ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ລາວສັ່ງໃຫ້ ວິທະຍາໄລ ລັດ ແລະ ເອກກະຊົນ 54 ແຫ່ງ ໃນວຽງຈັນ ໂຈະຮັບ ນັກຮຽນ


Models present a creation of Ukrainian fashion designer Aleksey Zalevskiy during the opening day of "Seasons of the fashion - 2014" in Kyiv, Oct. 15, 2014.
Models present a creation of Ukrainian fashion designer Aleksey Zalevskiy during the opening day of "Seasons of the fashion - 2014" in Kyiv, Oct. 15, 2014.
ລັດຖະມົນຕີລາວມີຄໍາສັ່ງໃຫ້ວິທະຍາໄລຂອງລັດຖະບານແລະ
ເອກກະຊົນ 54 ແຫ່ງໃນນະຄອນວຽງຈັນໂຈະການຮັບນັກສຶກ
ສາເຂົ້າສຶກສາໃນລະດັບປະລິນຍາ ຕີ-ໂທ-ເອກ ເນື່ອງຈາກ
ຄຸນນະພາບການຮຽນ-ການສອນຍັງຕໍ່າ.

ທ່ານພັນຄໍາ ວິພາວັນ ລັດຖະມົນຕີວ່າການກະຊວງສຶກສາທິການ
ແລະກິລາຖະແຫຼງຢືນຢັນວ່າ ທ່ານໄດ້ມີຄໍາສັ່ງໃຫ້ສະຖາບັນ
ການສຶກສາຊັ້ນສູງ 54 ແຫ່ງໃນເຂດນະຄອນວຽງຈັນ ຕ້ອງໂຈະ
ການຮັບນັກສຶກສາໃໝ່ເຂົ້າສຶກສາຕໍ່ໃນລະດັບ ປະລິນຍາຕີ ປະລິນຍາໂທ ແລະປະລິນຍາ
ເອກ ໃນສົກຮຽນປະຈໍາປີ 2013-2014 ນີ້ ເປັນການຊົ່ວຄາວ ຫຼືຈົນກວ່າວ່າທັງ 54 ສະຖາ
ບັນການສຶກສາດັ່ງກ່າວນີ້ຈະໄດ້ພັດທະນາປັບປຸງຄຸນນະພາບການຮຽນ- ການສອນໃຫ້ໄດ້
ມາດຕະຖານຢ່າງຄັກແນ່ແລ້ວ.

ທ່ານພັນຄໍາ ໄດ້ໃຫ້ການອະທິບາຍວ່າ ສາເຫດທີ່ໄດ້ມີຄໍາສັ່ງດັ່ງກ່າວນີ້ ກໍຍ້ອນວ່າ ການກວດ
ກາໃນລະຍະທີ່ຜ່ານມາພົບວ່າສະຖາບັນການສຶກສາຊັ້ນສູງທັງ 54 ແຫ່ງ ໃນເຂດນະຄອນ
ວຽງຈັນ ຊຶ່ງເປັນສະຖາບັນທີ່ຢູ່ໃນສັງກັດຂອງລັດຖະບານ 25 ແຫ່ງ ແລະ 29 ແຫ່ງເປັນວິ
ທະຍາໄລຂອງເອກກະຊົນນັ້ນ ຍັງມີບັນຫາໃນຫຼາຍໆ ດ້ານທີ່ຈະຕ້ອງດໍາເນີນການພັດທະ
ນາແລະປັບປຸງໃຫ້ໄດ້ມາດຕະຖານ ໂດຍສະ ເພາະແມ່ນຄູແລະອາຈານທີ່ສອນຢູ່ສະຖາ
ບັນການສຶກສາເຫຼົ່ານີ້ ຍັງມີຈໍານວນຈໍາ ກັດ ທັງມີຄຸນນະພາບທີ່ບໍ່ໄດ້ມາດຕະຖານໃນລະ
ດັບດຽວກັນກັບບັນດາປະເທດສະມາຊິກໃນກຸ່ມອາຊ່ຽນອີກດ້ວຍ.

ທັງນີ້ກໍເນື່ອງຈາກວ່າການເປັນປະຊາຄົມອາຊ່ຽນນັບແຕ່ປີ 2015 ເປັນຕົ້ນມານັ້ນ ໝາຍເຖິງ
ການເປີດເສລີທັງໃນດ້ານຄ້າ ແລະການລົງທຶນ ແລະການຈ້າງງານ ລະຫວ່າງ 10 ປະເທດ
ສະມາຊິກຂອງອາຊ່ຽນ ໂດຍສໍາລັບໃນດ້ານຂອງການຈ້າງ ງານຢ່າງເສລີນັ້ນ ກໍຍ່ອມ
ຈະເປັນທໍາມະດາທີ່ຜູ້ລົງທຶນຈະພິດຈາລະນາວ່າຈ້າງບຸກຄະລາກອນທີ່ມີຄວາມຮູ້ຄວາມ
ສາມາດສູງກວ່າຢູ່ແລ້ວ ເພາະສະນັ້ນ ການທີ່ລາວ ຈະສາມາດແຂ່ງຂັນໃນດ້ານດັ່ງກ່າວນີ້
ໄດ້ຢ່າງແທ້ຈິງນັ້ນ ຈຶ່ງມີຄວາມຈໍາເປັນຢ່າງຍິ່ງ ທີ່ຈະຕ້ອງ ເລັ່ງດໍາເນີນການພັດທະນາປັບປຸງ
ຄຸນນະພາບຂອງບຸກຄະລາກອນ ໃຫ້ເປັນທີ່ຍອມຮັບຂອງບັນດານາຍຈ້າງນັ້ນເອງ.

