ປ່າໄມ້ສ່ວນໃຫຍ່ໃນ ລາວ ປູກໂດຍບໍລິສັດເອກະຊົນທີ່ໄດ້ຮັບອະນຸຍາດສຳປະທານ
ຈາກລັດຖະບານ ສ່ວນປ່າໄມ້ທີ່ປູກໂດຍລັດຖືເປັນພຽງສ່ວນນ້ອຍເທົ່ານັ້ນເພາະວ່າ
ລັດຖະບານຂາດງົບປະມານຢ່າງໜັກ.
ທ່ານ ລຽນ ທິແກ້ວ ລັດຖະມົນຕີວ່າການກະຊວງກະສິກຳ ແລະ ປ່າໄມ້ຖະແຫຼງຍອມ
ຮັບວ່າ ການປູກຕົ້ນໄມ້ໂດຍພາກລັດສາມາດຈັດຕັ້ງປະຕິບັດໄດ້ຕ່ຳກວ່າແຜນການທີ່
ວາງໄວ້ທຸກປີ ໂດຍມີສາເຫດສຳຄັນມາຈາກການຂາດແຄນງົບປະມານ ເພາະວ່າງົບ
ປະມານທີ່ນຳໃຊ້ໃນການປູກຕົ້ນໄມ້ໂດຍພາກລັດມີແຫຼ່ງລາຍຮັບພຽງຈາກຄ່າພັນທະ
ປູກໄມ້ ແລະ ເຄື່ອງປ່າຂອງດົງທົດແທນເທົ່ານັ້ນ ສ່ວນແຫຼ່ງລາຍຮັບທີ່ເປັນຄ່າທຳນຽມ
ບໍລິການ ແລະ ຄ່າສຳປະທານຕັດໄມ້ຢູ່ໃນເຂດໂຄງການພັດທະນາຕ່າງໆເຊັ່ນ ໂຄງ
ການກໍ່ສ້າງເຂື່ອນໄຟຟ້ານັ້ນ ຈະຕ້ອງສົມທົບເຂົ້າງົບປະມານຂອງລັດຖະບານ ຈຶ່ງບໍ່
ສາມາດທີ່ຈະນຳມາໃຊ້ຈ່າຍໄດ້ເລີຍ ນອກຈາກວ່າຈະໄດ້ຮັບການອະນຸມັດຈາກສະ
ພາແຫ່ງຊາດ ລາວ ເທົ່ານັ້ນ ດັ່ງທີ່ທ່ານ ລຽນ ຢືນຢັນວ່າ
"ການສະໜອງງົບປະມານນຳໃຊ້ເຂົ້າໃນວຽກງານຄຸ້ມຄອງປ່າໄມ້ຟື້ນຟູ ແລະ ປູກໄມ້
ແມ່ນມີຈຳກັດຫຼາຍ ແລະ ຫຼຸດລົງຢ່າງຕໍ່ເນື່ອງ ສາເຫດຕົ້ນຕໍທີ່ພາໃຫ້ເກີດການສະໜອງ
ງົບປະມານເຂົ້າກອງທຶນບໍ່ໄດ້ຕາມແຜນການກໍຍ້ອນການເກັບລາຍຮັບນີ້ແຫຼະ ເວົ້າ
ລວມແລ້ວ ບໍ່ໄດ້ຕາມແຜນການທຸກແຫຼ່ງຂອງກອງທຶນ ຊຶ່ງຜ່ານມາການເກັບຕົວຈິງໄດ້
ແຕ່ພຽງແຫຼ່ງດຽວຄືຄ່າພັນທະປູກໄມ້ ແລະ ເຄື່ອງປ່າຂອງດົງທົດແທນເທົ່ານັ້ນ ສ່ວນ
ແຫຼງລາຍຮັບຄ່າທຳນຽມບໍລິການລະບຸໄວ້ໃນດຳລັດເລກທີ 03 ຊຶ່ງຕ້ອງເອົາເຂົ້າງົບ
ປະມານແລ້ວຈັ່ງເອົາອອກມາໃຊ້ ຖືກວ່າກະມີຂອບເຂດຈຳກັດ."
