ທ່ານ ພູເມືອງ ແກ້ວຈັນທາລາ, ຫົວໜ້າດ່ານພາສີຂົວມິດຕະພາບແຫ່ງທີ 3 ລະຫວ່າງລາວ
ກັບໄທ ໄດ້ຖະແຫຼງຢືນຢັນວ່າ ການນໍາໃຊ້ຂົວມິດຕະພາບແຫ່ງທີ່ 3 ທີ່ເຊື່ອມຕໍ່ລະຫວ່າງ
ເມືອງທ່າແຂກ ແຂວງຄໍາມ່ວນ ກັບ ແຂວງນະຄອນພະນົມຂອງໄທ ທີ່ໄດ້ມີພິທີເປີດການ
ຊົມໃຊ້ຂຶ້ນ ຢ່າງເປັນທາງການໃນຕອນເຊົ້າຂອງວັນທີ 11 ເດືອນພະຈິກ 2011 ທີ່ຜ່ານມາ
ນີ້ວ່າ ຈະມີສ່ວນຢ່າງສໍາຄັນຕໍ່ການເສີມຂະຫຍາຍການຄ້າ ການລົງທຶນ ແລະ ການທ່ອງ
ທ່ຽວລະຫວ່າງລາວກັບໄທ ແລະ ຫວຽດນາມ.
ໂດຍສະເພາະແມ່ນໃນດ້ານການຄ້າ ແລະການຂົນສົ່ງສິນຄ້ານັ້ນ ກໍຄາດໝາຍວ່າ ຈະເພີ່ມ
ຂຶ້ນຫຼາຍເທົ່າຕົວ ກັບທັງຍັງຈະເຮັດໃຫ້ການຄ້າ ແລະການຂົນສົ່ງສິນຄ້າຂະຫຍາຍໄປເຖິງ
ຊາຍແດນຈີນໂດຍຜ່ານຫວຽດນາມໄດ້ອີກດ້ວຍ ດັ່ງທີ່ທ່ານ ພູເມືອງ ໄດ້ໃຫ້ການອະທິບາຍ
ວ່າ:
“ພາຍຫຼັງທີ່ໄດ້ເປີດເປັນດ່ານ
ຂົວມິດຕະພາບ 3 ຖາວອນ
ແລ້ວກະຖືວ່າການຂົນສົ່ງ
ສິນຄ້ານີ້ຄິດວ່າ ຕໍ່ໜ້າອະນາ
ຄົດຈະເພີ່ມຂຶ້ນຫຼາຍໆເທົ່າ
ຕົວເລື່ອງຂອງສິນຄ້າຜ່ານ
ແດນ ເປັນຕົ້ນແມ່ນສິນຄ້າ
ອອກຫວຽດນາມໄປສູ່ຈີນ
ສິເພີ່ມຂຶ້ນຫຼາຍ. ເວລາມັນ
ກະສັ້ນ, ການບໍລິການກະ
ໄວ ຄິດວ່າມື້ນຶ່ງ ສິອອກສູ່
ຫວຽດນາມໄປ-ກັບໄດ້
ເລື່ອງພາຫະນະລົດຂົນສົ່ງສິນຄ້ານີ້. ”
ພ້ອມກັນນີ້ ການທີ່ແຂວງຄໍາມ່ວນກໍມີສະຖານະເປັນເຂດສູນກາງຂອງການເຊື່ອມຕໍ່ດ້ານ
ຄົມມະນາຄົມຂົນສົ່ງລະຫວ່າງລາວ-ໄທ-ຫວຽດນາມ ໂດຍມີຖະໜົນເລກ 12 ເປັນເສັ້ນ
ທາງໃນການເຊື່ອມຕໍ່ນັ້ນ ກໍຍັງຈະສົ່ງຜົນດີຕໍ່ການທ່ອງທ່ຽວໃນແຂວງຄໍາມ່ວນອີກດ້ວຍ
ເຊັ່ນກັນ ໂດຍແຜນທ່ອງທ່ຽວແຂວງຄໍາມ່ວນຄາດໝາຍວ່າ ໃນປີ 2012 ຈະມີນັກທ່ອງ
ທ່ຽວຕ່າງຊາດເດີນທາງເຂົ້າໄປໃນແຂວງເພີ່ມຂຶ້ນເຖິງ 3 ເທົ່າ ເມື່ອທຽບກັບປີ 2011
ຊຶ່ງຖ້າຫາກວ່າ ຄາດໝາຍດັ່ງກ່າວເປັນຈິງກໍໝາຍຄວາມວ່າ ຈະມີນັກທ່ອງທ່ຽວຊາວຕ່າງ
ຊາດເຖິງ 9 ແສນກ່ວາຄົນ ທີ່ຈະເດີນທາງເຂົ້າໄປແຂວງຄໍາມ່ວນໃນຕະຫຼອດປີ 2012.
