫ່ງ ກໍຄິດ
​ເປັນລະຍະ​ທາງ​ລວມ​ເຖິງ 195 ກິ​ໂລ​ແມັດ ແລະ​ຍັງ​ຈະຕ້ອງສ້າງ​ຂົວ​ອີກ 154 ແຫ່ງ ຄິດເປັນ
ລະຍະ​ທາງ​ຍາວ​ລວມກັນ​ເກືອບ​ເຖິງ 70 ​ກິ​ໂລ​ແມັດ​ອີກດ້ວຍ​ ຈຶ່ງເຮັດໃຫ້ທາງລົດໄຟຄວາມ ໄວສູງໃນລາວ ຕ້ອງໃຊ້ທຶນກໍ່ສ້າງສູງດັ່ງກ່າວ.
XS
SM
MD
LG