ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ລາວ ຈໍາເປັນຕ້ອງ ອະນຸຍາດໃຫ້ ບໍລິສັດຕ່າງຊາດ ນໍາເຂົ້າ ຄົນງານທີ່ມີຝີມື ຫຼາຍຂຶ້ນ


ນັກຮຽນລາວ ທີ່ຈົບການສຶກສາ ຫຼັກສູດວິຊາຊີບ
ນັກຮຽນລາວ ທີ່ຈົບການສຶກສາ ຫຼັກສູດວິຊາຊີບ
ລັດຖະບານລາ​ວຈໍາ​ຕ້ອງ​ອະນຸຍາດ​ໃຫ້​ບັນດາ​ບໍລິສັດ​ຕ່າງ​ຊາດ​
ນໍາ​ເຂົ້າ​ແຮງ​ງານ​ມີ​ຝີ​ມື​ຈາກ​ຕ່າງປ​ະ​ເທດ ຫຼາຍ​ກວ່າ 7 ໝື່ນ​ຄົນ
​ພາຍ​ໃ​ນປີ 2015 ​ເນື່ອງ​ຈາກ​ແຮງ​ງານ​ລາວ​ມີ​ຄຸນ​ນະພາບ​ບໍ່​ເຖິງ​
ລະດັບ​ທີ່​ຕ້ອງການ

please wait

No media source currently available

0:00 0:04:04 0:00
ລິງໂດຍກົງ

ທ່ານ​ນາງ ອ່ອນ​ຈັນ ທໍາ​ມະ​ວົງ ລັດຖະມົນຕີ​ວ່າການ​ກະຊວງ
​ແຮງ​ງານ​ ແລະ​ສະ​ວັດ​ດີການ​ສັງຄົມ ຖະ​ແຫຼ​ງຍອມຮັບ​ວ່າ ​ໃນ​
ລະຍະ​ 2 ປີ​ທີ່ຜ່າ​ນມາ ລັດຖະບານ​ລາວ​ໄດ້​ອະນຸຍາດ​ໃຫ້​ບັນດາ​ບໍລິສັດ​ຕ່າງ​ຊາດ​ທີ່​ລົງທຶນ​
ໃນ​ລາວ​ໃຫ້​ນໍາ​ແຮງ​ງານ​ມີ​ຝີ​ມື​ຈາກ​ຕ່າງປະ​ເທດ​ ເຂົ້າມາ​ໃນ​ລາວ ຫຼາຍ​ກວ່າ 2 ໝື່ນ​ຄົນ ​
ເພື່ອ​ເປັນ​ການ​ແກ້​ໄຂ​ບັນ​ຫາຂາດ​ແຄນ​ແຮງ​ງານ​ມີ​ຝີ​ມື ທີ່​ກໍາລັງ​ກາຍ​ເປັນ​ບັນຫາ​ຫຍຸ້ງ​ຍາກຫຼາຍ​ຂຶ້ນນັບ​ມື້.

​ໂດຍສາ​ເຫດ​ທີ່​ເຮັດ​ໃຫ້​ລັດຖະບານ​ລາວ​ຈໍາ​ເປັນ​ຕ້ອງອະນຸຍາດ​ດັ່ງກ່າວ ກໍ​ຍ້ອນ​ວ່າ​ເມື່ອ​
ໄດ້ພິ​ຈາລະ​ນາ​ຢ່າງຮອບ​ຄອບ ​ທັງ​ໃນ​ດ້ານ​ຄຸນ​ນະ​ສົມບັດ​ຂອງ​ບຸກຄະລາ​ກອນ​ແລະ​ໃນ
ດ້ານ​ລັກສະ​ນະ​ງານ​ທີ່​ບັນດາ​ບໍລິສັດ​ຕ່າງ​ຊາດ​ຕ້ອງການ​ແລ້ວ​ນັ້ນ ພົບ​ວ່າ​ບຸກຄະລາ​ກອນ
ຫຼື​ແຮງ​ງານ​ທີ່ລາວ​ມີ​ຢູ່​ໃນ​ບັດ​ຈຸ​ບັນ​ນີ້ ນອກຈາກ​ຈະ​ຂາດ​ແຄນ​ແລະ​ບໍ່​ສາມາດ​ທີ່​ຈະ​ຕອບ​
ສະໜອງ​ໄດ້​ຢ່າງ​ແທ້​ຈິງ​ແລ້ວ ກໍ​ຍັງ​ມີ​ຄວາມ​ຮູ້-ຄວາມ​ສາມາດ ​ບໍ່​ເຖິງ​ລະ​ດັບ​ທີ່​ບັນດາ​
ບໍລິສັດ​ຕ່າງ​ຊາດ​ຕ້ອງການ ອີກ​ດ້ວຍ.

