ລາວໄດ້ຖືກຈັດ ໃຫ້ເປັນ 1 ໃນ 10 ປະເທດ ທີ່ມີການຂະຫຍາຍ
ຕົວທາງເສດຖະກິດ ຢ່າງວ່ອງໄວທີ່ສຸດ ໃນໂລກ ໃນປີ 2014
ໂດຍຄາດໝາຍວ່າ ເສດຖະກິດລາວຈະຂະຫຍາຍຕົວ ໃນອັດ
ຕາສະເລ່ຍທີ່ສູງເຖິງ 8.5%.
ໜັງສືພິມ The Washington Post ໄດ້ສະເໜີລາຍງານ ໂດຍອິງຕາມຜົນຈາກການສຶກ
ສາວິໄຈ ທີ່ດໍາເນີນການໂດຍໜ່ວຍງານທີ່ເອີ້ນວ່າ The Economist Intelligence Unit
ທີ່ລະບຸວ່າ ລາວເປັນ 1 ໃນ 10 ປະເທດ ທີ່ເສດຖະກິດຈະມີການຂະຫຍາຍຕົວເພີ່ມຂຶ້ນ
ຢ່າງວ່ອງໄວທີ່ສຸດໃນໂລກ ໃນປີ 2014 ນີ້ ໂດຍຄາດໝາຍວ່າ ເສດຖະກິດໃນລາວຈະ
ຂະຫຍາຍຕົວເພີ່ມຂຶ້ນ ເຖິງ 8.5% ທຽບກັບປີ 2013 ທີ່ຜ່ານມາ.
ການຂະຫຍາຍຕົວທາງເສດຖະກິດລາວດັ່ງກ່າວນີ້ ຖືເປັນລະດັບດຽວກັນກັບປະເທດຕິມໍ
ຕາເວັນອອກ ແລະປະເທດອີຣັກ. ສ່ວນອັນດັບທໍາອິດນັ້ນ ກໍປະກອບດ້ວຍ Mongolia,
Sierra Leone, Turkmenistan, Bhutan, Libya ແລະອີກ 2 ປະເທດທີ່ຢູ່ໃນອັນດັບ
ທີ 9 ແລະ 10 ນັ້ນ ກໍແມ່ນປະເທດ Eritrea ແລະ Zambia ຕາມລໍາດັບ.
ແຕ່ຢ່າງໃດກໍຕາມ The Washington Post ກໍໄດ້ລະບຸວ່າ ການຂະຫຍາຍຕົວທາງເສດ
ຖະກິດຢ່າງວ່ອງໄວໃນທັງ 10 ປະເທດດັ່ງກ່າວນີ້ ເປັນຍ້ອນການຂຸດຄົ້ນແຮ່ຊັບພະຍາກອນ
ທໍາມະຊາດຢ່າງຫຼວງຫຼາຍ ຊຶ່ງກໍສອດຄ່ອງກັບທ່ານທອງສິງ ທໍາມະວົງ ນາຍົກລັດຖະມົນ
ຕີ ທີ່ຖະແຫຼງຕໍ່ກອງປະຊຸມສະໄໝສາມັນຄັ້ງທີ 6 ຂອງສະພາແຫ່ງຊາດລາວ ຊຸດ ທີ 7 ໃນ
ທ້າຍເດືອນທັນວາ 2013 ວ່າ ການພັດທະນາທາງເສດຖະກິດຂອງລາວ ໃນປັດຈຸບັນນີ້
ເຖິງແມ່ນວ່າຈະມີການຂະຫຍາຍຕົວເພີ່ມຂຶ້ນຢ່າງຕໍ່ເນື່ອງກໍຕາມ ຫາກແຕ່ພື້ນຖານການ
ຜະລິດສິນຄ້າ ກໍຍັງອິງໃສ່ການຂຸດຄົ້ນຊັບພະຍາກອນທໍາມະຊາດເປັນຕົ້ນຕໍ.