ໃນປັດຈຸບັນແຂວງຄໍາມ່ວນມີແຫຼ່ງທ່ອງທ່ຽວທີ່ເປີດຮອງຮັບນັກທ່ອງທ່ຽວແລ້ວ 146
ແຫ່ງ, ເຊິ່ງມີທັງແຫຼ່ງທ່ອງທ່ຽວທາງວັດທະນະທຳ ແລະທຳມະຊາດ ໂດຍທີ່ຖືວ່າ ເປັນ
ທີ່ນິຍົມຂອງບັນດານັກທ່ອງທ່ຽວຫຼາຍທີ່ສຸດນັ້ນ ກໍຄືພະທາດສີໂຄດຕະບອງ, ຖ້ຳພະ
ແລະຖ້ຳກອງລໍ.
ທາງດ້ານທ່ານ ຄໍາໃບ ດໍາລັດ, ເຈົ້າແຂວງ ແລະ ເລຂາພັກແຂວງຄໍາມ່ວນ ໄດ້ສະແດງ
ຄວາມເຊື່ອໝັ້ນວ່າ ການນຳໃຊ້ຂົວມິດຕະພາບແຫ່ງທີ່ 3 ຈະເຮັດໃຫ້ເສດຖະກິດຂອງ
ແຂວງຄໍາມ່ວນຂະຫຍາຍຕົວຂຶ້ນເຖິງ 15% ໃນແຕ່ລະປີ ແລະການທີ່ຄະນະລັດຖະ
ບານລາວ ອະນຸຍາດໃຫ້ແຂວງຄໍາມ່ວນສ້າງຕັ້ງເສດຖະກິດພິເສດ ທ່າແຂກແດນຄໍາ
ຢ່າງເປັນທາງການເມື່ອບໍ່ດົນມານີ້ ກໍຍັງຈະເຮັດໃຫ້ມີການລົງທຶນທັງພາຍໃນລາວ ແລະ
ຈາກຕ່າງປະເທດເຂົ້າມາໃນເສດຖະກິດພິເສດດັ່ງກ່າວນີ້ເພີ່ມຂຶ້ນນັບມື້ອີກດ້ວຍ.
ການກໍ່ສ້າງຂົວຂ້າມແມ່ນໍ້າຂອງ
ແຫ່ງທີ່ 3 ລະຫວ່າງລາວ-ໄທ
ໄດ້ເລີ່ມລົງມືດໍາເນີນການເມື່ອເດືອນພຶດສະພາ 2009 ໂດຍມີທີ່ຕັ້ງຢູ່ໃນເຂດບ້ານ ເວີນໃຕ້ ຊຶ່ງຕັ້ງຢູ່ຫ່າງຈາກເມືອງທ່າແຂກ
ປະມານ 13 ກິໂລ ຢູ່ກົງຂ້າມກັບ
ບ້ານຫົ່ມ ໃນແຂວງນະຄອນພະ
ນົມຂອງໄທ ຊຶ່ງຕົວຂົວມີຄວາມ
ຍາວ 780 ແມັດ ແລະກວ້າງ 13
ແມັດ ແບ່ງເປັນ 2 ຊ່ອງທາງສໍາ
ລັບຍວດຍານພາຫະນະ ທີ່ກວ້າງ
ເບື້ອງລະ 3 ແມັດເຄິ່ງ. ສ່ວນທາງຍ່າງທັງ 2 ເບື້ອງນັ້ນ ກໍມີຄວາມກ້ວາງເບື້ອງລະ 1 ແມັດ
ແລະບໍ່ມີ ທາງລົດໄຟແຕ່ຢ່າງໃດ ໂດຍໃຊ້ງົບປະມານກໍ່ສ້າງໄປຫຼາຍກວ່າ 1,700 ລ້ານບາດ
ດ້ວຍທຶນສະໜັບສະໜູນທັງໝົດ ຈາກລັດຖະບານໄທ.
ທາງການລາວ-ໄທ ຄາດຫວັງວ່າຂົວຂ້າມແມ່ນໍ້າຂອງແຫ່ງທີ 3 ດັ່ງກ່າວນີ້ ຈະມີສ່ວນຢ່າງ
ສໍາຄັນທີ່ຈະເຮັດໃຫ້ການຄ້າ, ການລົງທຶນ ແລະການທ່ອງທ່ຽວຂະຫຍາຍໂຕເພີ່ມສູງຂຶ້ນ
ຢ່າງຕໍ່ເນື່ອງ, ເພາະຂົວຂ້າມແມ່ນໍ້າຂອງແຫ່ງທີ 3 ບໍ່ພຽງແຕ່ຈະເຊື່ອມຕໍ່ລະຫວ່າງລາວກັບ
ໄທເທົ່ານັ້ນ. ຫາກແຕ່ຍັງສາມາດທີ່ຈະເຊື່ອມຕໍ່ໄປ ຍັງ ປະເທດຫວຽດນາມໂດຍມີຖະໜົນ
ເລກທີ 12 ໃນແຂວງຄໍາມ່ວນເປັນເສັ້ນທາງຫຼັກໃນການເຊື່ອມຕໍ່ອີກດ້ວຍ.