ທັງ​ນີ້​ໂດຍ​ທາງ​ການ​ລາວ​ຄາດໝາຍ​ວ່າ​ໃນ​ຊ່ວງ​ປີ 2011-2015 ບັນດາ​ບໍລິສັດ​ຕ່າງ​ຊາດ​
ທີ່​ລົງທຶນ​ໃນ​ລາວ​ ຕ້ອງການ​ແຮງ​ງານ​ມີ​ຝີ​ມື​ຈໍານວນ​ຫຼາຍ​ກວ່າ 9 ໝື່ນ​ຄົນ ຊຶ່ງ​ໃນ​ລະຍະ
2 ປີທີ່ຜ່ານ​ມາ​ ກໍ​ໄດ້​ມີ​ການ​ນໍາ​ເຂົ້າ​ແຮງ​ງານ​ມີ​ຝີ​ມື​ຈາກ​ຕ່າງປະ​ເທດ​ແລ້ວ 2 ໝື່ນ​ກວ່າ​ຄົນ
ຈຶ່ງຍັງ​ເຫຼືອ​ອີກ 7 ໝື່ນ​ກວ່າ​ຄົນ ທີ່​ຈະ​ຕ້ອງ​ນໍາ​ເຂົ້າມາ​ເພີ່ມ​ຂຶ້ນອີກ ​ນັບ​ຈາກ​ປັດຈຸບັນ​ໄປ
​ຈົນເຖິງ ປີ 2015 ດັ່ງ​ທີ່​ທ່ານ​ນາງ​ອ່ອນ​ຈັນ ​ໄດ້​ກ່າວ​ວ່າ:

“​ແຕ່​ປີ 2011 ຫາ 2015 ນີ້ ​ແຮງງານ​ລາວ​ເຮົາ​ຈະ​ຂາດ​ທາງ​ດ້ານ​ຈໍານວນ​ນີ້ ​
ເປັນ​ເກົ້າ​ໝື່ນ ​ເອີ້ນ​ວ່າ​ເກົ້າ​ສິບ​ພັນ​ຄົນ ສະ​ນັ້ນຜ່ານ​ມາ ລັດຖະບານ​ກໍ​ຄື​ຂະ​ແໜງ​
ແຮງ​ງານ​ນີ້​ໄດ້​ພ້ອມກັນປະຕິບັດ​ແລ້ວ​ ເອີ້ນ​ວ່າ​ສອງ​ປີຜ່ານມາ ພວກ​ເຮົາ​ໄດ້​ດູດ​
ເຂົ້ານໍາ​ເຂົ້າ​ແຮງ​ງານ​ຕ່າງປະ​ເທດ​ນີ້ ​ເອີ້ນ​ວ່າ​ຊາວ​ປາຍ​ພັນ​ຄົນ ສໍາລັບ​ສອງ​ປີ​
ເຄິ່ງຕໍ່ໜ້ານີ້ ຄາ​ດຄະ​ເນ​ວ່າ​ພວກ​ເຮົາ​ຈະ​ຕ້ອງ​ດູດ​ແຮງງານ​ຕ່າງປະ​ເທດ​ຫັ້ນ​
ນໍາ​ເຂົ້າ​ແຮງ​ງານ​ຕ່າງປະ​ເທດ​ນີ້​ອີກ​ປະມານ​ເຈັດ​ໝື່ນ​ຄົນ.”