ພິທີຮັບໃບປະກາດຂອງນັກສຶກສາໂຮງຮຽນສ້າງຄູ
ພິທີຮັບໃບປະກາດຂອງນັກສຶກສາໂຮງຮຽນສ້າງຄູ

ການທີ່ຈະເຮັດໃຫ້ບັນດານາຍຈ້າງຍອມຮັບໃນຄຸນນະພາບ
ຂອງບຸຄະລາກອນລາວ ຈຶ່ງມີພຽງການພັດທະນາຄຸນນະ
ພາບດ້ານການສຶກສາຂອງລາວໃຫ້ໄດ້ມາດຕະຖານດຽວ
ກັນກັບໃນອາຊ່ຽນເທົ່ານັ້ນ ດັ່ງທີ່ທ່ານພັນຄໍາ ໄດ້ໃຫ້ການ
ອະທິບາຍວ່າ.

ປັບປຸງຄຸນນະພາບພາຍໃນຂອງເຮົາແລ້ວ ບັດນີ້
ເຊື່ອມໂຍງມັນກະມີກົນໄກຂອງມັນ ກົນໄກທໍາອິດ
ກໍຮັບຮູ້ໜ່ວຍກິດ ຫຼືວ່າຮັບຮູ້ໃນປະກາດສະນີຍະບັດ
ຊຶ່ງກັນ ແລະກັນ ແຕ່ວ່າຄັນເຮົາບໍ່ປັບປຸງຄຸນນະພາບ ເຂົາປັບໃຫ້ເຮົາ ເຮົາເວົ້າ ໄດ້ຢູ່ວ່າຈົບເສດຖະສາດບໍລິຫານທຸລະກິດ ມະຫາວິທະຍາໄລແຫ່ງຊາດ ແຕ່ວ່າ ສິໄປທຽບກັບຂອງເຂົາ ເຂົາກະປັບເຈົ້າ ທີ່ຈິງແລ້ວກ່ອນທີ່ຈະໄປທຽບ ມັນຕ້ອງມີ
ການປະເມີນ”


ກະຊວງສຶກສາທິການແລະກິລາຂອງລາວລາຍງານວ່າໃນສົກຮຽນປະຈໍາປີ 2012-2013
ທີ່ຜ່ານມາ ມີນັກຮຽນທີ່ຜ່ານການສອບເສັງເພື່ອຈົບຊັ້ນມັດທະຍົມ ປາຍຈໍານວນທັງໝົດ
44,490 ຄົນ ຈາກຈໍານວນນັກຮຽນທີ່ສອບເສັງທັງໝົດ 45,226 ຄົນໃນທົ່ວປະເທດ ຫາກ
ແຕ່ວ່າໃນຈໍານວນນັກຮຽນທີ່ຈົບຊັ້ນມັດທະຍົມ ປາຍດັ່ງກ່າວນີ້ ກໍຈະມີພຽງແຕ່ 9,950 ຄົນ
ເທົ່ານັ້ນ ທີ່ຈະມີໂອກາດໄດ້ສຶກສາຕໍ່ ໃນມະຫາວິທະຍາໄລແຫ່ງຊາດທັງ 4 ແຫ່ງຂອງລັດ
ຖະບານລາວ ໃນສົກຮຽນ 2013- 2014 ນີ້.

ຊຶ່ງກໍຄືມະຫາວິທະຍາໄຍແຫ່ງຊາດຢູ່ນະຄອນວຽງຈັນ ຮັບນັກສຶກສາໃໝ່ທັງໝົດ 6,694 ຄົນ ໃນຂະນະທີ່ມະຫາວິທະຍາໄລສຸພານຸວົງຢູ່ຫຼວງພະບາງຮັບໄດ້ 1,297 ຄົນ ສ່ວນມະຫາ
ວິທະຍາໄລແຫ່ງຊາດຢູ່ທີ່ສະຫວັນນະເຂດ ກໍຮັບໄດ້ບໍ່ເກີນ 1,125 ຄົນ ແລະມະຫາວິທະຍາ
ໄລແຫ່ງຊາດຢູ່ທີແຂວງຈໍາປາສັກ ກໍຮັບນັກສຶກສາໃໝ່ໄດ້ພຽງແຕ່ 834 ຄົນ ເທົ່ານັ້ນ.

ສ່ວນນັກຮຽນທີ່ຈົບຊັ້ນມັທະຍົມປາຍອີກຈໍານວນຫຼາຍກວ່າ 31,800 ຄົນ ທີ່ຈະບໍ່ ໄດ້ຮັບ
ໂອກາດສຶກສາຕໍ່ໃນມະຫາວິທະຍາໄລແຫ່ງຊາດທັງ 4 ແຫ່ງ ດັ່ງກ່າວນັ້ນ ກໍຈະຕ້ອງສຶກສາ
ຕໍ່ໃນສະຖາບັນການສຶກສາດ້ານວິຊາຊີບຊັ້ນສູງທັງຂອງລັດຖະບານແລະພາກເອກກະຊົນ.

ແຕ່ຢ່າງໃດກໍຕາມ ໃນສົກຮຽນ 2012-2013 ທີ່ຜ່ານມາກໍປາກົດວ່າ ມີນັກຮຽນພຽງ 8,000
ກວ່າຄົນເທົ່ານັ້ນ ທີ່ສະມັກເຂົ້າຮຽນຕໍ່ໃນລະດັບດັ່ງກ່າວ ໃນຂະນະທີ່ ກະຊວງສຶກສາທິ
ການໄດ້ວາງເປົ້າໝາຍທີ່ຈະຮັບນັກຮຽນເຂົ້າສຶກສາຕໍ່ໃນລະດັບວິຊາຊີບໃຫ້ໄດ້ຫຼາຍກວ່າ 16,000 ຄົນ.
XS
SM
MD
LG