ຍິ່ງໄປກວ່ານັ້ນ ຜົນການກວດກາ ບັນດາໂຄງການລົງທຶນ ທີ່ເປັນການຂຸດຄົ້ນຊັບພະຍາກອນ
ທໍາມະຊາດ ໃນທົ່ວປະເທດລາວ ໃນລະຍະທີ່ຜ່ານມາ ກໍຍັງພົບວ່າ ມີຫຼາຍໆໂຄງການທີ່ໄດ້
ດໍາເນີນການຂຸດຄົ້ນໃນລັກສະນະທີ່ສວນທາງກັບຫຼັກການພັດທະນາແບບຍືນຍົງ ທັງຍັງໄດ້
ສົ່ງຜົນກະທົບຕໍ່ສະພາບແວດລ້ອມທໍາມະຊາດຫຼາຍຂຶ້ນນັບມື້ ອີກດ້ວຍ ດັ່ງທີ່ທ່ານທອງສິງ
ໄດ້ຖະແຫຼງເນ້ນຢໍ້າວ່າ:
“ເສດຖະກິດແຫ່ງຊາດ ເຖິງແມ່ນວ່າມີການເຕີບໂຕແລະຕໍ່ເນື່ອງ ແຕ່ພື້ນຖານ
ຍັງບໍ່ທັນໜັກແໜ້ນ ການສະສົມພາຍໃນຍັງມີນ້ອຍ ພື້ນຖານການຜະລິດ ບໍ່ທັນ
ຫຼາຍ ຍັງອາໄສການຂຸດຄົ້ນຊັບພະຍາກອນທໍາມະຊາດແລະການສົ່ງອອກວັດ
ຖຸດິບ ເປັນຕົ້ນຕໍ. ການຄຸ້ມຄອງນໍາໃຊ້ຊັບພະຍາກອນທໍາມະຊາດມີຫຼາຍກໍລະນີ
ບໍ່ທັນຮັບປະກັນຄວາມຍືນຍົງ ແລະເປັນມິດກັບສິ່ງແວດລ້ອມ.”
ທາງດ້ານທ່ານສົມດີ ດວງດີ ລັດຖະມົນຕີວ່າການກະຊວງແຜນ
ການ ແລະ ການລົງທຶນ ກໍຖະແຫຼງຢືນຢັນວ່າ ທາງການລາວໄດ້
ອະນຸມັດ ສໍາປະທານການຂຸດຄົ້ນແຮ່ທາດ ໃຫ້ແກ່ບໍລິສັດເອກ
ກະຊົນລາວ ແລະຕ່າງຊາດໄປແລ້ວ 470 ໂຄງການ ໂດຍຄິດ
ເປັນພື້ນທີ່ຂຸດຄົ້ນລວມ ກວ້າງກວ່າ 36,300 ກິໂລແມັດມົນທົນ
ໃນທົ່ວປະເທດ ແລະມີມູນຄ່າການລົງທຶນລວມກັນເຖິງ 5,900
ລ້ານໂດລ່າ.
ທັງນີ້ ໂດຍເຂດທີ່ມີການອະນຸຍາດສໍາປະທານ ການຂຸດຄົ້ນແຮ່
ທາດຫຼາຍທີ່ສຸດ ກໍຄືເຂດແຂວງພາກເໜືອ ທີ່ມີຈໍານວນ ເຖິງ
249 ໂຄງການ ທີ່ກວມເອົາພື້ນທີ່ກວ້າງກວ່າ 21,442 ກິໂລແມັດມົນທົນ ສ່ວນທີ່ເຂດແຂວງພາກກາງກໍໄດ້ອະນຸຍາດສໍາປະທານໄປທັງໝົດ 167 ໂຄງການ ໂດຍກວມເອົາພື້ນທີ່ກວ້າງກວ່າ 7,580 ກິໂລແມັດມົນທົນ ແລະຢູ່ພາກໃຕ້ກໍໄດ້ ອະນຸຍາດສໍາປະທານໄປແລ້ວ 54 ໂຄງການ ທີ່ກວມເອົາພື້ນທີ່ກວ້າງ ກວ່າ 7,297 ກິໂລ ແມັດມົນທົນ.
ແຕ່ຢ່າງໃດກໍຕາມ ລັດຖະບານລາວກໍຍັງຢືນຢັນຈະຊຸກຍູ້ໃຫ້ເສດຖະກິດໃນລາວ ຂະຫຍາຍ
ຕົວເພີ່ມຂຶ້ນຕໍ່ໄປຢ່າງຕໍ່ເນື່ອງ ໂດຍຫລ້າສຸດ ກໍໄດ້ມອບໝາຍໃຫ້ກະຊວງແຜນການແລະການ
ລົງທຶນ ເປັນພາກສ່ວນທີ່ຮັບຜິດຊອບ ໃນການຮ່າງແຜນການພັດທະນາເສດຖະກິດ-ສັງຄົມ
ສະບັບທີ 8 ສໍາລັບຈັດຕັ້ງປະຕິບັດໃນຊ່ວງປີ 2016-2020 ເພື່ອເຮັດໃຫ້ເສດຖະກິດລາວ
ຂະຫຍາຍຕົວເພີ່ມຂຶ້ນ ລະຫວ່າງ 8.5% ຫາ 9% ໃນແຕ່ລະປີ.