ທາງດ້ານທ່ານ ບຸນປັນ ດວງລາຕີ ສະມາຊິກສະພາແຫ່ງຊາດ ຈາກແຂວງຄຳມ່ວນ ຖະ
ແຫຼງວ່າການປູກໄມ້ຢູ່ແຂວງຄຳມ່ວນໃນປັດຈຸບັນນີ້ ສາມາດຈັດຕັ້ງປະຕິບັດໄດ້ໃນພື້ນ
ທີ່ທັງໝົດ 27,290 ເຮັກຕາ ໂດຍສ່ວນໃຫຍ່ເປັນປ່າໄມ້ທີ່ປູກໂດຍບໍລິສັດເອກະຊົນທີ່
ໄດ້ຮັບສຳປະທານຈາກລັດຖະບານ ລາວ ແຕ່ໃນຂະນະດຽວກັນໄມ້ທີ່ປູກໂດຍພາກ
ລັດນັ້ນ ສາມາດຈັດຕັ້ງປະຕິບັດໄດ້ພຽງ 30 ເຮັກຕາເທົ່ານັ້ນ ໂດຍມີສາເຫດມາຈາກ
ການຂາດແຄນທາງດ້ານງົບປະມານດັ່ງກ່າວ.
ທັງນີ້ກະຊວງກະສິກຳ ແລະ ປ່າໄມ້ລາຍງານວ່າ ປ່າໄມ້ຂອງ ລາວ ໃນປັດຈຸບັນນີ້ມີອັດ
ຕາການປົກຫຸ້ມຄິດເປັນ 67.2 ເປີເຊັນຂອງພື້ນທີ່ທັງໝົດທົ່ວປະເທດ ລາວ ຫຼືປະມານ
15.91 ລ້ານເຮັກຕາ ໃນນີ້ແບ່ງເປັນປ່າປ້ອງກັນ 7.98 ລ້ານເຮັກຕາ, ປ່າສະຫງວນ
4.93 ລ້ານເຮັກຕາ, ປ່າຜະລິດ 3.1 ລ້ານເຮັກຕາ ແລະ ປ່າໄມ້ທີ່ປູກໂດຍບໍລິສັດຕ່າງ
ຊາດທີ່ສຳປະທານທີ່ດິນຈາກລັດຖະບານ ລາວ ໃນພື້ນທີ່ລວມ 486,600 ເຮັກຕາຈຶ່ງ
ເຮັດໃຫ້ຈະຕ້ອງດຳເນີນມາດຕະການເພີ່ມເນື້ອທີ່ປ່າໄມ້ໃຫ້ໄດ້ອີກ 584,000 ເຮັກຕາ
ຫຼືຄິດເປັນ 2.8 ເປີເຊັນຂອງພື້ນທີ່ທັງໝົດໃນ ລາວ ເພື່ອທີ່ວ່າຈະເຮັດໃຫ້ບັນລຸເປົ້າ
ໝາຍການເພີ່ມການປົກຫຸ້ມຂອງປ່າໄມ້ໃຫ້ເຖິງ 16.5 ລ້ານເຮັກຕາ ຫຼື 70 ເປີເຊັນຂອງ
ພື້ນທີ່ທັງໝົດໃນປີ 2020 ກໍຄືພາຍໃນ 1 ປີ 4 ເດືອນຕໍ່ໜ້ານີ້.