ທັງ​ນີ້​ ໂດຍ​ເຖິງ​ແມ່ນ​ວ່າ ​ໃນ​ສົກຮຽນປີ 2012-2013 ທີ່​ຜ່ານ​ມາ ຈະ​ມີ​ນັກ​ສຶກສາ​ທີ່​ຈົບ​ຊັ້ນ​ປະລິນ​ຍາ​ຕີ​ຈາກ​ມະຫາວິທະຍາ​ໄລ​ແຫ່ງ​ຊາດ​ລາວ​ຈໍານວນ​ທັງ​ມົດ 8,550 ຄົນ ​ແລະ​ໃນນີ້​ກໍ​ມີ ນັກ​ສຶກສາ​ທີ່​ຈົບ​ຈາກ​ຄະນະ​ວິສະ​ວະ​ກອນ​ສາດ ວິ​ທະ​ຍາ​ສາດ ກະສິກໍາ ​ເສດຖະກິດ ​ແລ​ະພາສາ​ຕ່າງ​ປະ​ເທດ ​ລວມກັນຫຼາຍ​ກວ່າ 4,500 ຄົນກໍ​ຕາມ ​ແຕ່​ສ່ວນ​ ໃຫຍ່​ກໍຍັງ​ບໍ່​ໄດ້​ມາດຕະຖານ​ຄວາມ​ຕ້ອງການ​ຂອງ​ບໍລິສັດ​ຕ່າງ​ຊາດ.

ນອກຈາກ​ນີ້ ສາ​ເຫດ​ທີ່​ສໍາຄັນ​ອີກ​ປະການນຶ່ງ ທີ່​ເຮັດ​ໃຫ້ການ​ພັດທະນາ​ຊັບພະຍາກ​ອນ
ມະນຸດໃນ​ລາວ ​ບໍ່​ສອດຄ່ອງ​ກັບ​ຄວາມ​ຕ້ອງການ ຂອງ​ບັນດາ​ບໍລິສັດ​ຕ່າງ​ຊາດ ກໍ​ຄື​ຄ່າ​ນິ
ຍົມ​ທີ່ຜິດ​ໆຂອງ​ເຍົາວະ​ຊົນ​ລາວ ​ທີ່​ປະຕິ​ເສດ​ການ​ຮຽນ​ຕໍ່​ສາຍ​ວິຊາ​ຊີບ ຫາກ​ແຕ່​ພາກັນ​
ນິຍົມ​ຮຽນຕໍ່​ໃນ​ສາຍ​ສາມັນ ​ເຊັ່ນ ນິຕິສາດ ລັດຖະສາດ ​ແລະ​ເສດຖະສາດ ​ໂດຍ​ເຊື່ອ​ວ່າ​
ຈະ​ເຮັດ​ໃຫ້​ມີການ​ງານ​ທີ່​ດີ ​ແລະ​ມີ​ເງິນ​ເດືອນ​ສູງ ທັງໆ​ທີ່​ວ່າ​ໃນ​ຄວາມ​ເປັນ​ຈິງ​ແລ້ວ​ ມັນ
ເປັ​ນ​ໄປ​ບໍ່​ໄດ້​ຢູ່​ແລ້ວ ​ເນື່ອງ​ຈາກ​ວ່າ​ບໍ່​ສອດ​ຄ່ອງ​ກັບ​ຄວາມ​ຕ້ອງການ​ຂອງ​ບັນດາ​ບໍລິສັດ​
ຕ່າງ​ຊາດ​ສ່ວນ​ໃຫຍ່ ທີ່​ເຂົ້າມາ​ລົງທຶນ​ໃນ​ລາວ​ນັ້ນ​ເອງ.

ພະນັກງານຕັດຫຍິບລາວ ທີ່ໂຮງງານຕັດຫຍິບແຫ່ງນຶ່ງ ໃນລາວ
ພະນັກງານຕັດຫຍິບລາວ ທີ່ໂຮງງານຕັດຫຍິບແຫ່ງນຶ່ງ ໃນລາວ

​ແຕ່​ຢ່າງໃດກໍ​ຕາມ ລັດຖະບານ​ລາວ​ກໍ​ໄດ້​ວາງ​ເປົ້າໝາຍ​ທີ່​ຈະ​
ພັດ​ທະນາ ​ເພື່ອ​ຍົກ​ລະດັບຝີ​ມືແຮງ​ງານ​ຂອງ​ລາວ​ໃຫ້​ໄດ້​ເຖິງ
240,000 ຄົນ​ພາຍ​ໃນ​ປີ 2020 ​ເພື່ອ​ຕອບ​ສະ​ໜອງແຮງ​ງານ​
ມີ​ຝີ​ມື​ ໃຫ້​ກັບ​ບັນດາ​ບໍລິສັດ​ຕ່າງ​ຊາດ​ທີ່​ລົງທຶນ​ໃນ​ລາວ​ໃຫ້​ໄດ້
​ຢ່າງ​ພຽງພໍ ດ້ວຍ​ການປັບປຸງ​ກົດໝາຍ​ແຮງ​ງານ​ໃຫ້​ມີ​ຄວາມ​
ສອດຄ່ອງ​ກັບ​ການ​ພັດທະນາ​ເສດຖະກິດ-ສັງຄົມ ​ແລະເຮັດ
​ໃຫ້ແຮງ​ງານ​ລາວ​ມີ​ຄຸນ​ນະພາ​ບທີ່​ສາມາດ​ເຊື່ອມ​ໂຍງ​ກັບ​ເສດ
ຖະກິດ​ອາ​ຊ່ຽນ​ ໄດ້​ຢ່າ​ງ​ແທ້ຈິງ.

ຫາກ​ແຕ່​ວ່າ ບັນຫາ​ອີກ​ປະການ​ນຶ່ງ ສໍາລັບ​ການ​ພັດທະນາ​ເພື່ອ​ຍົກ​ລະດັບ​ຄຸນ​ນະພາ​ບ​
ແຮງງານ​ໃນ​ລາວ ກໍ​ຄື​ການ​ມີ​ສູນ​ພັດທະນາຝີ​ມື​ແຮງ​ງານ​ຢູ່​ຢ່າງ​ຈໍາກັດ ​ແລະ​ເມື່ອ​ປະກອບ​
ກັບ​ຄ່າຈ້າງ​ແຮງ​ງານ​ຂັ້ນ​ຕໍ່າ​ໃນ​ລາວ​ກໍ​ຍັງ​ຕໍ່າ​ຫຼາຍ​ ​ເມື່ອ​ທຽບ​ກັບ​ຄ່າ​ຈ້າງ​ຂັ້ນ​ຕໍ່າ​ໃນ​ໄທ ຈຶ່ງ​
ເຮັດ​ໃຫ້ ​ແຮງງານ​ລາວ​ຈໍານວນ​ຫຼາຍ​ໄດ້​ພາກັນ​ເດີນທາງ​ໄປ​ທໍາ​ງານ​ໃນ​ໄທ ທັງ​ທີ່​ຖືກຕ້ອງ​
ຕາມ​ກົດໝາຍ​ແລະ​ລັກ​ລອບ​ທໍາ​ງານ​ຢ່າ​ງຜິດ​ກົດໝາຍ ​ໂດຍ​ອົງການ​ຄຸ້ມ​ຄອງ​ແຮງ​ງານ​
ຕ່າງ​ດ້າວ​ໃນ​ໄທ ​ໄດ້​ປະມານ​ການ​ວ່າ ມີ​ແຮງ​ງານ​ລາວ​ຫຼາຍ​ກວ່າ 6 ​ແສນ​ຄົນ​ທີ່​ລັກລອບ​
ທໍາ​ງານ​ຢ່າງ​ຜິດກົດໝາຍ​ໃນ​ໄທ ໃນ​ທຸກ​ມື້​ນີ້.
XS
SM
MD
LG