ແຕ່ຢ່າງໃດກໍຕາມ ການທີ່ຈະສາມາດບັນລຸເປົ້າໝາຍດັ່ງກ່າວໄດ້ຢ່າງແທ້ຈິງນັ້ນ ກໍບໍ່
ແມ່ນເລື່ອງງ່າຍ ເພາະວ່າປ່າໄມ້ທີ່ປູກໃນເຂດສຳປະທານຂອງບໍລິສັດຕ່າງຊາດນັ້ນ
ເປັນສິດຂອງບໍລິສັດຕ່າງຊາດທີ່ຈະຕັດ ເພື່ອນຳປາແປຮູບເປັນຜະລິດຕະພັນສຳເລັດ
ຮູບ ເພື່ອຕອບສະໜອງຕະຫຼາດພາຍໃນ ລາວ ແລະ ສົ່ງອອກໄປຕ່າງປະເທດໄດ້ຕາມ
ສັນຍາສຳປະທານ ພ້ອມກັນນັ້ນລັດຖະບານ ລາວ ຍັງຈະຕ້ອງປາບປາມການລັກລອບ
ຕັດໄມ້ຜິດກົດໝາຍໃຫ້ໄດ້ຢ່າງເດັດຂາດອີກດ້ວຍ.
ທັງນີ້ໂດຍໜ່ວຍສະເພາະກິດຂອງລັດຖະບານ ລາວ ໄດ້ຈັດຕັ້ງປະຕິບັດຄຳສັ່ງນາຍົກ
ລັດຖະມົນຕີເລກທີ 15/ນຍ ວ່າດ້ວຍການຫ້າມສົ່ງໄມ້ທ່ອນໄປຕ່າງປະເທດຢ່າງເດັດ
ຂາດ ນັບຈາກເດືອນພຶດສະພາ 2016 ເປັນຕົ້ນມາ ແລະ ໄດ້ມີຄຳສັ່ງປິດໂຮງງານປຸງ
ແຕ່ງໄມ້ທີ່ລະເມີດຄຳສັ່ງດັ່ງກ່າວແລ້ວ 1,545 ແຫ່ງ ໃນນີ້ເປັນໂຮງງານປຸງແຕ່ງໄມ້ຂະ
ໜາດໃຫຍ່ ແລະ ຂະໜາດກາງ 355 ແຫ່ງ ແລະ ໂຮງງານຂະໜາດນ້ອຍ 1,190 ແຫ່ງ
ພ້ອມກັນນັ້ນກໍຍັງກວດພົບການລະເມີດຄຳສັ່ງເລກທີ 15/ນຍ ເຖິງ 630 ກໍລະນີ ຈັບກຸມ
ຜູ້ກະທຳຄວາມຜິດ 700 ຄົນ ລວມເຖິງພະນັກງານລັດດ້ວຍ 421 ຄົນ ແລະ ສັ່ງປິດໂຮງ
ເລື່ອຍ 1,206 ແຫ່ງ.
ໃນປີ 2018 ລັດຖະບານນຳໄມ້ທີ່ຍຶດໄດ້ອອກປະມູນຂາຍໄດ້ມູນຄ່າ 51 ກວ່າຕື້ກີບ ແຕ່
ກໍຍັງມີການລັກລອບຕັດໄມ້ເລື້ອຍມາ ໂດຍນັກທຸລະກິດໄດ້ວ່າຈ້າງໃຫ້ປະຊາຊົນລັກ
ລອບຕັດໄມ້ໃຫ້ກັບພວກຕົນ.
ທັງນີ້ອົງການອະນຸລັກສິ່ງແວດລ້ອມ Global Witness ລາຍງານວ່າເຂດທີ່ມີການລັກ
ລອບຕັດໄມ້ຫຼາຍທີ່ສຸດຄືເຂດຊາຍແດນ ລາວ ທີ່ຕິດຕໍ່ກັບ ຫວຽດນາມ ແລະ ຈີນ ໂດຍ
ສະເພາະແຂວງຜົ້ງສາລີ ກັບ ຫຼວງນ້ຳທາ ທີ່ມີການລັກລອບຂົນສົ່ງໄມ້ໄປ ຈີນ ສ່ວນ
ແຂວງບໍລິຄຳໄຊ, ຄຳມ່ວນ, ສະຫວັນນະເຂດ, ສາລະວັນ, ເຊກອງ, ອັດຕະປື ແລະ
ຊຽງຂວາງ ນັ້ນ ກໍເປັນເຂດທີ່ມີການລັກລອບຕັດ ແລະ ຂົນສົ່ງໄມ້ຈາກລາວໄປ ຫວຽດ
ນາມ.